ປະເທດລາວ: ຫາລືວຽກງານຄຸ້ມຄອງໄພພິບັດ ແລະ ກຽມຄວາມພ້ອມ ຕອບໂຕ້ໄພພິບັດ ໃນທົ່ວປະເທດ

20:55 | 23/03/2021

ຫວ່າງແລ້ວນີ້, ທີ່ນະຄອນຫລວງວຽງຈັນ, ກົມສັງຄົມສົງເຄາະ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ໄດ້ຈັດກອງປະຊຸມ ວຽກງານຄຸ້ມຄອງ ໄພພິບັດທົ່ວປະເທດ ປະຈໍາປີ 2020 ເພື່ອຮັບຟັງການສະເໜີ ບົດສະຫລຸບ ການຈັດຕັ້ງປະຕິບັດ ວຽກງານຄຸ້ມຄອງໄພພິບັດ ໄລຍະ 5 ປີ ຜ່ານມາ (2016-2020) ແລະ ທິດທາງແຜນການ 5 ປີ (2021-2025) ລວມທັງແຜນວຽກຈຸດສຸມ ແລະ ການກຽມຄວາມພ້ອມ ຕອບໂຕ້ໄພພິບັດ ປີ 2021.    

ປະເທດລາວ ຫາລ ວຽກງານຄ ມຄອງໄພພ ບ ດ ແລະ ກຽມຄວາມພ ອມ ຕອບໂຕ ໄພພ ບ ດ ໃນທ ວປະເທດ ເຢຍລະມັນສະໜັບສະໜູນ 20 ລ້ານເອີໂຣໃຫ້ແກ່ປະເທດລາວໃນການຄຸ້ມຄອງປ່າໄມ້
ປະເທດລາວ ຫາລ ວຽກງານຄ ມຄອງໄພພ ບ ດ ແລະ ກຽມຄວາມພ ອມ ຕອບໂຕ ໄພພ ບ ດ ໃນທ ວປະເທດ ປະເທດລາວ ໄດ້ຮັບຢາວັກຊີນປ້ອງກັນ ແລະ ຕ້ານ COVID-19 ຈຳນວນ 1000 ປະລິມານ ຈາກຣັດເຊຍ
ປະເທດລາວ ຫາລ ວຽກງານຄ ມຄອງໄພພ ບ ດ ແລະ ກຽມຄວາມພ ອມ ຕອບໂຕ ໄພພ ບ ດ ໃນທ ວປະເທດ ສະຫາຍ ເລວັນ ຫຽນ ໄດ້ປະກອບສ່ວນສຳຄັນ ເຂົ້າໃນການຮັດແໜ້ນ ສາຍພົວພັນ ມິດຕະພາບ ທີ່ຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ ແລະ ລາວ

ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງແຮງງານ ແລະ ສະຫວັດດີການສັງຄົມ ທັງເປັນຮອງປະທານ ຜູ້ປະຈໍາການ ຄະນະກໍາມະການຄຸ້ມຄອງ ໄພພິບັດຂັ້ນສູນກາງ ໄດ້ກ່າວວ່າ: ໃນໄລຍະ 5 ປີ ຜ່ານມາໄດ້ມີເຫດການ ໄພພິບັດທໍາມະຊາດ ເກີດຂຶ້ນຫລາຍຄັ້ງ ເປັນຕົ້ນ ນໍ້າຖ້ວມ, ດິນເຈື່ອນ, ລົມພາຍຸ, ພະຍາດລະບາດ ທັງຄົນ ແລະ ສັດ, ອັນທີ່ພົ້ນເດັ່ນ ແມ່ນເຫດການໄພນໍ້າຖ້ວມປີ 2018 ສາເຫດມາຈາກ ເຂື່ີອນເຊປ່ຽນ-ເຊນໍ້ານ້ອຍແຕກພັງ ສົ່ງຜົນກະທົບຕໍ່ປະຊາຊົນ ຢູ່ເມືອງສະໜາມໄຊ ແຂວງອັດຕະປື; ໄພພິບັດນໍ້າຖ້ວມ ປີ 2019 ສົ່ງຜົນກະທົບຕໍ່ປະຊາຊົນ ຢູ່ບັນດາແຂວງພາກກາງ ແລະ ພາກໃຕ້ ສປປ ລາວ ແລະ ໄພນໍ້າຖ້ວມ ປີ 2020 ທີ່ສົ່ງຜົນກະທົບຢ່າງໜັກໜ່ວງຢູ່ ແຂວງ ສະຫວັນນະເຂດ, ລວມທັງ ບັນຫາຜົນກະທົບ ຈາກການລະບາດ ຂອງພະຍາດໂອຄວິດ-19, ເຖິງແນວ ໃດກໍຕາມ ໃນໄລຍະຜ່ານມາ ລວມທັງ ປີ 2020.

ປະເທດລາວ ຫາລ ວຽກງານຄ ມຄອງໄພພ ບ ດ ແລະ ກຽມຄວາມພ ອມ ຕອບໂຕ ໄພພ ບ ດ ໃນທ ວປະເທດ
ປະເທດລາວ: ຫາລືວຽກງານຄຸ້ມຄອງໄພພິບັດ ແລະ ກຽມຄວາມພ້ອມ ຕອບໂຕ້ໄພພິບັດ ໃນທົ່ວປະເທດ. (ພາບ: KPL)

ບັນດາຂະແໜງການທີ່ກ່ຽວຂ້ອງ ໃນຄະນະກໍາມະການຄຸ້ມຄອງໄພພິບັດ ຂັ້ນສູນກາງ ແລະ ແຂວງ ກໍ່ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດ ແລະ ໜ້າທີ່ຂອງຕົນຢ່າງຕັ້ງໜ້າ, ຊຶ່ງໄດ້ມີຜົນສຳເລັດຫລາຍດ້ານ ໂດຍໄດ້ເພີ່ມທະວີ ໃນການປະຕິບັດບົດບາດ ດ້ານມະຫາພາກຢ່າງຕັ້ງໜ້າ ດ້ວຍການຄົ້ນຄວ້າ ສ້າງກົດໝາຍ ແລະ ລະບຽບການຕ່າງໆ ພ້ອມທັງຕິດຕາມ ຊຸກຍູ້ຈັດຕັ້ງປະຕິບັດ ຢ່າງກວ້າງຂວາງ, ວຽກງານການປ້ອງກັນໄພພິບັດ ແລະ ການກຽມຄວາມພ້ອມຮັບມືໄພພິບັດ ກໍ່ໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສໍາເລັດ; ວຽກງານຄວບຄຸມ ແລະ ຕອບໂຕ້ສຸກເສີນໄພພິບັດ ກໍ່ສາມາດຮັບປະກັນ ໄດ້ຄວາມວ່ອງໄວ ແລະ ທັນການ ໃນການແກ້ໄຂຊ່ວຍ ເຫລືອຜູ້ປະສົບໄພພິບັດ ເປັນຕົ້ນ ການປະກາດແຈ້ງເຕືອນໄພ ແລະ ຍົກຍ້າຍປະຊາຊົນ ລວມທັງຊັບສິນ ໄປບ່ອນຫລົບໄພຊົ່ວຄາວ, ການຊອກຄົ້ນ-ຄົ້ນຫາ ແລະ ກູ້ໄພ, ການຈັດຫາທີ່ພັກຊົ່ວຄາວ ແລະ ສະໜອງເຄື່ອງ ບັນເທົາທຸກສຸກເສີນ ປະເພດອາຫານ, ນໍ້າຖ້ວມ, ການປິ່ນປົວສຸຂະພາບ; ວຽກງານແກ້ໄຂຟື້ນຟູ ທັງໄລຍະສຸກເສີນ ແລະ ຫລັງໄພພິບັດ ກໍ່ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງມີຜົນສໍາເລັດ ເປັນຕົ້ນໃນຂະແໜງໂຍທາທິການ ແລະ ຂົນສົ່ງ, ກະສິກໍາ ແລະ ປ່າໄມ້, ສາທາລະນະສຸກ ແລະ ສຶກສາທິການ ແລະ ກິລາ.

ອັນທີ່ພົ້ນເດັ່ນ ແມ່ນການແກ້ໄຂຟື້ນຟູຫລັງໄພພິບັດ ຢູ່ເມືອງສະໜາມໄຊ ແຂວງ ອັດຕະປື, ເຮັດໃຫ້ປະຊາຊົນ ທີ່ໄດ້ຮັບຜົນກະທົບໃນ 19 ບ້ານ ແລະ 6 ບ້ານທີ່ຖືກກະທົບໜັກ ໄດ້ຮັບການຊ່ວຍເຫລືອ ຟື້ນຟູຊີວິດການເປັນຢູ່ ເຂົ້າສູ່ສະພາບປົກກະຕິ ແລະ ດີຂຶ້ນ, ການປຸກສ້າງເຮືອນຖາວອນ ໄດ້ສໍາເລັດຫລາຍ 100 ຫລັງ, ໂຄງລ່າງພື້ນຖານດ້ານເສັ້ນທາງ, ຊົນລະປະທານ, ໂຮງຮຽນ, ໂຮງໝໍ, ສຸກສາລາ, ອື່ນໆ ກໍ່ໄດ້ຮັບການກໍ່ສ້າງຄືນໃໝ່, ປະຊາຊົນຫລາຍຄອບຄົວ ກໍ່ໄດ້ຮັບທີ່ດິນສໍາລັບການປຸກເຮືອນ ແລະ ເພື່ອທໍາການຜະລິດ ກະສິກໍາ.

ທ່ານ ຄຳແພງ ໄຊສົມແພງ ກ່າວຕື່ມວ່າ: ເຖິງແມ່ນວ່າພວກເຮົາ ຈະສາມາດຍາດໄດ້ຜົນສໍາເລັດຫລາຍດ້ານ, ແຕ່ກໍ່ສັງເກດເຫັນວ່າ ຍັງມີຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຫລາຍປະການ ທີ່ຈະຕ້ອງໄດ້ພ້ອມກັນ ຄົ້ນຄ້ວາດ້ານວິຊາການ ແລະ ວາງແຜນການໃຫ້ມີ ຄວາມສອດຄ່ອງກັບ ສະພາບຄວາມເປັນຈິງ ແລະ ທ່າແຮງບົ່ມຊ້ອນ ທີ່ມີຢູ່ແຕ່ລະທ້ອງຖິ່ນ ເພື່ອຊອກຫາວິທີການ ແລະ ມີມາດຕະການໃນການຈັດຕັ້ງປະຕິບັດ ວຽກງານແຕ່ລະດ້ານ ເພື່ອສ້າງຄວາມເຂັ້ມແຂງ ໃນການຈັດຕັ້ງປະຕິບັດບັນດາເປົ້າໝາຍ, ແຜນວຽກຈຸດສຸມ, ຄາດໝາຍ ແລະ ຕົວຊີ້ບອກ ຕາມທີ່ໄດ້ກຳນົດໄວ້ ໃນທິດທາງແຜນການປີ 2021 ໃຫ້ບັນລຸຜົນສໍາເລັດ ຕາມແຜນທີ່ວາງໄວ້ ລວມທັງວຽກງານປ້ອງກັນ, ການຄວບຄຸມຊ່ວຍເຫລືອສຸກເສີນ ແລະ ການແກ້ໄຂຟື້ນຟູຫລັງໄພພິບັດ.

ປະເທດລາວ ຫາລ ວຽກງານຄ ມຄອງໄພພ ບ ດ ແລະ ກຽມຄວາມພ ອມ ຕອບໂຕ ໄພພ ບ ດ ໃນທ ວປະເທດ ຜູ້ນຳປະເທດລາວ ແລະ ກຳປູເຈຍ ອວຍພອນຊົມເຊີຍປີໃໝ່ໃຫ້ແກ່ປະຊາຊົນຫວຽດນາມ

ຍສໝ - ທີ່ການໂອ້ລົມທາງໂທລະສັບ, ສອງຝ່າຍໄດ້ສະແດງຄວາມປິຕິຊົມຊື່ນ ຕໍ່ຜົນສຳເລັດຂອງການຮ່ວມມືທີ່ດີໃນປີທີ່ຜ່ານມາ ແລະ ຄວາມມານະພະຍາຍາມຂອງການນຳສາຍພົວພັນຮ່ວມມືສອງຝ່າຍຫວຽດນາມ - ລາວ ແລະ ຫວຽດນາມ - ກຳປູເຈຍໃຫ້ພັດທະນາຢ່າງບໍ່ຢຸດຢັ້ງ.

ປະເທດລາວ ຫາລ ວຽກງານຄ ມຄອງໄພພ ບ ດ ແລະ ກຽມຄວາມພ ອມ ຕອບໂຕ ໄພພ ບ ດ ໃນທ ວປະເທດ ປະເທດລາວ ໄດ້ຮັບຢາວັກຊີນປ້ອງກັນ ແລະ ຕ້ານ COVID-19 ຈຳນວນ 1000 ປະລິມານ ຈາກຣັດເຊຍ

ຍສໝ - ກະຊວງສາທາລະນະສຸກລາວ ໄດ້ຮັບຢາວັກຊີນ Sputnik V ຈຳນວນ 1,000 ປະລິມານໂດຍຜ່ານກອງທຶນການລົງທືນໂດຍກົງຂອງສະຫະພັນຣັດເຊຍ, ເຊິ່ງເປັນການໃຫ້ຢາວັກຊີນປ້ອງກັນ ແລະ ຕ້ານ COVID-19 ເປັນຄັ້ງທຳອິດໃນຊຸດຢາວັກຊີນຈຳນວນສອງລ້ານປະລິມານ ທີ່ລັດຖະບານສອງປະເທດໄດ້ຕົກລົງ.

ປະເທດລາວ ຫາລ ວຽກງານຄ ມຄອງໄພພ ບ ດ ແລະ ກຽມຄວາມພ ອມ ຕອບໂຕ ໄພພ ບ ດ ໃນທ ວປະເທດ ປະເທດລາວ ພະຍາຍາມແກ້ໄຂບັນຫາພະຍາດອາຊີບ ແລະ ການປ້ອງກັນອຸປະຕິເຫດ

ໃນປະເທດລາວ ແຕ່ລະປີໄດ້ເກີດອຸປະຕິເຫດແຮງງານ ແລະ ພະຍາດອາຊີບ ຫລາຍພໍສົມຄວນ, ແຕ່ຍັງບໍ່ມີລະບົບ ການລາຍງານ ຢ່າງເປັນລະບົບ, ບໍ່ມີຖານຂໍ້ມູນ, ບໍ່ມີລະບົບຂໍ້ມູນຂ່າວສານ ແລະ ລະບົບການເກັບກໍາ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.