ແນະນຳກ່ຽວກັບກາເຟຊະນິດຕ່າງໆທີ່ໄດ້ປູກຢູ່ ຫວຽດນາມ

18:21 | 26/03/2021

ຮູບແບບຮ້ານກາເຟປຶ້ມພວມໄດ້ຮັບຄວາມນິຍົມຊົມຊອບຢູ່ ຮ່າໂນ້ຍ, ຮູບແບບດັ່ງກ່າວທັງກະຕຸ້ນການພັດທະນາເສດຖະກິດ ທັງຂະຫຍາຍວັດທະນະທຳອ່ານປື້ມອີກດ້ວຍ. ນອກຈາກມີລັກສະນະລວມແມ່ນ ມີບັນຍາກາດທີ່ສະຫງົບງຽບແລ້ວ, ຄວາມຫຼາກຫຼາຍ, ອຸດົມສົມບູນກ່ຽວກັບປະເພດປຶ້ມ, ຈຸດທີ່ເປັນເອກະລັກສະເພາະໃນການຈັດແຈງປະດັບປະດາ ແລະ ເມນູເຄື່ອງດື່ມທີ່ພິເສດຂອງຮ້ານ ໄດ້ສ້າງຄວາມແຕກຕ່າງ ແລະ ຈຸດພິເສດຂອງແຕ່ລະຮ້ານ. ຖ້າຫາກວ່າ ບັນດາຮ້ານກາເຟປຶ້ມຄື Tungbook Cafe, Ca chep Cafe & Book Store, Work Cafe Ha Noi ໄດ້ປະດັບປະດາດ້ວຍເຄື່ອງເຟນີເຈີ ແລະ ອອກແບບຕາມແບບທັນສະໄໝນັ້ນ, ບັນດາຮ້ານກາເຟ ຄື Moc Mien Cafe, Mạc Cafe ແລະ The Booklin Cafe ພັດມີຈຸດຄວາມງາມແບບລຽບງ່າຍ ແລະ ເກົ່າແກ່ໜ້ອຍໜຶ່ງ.

ແນະນຳກ ຽວກ ບກາເຟຊະນ ດຕ າງໆທ ໄດ ປ ກຢ ຫວຽດນາມ IAMM: ຫວຽດນາມຮ່ວມມືກັບບັນດາປະເທດອື່ນ ເພື່ອປ້ອງກັນ ແລະ ຕ້ານການລະບາດຂອງ COVID-19
ແນະນຳກ ຽວກ ບກາເຟຊະນ ດຕ າງໆທ ໄດ ປ ກຢ ຫວຽດນາມ ຫວຽດນາມ ຈະສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການເຄື່ອນໄຫວຂອງຄະນະປະຕິບັດງານຮັກສາສັນຕິພາບສະຫະປະຊາຊາດ ຢູ່ຊູດັງໃຕ້
ແນະນຳກ ຽວກ ບກາເຟຊະນ ດຕ າງໆທ ໄດ ປ ກຢ ຫວຽດນາມ
ພາບປະກອບ

ພວກຂ້າພະເຈົ້າມີຄວາມປິຕິຊົມຊື່ນເມື່ອໄດ້ກັບມາພົບປະກັບທ່ານຜູ້ຟັງໃນລາຍການ ໂອ້ລົມກັບເພື່ອນລາວ ອີກຕາມເຄີຍ. ໃນຊ່ວງເວລານີ້ຂອງຊຸມປີກ່ອນ ໃນເວັບໄຊ vovworld.vn ແມ່ນເຕັມໄປດ້ວຍສີສັນຂອງລະດູບານໃໝ່, ດ້ວຍຂ່າວ, ບົດກ່ຽວກັບງານບຸນ ແລະ ກິດຈະກຳລະຫຼີ້ນບັນເທິງ ຫຼືວ່າການໄປທ່ຽວທ່ຽວຂອງປະຊາຊົນ ຫວຽດນາມ ໃນຍາມຕົ້ນປີໃໝ່. ເຖິງວ່າປີນີ້ ມີການຈຳກັດ ຍ້ອນຜົນສະທ້ອນຂອງໂລກລະບາດໂຄວິດ - 19 ກໍຕາມ, ແຕ່ສິ່ງດັ່ງກ່າວກໍບໍ່ເຮັດໃຫ້ຄວາມດູດດື່ມ, ອາລົມຈິດ ແລະ ການສະໜັບສະໜູນຂອງທ່ານຜູ້ຟັງ ທີ່ມີຕໍ່ພະແນກກະຈາຍສຽງບັນດາລາຍການພາສາຕ່າງປະເທດ (VOV5) ຖືກຫຼຸດລົງ. ໃນອາທິດຜ່ານມາ,VOV5 ໄດ້ຮັບຈົດໝາຍ, ອີແມວຈາກທ່ານຜູ້ຟັງ 379 ທ່ານ ທີ່ມາຈາກ 43 ປະເທດ ແລະ ເຂດແຄວ້ນ ດ້ວຍຄຳເຫັນ ແລະ ຄຳຖາມທີ່ຈັບອົກຈັບໃຈຫຼາຍຢ່າງ. ໃນລາຍການ “ໂອ້ລົມກັບເພື່ອນລາວ” ມື້ນີ້, ພວກຂ້າພະເຈົ້າ ຂໍຄັດສະເໜີເນື້ອໃນຈົດໝາຍ ແລະ ຕອບບາງຄຳຖາມ ເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ.

ເຖິງວ່າ ບຸນປີໃໝ່ປະຈຳຊາດ ປີ ສະຫຼູ 2021 ຂອງ ຫວຽດນາມ ໄດ້ຜ່ານໄປເກືອບ 2 ອາທິດແລ້ວກໍຕາມ ແຕ່ ພວກຂ້າພະເຈົ້າ - ບັນດາຜູ້ຈັດທຳລາຍການໃນ VOV5 ຍັງສືບຕໍ່ໄດ້ຮັບຄຳອວຍພອນປີໃໝ່ຈາກທ່ານຜູ້ຟັງ ລາວ, ກຳປູເຈຍ, ໄທ, ຈີນ ແລະ ເຢຍລະມັນ. ພວກຂ້າພະເຈົ້າຂໍສະແດງຄວາມຂອບອົກຂອບໃຈຢ່າງຈິງໃຈ ຕໍ່ບັນດາຄຳອວຍພອນອັນດີງາມຂອງທ່ານຜູ້ຟັງທຸກໆທ່ານ ແລະ ຂໍອວຍພອນໃຫ້ທ່ານຜູ້ຟັງທຸກໆທ່ານ ຈົ່ງມີສຸຂະພາບເຂັ້ມແຂງ ແລະ ມີຄວາມຜາສຸກ, ສືບຕໍ່ເປັນແຫຼ່ງລະດົມກຳລັງໃຈ ແລະ ສະໜັບສະໜູນພວກຂ້າພະເຈົ້າຕະຫຼອດໄປ.

ດ້ວຍ 54 ຊົນເຜົ່າ ແລະ 63 ແຂວງ, ນະຄອນ, ຫວຽດນາມ ແມ່ນປະເທດທີ່ມີຄວາມຫຼາກຫຼາຍກ່ຽວກັບວັດທະນະທຳ ແລະ ທັດສະນີຍະພາບທີ່ສວຍສົດງົດງາມ, ອັນໄດ້ດຶງດູດແຂກທ່ອງທ່ຽວຈາກທົ່ວທຸກສາລະທິດ. ເມື່ອຮູບພາບກ່ຽວກັບທັດສະນີຍະພາບ 3 ແຫ່ງທີ່ລື່ຊືຂອງແຂວງ ນິງບິ່ງ ຄື ຖ້ຳມົ໊ວ, ຈ່າງອານ ແລະ ວັດ ບ໊າຍດິ໊ງ ໄດ້ເອົາລົງໃນເວັບໄຊ vovworld.vn ນັ້ນ, ກໍມີທ່ານຜູ້ຟັງຫຼາຍທ່ານ ໄດ້ສະແດງຄວາມຊື່ນຊົມ ແລະ ຢາກມາຢ້ຽມຊົມຄວາມງາມ ແລະ ບັນຍາກາດຢູ່ທີ່ນີ້. ເພື່ອນ ດາວວຽງ, ທ່ານຜູ້ຟັງລາວ ໄດ້ສະແດງຄວາມຄິດເຫັນມາວ່າ: “ຖ້າຫາກຢຶນຢູ່ຈອມພູ ງວ້າລອງ ແລ້ວຮັບຊົມຄວາມງາມທິວທັດທຳມະຊາດຂອງ ຕາມກົກ, ນິງບິ່ງ ຄືຊິຄັກອີຫຼີ. ພຽງແຕ່ຄິດຊື່ໆ ກໍຢາກໄປທ່ຽວ ນິງບິ່ງ ແລ້ວ”. ເພື່ອນ ສຸລະໄຊ ຍິ່ງສະຫວັດ - ເຊິ່ງເປັນທ່ານຜູ້ຟັງລາຍການພາສາ ໄທ ກໍຢືນຢັນວ່າ ຈະມາທ່ຽວ ນິງບິ່ງ ພາຍຫຼັງທີ່ໂລກລະບາດໂຄວິດ - 19 ໄດ້ຮັບການຄວບຄຸມ.

ບໍ່ພຽງແຕ່ແຂວງ ນິງບິ່ງ ເທົ່ານັ້ນ, ຫວຽດນາມ ຍັງມີທັດສະນີຍະພາບທີ່ສວຍສົດງົດງາມ ແລະ ສະຖານທີ່ທ່ອງທ່ຽວທີ່ດູດດື່ມຫຼາຍແຫ່ງ ກຳລັງລໍຖ້າທ່ານມາຄົ້ນຫາ. ຫວັງວ່າ ໂລກລະບາດຈະຖືກຍູ້ຖອຍໄປໂດຍໄວ ແລະ ຊາວ ຫວຽດນາມ - ຜູ້ທີ່ມີຈິດໃຈຮັກແພງແຂກຄົນ ຈະໄດ້ຕ້ອນຮັບທ່ານໃນໄລຍະຈະມາເຖິງ.

ຕໍ່ໄປນີ້, ພວກຂ້າພະເຈົ້າຂໍສະຫງວນເວລາເພື່ອຕອບບາງຄຳຖາມເຊິ່ງທ່ານຜູ້ຟັງໄດ້ຝາກມາລາຍການໃນອາທິດຜ່ານມາ. ຄຳຖາມທຳອິດ ແມ່ນຄຳຖາມກ່ຽວກັບ ກາເຟ ຂອງ ເພື່ອນ ຈັນສະໝອນ. ໃນຈົດໝາຍຝາກເຖິງລາຍການ, ເພື່ອນ ຈັນສະໝອນ ໄດ້ຂຽນວ່າ: “ໝູ່ຂອງຂ້າພະເຈົ້າ ແມ່ນຊາວຫວຽດນາມ ຫາກໍເອົາ ກາເຟ G7 ຂອງບໍລິສັດ ຈູງງວຽນມາຕ້ອນ. ຂ້າພະເຈົ້າ ມັກກິ່ນ ແລະ ລົດຊາດຂອງກາເຟຊະນິດນີ້ຫຼາຍ ແລະ ຢາກຊອກຮູ້ກ່ຽວກັບກາເຟຊະນິດຕ່າງໆທີ່ໄດ້ປູກຢູ່ ຫວຽດນາມ ກໍຄື ຕະຫຼາດສົ່ງອອກກາເຟຂອງ ຫວຽດນາມ”.

ແນະນຳກ ຽວກ ບກາເຟຊະນ ດຕ າງໆທ ໄດ ປ ກຢ ຫວຽດນາມ
Work Cafe Ha Noi

ຮູບແບບຮ້ານກາເຟປຶ້ມພວມໄດ້ຮັບຄວາມນິຍົມຊົມຊອບຢູ່ ຮ່າໂນ້ຍ, ຮູບແບບດັ່ງກ່າວທັງກະຕຸ້ນການພັດທະນາເສດຖະກິດ ທັງຂະຫຍາຍວັດທະນະທຳອ່ານປື້ມອີກດ້ວຍ. ນອກຈາກມີລັກສະນະລວມແມ່ນ ມີບັນຍາກາດທີ່ສະຫງົບງຽບແລ້ວ, ຄວາມຫຼາກຫຼາຍ, ອຸດົມສົມບູນກ່ຽວກັບປະເພດປຶ້ມ, ຈຸດທີ່ເປັນເອກະລັກສະເພາະໃນການຈັດແຈງປະດັບປະດາ ແລະ ເມນູເຄື່ອງດື່ມທີ່ພິເສດຂອງຮ້ານ ໄດ້ສ້າງຄວາມແຕກຕ່າງ ແລະ ຈຸດພິເສດຂອງແຕ່ລະຮ້ານ. ຖ້າຫາກວ່າ ບັນດາຮ້ານກາເຟປຶ້ມຄື Tungbook Cafe, Ca chep Cafe & Book Store, Work Cafe Ha Noi ໄດ້ປະດັບປະດາດ້ວຍເຄື່ອງເຟນີເຈີ ແລະ ອອກແບບຕາມແບບທັນສະໄໝນັ້ນ, ບັນດາຮ້ານກາເຟ ຄື Moc Mien Cafe, Mạc Cafe ແລະ The Booklin Cafe ພັດມີຈຸດຄວາມງາມແບບລຽບງ່າຍ ແລະ ເກົ່າແກ່ໜ້ອຍໜຶ່ງ.

ພວກຂ້າພະເຈົ້າຄິດວ່າ ຖ້າຫາກວ່າ ໄດ້ຄົ້ນຫາຕົວຈິງ ແມ່ນສຸດຍອດທີ່ສຸດ, ມັນຈະຊ່ວຍໃຫ້ເພື່ອນສາມາດສຳຜັດໄດ້ເຖິງຈຸດທີ່ເປັນເອກະລັກຂອງແຕ່ລະຮ້ານຢ່າງຖີ່ຖ້ວນ. ແຕ່ກໍໜ້າເສຍດາຍ, ຍ້ອນຖືກຜົນກະທົບຈາກໂລກລະບາດສະນັ້ນ, ປັດຈຸບັນບັນດາຮ້ານກາເຟເຫຼົ່ານັ້ນພວມປິດປະຕູຢູ່. ພວກຂ້າພະເຈົ້າ ຫວັງວ່າ, ພາຍຫຼັງໂລກລະບາດໄດ້ຮັບການຄວບຄຸມ, ເພື່ອນຈະມາຢ້ຽມຢາມ ຮ່າໂນ້ຍ ແລະ ມາຄົ້ນຫາຕົວຈິງກັບຮູບແບບຮ້ານກາເຟດັ່ງກ່າວ.

ດັ່ງທີ່ກ່າວມາຂ້າງເທິງແມ່ນເນື້ອໃນຈົດໝາຍແລະການຕອບບາງຄຳຖາມຂອງຜູ້ຟັງ, ຜູ້ອ່ານບາງທ່ານທີ່ຝາກມາຍັງລາຍການໃນອາທິດທີ່ຜ່ານມາ. ຖ້າຫາກທ່ານຜູ້ຟັງ, ຜູ້ອ່ານທ່ານໃດມີຄວາມສົນໃຈຕໍ່ບັນຫາໃດໜຶ່ງ, ກໍ່ສາມາດຝາກຈົດໝາຍມາຍັງລາຍການຂອງພວກເຮົາໄດ້ເລີຍໂດຍຈ່າໜ້າຊອງວ່າ: ພາກພາສາລາວ, ວິທະຍຸກະຈາຍສຽງຫວຽດນາມ, ເຮືອນເລກທີ 45 ຖະໜົນບ່າຈ້ຽວ, ຮ່າໂນ້ຍ. ຫຼືໂທລະສັບມາໂດຍກົງກໍ່ໄດ້ຕາມເບີໂທ 0084.243.825.6631 ຫຼືອີເມວ[email protected]. ທ່ານຜູ້ຟັງກໍ່ສາມາດໃຫ້ຄຳຕິຊົມໃນເວັບໄຊ vovworld.vn ຂອງພວກເຮົາໄດ້.

ແນະນຳກ ຽວກ ບກາເຟຊະນ ດຕ າງໆທ ໄດ ປ ກຢ ຫວຽດນາມ ຍອດວົງເງິນການຄ້ານໍາເຂົ້າ-ສົ່ງອອກລະຫວ່າງສອງປະເທດ ຫວຽດນາມ - ອັງກິດ ຄາດວ່າຍັງບັນລຸໄດ້ 5,55 ຕື້ໂດລາສະຫະລັດ ໃນປີ 2020

ຍສໝ - ປະຈຸບັນ, ຄວາມສາມາດຮ່ວມມືໃນຂົງເຂດການຄ້າລະຫວ່າງສອງປະເທດຍັງໃຫຍ່ຫຼວງຢູ່, ເມື່ອມູນຄ່າສິນຄ້າຫວຽດນາມ ສົ່ງອອກສູ່ອັງກິດ ກວມພຽງ 1% ຍອດວົງເງິນນຳເຂົ້າຂອງອັງກິດ ແລະມູນຄ່າສິນຄ້ານຳເຂົ້າຂອງຫວຽດນາມ ກວມພຽງ 0,17% ມູນຄ່າສິນຄ້າອັງກິດສົ່ງອອກສູ່ໂລກ.

ແນະນຳກ ຽວກ ບກາເຟຊະນ ດຕ າງໆທ ໄດ ປ ກຢ ຫວຽດນາມ ດົ່ງທາບມອບຜ້າອັດປາກ, ຢາລ້າງມືຂ້າເຊື້ອໜູນຊ່ວພໍ່ແມ່ປະຊາຊົນ ຫວຽດນາມ ເຊື້ອສາຍ ຫວຽດນາມ ຢູ່ກຳປູເຈຍເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ - 19

ຍ​ສ​ໝ - ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ ຂອງ​ແຂວງ​ດົ່ງ​ທາບ ເພ​ື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ນ້ຳ​ໃຈ​ມິດ​ຕະ​ພາບ​ຄວາມ​ສາ​ມັກ​ຕີ, ການ​ຮ່ວມ​ມື​ຊ່ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ ລະ​ຫວ່າງ​ອຳ​ນາດ​ການ​ປົກ​ຄອງ ແລະ ອົງ​ການ​ແນວ​ໂຮມ​ຂອງ​ບັນ​ດາ​ໜ່ວຍ​ງານ​ຕິດ​ກັບ​ຊາຍ​ແດນ​ໃນ​ການ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19.

ແນະນຳກ ຽວກ ບກາເຟຊະນ ດຕ າງໆທ ໄດ ປ ກຢ ຫວຽດນາມ ລັດເຊຍ ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບຫວຽດນາມ

ຍສໝ - ໃນ 20 ປີທີ່ຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ - ລັດເຊຍ ບັນລຸໄດ້ບັນດາໝາກຜົນທີ່ໜ້າປະທັບໃຈ. ໃນນັ້ນ, ມີການເຈລະຈາດ້ານການເມືອງລະດັບສູງ ແລະ ການຢ້ຽມຢາມຂອງການນຳຂັ້ນສູງຂອງສອງປະເທດໄດ້ຮັບການຮັກສາໄວ້.

vovworld.vn

ເຫດການ
302 Found

Found

The document has moved here.