ສານອວຍພອນ ຂອງ ລມຕ ກະຊວງຕ່າງປະເທດ ຕໍ່ວັນສ້າງຕັ້ງສາຍພົວພັນ ການທູດ ລາວ-ຈີນ ຄົບຮອບ 60 ປີ ແລະ ປີມິດຕະພາບ ລາວ-ຈີນ 2021

09:08 | 25/03/2021

ຫວ່າງແລ້ວນີ້, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງ ປະເທດ ໄດ້ອວຍພອນ ເນື່ອງໃນໂອກາດວັນສ້າງຕັ້ງ ສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສປ ຈີນ ຄົບຮອບ 60 ປີ (25/04/1961-25/04/2021) ແລະ ປີມິດຕະພາບ ລາວ-ຈີນ 2021.

ສານອວຍພອນ ຂອງ ລມຕ ກະຊວງຕ າງປະເທດ ຕ ວ ນສ າງຕ ງສາຍພ ວພ ນ ການທ ດ ລາວ ຈ ນ ຄ ບຮອບ 60 ປ ແລະ ປ ມ ດຕະພາບ ລາວ ຈ ນ 2021 ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ຮ່ວມ​ມື​ຮ່ວມ ອາ​ຊຽນ - ຈີນ​ຄັ້ງ​ທີ 22
ສານອວຍພອນ ຂອງ ລມຕ ກະຊວງຕ າງປະເທດ ຕ ວ ນສ າງຕ ງສາຍພ ວພ ນ ການທ ດ ລາວ ຈ ນ ຄ ບຮອບ 60 ປ ແລະ ປ ມ ດຕະພາບ ລາວ ຈ ນ 2021 ຫ້ອງວ່າການປະທານປະເທດ ຈັດກອງປະຊຸມສະຫລຸບປະຈຳປີ 2020 ແລະ ທິດທາງແຜນການ ປີ 2021
ສານອວຍພອນ ຂອງ ລມຕ ກະຊວງຕ າງປະເທດ ຕ ວ ນສ າງຕ ງສາຍພ ວພ ນ ການທ ດ ລາວ ຈ ນ ຄ ບຮອບ 60 ປ ແລະ ປ ມ ດຕະພາບ ລາວ ຈ ນ 2021
ທ່ານ ສະເຫລີມໄຊ ກົມມະສິດ. ພາບ:mofa.gov.la

ເນື້ອ​ໃນ​ສາຍ​ອວຍ​ພອນລະບຸ​ວ່າ: ເນື່ອງໃນໂອກາດວັນສ້າງ ຕັ້ງສາຍພົວພັນການທູດ ລະຫວ່າງ ສປປ ລາວ ແລະ ສປ ຈີນ ຄົບຮອບ 60 ປີ (25/04/1961-25/04/2021) ແລະ ປີມິດຕະພາບ ລາວ-ຈີນ 2021 ນີ້, ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ, ຂ້າພະເຈົ້າ ຂໍສະແດງຄວາມພາກພູມໃຈ ເປັນຢ່າງຍິ່ງ ແລະ ຕີລາຄາສູງ ທີ່ເຫັນວ່າ ຕະຫລອດໄລຍະ 60 ປີຜ່ານມາ ການພົວພັນຮ່ວມມືທີ່ເປັນມູນເຊື້ອ ລະຫວ່າງ ສປປ ລາວ ແລະ ສປ ຈີນ ໄດ້ຮັບການພັດທະນາຢ່າງຕໍ່ເນື່ອງ, ເຊິ່ງສະແດງອອກ ໃນການແລກປ່ຽນການຢ້ຽມຢາມ ສອງຝ່າຍຢ່າງເປັນປົກກະຕິ ລະຫວ່າງ ການນຳຂັ້ນສູງຂອງ ສອງປະເທດ ຕະຫລອດໄລຍະຜ່ານມາ ກໍ່ຄື ການຍົກລະດັບການພົວພັນ ຮ່ວມມືສອງຝ່າຍ ຄູ່ຮ່ວມມືຍຸດທະສາດຮອບດ້ານ ໝັ້ນນຄົງຍາວນານຕາມທິດ 4 ດີ ໃນປີ 2009 ແລະ ກ້າວຂຶ້ນເປັນຄູ່ຮ່ວມຊາຕາກໍາ ລາວ-ຈີນ, ຈີນ-ລາວ ໃນປີ 2019, ເຊິ່ງ ສະຫາຍເລຂາທິການໃຫຍ່ ບຸນຍັງ ວໍລະຈິດ ປະທານປະເທດ ແຫ່ງ ສປປ ລາວ ແລະ ສະຫາຍ ເລຂາທິການໃຫຍ່ ສີ ຈິ້ນຜິງ ປະທານປະເທດ ແຫ່ງ ສປ ຈີນ ໄດ້ລົງນາມໃນແຜນແມ່ບົດ ວ່າດ້ວຍຄູ່ຮ່ວມຊາຕາ ກໍາລາວ-ຈີນ, ຈີນ-ລາວ, ເຊິ່ງເປັນເອກະສານສຳຄັນ ທີ່ມີຄວາມຫມາຍທາງ ປະຫວັດສາດແຫ່ງ ການພົວພັນ ລາວ-ຈີນ, ຈີນ-ລາວ ແລະ ເປັນບ່ອນອີງພື້ນຖານ ໃຫ້ແກ່ການຜັນຂະຫຍາຍ ການພົວພັນຮ່ວມມື ລະຫວ່າງສອງປະເທດ ໃຫ້ເກີດດອກອອກຜົນຍິ່ງໆ ຂຶ້ນໃນຕໍ່ໜ້າ.

ພັກ, ລັດຖະບານ ແລະ ປະຊາຊົນລາວ ພວກຂ້າພະເຈົ້າ ເວລາໃດກໍ່ໃຫ້ຄວາມສຳຄັນ ເປັນພິເສດ ຕໍ່ການພົວພັນຮ່ວມມືກັບພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ແລະ ໃຫ້ການສະໜັບສະໜູນຊ່ວຍເຫລືອເຊິ່ງກັນ ແລະ ກັນຕະຫລອດມາ. ສະນັ້ນ, ຂ້າພະເຈົ້າ ຂໍຖືໂອກາດນີ້ຕາງໜ້າໃຫ້ພັກ, ລັດຖະ ບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈ ແລະ ຮູ້ບຸນຄຸນຢ່າງລົ້ນເຫລືອ ມາຍັງພັກ, ລັດຖະບານ ແລະ ປະຊາຊົນຈີນອ້າຍນ້ອງ ຕໍ່ການສະໜັບສະໜູນ ຊ່ວຍເຫລືອອັນລໍ້າຄ່າ ໃຫ້ແກ່ປະຊາຊົນລາວ ໃນໄລຍະຕໍ່ສູ້ກູ້ຊາດ ກໍ່ຄືໃນໄລຍະປົກປັກຮັກສາ ແລະ ສ້າງສາປະເທດຊາດ.

ໃນໂອກາດອັນສະຫງ່າລາສີ ແລະ ມີຄວາມໝາຍສຳຄັນຍິ່ງນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ບັນດາການນຳພັກ-ລັດ ແລະ ປະຊາຊົນຈີນອ້າຍນ້ອງ ແລະ ການນຳພັກ-ລັດ ແລະ ປະຊາຊົນລາວທຸກຖ້ວນໜ້າ ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ ແລະ ປະສົບຜົນສຳເລັດໃນໜ້າທີ່ອັນມີກຽດຂອງຕົນ.

ອວຍພອນໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ແລະ ການຮ່ວມມືແບບຄູ່ການພົວພັນ ຮ່ວມມືແບບຄູ່ຮ່ວມມື ຍຸດທະສາດຮອບດ້ານ ໝັ້ນຄົງ ຍາວນານ ຕາມທິດ 4 ດີ ແລະ ການເປັນຄູ່ຮ່ວມຮ່ວມຊາຕາ ກຳ ລາວ-ຈີນ, ຈີນ-ລາວ ຈົ່ງຫມັ້ນຄົງຂະນົງແກ່ນຕະຫລອດໄປ. ອວຍພອນໃຫ້ ວາລະສານ ຈໍາປາ ມີຜົນສໍາເລັດໃຫຍ່ ຫລວງກ່ວາເກົ່າ ແລະ ເປັນຂົວຕໍ່ໃຫ້ແກ່ປະຊາຊົນສອງຊາດ ແລະ ປະກອບສ່ວນເຂົ້າໃນ ການເຮັດບົດບາດ ການທູດປະຊາຊົນ ເພື່ອເຊື່ອມໂຍງສາຍສຳພັນ ລະຫວ່າງ ສອງປະເທດ ລາວ ແລະ ຈີນ ໃຫ້ມີຄວາມຈະເລີນງອກງາມຍິ່ງໆຂຶ້ນ.

ສານອວຍພອນ ຂອງ ລມຕ ກະຊວງຕ າງປະເທດ ຕ ວ ນສ າງຕ ງສາຍພ ວພ ນ ການທ ດ ລາວ ຈ ນ ຄ ບຮອບ 60 ປ ແລະ ປ ມ ດຕະພາບ ລາວ ຈ ນ 2021 ຍອດວົງເງິນສົ່ງອອກ-ນຳເຂົ້າ ຂອງ ຫວຽດນາມ ໃນສອງເດືອນຕົ້ນປີ 2021​ ຄາດວ່າບັນລຸປະມານ 95,81 ຕື້ໂດລາສະຫະລັດ, ເພີ່ມຂຶ້ນ 24,5% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020

ຍສໝ - ມີ 9 ປະເພດສິນຄ້າບັນລຸວົງເງິນສົ່ງອອກກວ່າ 1 ຕື້ໂດລາສະຫະລັດ, ກວມເອົາ 73,8% ຍອດວົງເງິນສົ່ງອອກ, ລວມມີ: ໂທລະສັບ, ເຄື່ອງອາໄຫຼ່; ເຄື່ອງເອເລັກໂຕນິກ...

ສານອວຍພອນ ຂອງ ລມຕ ກະຊວງຕ າງປະເທດ ຕ ວ ນສ າງຕ ງສາຍພ ວພ ນ ການທ ດ ລາວ ຈ ນ ຄ ບຮອບ 60 ປ ແລະ ປ ມ ດຕະພາບ ລາວ ຈ ນ 2021 ການຮ່ວມມືຫວຽດນາມ - ຈີນ ຄັ້ງທີ 7 ກ່ຽວກັບການປ້ອງກັນ ແລະ ຕ້ານອາຊະຍາກຳ

ຍສໝ - ນີ້ແມ່ນກອງປະຊຸມມີຄວາມໝາຍສຳຄັນ ໃນການພົວພັນລະຫວ່າງສອງປະເທດ, ເພື່ອແນໃສ່ຊຸກຍູ້ການປ້ອງກັນຄວາມສະຫງົບແຫ່ງຊາດ, ຕໍ່ສູ້ຕ້ານອາດຊະຍາກຳ.

ສານອວຍພອນ ຂອງ ລມຕ ກະຊວງຕ າງປະເທດ ຕ ວ ນສ າງຕ ງສາຍພ ວພ ນ ການທ ດ ລາວ ຈ ນ ຄ ບຮອບ 60 ປ ແລະ ປ ມ ດຕະພາບ ລາວ ຈ ນ 2021 ຮັດແໜ້ນ ແລະ ພັດທະນາສາຍພົວພັນມິດຕະພາບຫວຽດນາມ - ຈີນ

ຍສໝ - ທ່ານລັດຖະມົນຕີກະຊວງຕຳຫຼວດປະເທດຈີນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ທີ່ໄດ້ສະຫລະເວລາເພື່ອຕ້ອນຮັບຄະນະຜູ້ແທນປະເທດຈີນ; ສະແດງຄວາມຊົມເຊີຍສຳເລັດຜົນຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.