ກອງປະຊຸມຄົບຄະນະບໍລິຫານງານສູນກາງພັກ ຄັ້ງທີ 2 ສະໄໝທີ XI

06:17 | 22/03/2021

ຍ​ສ​ໝ - ກອງປະຊຸມໄດ້ຄົ້ນຄວ້າປຶກສາຫາລື ແລະ ຮັບຮອງເອົາບັນຫາສໍາຄັນດັ່ງນີ້: ຕີລາຄາຜົນສໍາເລັດຂອງການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ປຶກສາຫາລື ກ່ຽວກັບຄວາມຮັບຜິດຊອບຂອງສູນກາງ ຕໍ່ການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍທີ່ກອງປະຊຸມໃຫຍ່ຄັ້ງທີ XI ວາງອອກ, ຮັບຮອງເອົາແຜນການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ.

ກອງປະຊ ມຄ ບຄະນະບ ລ ຫານງານສ ນກາງພ ກ ຄ ງທ 2 ສະໄໝທ xi ບັນດາ ພັກເພື່ອນມິດໃນໂລກ ສົ່ງສານຊົມເຊີຍເຖິງ ກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ
ກອງປະຊ ມຄ ບຄະນະບ ລ ຫານງານສ ນກາງພ ກ ຄ ງທ 2 ສະໄໝທ xi ປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ: ສືບຕໍ່ນຳປະເທດຊາດພົ້ນຈາກສະຖານະດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ
ກອງປະຊ ມຄ ບຄະນະບ ລ ຫານງານສ ນກາງພ ກ ຄ ງທ 2 ສະໄໝທ xi
ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ (ພາບ: Kpl)

ກອງປະຊຸມຄົບຄະນະ ຄັ້ງທີ 2 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ດໍາເນີນຢ່າງເປັນທາງການ ໃນລະຫວ່າງວັນທີ 1-3 ມີນາ 2021 ທີ່ສໍານັກງານສູນກາງພັກ ພາຍໃຕ້ການເປັນປະທານ ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ ໂດຍມີບັນດາສະຫາຍ ກໍາມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ບັນດາສະຫາຍ ກໍາມະການສູນກາງພັກສົມບູນ ແລະ ສໍາຮອງ ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມໄດ້ຄົ້ນຄວ້າປຶກສາຫາລື ແລະ ຮັບຮອງເອົາບັນຫາສໍາຄັນດັ່ງນີ້: ຕີລາຄາຜົນສໍາເລັດຂອງການດໍາເນີນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ, ປຶກສາຫາລື ກ່ຽວກັບຄວາມຮັບຜິດຊອບຂອງສູນກາງ ຕໍ່ການຈັດຕັ້ງຜັນຂະຫຍາຍແນວທາງ, ແຜນນະໂຍບາຍທີ່ກອງປະຊຸມໃຫຍ່ຄັ້ງທີ XI ວາງອອກ, ຮັບຮອງເອົາແຜນການຈັດຕັ້ງເຊື່ອມຊຶມ ແລະ ຜັນຂະຫຍາຍມະຕິກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ເພື່ອແນໃສ່ການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານໃນທຸກຂົງເຂດຂອງຊີວິດສັງຄົມ, ສາມາດກໍານົດແຈ້ງບັນດາເນື້ອໃນ ແລະ ວຽກງານຈຸດສຸມທີ່ຕ້ອງເອົາໃຈໃສ່ ນໍາພາ-ຊີ້ນໍາ ໃນແຕ່ລະຂົງເຂດວຽກງານ ຕິດພັນກັບການຍົກສູງຄວາມເປັນເຈົ້າການ ຂອງຄະນະພັກບັນດາກະຊວງ-ອົງການ, ບັນດາແຂວງ, ນະຄອນຫລວງ ໃນການຫັນມະຕິກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກ ໃຫ້ເປັນແຜນງານ, ໂຄງການ ແລະ ກິດຈະກໍາລະອຽດຂອງຕົນຕາມທິດ: ທັງເຊື່ອມຊຶມທັງນໍາພາເຮັດຕົວຈິງແຕ່ຫົວທີ.

ຮັບຮອງແຜນດໍາເນີນງານຕະຫລອດໄລຍະ 5 ປີ ຂອງຄະນະບໍລິຫານງານສູນກາງພັກ ສະໃໝທີ XI ກໍຄື ການກໍານົດວຽກຈຸດສຸມທີ່ສູນກາງ ຈະໄດ້ຊີ້ນໍາໃນແຕ່ລະໄລຍະ ເພື່ອກໍານົດແບບແຜນ ເຄື່ອນໄຫວ ແລະ ວິທີນໍາພາ ຂອງຄະນະບໍລິຫານງານສູນກາງພັກ ໃຫ້ຈະເເຈ້ງ, ເປັນລະບົບ, ມີຈຸດສຸມ, ສ້າງຄວາມເຊື້ອໝັ້ນຢ່າງໜັກແໜ້ນຂອງສັງຄົມຕໍ່ການນໍາພາຂອງພັກ, ສົມທົບຢ່າງກົມກຽວລະ ຫວ່າງການແກ້ໄຂບັນຫາທີ່ເປັນພື້ນຖານ ທີ່ໄດ້ຮັບຮອງໃນກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ກັບການແກ້ໄຂບັນຫາພົ້ນເດັ່ນທີ່ເກີດຂຶ້ນ ໃນແຕ່ລະໄລຍະຕາມສະພາບການຕົວຈິງ ເພື່ອເປັນບ່ອນອີງໃຫ້ແກ່ການກໍານົດຄວາມຮັບຜິດຊອບ, ສົ່ງເສີມຄວາມເປັນເຈົ້າການ, ກ້າຄິດ, ກ້າເຮັດ, ກ້າຮັບຜິດຊອບ ຂອງບັນດາສະຫາຍກໍາມະການສູນກາງພັກ, ທັງເປັນບອນອີງໃນການຕີລາຄາຄວາມສາມາດນໍາພາຂອງກໍາມະການສູນກາງພັກແຕ່ລະສະຫາຍ ໃນໜ້າທີ່ວຽກງານທີ່ຕົນຮັບຜິດຊອບ.

ຮັບຮອງເອົາມະຕິວ່າດ້ວຍລະບອບແບບແຜນວິທີເຮັດວຽກ ຂອງຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ສະໄໝທີ XI ເພື່ອເປັນບ່ອນອີງ ໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີປະສິດທິພາບ, ປະສິດທິຜົນ ແລະ ຮັບປະກັນການຍົກສູງບົດບາດການນໍາພາຂອງພັກ ແລະ ການປະຕິບັດຫລັກການ ລວມສູນປະຊາທິປະໄຕ, ນໍາພາເປັນໝູ່ຄະນະ, ບຸກຄົນຮັບຜິດຊອບຍ່າງເຂັ້ມງວດ.

ກອງປະຊຸມໄດ້ປຶກສາຫາລື ແລະ ຮັບຮອງເອົາ ແຜນພັດທະນາເສດຖະກິດ-ສັງຄົມ ແຫ່ງຊາດ 5 ປີ ຄັ້ງທີ IX ແລະ ແຜນງົບປະມານແຫ່ງລັດ 5 ປີ (2021-2025) ເຊິ່ງໄດ້ຜ່ານການປະກອບຄວາມເຫັນຫລາຍເທື່ອ ແລະ ໄດ້ຜ່ານຜູ້ແທນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກມາແລ້ວ ແລະ ກອງປະຊຸມຄົບຄະນະ ຄັ້ງທີ 2 ສະໄໝທີ XI ນີ້ ໄດ້ສືບຕໍ່ກວດຄືນບາງຕົວເລກ ແລະ ບາງຄາດໝາຍ ໃຫ້ສອດຄ່ອງ ແລະ ສົມບູນຍິ່ງຂຶ້ນ ເພື່ອນໍາສະເໜີຕໍ່ກອງປະຊຸມສະພາແຫ່ງຊາດ ຮັບ ຮອງເອົາຕາມກົດໝາຍ.

ກອງປະຊຸມຍັງໄດ້ປຶກສາຫາລື ແລະ ເປັນຜູ້ເອກະພາບຮັບຮອງເອົາການປັງປຸງກົງຈັກການຈັດຕັ້ງຂອງລັດຖະບານ ແລະ ການແບ່ງຄວາມຮັບຜິດຊອບພາຍໃນຄະນະບໍລິຫານງານສູນກາງພັກ, ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ ສະໄໝທີ XI ເພື່ອແນໃສ່ເຮັດໃຫ້ມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ ນໍາໄປສູ່ການຈັດຕັ້ງປະຕິບັດຕົວຈິງ ດ້ວຍຄວາມຮັບຜິດຊອບຂອງແຕ່ລະສະຫາຍ ກໍານົດໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງ.

ກອງປະຊ ມຄ ບຄະນະບ ລ ຫານງານສ ນກາງພ ກ ຄ ງທ 2 ສະໄໝທ xi ບັນດາ ພັກເພື່ອນມິດໃນໂລກ ສົ່ງສານຊົມເຊີຍເຖິງ ກອງປະຊຸມ ໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ

ໃນໂອກາດ ໄຂກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ, ທີ່ນະຄອນຫລວງວຽງຈັນ ໃນລະຫວ່າງ ວັນທີ 13-15 ມັງກອນ 2021, ຄະນະບໍລິຫານງານສູນກາງພັກ ຂອງບັນດາພັກເພື່ອນມິດ ໃນພາກພື້ນຕ່າງໆຂອງໂລກ ຈຳນວນ 50 ພັກ, 7 ອົງການຈັດຕັ້ງຂອງພັກ ແລະ ລັດ ຫວຽດນາມ ແລະ 1 ສຳພັນຄົນລາວ ຢູ່ຕ່າງປະເທດ ໄດ້ສົ່ງສານຊົມເຊີຍມາຍັງ ຄະນະບໍລິຫານງານ ...

ກອງປະຊ ມຄ ບຄະນະບ ລ ຫານງານສ ນກາງພ ກ ຄ ງທ 2 ສະໄໝທ xi ປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ: ສືບຕໍ່ນຳປະເທດຊາດພົ້ນຈາກສະຖານະດ້ອຍພັດທະນາ ແລະ ກ້າວເດີນສູ່ຈຸດໝາຍສັງຄົມນິຍົມ

ກອງ​ປະ­ຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ­ເທດ ຄັ້ງ​ທີ XI ຂອງ​ພັກ​ປະ­ຊາ­ຊົນ ປະຕິ­ວັດ​ລາວ ໄດ້​ດຳ­ເນີນ​ມາ​ແຕ່​ວັນ​ທີ 13 ຮອດ​ວັນ​ທີ 15 ມັງກອນ 2021 ທີ່​ນະ­ຄອນຫລວງ​ວຽງ​ຈັນ ມາຮອດນີ້ໄດ້ປິດລົງ ຢ່າງສະຫງ່າງາມ. ກອງປະຊຸມໃຫຍ່ຄັ້ງນີ້ ​ແມ່ນ​ກອງ​ປະ­ຊຸມ​ໃຫຍ່ແຫ່ງ​ ຄວາມ​ສາ­ມັກ­ຄີ​ເປັນ ​ເອ­ກະ​ພາບ​ສູງ;​ ແມ່ນ​ກອງ​ປະຊຸມ​ໃຫຍ່​ແຫ່ງ​ໄຊ­ຊະ­ນະ; ​ແມ່ນ​ກອງ​ປະ­ຊຸມ​ໃຫຍ່​ແຫ່ງ ​ການ​ເສີມ​ຂະຫຍາຍ​ ມາ­ນະ​ຈິດ​ປະ­ຕິ­ວັດ; ນີ້​ແມ່ນກອງ​ປະ­ຊຸມ​ໃຫຍ່​ ແຫ່ງ​ຄວາມ​ເຊື່ອ​ໝັ້ນ ​ຕໍ່​ການ​ສືບ­ຕໍ່ນໍາພາປະ­ເທດ​ຊາດ​ກ້າວ​ຂຶ້ນ​​. ທົ່ວ​ພັກ ແລະ ທົ່ວ​ປວງຊົນ​ລາວ ຕ່າງ​ກໍ​ຊື່ນ​ຊົມ​ຍິນ­ດີ ແລະ ຕອບ​ຮັບ​ດ້ວຍ​ບັນ­ຍາ­ກາດ ​ອັນ​ຟົດ­ຟື້ນ ຕໍ່​ຜົນ­ສຳ­ເລັດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ນີ້.

ກອງປະຊ ມຄ ບຄະນະບ ລ ຫານງານສ ນກາງພ ກ ຄ ງທ 2 ສະໄໝທ xi ມະຕິກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ດຳເນີນ ຢ່າງເປັນທາງການແຕ່ວັນທີ 13 ເຖິງວັນທີ 15 ມັງກອນ ປີ 2021 ທີ່ນະຄອນຫລວງວຽງຈັນ ພາຍໃຕ້ຄຳຂວັນ “ຍົກສູງຄວາມສາມາດນໍາພາຂອງພັກ, ເພີ່ມທະວີຄວາມສາມັກຄີ ເປັນປຶກແຜ່ນຂອງ ປະຊາຊົນໃນຊາດ, ຮັບປະກັນສະຖຽນລະພາບ ດ້ານການເມືອງ ຢ່າງໜັກແໜ້ນ, ຜັນຂະຫຍາຍແນວທາງປ່ຽນແປງ ໃໝ່ສູ່ລວງເລິກ, ສ້າງການຫັນປ່ຽນ ການພັດທະນາ ເສດຖະກິດ-ສັງຄົມ ໄປສູ່ຄຸນນະພາບໃໝ່ ຢ່າງແຂງແຮງ, ຍົກລະດັບຄຸນນະພາບຊີວິດ ຂອງປະຊາຊົນໃຫ້ສູງຂຶ້ນ, ສືບຕໍ່ນໍາປະເທດ ຊາດພົ້ນ ຈາກສະຖານະພາບ ...

kpl.gov.la

ເຫດການ
302 Found

Found

The document has moved here.