ຫວຽດ​ນາມ ​ຮ່ວມ​ແຮງ​ຮ​່ວມ​ໃຈ​ພ້ອມ​ກັບ​ສາ​ກົນ​ຊ່ວຍ​ເຫຼືອ​ຍີ່​ປຸ່ນ​ຜ່ານ​ຜ່າ​ໄພ​ພິ​ບັດໃນ​ປີ 2011

10:18 | 27/03/2021

ຍ​ສ​ໝ - ຕໍ່​ໜ້າ​ຄວາມ​ສູນ​ເສຍ​ຢ່າງ​ໃຫຍ່ຫຼວງ​ນັ້ນ, ທົ່ວ​ໂລກ​ໃນ​ນັ້ນ​ມີ ຫວຽດ​ນາມ ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ, ພ້ອມ​ກັບ​ ຍີ່​ປຸ່ນ​ ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ.ຍີ່​ປຸ່ນ​ ໄດ້​ຮັບ​ບັນ​ດາ​ສານ​ສະ​ແດງ​ຄວາມ​ເສຍ​ດາຍ ແລະ ການ​ສະ​ໜັບ​ສະ​ໜູນ​ຈາກ​ບັນ​ດາ​ການ​ນຳ​ສາ​ກົນ. ກະ​ຊວງ​ການ​ຕ່າງ​ປະ​ເທດ​ ຍີ່​ປຸ່ນ​ ໃຫ້​ຮູ້​ວ່າ ມີກ່​ວາ 130 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ທົ່ວ​ໂລກ ພ້ອມ​ກັບ 40 ອົງ​ການ​ຈັດ​ຕັ້ງ​ສາ​ກົນ ສະ​ເໜີ​ໜູນ​ຊ່ວຍ​ປະ​ເທດ​ຍີ່​ປຸ່ນ​.

ຫວຽດ ນາມ ຮ ວມ ແຮງ ຮ ວມ ໃຈ ພ ອມ ກ ບ ສາ ກ ນ ຊ ວຍ ເຫ ອ ຍ ປ ນ ຜ ານ ຜ າ ໄພ ພ ບ ດໃນ ປ 2011 ຍີ່ປຸ່ນໃຫ້ການຊ່ວຍເຫລືອ ໂຄງການວຽກງານສົ່ງເສີມການ ມີສ່ວນຮ່ວມຂອງຄົນພິການໃນ ສປປ ລາວ
ຫວຽດ ນາມ ຮ ວມ ແຮງ ຮ ວມ ໃຈ ພ ອມ ກ ບ ສາ ກ ນ ຊ ວຍ ເຫ ອ ຍ ປ ນ ຜ ານ ຜ າ ໄພ ພ ບ ດໃນ ປ 2011 ຍີ່ປຸ່ນ ໃຫ້ທຶນຊ່ວຍເຫລືອ ຟື້ນຟູຊີວິດການເປັນຢູ່ ຫລັງນໍ້າຖ້ວມ ຢູ່ພາກໃຕ້ຂອງລາວ
ຫວຽດ ນາມ ຮ ວມ ແຮງ ຮ ວມ ໃຈ ພ ອມ ກ ບ ສາ ກ ນ ຊ ວຍ ເຫ ອ ຍ ປ ນ ຜ ານ ຜ າ ໄພ ພ ບ ດໃນ ປ 2011
​ໄພ​ພິ​ບັດ​ຢູ່ຍີ່​ປຸ່ນ​​ເມື່ອ​ປີ 2011

ເມື່ອບໍ່ດົນມານີ້, ເຫດ​ແຜ່ນ​ດິນ​ໄຫວ​ທີ່​ມີ​ຂະ​ໜາດ 9 richter ຢູ່​ທະ​ເລ​ປ​າ​ຊີ​ຟິກ, ນອນ​ຢູ່​ທາງ​ທິດ​ຕາ​ເວັນ​ອອກຫ່າງ​ຈາກ Tohoku ປະ​ມານ 70 ກີ​ໂລກ​ແມັດ ໄດ້​ເຮັດ​ໃຫ້​ພາກ​ຕາ​ເວັນ​ອອກ​ສ່ຽງ​ເໜືອ​ຍີ່​ປຸ່ນ​ຖືກ​ສັ່ນ​ສະ​ເທືອນ​ໃນ​ຮອບ​ເວ​ລາ 6 ນາ​ທີ. ນີ້​ແມ່ນ​ເຫດ​ແຜ່ນ​ດິນ​ໄຫວ​ແຮງ​ທີ່​ສຸດ​ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ​ຂອງ​ຍີ່​ປຸ່ນ​, ແລະ ເຮັດ​ເຫດ​ແຜ່ນ​ດິນ​ໄຫວດ​ໃຫຍ່​ອັນ​ດັບ​ທີ 4 ຂອງ​ໂລກ​ຕາມ​ການ​ສະ​ຖິ​ຕິ​ໃນ​ປັດ​ຈຸ​ບັນ, ເລີ່ມ​ແຕ່​ປີ 1900.

ຕໍ່​ໜ້າ​ຄວາມ​ສູນ​ເສຍ​ຢ່າງ​ໃຫຍ່ຫຼວງ​ນັ້ນ, ທົ່ວ​ໂລກ​ໃນ​ນັ້ນ​ມີ ຫວຽດ​ນາມ ໄດ້​ຮ່ວມ​ແຮງ​ຮ່ວມ​ໃຈ, ພ້ອມ​ກັບ​ ຍີ່​ປຸ່ນ​ແກ້​ໄຂ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍ. ຍີ່​ປຸ່ນ​ ໄດ້​ຮັບ​ບັນ​ດາ​ສານ​ສະ​ແດງ​ຄວາມ​ເສຍ​ດາຍ ແລະ ການ​ສະ​ໜັບ​ສະ​ໜູນ​ຈາກ​ບັນ​ດາ​ການ​ນຳ​ສາ​ກົນ. ກະ​ຊວງ​ການ​ຕ່າງ​ປະ​ເທດ​ ຍີ່​ປຸ່ນ​ ໃຫ້​ຮູ້​ວ່າ ມີກ່​ວາ 130 ປະ​ເທດ ແລະ ເຂດ​ແຄ້ວນ​ໃນ​ທົ່ວ​ໂລກ ພ້ອມ​ກັບ 40 ອົງ​ການ​ຈັດ​ຕັ້ງ​ສາ​ກົນ ສະ​ເໜີ​ໜູນ​ຊ່ວຍ​ປະ​ເທດ​ຍີ​ປຸ່ນ.

ວັນ​ທີ 13 ມີ​ນາ 2011, ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽນ​ດາມ​ໄດ້​ປະ​ກາດ​ວ່າ ລັດ​ຖະ​ບານ ຫວຽດ​ນາມ ໄດ້​ຕັດ​ສິນ​ໃຈ​ໜູນ​ຊ່ວຍ​ປະ​ຊາ​ຊົນຍີ່​ປຸ່ນ​ເງິ​ນ​ເປັນ​ຈຳ​ນວນ 200.000 USD ເພື່ອ​ປະ​ກອບ​ສ່ວນ​ເຂ​ົ້າ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ແຜ່ນ​ດິນ​ໄຫວ. ວັນ​ທີ 14 ເດືອນ ມີ​ນາ ປີ 2011, ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ​ ໄດ້​ສ້າງ​ຊ່ອງ​ຂ​ໍ້​ມູນ​ຂ່າວ​ສານ​ໜູນ​ຊ່ວຍ​ບັນ​ດາ​ຄອບ​ຄົວ​ຫວຽດ​ນາມ​ທີ່​ມີ​ຍາດ​ຕິ​ພີ່​ນ້ອງ ດຳ​ລົງ​ຊີ​ວິດ ແລະ ເຮັດ​ວຽກ​ຢູ່​ບັນ​ດາ​ເຂດ​ຖືກ​ຜົນ​ກະ​ທົບ​ຈາກ​ແຜ່ນ​ດິນ​ໄຫວ ແລະ ສຸນາມິ.

ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ສະ​ພາ​ກາ​ແດງ​ຫວຽດ​ນາມ ກໍ່​ໄດ້​ມອບ​ເງິນ​ເປັນ​ຈຳ​ນວນ 50.000USD ໃຫ້​ແກ່​ປະ​ຊາ​ຊົນ​ເຂດ​ປະ​ສົບ​ໄພ​ທຳ​ມະ​ຊາດ ຜ່ານ​ສະ​ພາ​ກະ​ແດງຍີ່​ປຸ່ນ​. ສູນ​ກາງ​ສະ​ພາ​ກໍ່​ໄດ້​ຜັນ​ຂ​ຊະ​ຫຍາຍ​ການ​ສົບ​ມົບ​ກັບ​ຄະ​ນະ​ກຳ​ມະ​ການ​ກາ​ແດງ ສາ​ກົນ, ສະ​ພາ​ກາ​ແດງ​ຍີ່​ປຸ່ນ​ ແລະ ຊີ້​ນຳ​ລະ​ບົບ ສະ​ພາ​ກາ​ແດງ​ໃນ 63 ແຂວງ/ນະ​ຄອນ​ໃນ​ທົ່ວ​ປະ​ເທດ ຫວຽດ​ນາມ ຜັນ​ຂະ​ຫຍາຍ​ລະ​ບົບ​ຊອກ​ຫາ​ຂໍ້​ມູນ​ຂ່າວ​ສານ ເພື່ອ​ແນ​ໃສ່​ຊ່ວຍ​ຊາວ​ຫວຽດ​ນາມ ຢູ່​ຍີ່​ປຸ່ນ​​ຖືກ​ຕັດ​ຂາດ​ການ​ຕິດ​ຕໍ​ພົວ​ພັນ​ກັບ​ບັນ​ດາ​ຄອບ​ຄົວ​ຫວຽດ​ນາມ​ທີ່​ມີ​ຄວາມ​ຕ້ອງ​ການ​ຕິດ​ຕໍ​ພົວ​ພັນ.

ພາຍຫຼັງ​ໄພ​ພິ​ບັດ, ລັດ​ຖະ​ບານ ແລະ ຊາວ​ຫວຽດ​ນາມ ໄດ້​ມອບ​ສິນ​ຄ້າ​ໜູນ​ຊ່ວຍ​ໃຫ້​ແກ່​ລັດ​ຖະ​ບານ ແລະ ຊາວ​ຍີ່​ປຸ່ນ​, ໃນ​ນັ້ນ​ມີ​ປະ​ຊາ​ຊ​ົນ​ແຂວງ Fukushima. ວັນ​ທີ 26 ມີ​ນາ, ແຂວງ Fukushima ໄດ້​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ຕໍ່​ການ​ຊ່ວຍ​ເຫຼືອ​ຂອງ ຫວຽດ​ນາມ​ພາຍຫຼັງ​ໄພ​ພິ​ບັດ​ແຜ່ນ​ດິນ​ໄຫວ, ສຸນາມິ ປີ 2011, ທ່ານ Daisuke Endo ຜູ້​ອຳ​ນວຍ​ການ​ໂຄງ​ການ “Thanks Flower” ຂອງ​ແຂວງ Fukushima ໄດ້ມອບດອກ​ໄມ້​ສະ​ກູ​ຣາ ຂອງ​ແຂວງໃຫ້​ແກ່ທ່ານ ຫວູ​ຮົ່ງ​ນາມ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ຍີ່​ປຸ່ນ​ ເພື່ອ​ສະ​ແດງ​ຄວາມ​ຂອບ​ອົກ​ຂອບໃຈ​ຂອງ​ປະ​ຊາ​ຊົນ Fukushima ຕໍ່​ການ​ໜູນ​ຊ່ວຍ​ຂ​ອງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ຫວຽດ​ນາມ.

ຫວຽດ ນາມ ຮ ວມ ແຮງ ຮ ວມ ໃຈ ພ ອມ ກ ບ ສາ ກ ນ ຊ ວຍ ເຫ ອ ຍ ປ ນ ຜ ານ ຜ າ ໄພ ພ ບ ດໃນ ປ 2011 ບິ່ງ​ເຢືອງ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ກັບ ແຂວງ Yamaguchi, ປະ​ເທດ​ຍີ່​ປຸ່ນ

ຍ​ສ​ໝ - ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຳ​ມະ​ນາ, ຢູ່​ຈຸດ​ຖ່າຍ​ທອດ​ສົດ​ປະ​ເທດ​ຍີ່​ປຸ່ນ​ມີ​ທ່ານ Muraoka Tsugumasa ຜູ້​ວ່າ​ການ​ແຂວງ Yamaguchi, ຝ່າຍ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ​ບິ່ງ​ເຢືອງ​ມີ​ທ່ານ ຫງວຽນ​ຮ່​ວາງ​ທາວ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງບິ່ງ​ເຢືອງ.

ຫວຽດ ນາມ ຮ ວມ ແຮງ ຮ ວມ ໃຈ ພ ອມ ກ ບ ສາ ກ ນ ຊ ວຍ ເຫ ອ ຍ ປ ນ ຜ ານ ຜ າ ໄພ ພ ບ ດໃນ ປ 2011 ກອງ​ປະ​ຊຸມ​ໂອ້​ລົມ​ສົນ​ທະ​ນາ​ເພື່ອ​ແກ້​ໄຂ​ຄວາມ​ຕິດ​ຂັດ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຍີ່​ປຸ່ນ ຢູ່ ຫວຽດ​ນາມ

ຍ​ສ​ໝ - ນີ້ແມ່ນກອງປະຊຸມຄັ້ງທີ 5 ໃນປີ 2020 ຂອງຄະນະທີ່ປຶກສາການປະຕິຮູບລະບຽບການບໍລິຫານຂອງນາຍົກລັດຖະມົນຕີກັບປະຊາຄົມວິ​ສາ​ຫະ​ກິດພາຍໃນ ແລະ ຕ່າງປະເທດ ແລະ ແມ່ນກອງປະຊຸມໂອ້​​ລົມ​ສົນ​ທະ​ນາຄັ້ງທຳອິດກັບວິສາຫະກິດຍີ່ປຸ່ນຢູ່ຫວຽດນາມ.

ຫວຽດ ນາມ ຮ ວມ ແຮງ ຮ ວມ ໃຈ ພ ອມ ກ ບ ສາ ກ ນ ຊ ວຍ ເຫ ອ ຍ ປ ນ ຜ ານ ຜ າ ໄພ ພ ບ ດໃນ ປ 2011 ເພີ​່ມ​ທະ​ວີ​ກາ​ນ່​ຮວມ​ມື​ປ້ອງ​ກັນ​ຊາດ ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່​ນ

ຍ​ສ​ໝ - ທ່ານ​ Yamada Takia ເອກ​ອັກ​ຄະ​ລັດ​ຖະຍີ່​ປຸ່​ນ ໄດ້​ແບ່ງ​ປັນ​ບັນ​ດາ​ຄວາມ​ເສຍ​ຫາຍ​ຈາກ​ພາ​ຍຸ​ນ້ຳ​ຖ້ວມ ຢູ່​ເຂດ​ພາກ​ກາງ ຫວຽດ​ນາມ ໃນ​ໄລ​ຍະ​ທີ່​ຜ່ານ​ມາ ແລະ ຢັ້ງ​ຢືນ​ວ່າ​ຈະ​ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​ເພື່ອ​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ​ລະ​ຫວ່າງ​ສອງ​ປະ​ເທດ​ນັບ​ມື້​ນັບ​ເຂົ້າ​ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.