ສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ

10:46 | 04/03/2021

ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ກ່າວຕື່ມວ່າ: ມາຮອດວັນທີ 3 ມີນາ 2021, ທົ່ວໂລກມີລາຍງານການລະບາດພະຍາດດັ່ງກ່າວຫລາຍກວ່າ 115 ລ້ານຄົນ. ໃນນີ້ເສຍຊິວິດແລ້ວຫລາຍກວ່າ 2,5 ລ້ານຄົນ. ສໍາລັບການເຝົ້າລະວັງພະຍາດດັ່ງກ່າວ, ຢູ່ ສປປ ລາວ ມາຮອດເວລາ 17:00 ໂມງ ຂອງວັນທີ 2 ມີນາ 2021, ເຫັນວ່າທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີ 3.054 ຄົນ

ປະຕິບັດມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ
ລາວ: ການປະຕິບັດ ຫລັກການ 5ປໍ ຢ່າງເຂັ້ມງວດ ແລະ ຕໍ່ເນື່ອງ ເພື່ອຫລຸດຜ່ອນໂຕຍຸງທີ່ນຳເຊື້ອພະຍາດໄຂ້ຍຸງລາຍ
ສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ
ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ (ພາບ: kpl)

ໃນວັນທີ 3 ມີນາ 2021 ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່ ກະຊວງສາທາລະນະສຸກ ໄດ້ຖະແຫລງ ກ່ຽວກັບການຄວບຄຸມພະຍາດອັກ ເສບປອດ ທີ່ເກີດຈາກເຊື້ອຈຸລະໂລກສາຍພັນໃໝ່ COVID-19 ວ່າ: ມາຮອດວັນທີ 2 ມີນາ 2021 ຢູ່ ສປປ ລາວ ຍັງບໍ່ພົບຜູ້ຕິດເຊື່ອເພີ່ມ, ແຕ່ຂໍຮຽກຮ້ອງໃຫ້ສັງຄົມ ກໍຄື ປະຊາຊົນບັນດາເຜົ່າ ສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ຢ່າງເຂັ້ມງວດ, ພາຍຫລັງເຫັນວ່າຢູ່ຫລາຍປະເທດໃກ້ຄຽງ ມີການລະບາດຂອງພະຍາດດັ່ງກ່າວ ເພີ່ມຂຶ້ນຢ່າງໜ້າເປັນຫວ່ງ.

ທ່ານ ນາງ ດຣ. ພອນປະເສີດ ໄຊຍະມຸງຄຸນ ກ່າວຕື່ມວ່າ: ມາຮອດວັນທີ 3 ມີນາ 2021, ທົ່ວໂລກມີລາຍງານການລະບາດພະຍາດດັ່ງກ່າວຫລາຍກວ່າ 115 ລ້ານຄົນ. ໃນນີ້ເສຍຊິວິດແລ້ວຫລາຍກວ່າ 2,5 ລ້ານຄົນ. ສໍາລັບການເຝົ້າລະວັງພະຍາດດັ່ງກ່າວ, ຢູ່ ສປປ ລາວ ມາຮອດເວລາ 17:00 ໂມງ ຂອງວັນທີ 2 ມີນາ 2021, ເຫັນວ່າທົ່ວປະເທດມີຜູ້ເດີນທາງເຂົ້າມາ ມີ 3.054 ຄົນ, ໃນນີ້, ຈຸດຜ່ານດ່ານລາວ-ໄທ ມີ 2.076 ຄົນ, ຜ່ານດ່ານລາວ-ຈີນ ມີ 41 ຄົນ ແລະ ຜ່ານດ່ານລາວ-ຫວຽດນາມ ມີ 937 ຄົນ, ທັງໝົດແມ່ນໄດ້ແທກອຸນຫະພູມຮ່າງກາຍ, ເກັບຕົວຢ່າງມາກວດຫາເຊື້ອໂຄວິດ ແລ້ວຈຶ່ງນຳສົ່ງໄປຫາສະຖານທີ່ຈຳກັດບໍລິເວນ ທີ່ກຳນົດໄວ້ຈົນກວ່າຈະຄົບກຳນົດ 14 ວັນ.

ປັດຈຸບັນ, ທົ່ວປະເທດມີຜູ້ຖືກຈໍາກັດບໍລິເວນຈໍານວນ 2.212 ຄົນ ຢູ່ 31 ສູນ. ຂະນະດຽວກັນ ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ 537 ຄົນ ແລະ ຜົນກວດວິເຄາະທັງໝົດແມ່ນບໍ່ພົບເຊື້ອ, ໝາຍຄວາມວ່າ ວັນທີ 2 ມີນາ 2021 ບໍ່ພົບຜູ້ຕິດເຊື້ອໃໝ່. ເຮັດໃຫ້ຕົວເລກຜູ້ຕິດເຊື້ອສະສົມຢູ່ປະ ເທດເຮົາມີທັງໝົດ 45 ຄົນ. ສຳລັບຜູ້ຕິດເຊື້ອໂຄວິດ-19 ທີ່ຍັງສືບຕໍ່ນອນປິ່ນປົວຢູ່ໂຮງໝໍ ມີ 03 ຄົນ. ແນວໃດກໍຕາມ, ສະພາບການແຜ່ລະບາດຂອງພະຍາດ COVID-19 ຍັງສ້າງຄວາມກັງວົນໃຫ້ແກ່ຫລາຍປະເທດໃນທົ່ວໂລກ, ໂດຍສະເພາະບັນດາປະເທດໃກ້ຄຽງພວກເຮົາ ແມ່ນມີລາຍງານຜູ້ຕິດເຊື້ອເພີ່ມຂຶ້ນແບບລາຍວັນ ແລະ ກໍມີກຸ່ມຄົນຈໍານວນໜຶ່ງ ຈາກປະເທດໃກ້ຄຽງທີ່ມີຄວາມຈໍາເປັນ ແລະ ໄດ້ຮັບອະນຸຍາດໃຫ້ເດີນທາງເຂົ້າມາໃນປະເທດ ເຮັດໃຫ້ ສປປ ລາວເຮົາມີຄວາມສ່ຽງທີ່ອາດຈະມີການນໍາເຂົ້າເຊື້ອພະຍາດໂຄວິດ-19 ເຂົ້າມາໃນປະເທດ. ສະນັ້ນ, ຈຶ່ງຂໍຮຽກຮ້ອງໃຫ້ປະຊາຊົນບັນດາເຜົ່າສືບຕໍ່ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນ ການຕິດເຊື້ອຢ່າງຖືກຕ້ອງ ແລະ ເຂັ້ມງວດ.

ຫວຽດນາມໄດ້ກາຍເປັນປະເທດທຳອິດໃນພາກພື້ນ ອາຊຽນ ທີ່ສຳຜັດກັບວັກຊິນກັນພະຍາດໂຄວິດ - 19 ຂອງ Astrazeneca

ວັນທີ 24 ກຸມພາ 2021, ວັກຊິນກັນພະຍາດໂຄວິດ - 19 ງວດທຳອິດດ້ວຍຈຳນວນເກືອບ 120.000 ໂດສໄດ້ມາເຖິງສະໜາມບິນເຕິນເຊີນເຍິດ, ນະຄອນໂຮ່ຈີມິນ ສສ.ຫວຽດນາມ.

ປະຕິບັດມາດຕະການປ້ອງກັນໂຄວິດ-19 ຢ່າງເຂັ້ມງວດ

ທົ່ວປະເທດ ລາວ ມີສູນຈໍາກັດບໍລິເວນທີ່ຍັງເປີດນຳໃຊ້ຢູ່ທັງໝົດ 35 ສູນ, ມີຜູ້ຖືກຈຳກັດບໍລິເວນຢູ່ສູນ 2.625 ຄົນ, ໄດ້ເກັບຕົວຢ່າງມາກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ.

ລາວ: ການປະຕິບັດ ຫລັກການ 5ປໍ ຢ່າງເຂັ້ມງວດ ແລະ ຕໍ່ເນື່ອງ ເພື່ອຫລຸດຜ່ອນໂຕຍຸງທີ່ນຳເຊື້ອພະຍາດໄຂ້ຍຸງລາຍ

ແຂວງທີ່ມີການລາຍງານ ຫລາຍກວ່າໝູ່ແມ່ນ ນະຄອນ ຫລວງວຽງຈັນ, ມີເຖິງ 23 ຄົນ, ຖັດລົງມາແມ່ນ ແຂວງອັດຕະປື 14 ຄົນ, ວຽງຈັນ 7 ຄົນ, ຫລວງພະບາງ 6 ຄົນ, ເຊກອງ 4 ຄົນ, ສາລະວັນ 3 ຄົນ, ສະຫວັນນະເຂດ 2 ຄົນ, ຄຳມ່ວນ 2 ຄົນ, ບໍລິຄຳໄຊ 2 ຄົນ, ອຸດົມໄຊ 2 ຄົນ ແລະ ຫລວງນ້ຳທາ 1 ຄົນ, ທັງໝົດນັ້ນ ບໍ່ມີຜູ້ເສຍຊີວິດ.

kpl.gov.la

ເຫດການ
302 Found

Found

The document has moved here.