ສປປ ລາວ ພົບຜູ້ຕິດເຊື້ອໂຄວິດ-19 ເພີ່ມອີກ 2 ຄົນ ເປັນແຮງງານລາວ ເດີ່ນທາງມາຈາກປະເທດໄທ

21:46 | 05/03/2021

ໃນວັນທີ 05 ມີນາ 2021 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ.ຣັດຕະນະໄຊ ເພັດສຸວັນ ຕາງຫນ້າໃຫ້ຄະນະ ສະເພາະກິດເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງ ພະຍາດ COVID-19  ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 04 ມີນາ ທີ່ຜ່ານມາ ການເຝົ້າລະວັງຮອດ 5 ໂມງແລງ ພວກເຮົາໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 726 ຄົນ, ທຸກຄົນແມ່ນໄດ້ແທກອຸນ ຫະພູມຮ່າງກາຍ, ພົບຜູ້ຕິດເຊື້ອໂຄວິດ-19 ຈໍານວນ 2 ຄົນ. ຜູ້ຕິດເຊື້ອເບີ 46 ເປັນເພດຊາຍ, ອາຍຸ 28 ປີ, ອາຊີບກຳມະກອນ, ເຮັດວຽກຢູ່ແຂວງປະທຸມທານີ ປະເທດໄທ, ທີ່ຢູ່ປັດຈຸບັນ ເມືອງນານ, ແຂວງຫລວງພະບາງ; ຜູ້ຕິດເຊື້ອນ້ຳເບີ 47 ເປັນເພດຊາດ, ອາຍຸ 26 ປີ, ອາຊີບກຳມະກອນ, ເຮັດວຽກຢູ່ແຂວງປະທຸມທານີ, ປະເທດໄທ, ທີ່ຢູ່ປັດຈຸບັນ ເມືອງນານ, ແຂວງຫລວງພະບາງ.

ສປປ ລາວ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມອ ກ 2 ຄ ນ ເປ ນແຮງງານລາວ ເດ ນທາງມາຈາກປະເທດໄທ ລາວ: ມີຜູ້ຖືກຈຳກັດ ບໍລິເວນຢູ່ສູນ 2.302 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ
ສປປ ລາວ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມອ ກ 2 ຄ ນ ເປ ນແຮງງານລາວ ເດ ນທາງມາຈາກປະເທດໄທ ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຢູ່ພາຍໃນປະເທດ ລວມທັງໝົດກວ່າ 1.000 ຄົນ
ສປປ ລາວ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມອ ກ 2 ຄ ນ ເປ ນແຮງງານລາວ ເດ ນທາງມາຈາກປະເທດໄທ
ພາບປະກອບ

ໃນວັນທີ 02 ມີນາ 2021 ທັງ 02 ຄົນ ໄດ້ເດີ່ນທາງຈາກ ແຂວງປະທຸມທານີ ມາທີ່ແຂວງ ໜອງຄາຍ ແລະ ມາຮອດ ສປປ ລາວ ໃນວັນທີ 03 ມີນາ. ຫລັງຈາກນັ້ນ, ພວກກ່ຽວທັງ 02 ໄດ້ຖືກນຳໄປຈຳກັດບໍລິເວນ ຢູ່ສະຖານທີ່ ທີ່ຖືກກຳນົດໄວ້ ພ້ອມທັງໄດ້ເກັບຕົວຢ່າງ ມາກວດຫາເຊື້ອພະ ຍາດໂຄວິດ-19 (ທັງ 02 ຄົນແມ່ນບໍ່ມີອາການຫຍັງ). ມາຮອດວັນທີ 04 ມີນາ 2021 ຜົນກວດຢັ້ງ ຢືນວ່າພົບເຊື້ອໂຄວິດ-19. ປັດຈຸບັນ, ທັງ 02 ຄົນໄດ້ເຂົ້າ ຫ້ອງແຍກປ່ຽວ, ນອກຕິດຕາມປິ່ນປົ່ວຢູ່ໂຮງໝໍທີ່ໄດ້ກຳນົດໄວ້ ໃນນະຄອນຫລວງວຽງຈັນ. ພວກເຮົາໄດ້ຕິດຕາມ ຜູ້ທີ່ສຳພັດໃກ້ຊິດ ກັບພວກກ່ຽວມີທັງໝົດ 32 ຄົນ ແລະ ໄດ້ເກັບຕົວຢ່າງມາ ກວດແຕ່ບໍ່ພົບເຊື້ອ ແລະ ສືບຕໍ່ເຝົ້າລະວັງ ຈຳກັດບໍລິເວນ ຜູ້ສຳພັດໃກ້ຊິດໃຫ້ຄົບ 14 ວັນ.

ສັງລວມການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດປັດຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 116.182 ຕົວຢ່າງ, ກວດພົບເຊື້ອສະສົມ 47 ຄົນ ແລະ ຄົນເຈັບທີ່ຕິດເຊື້ອພະຍາດ COVID-19 ຈໍານວນ 05 ຄົນ ແມ່ນໄດ້ນອນຕິດຕາມ ອາການຢູ່ໂຮງໝໍທີ່ກໍານົດໄວ້. ປັດຈຸບັນ, ທົ່ວປະເທດ ມີສູນຈໍາກັດບໍລິເວນ ທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 32 ສູນ, ມີຜູ້ຖືກຈຳກັດບໍລິເວນ ຢູ່ສູນ 2.414 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ທ່ານ ດຣ. ຣັດຕະນະໄຊ ເພັດສຸວັນ ໄດ້ກ່າວວ່າ: ສະພາບການລະບາດ ຂອງພະຍາດໂຄວິດ-19 ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຜູ້ຕິດເຊື້ອໃໝ່ ແລະ ຜູ້ເສຍຊີວິດຢ່າງຕໍ່ເນື່ອງ, ສະເພາະ ປະເທດໃກ້ຄຽງຂອງພວກເຮົາ ຍັງມີລາຍງານຜູ້ຕິດເຊື້ອ ໂຄວິດ-19 ພາຍໃນປະເທດເພີ່ມຂຶ້ນ. ຕໍ່ກັບສະພາບ ການດັ່ງກ່າວ, ແມ່ນມີຄວາມສ່ຽງສູງ ທີ່ຈະມີຜູ້ນໍາເຊື້ອພະຍາດ ໂຄວິດ-19 ເຂົ້າມາໃນປະເທດເຮົາ ແລະ ຜູ້ທີ່ຈະເດີນທາງເຂົ້າມາ ສປປ ລາວ ຕ້ອງຈັດຕັ້ງ ປະຕິບັດ ອີງຕາມຄຳແນະນຳ ຂອງຄະນະສະເພາະກິດວາງອອກ, ສະບັບເລກທີ 3087/ສພກ, ລົງວັນທີ 26 ກຸມພາ 2021 ແລະ ແຈ້ງການ ເລື່ອງການ ນຳໃຊ້ເຄື່ອງ ຕິດຕາມທາງການແພດ ແລະ ປະກັນໄພ COVID-19 ສຳລັບຄົນຕ່າງປະເທດ ທີ່ເດີນທາງເຂົ້າມາ ສປປ ລາວ, ສະບັບເລກທີ 3018/ສພຫ, ລົງວັນທີ 02 ມີນາ 2021. ພ້ອມດຽວກັນນັ້ນ, ທຸກຄົນຕ້ອງໄດ້ຈຳກັດ ບໍລິເວນຄົບຕາມກຳນົດ ຈຶ່ງສາມາດອອກໄປເຄື່ອນໄຫວ ໃນສັງຄົມຕາມ ປົກກະຕິໄດ້. ດັ່ງນັ້ນ, ຂ້າພະເຈົ້າ ຈຶ່ງຂໍການຮ່ວມມືມາຍັງ ພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນ ມີຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ ຮ່ວມແຮງຮ່ວມໃຈກັນ ປະຕິບັດ ມາດຕະການ ຕາມຄຳແນະນຳ ຂອງຄະນະສະເພາະກິດ ວາງອອກຢ່າງຖືກຕ້ອງ ແລະ ເຂັ້ມງວດ ເພື່ອຮັບປະກັນບໍ່ໃຫ້ມີຄວາມສ່ຽງ ທີ່ຈະມີການນຳພະຍາດ ໂຄວີດ-19 ເຂົ້າມາແຜ່ລະບາດ ໃນປະເທດເຮົາຮອບໃໝ່.

ສປປ ລາວ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມອ ກ 2 ຄ ນ ເປ ນແຮງງານລາວ ເດ ນທາງມາຈາກປະເທດໄທ ລາວ: ທົ່ວປະເທດມີຜູ້ຖືກຈໍາກັດບໍລິເວນຈໍານວນ 2.903 ຄົນ ຢູ່ໃນ 35 ສູນ, ບໍ່ພົບຜູ້ຕິດເຊື້ອ ໂຄວິດ - 19 ໃໝ່

ປັດຈຸບັນ, ທົ່ວປະເທດມີຜູ້ຖືກຈໍາກັດບໍລິເວນຈໍານວນ 2.903 ຄົນ ຢູ່ໃນ 35 ສູນ. ຂະນະດຽວກັນ ໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 195 ຄົນ ແລະ ຜົນກວດວິເຄາະ ທັງໝົດແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າ ວັນທີ 10 ກຸມພາ 2021 ບໍ່ພົບຜູ້ຕິດເຊື້ອໃໝ່.

ສປປ ລາວ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມອ ກ 2 ຄ ນ ເປ ນແຮງງານລາວ ເດ ນທາງມາຈາກປະເທດໄທ ລາວ: ມີສູນຈຳກັດບໍລິເວນທັງໝົດ 33 ສູນ, ມີຜູ້ຖືກຈໍາກັດບໍລິເວນທັງໝົດ 2.588 ຄົນ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ

ໃນວັນທີ 1 ກຸມພາ 2021 ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 435 ຕົວຢ່າງ, ໃນນັ້ນ 2 ຕົວຢ່າງ ຈາກບຸກຄົນທົ່ວໄປທີ່ມີອາການ, 74 ຕົວຢ່າງ ຈາກບຸກຄົນທົ່ວໄປທີ່ບໍ່ມີອາການ, ແຮງງານລາວ ທີ່ກັບມາແຕ່ໄທ ບໍ່ມີອາການ 172, ແຮງງານຈີນ ບໍ່ມີອາການ 155 ຕົວຢ່າງ, ແຮງງານໄທ 32 ຕົວຢ່າງ ...

ສປປ ລາວ ພ ບຜ ຕ ດເຊ ອໂຄວ ດ 19 ເພ ມອ ກ 2 ຄ ນ ເປ ນແຮງງານລາວ ເດ ນທາງມາຈາກປະເທດໄທ ໂຄວິດ - 19: ຍອດຈຳນວນຄົນເຈັບໄດ້ຮັບການປິ່ນປົວຫາຍດີ ຢູ່ ຫວຽດນາມເປັນ 1.430 ຄົນ

ຍສໝ - ວັນທີ 26 ມັງກອນ 2021, ຢູ່ ຫວຽດນາມ ມີຄົນເຈັບ 5 ຄົນ ຕິດເຊື້ອ ໂຄວິດ - 19 ໄດ້ຮັບການປິ່ນປົວຫາຍດີ, ອັນໄດ້ຍົກຍອດຈຳນວນຄົນເຈັບໄດ້ຮັບການປິ່ນປົວຫາຍດີ ເປັນ 1.430 ຄົນ.

kpl.gov.la

ເຫດການ
302 Found

Found

The document has moved here.