ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານ ເຂົ້າອວຍພອນ ທູດລາວ ປະຈຳ ສສ ຫວຽດນາມ ໂອກາດວັນກອງທັບ ຄົບຮອບ 72 ປີ

12:30 | 25/01/2021

ຫວ່າງແລ້ວນີ້, ຢູ່ສະຖານເອກອັກຄະລັດຖະທູດ ສປປ ລາວ ປະຈຳ ສສ ຫວຽດນາມ ຄະນະປະສານ​ງານ​ທົ່ວ​ປະ​ເທດ ອະດີດ​ທະຫານ​ອາສາ​ສະໝັກ ​ແລະ ຊ່ຽວຊານ ຫວຽດນາມ​ຊ່ວຍ​ການ​ປະຕິວັດລາວ ນຳ​ໂດຍ​ ສະຫາຍ ພົນ​ຈັດຕະວາ ຮີ່ງດັກ​ເຮືອງ ຫົວໜ້າ​ຄະນະ​ ປະສານ​ງານ​ທົ່ວ​ປະ​ເທດ ອະດີດ​ທະຫານ​ອາສາ​ສະໝັກ ​ແລະ ຊ່ຽວຊານ ຫວຽດນາມ ​ຊ່ວຍ​ການ​ປະຕິວັດລາວ ​ເປັນ​ຫົວໜ້າ​ຄະນະ, ມີຄະນະ​ບໍລິສັດ​ສາຍພູ​ຫລວງ ​ເຕີຍ​ເຈືອງ​ເຊີນ, ຄະນະ​ກອງ​ພົນ 968, ຄະນະ​ກົມ​ພົວພັນ​ຕ່າງປະ​ເທດ, ກະຊວງ​ປ້ອງ​ກັນ​ປະ​ເທດ ​ຫວຽດນາມ ​ແລະ ກອງ 83 ໄດ້ເຂົ້າອວຍພອນ ຄະນະ​ນຳ​ສະຖານ ​ເອກ​ອັກຄະ​ລັດຖະທູດ​ ແຫ່ງ ສປປ ລາວ ປະຈຳ​ ສສ ຫວຽດນາມ ​ເນື່ອງ​ໃນ​ໂອກາດ​ວັນ​ ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ລາວ​ຄົບຮອບ 72 ປີ (20/01/1949-20/01/2021).

ອະດ ດທະຫານອາສາສະໝ ກ ແລະ ຊ ຽວຊານ ເຂ າອວຍພອນ ທ ດລາວ ປະຈຳ ສສ ຫວຽດນາມ ໂອກາດວ ນກອງທ ບ ຄ ບຮອບ 72 ປ ຄະນະພັກ ຄະນະນຳ ກວຕ ເຂົ້າອວຍພອນເນື່ອງໃນວັນສ້າງຕັ້ງ ກອງທັບປະຊາຊົນລາວ ຄົບຮອບ 72 ປີ
ອະດ ດທະຫານອາສາສະໝ ກ ແລະ ຊ ຽວຊານ ເຂ າອວຍພອນ ທ ດລາວ ປະຈຳ ສສ ຫວຽດນາມ ໂອກາດວ ນກອງທ ບ ຄ ບຮອບ 72 ປ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ.ລາວ ປະຈຳ ສສ.ຫວຽດນາມຕີລາຄາສູງຕໍ່ຜົນງານອັນໃຫຍ່ຫຼວງທີ່ກະຊວງແຜນການ ແລະ ການລົງທຶນ ຫວຽດນາມຍາດມາໄດ້ໃນໄລຍະຜ່ານມາ
ອະດ ດທະຫານອາສາສະໝ ກ ແລະ ຊ ຽວຊານ ເຂ າອວຍພອນ ທ ດລາວ ປະຈຳ ສສ ຫວຽດນາມ ໂອກາດວ ນກອງທ ບ ຄ ບຮອບ 72 ປ
ອະດີດທະຫານອາສາສະໝັກ ແລະ ຊ່ຽວຊານ ເຂົ້າອວຍພອນ ທູດລາວ ປະຈຳ ສສ ຫວຽດນາມ ໂອກາດວັນກອງທັບ ຄົບຮອບ 72 ປີ

​ໂອກາດ​ນີ້, ສະຫາຍ ​ແສງ​ເພັດ ​ຮຸ່ງ​ບຸນ​ຍວງ ເອກອັກຄະລັດຖະທູດວິສາມັນ ຜູ້​ມີ​ອຳນາດ​ເຕັມ ແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມໄດ້ສະແດງຄວາມຂອບໃຈຢ່າງ​ຈິງ​ໃຈ​, ຊົມເຊີຍ ແລະ ຕີລາຄາສູງຕໍ່ຜົນງານ ແລະ ການເຄື່ອນໄຫວ ຂອງຄະນະປະສານ​ງານ​ ທົ່ວ​ປະ​ເທດ ອະດີດ​ທະຫານ​ອາສາ​ສະໝັກ ​ແລະ ຊ່ຽວຊານຫວຽດນາມ​ ຊ່ວຍ​ການ​ປະຕິວັດລາວ ທີ່​ໄດ້​ໃຫ້​ການ​ຊ່ວຍ​ເຫລືອ​ລາວ ໃນຕະຫລອດ ໄລຍະຜ່ານມາ, ເຊິ່ງເປັນການປະກອບສ່ວນເຂົ້າ ໃນການເພີ່ມພູຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງຊາດ, ສອງກອງທັບ ແລະປະ ຊາຊົນສອງຊາດ ລາວ-ຫວຽດນາມ, ຫວຽດນາມ-ລາວ ໃຫ້ນັບມື້ຂຽວສົດງົດງາມ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ພ້ອມ​ນີ້, ສະຫາຍ ​ແສງ​ເພັດ ​ຮຸ່ງ​ບຸນ​ຍວງ ກໍ​ໄດ້​ຢືນຢັນຈະເຮັດສຸດ ຄວາມສາມາດຂອງຕົນ ເພື່ອປະກອບສ່ວນອັນສຳຄັນ ເຂົ້າໃນການເພີ່ມພູນຄູນສ້າງ, ຮັດແໜ້ນສາຍພົວພັນ ລະຫວ່າງ ສອງຊາດລາວ-ຫວຽດນາມ ເວົ້າລວມ, ເວົ້າສະເພາະ ກໍແມ່ນສະຖານທູດລາວ ແລະ ຄະນະປະສານ​ງານ​ ທົ່ວ​ປະ​ເທດ ອະດີດ​ທະຫານ​ອາສາ​ສະໝັກ ​ແລະ ຊ່ຽວຊານ ຫວຽດນາມ ​ຊ່ວຍ​ການ​ປະຕິວັດລາວ ​ແລະ ບັນດາ​ກົມ​ກອງ​ ກໍ​ຄື ​ກົມ​ພົວພັນ​ຕ່າງປະ​ເທດ, ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ ພ້ອມກັນນັ້ນ ກໍຈະເອົາໃຈໃສ່ໃນການສຶກສາອົບຮົມໃຫ້ຄົນລຸ້ນຫລັງ ກໍຄື ບັນດານັກສຶກສາລາວ ທີ່ກຳລັງສຶກສາຮໍ່າຮຽນຢູ່ ຫວຽດນາມ ໄດ້ຮັບຮູ້ ແລະ ເຂົ້າໃຈແຈ້ງຕື່ມ ຕໍ່ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ນີ້.

ສະຫາຍ ​ເອກ​ອັກຄະ​ລັດຖະທູດ ​ຍັງ​ໄດ້​ຖື​ໂອກາດ​ນີ້ອວຍພອນໄຊ ມາຍັງສະຫາຍ ຫົວໜ້າຄະນະ ປະສານ​ງານ​ທົ່ວ​ປະ​ເທດ ອະດີດ​ທະຫານ​ອາສາ​ສະໝັກ ​ແລະ ຊ່ຽວຊານຫວຽດນາມ ​ຊ່ວຍ​ການ​ປະຕິວັດ ລາວ ພ້ອມດ້ວຍພະນັກງານ ທຸກຖ້ວນໜ້າໃນສະມາຄົມ ​ໃນ​ໂອກາດ​ປີ​ໃໝ່ຫວຽດນາມ ​​ໃກ້​ຈະ​ມາ​ເຖິງ​ນີ້ຈົ່ງມີສຸຂະພາບແຂງແຮງ, ມີຄວາມຜາສຸກ, ພ້ອມກັນເປັນຜູ້ສືບຕໍ່ ອົບຮົມໃຫ້ຄົນຮຸ້ນຫລັງ ຮັບຮູ້ ແລະ ເຂົ້າໃຈ ເຖິງມູນເຊື້ອອັນດີງາມ ຂອງສອງຊາດພວກເຮົາ, ອວຍພອນໃຫ້ສາຍພົວພັນ ມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງຊາດ ລາວ-ຫວຽດນາມ ຈົ່ງຂຽວສົດງົດງາມ ແລະ ໝັ້ນຄົງທະນົງແກ່ນ ຕະຫລອດກາລະນານ.

ອະດ ດທະຫານອາສາສະໝ ກ ແລະ ຊ ຽວຊານ ເຂ າອວຍພອນ ທ ດລາວ ປະຈຳ ສສ ຫວຽດນາມ ໂອກາດວ ນກອງທ ບ ຄ ບຮອບ 72 ປ ບັນດາການນໍາພັກ, ລັດຫວຽດນາມ ໄດ້ສົ່ງສານອວຍພອນວັນຊາດແຫ່ງ ສາທາລະນະລັດ ກູບາ ຄົບຮອບ 62 ປີ

ຍສໝ - ວັນທີ 31 ທັນວາ, ບັນດາການນໍາພັກ, ລັດຫວຽດນາມ ໄດ້ສົ່ງສານອວຍພອນເຖິງບັນດາສະຫາຍການນໍາກູບາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງ ສາທາລະນະລັດ ກູບາ ຄົບຮອບ 62 ປີ (1-1-1959 / 1-1-2021).

ອະດ ດທະຫານອາສາສະໝ ກ ແລະ ຊ ຽວຊານ ເຂ າອວຍພອນ ທ ດລາວ ປະຈຳ ສສ ຫວຽດນາມ ໂອກາດວ ນກອງທ ບ ຄ ບຮອບ 72 ປ ຄາດວ່າວັນທີ 1 ມີນາ 2021, ວັກຊິນ Ivac ແລະ Vabiotech ທີ່ຄົ້ນຄວ້າ ແລະຜະລິດ ໂດຍ ຫວຽດນາມ ຈະດໍາເນີນການສັກທົດລອງຢູ່ພາກເໜືອ, ພາກກາງ ແລະພາກໃຕ້ ສສ.ຫວຽດນາມ

ຍສໝ - ກ່ຽວຂ້ອງເຖິງວັກຊິນກັນໂຄວິດ-19 "made in Vietnam", ທ່ານ ຫງວຽນແທັງລອງ ລັດຖະມົນຕີກະຊວງສາທາລະນະສຸກຫວຽດນາມ ໃຫ້ຮູ້ວ່າ, ຄາດວ່າວັນທີ 1 ມີນາ 2021, ວັກຊິນ 2 ຊະນິດຂອງຫວຽດນາມ ນັ້ນແມ່ນ Ivac ແລະ Vabiotech ທີ່ຄົ້ນຄວ້າ ແລະຜະລິດນັ້ນ ຈະດໍາເນີນການສັກທົດລອງຢູ່ພາກເໜືອ, ພາກກາງ ແລະພາກໃຕ້.

ອະດ ດທະຫານອາສາສະໝ ກ ແລະ ຊ ຽວຊານ ເຂ າອວຍພອນ ທ ດລາວ ປະຈຳ ສສ ຫວຽດນາມ ໂອກາດວ ນກອງທ ບ ຄ ບຮອບ 72 ປ ສະຖານເອກ​ອັກຄະ​ລັດຖະທູດ ​ແຫ່ງ​ ສປປ ລາວ ປະຈຳ ສສ ຫວຽດນາມ ມອບ​ເງິນ​ຊ່ວຍ​ເຫຼືອ​ປະຊາຊົນ​ພາກ​ກາງ ​ແລະ ​ເຂດໄຕຫງວຽນ ຫວຽດນາມ ທີ່​ຖືກຜົນ​ກະທົບ​ຈາກ​ໄພ​ທຳ​ມະ​ຊາດ

ໃນວັນທີ 24 ທັນວາ 2020 ຢູ່ທີ່ສຳນັກງານສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ມີພິທີມອບຮັບເງິນຊ່ວຍເຫຼືອຈາກສະຖານເອກອັກຄະລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ຈຳນວນ 165.000.000 ດົງ (ໜຶ່ງຮ້ອຍຫົກສິບຫ້າລ້ານດົງ) ເພື່ອນຳໄປຊ່ວຍເຫຼືອປະຊາຊົນຢູ່ພາກກາງ ແລະ ເຂດໄຕຫງວຽນ ຫວຽດນາມ ທີ່ໄດ້ຮັບຜົນກະທົບຈາກໄພທຳມະຊາດ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.