ລາວ: ມີຜູ້ຖືກຈຳກັດ ບໍລິເວນຢູ່ສູນ 2.302 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ

15:51 | 05/03/2021

ປັດຈຸບັນ ທົ່ວປະເທດ ລາວ ມີສູນຈໍາກັດບໍລິເວນ ທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 32 ສູນ, ມີຜູ້ຖືກຈຳກັດ ບໍລິເວນຢູ່ສູນ 2.302 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ລາວ ມ ຜ ຖ ກຈຳກ ດ ບ ລ ເວນຢ ສ ນ 2 302 ຄ ນ ໄດ ເກ ບຕ ວຢ າງມາ ກວດວ ເຄາະທ ງໝ ດ ແລະ ບ ພ ບຜ ຕ ດເຊ ອ ຫ້ອງວ່າການປະທານປະເທດ ຈັດກອງປະຊຸມສະຫລຸບປະຈຳປີ 2020 ແລະ ທິດທາງແຜນການ ປີ 2021
ລາວ ມ ຜ ຖ ກຈຳກ ດ ບ ລ ເວນຢ ສ ນ 2 302 ຄ ນ ໄດ ເກ ບຕ ວຢ າງມາ ກວດວ ເຄາະທ ງໝ ດ ແລະ ບ ພ ບຜ ຕ ດເຊ ອ ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝທີ XI
ລາວ ມ ຜ ຖ ກຈຳກ ດ ບ ລ ເວນຢ ສ ນ 2 302 ຄ ນ ໄດ ເກ ບຕ ວຢ າງມາ ກວດວ ເຄາະທ ງໝ ດ ແລະ ບ ພ ບຜ ຕ ດເຊ ອ
ພາບປະກອບ

ໃນວັນທີ 4 ມີນາ 2021 ຢູ່ກະຊວງສາທາລະນະສຸກ ທ່ານ ດຣ.ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID-19 ໄດ້ລາຍງານ ໃຫ້ຮູ້ວ່າ: ໃນວັນທີ 3 ມີນາ 2021 ການເຝົ້າລະວັງຮອດ 5 ໂມງແລງ ພວກເຮົາໄດ້ເກັບຕົວຢ່າງ ມາກວດວິເຄາະທັງໝົດ 580 ຄົນ, ທຸກຄົນ ແມ່ນໄດ້ແທກ ອຸນຫະພູມຮ່າງກາຍ, ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ນຳສົ່ງໄປຫາສະ ຖານທີ່ຈຳກັດບໍລິເວນທີ່ກຳນົດໄວ້. ໄດ້ສັງລວມ ການກວດວິເຄາະ ນັບແຕ່ ເດືອນມັງກອນ 2020 ຮອດປັດຈຸບັນ ໄດ້ເກັບຕົວຢ່າງມາກວດທັງໝົດ 115.456 ຕົວຢ່າງ, ກວດພົບເຊື້ອສະສົມ 45 ຄົນ ແລະ ຄົນເຈັບທີ່ຕິດເຊື້ອພະຍາດ COVID-19 ຈໍານວນ 3 ຄົນ ແມ່ນສືບຕໍ່ນອນຕິດຕາມ ອາການຢູ່ໂຮງໝໍທີ່ກໍານົດໄວ້, ໃນນັ້ນ 2 ຄົນ ຕິດຕາມປິ່ນປົວ ທີ່ແຂວງຈຳປາສັກ ແລະ ອີກ 1 ຕິດຕາມປິ່ນປົວ ຢູ່ທີ່ນະຄອນຫລວງວຽຈັນ. ປັດຈຸບັນ ທົ່ວປະເທດ ມີສູນຈໍາກັດບໍລິເວນ ທີ່ຍັງເປີດນຳໃຊ້ຢູ່ ທັງໝົດ 32 ສູນ, ມີຜູ້ຖືກຈຳກັດ ບໍລິເວນຢູ່ສູນ 2.302 ຄົນ, ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ທ່ານ ດຣ. ພອນປະເສີດ ໄຊຍະມຸງຄຸນ ໄດ້ກ່າວວ່າ: ສະພາບການລະບາດ ຂອງພະຍາດໂຄວິດ-19 ໃນທົ່ວໂລກ ຍັງສືບຕໍ່ມີລາຍງານຜູ້ຕິດເຊື້ອໃໝ່ ແລະ ຜູ້ເສຍຊີວິດ ຢ່າງຕໍ່ເນື່ອງ, ສະເພາະປະເທດໃກ້ຄຽງ ຂອງພວກເຮົາ ຍັງມີລາຍງານ ຜູ້ຕິດເຊື້ອໂຄວິດ-19 ພາຍໃນປະເທດເພີ່ມຂຶ້ນ. ຕໍ່ກັບສະພາບ ການດັ່ງກ່າວ, ແມ່ນມີຄວາມສ່ຽງສູງ ທີ່ຈະມີຜູ້ນຳເຊື້ອພະຍາດ ໂຄວິດ-19 ເຂົ້າມາໃນປະເທດເຮົາ ແລະ ຜູ້ທີ່ຈະເດີນທາງເຂົ້າມາ ສປປ ລາວ ຕ້ອງຈັດຕັ້ງ ປະຕິບັດ ອີງຕາມຄໍາແນະນໍາ ຂອງຄະນະສະເພາະກິດ ວາງອອກ, ສະ ບັບເລກທີ 3087/ສພກ, ລົງວັນທີ 26 ກຸມພາ 2021 ແລະ ແຈ້ງການເລື່ອງ ການນໍາໃຊ້ ເຄື່ອງຕິດຕາມທາງການແພດ ແລະ ປະກັນໄພ COVID-19 ສໍາລັບຄົນຕ່າງປະເທດ ທີ່ເດີນທາງເຂົ້າມາ ສປປ ລາວ, ສະບັບເລກທີ 3018/ສພຫ, ລົງວັນທີ 02 ມີນາ 2021 ພ້ອມດຽວກັນນັ້ນ ທຸກຄົນຕ້ອງໄດ້ຈໍາກັດ ບໍລິເວນຄົບຕາມກໍານົດ ຈຶ່ງສາມາດອອກໄປເຄື່ອນໄຫວ ໃນສັງຄົມ ຕາມປົກກະຕິໄດ້. ດັ່ງນັ້ນ, ຂ້າພະເຈົ້າຈຶ່ງຂໍການຮ່ວມມື ມາຍັງພໍ່ແມ່ປະຊາຊົນ ແລະ ທຸກພາກສ່ວນ ມີຄວາມສາມັກຄີ ເປັນຈິດໜຶ່ງໃຈດຽວ ຮ່ວມແຮງ ຮ່ວມໃຈກັນ ປະຕິບັດມາດ ຕະການຕາມຄຳແນະນຳ ຂອງຄະນະສະເພາະກິດວາງອອກ ຢ່າງຖືກຕ້ອງ ແລະ ເຂັ້ມງວດ ເພື່ອຮັບປະກັນບໍ່ ໃຫ້ມີຄວາມສ່ຽງ ທີ່ຈະມີການ ນຳພະຍາດ ໂຄວີດ-19 ເຂົ້າມາແຜ່ລະບາດ ໃນປະເທດເຮົາຮອບໃໝ່.

ລາວ ມ ຜ ຖ ກຈຳກ ດ ບ ລ ເວນຢ ສ ນ 2 302 ຄ ນ ໄດ ເກ ບຕ ວຢ າງມາ ກວດວ ເຄາະທ ງໝ ດ ແລະ ບ ພ ບຜ ຕ ດເຊ ອ ສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ

ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ກ່າວຕື່ມວ່າ: ມາຮອດວັນທີ 3 ມີນາ 2021, ທົ່ວໂລກມີລາຍງານການລະບາດພະຍາດດັ່ງກ່າວຫລາຍກວ່າ 115 ລ້ານຄົນ. ໃນນີ້ເສຍຊິວິດແລ້ວຫລາຍກວ່າ 2,5 ລ້ານຄົນ. ສໍາລັບການເຝົ້າລະວັງພະຍາດດັ່ງກ່າວ, ຢູ່ ສປປ ລາວ ມາຮອດເວລາ 17:00 ໂມງ ຂອງວັນທີ 2 ...

ລາວ ມ ຜ ຖ ກຈຳກ ດ ບ ລ ເວນຢ ສ ນ 2 302 ຄ ນ ໄດ ເກ ບຕ ວຢ າງມາ ກວດວ ເຄາະທ ງໝ ດ ແລະ ບ ພ ບຜ ຕ ດເຊ ອ ລັດຖະມົນຕີຕ່າງປະເທດ ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ ແບບບໍ່ເປັນທາງການ

ໃນວັນທີ 2 ມີນາ 2021 ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ໄດ້ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນແບບບໍ່ເປັນທາງການ ແບບທາງໄກ, ພາຍໃຕ້ການເປັນປະທານຂອງ ບຣູໄນ ດາຣູຊາລາມ (ປະເທດປະທານອາຊຽນ ສົກປີ 2021) ແລະ ມີການເຂົ້າຮ່ວມຂອງບັນດາລັດຖະມົນຕີຕ່າງປະເທດອາຊຽນອື່ນ ແລະ ເລຂາທິການໃຫຍ່ອາຊຽນ.

ລາວ ມ ຜ ຖ ກຈຳກ ດ ບ ລ ເວນຢ ສ ນ 2 302 ຄ ນ ໄດ ເກ ບຕ ວຢ າງມາ ກວດວ ເຄາະທ ງໝ ດ ແລະ ບ ພ ບຜ ຕ ດເຊ ອ ແຮກສ່ຽວ​ເຂດ​ຊຸມ​ຊົນ​ລະ​ຫວ່ງ​ສອງ​ຝ່າຍ​ເຂດ​ຊາຍ​ແດນ: ເພື່ອ​ປະ​ກອບ​ສ່ວນ​ເຂົ້າ​ການ​ຮັກ​ສາ​ຄວາມ​ສະ​ຫງົບ​ໃຫ້​ແກ່​ເຂດ​ຊາຍ​ແດນ

ຍ​ສ​ໝ - ຜ່ານ​ໂຄງ​ການ​ແຮກ​ສ່ຽວ, ເສັ້ນ​ຊາຍ​ແດນ​ລະ​ຫວ່າງ​ສອງ​ແຂວງ, ສອງ​ປະ​ເທດ ໄດ້​ຮັບ​ການ​ປົກ​ປັກ​ຮັກ​ສາ​ນັບ​ມື້​ນັບ​ດີ​ຂຶ້ນ ແລະ ກາຍ​ເປັນ​ເສັ້ນ​ຊາຍ​ແດນ​ແຫ່ງ​ນ້ຳ​ໃຈ, ເຂດ​ຊາຍ​ແດນ​ມິດ​ຕະ​ພາບ ແລະ ໄດ້​ຮັກ​ສາ ແລະ ເພີ່ມ​ພຸນ​ຄຸນ​ສ້າງ ບົນ​ພື້ນ​ຖານ​ເຄົາ​ລົບ, ເຂົ້າ​ໃຈ, ຊ່​ວຍ​ເຫຼືອ​ເຊິ່ງ​ກັນ​ແລະ​ກັນ.

kpl.gov.la

ເຫດການ
302 Found

Found

The document has moved here.