ການນຳບັນດາປະເທດ ສົງສານອວຍພວນທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ

21:28 | 26/02/2021

ຍສໝ - ບັນດາປະມຸກ ແລະ ຜູ້ນຳຫຼາຍປະເທດໃນທົ່ວໂລກ, ເຊັ່ນ: ທ່ານປະທານາທິບໍດີລັດເຊຍ Putin, ປະທານາທິບໍດີສະຫະລັດອາເມລິກາທ່ານ Joe Biden, ປະທານາທິບໍດີອິນເດຍ ... ໄດ້ສົ່ງສານອວຍ​ພວນເຖິງທ່ານເລຂາທິການໃຫຍ່, ປະທານປະເທດຫວຽດ​ນາມ ຫງວຽນຟູຈ້ອງ.

ການນຳບ ນດາປະເທດ ສ ງສານອວຍພວນທ ານເລຂາທ ການໃຫຍ ປະທານປະເທດຫວຽດນາມ ຫງວຽນຝ ຈ ອງ ເພື່ອນມິດສາກົນສືບຕໍ່ສົ່ງສານອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ
ການນຳບ ນດາປະເທດ ສ ງສານອວຍພວນທ ານເລຂາທ ການໃຫຍ ປະທານປະເທດຫວຽດນາມ ຫງວຽນຝ ຈ ອງ ທ່ານ ປະທານາທິບໍດີລັດເຊຍ Vladimir Putin ໄດ້ສົ່ງຄຳອວຍພອນປີໃໝ່ໄປຍັງທ່ານ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ

ເນື່ອງໃນໂອກາດທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ສືບຕໍ່ໄດ້ຮັບການເລືອກຕັ້ງເປັນເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກອມມູນິດ ຫວຽດນາມ ຊຸດທີ 13, ບັນດາປະມຸກ ແລະ ຜູ້ນຳຫຼາຍປະເທດໃນທົ່ວໂລກໄດ້ສົງສານອວຍ​ພວນ.

ການນຳບ ນດາປະເທດ ສ ງສານອວຍພວນທ ານເລຂາທ ການໃຫຍ ປະທານປະເທດຫວຽດນາມ ຫງວຽນຝ ຈ ອງ
ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ. (ພາບ: TTXVN)

ໃນຈົດໝາຍອວຍພອນຂອງປະທານາທິບໍດີສະຫະພັນລັດເຊຍ, ທ່ານ Vladimir Putin ໄດ້ຂຽນວ່າ: “ສະຫະພັນລັດເຊຍ ໄດ້ຕີລາຄາສູງການປະກອບສ່ວນຂອງທ່ານຫງວຽນຝູຈ້ອງ ໃນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງສອງປະເທດໃນປະຈຸບັນ. ຂ້າພະເຈົ້າຄິດວ່າ, ດ້ວຍຄວາມມານະພະຍາຍາມຮ່ວມກັນ, ພວກເຮົາຈະສືບຕໍ່ຊຸກຍູ້ການເຈລະຈາສອງຝ່າຍທີ່ມີລັກສະນະສ້າງສັນ ແລະ ການຮ່ວມມືຢ່າງມີປະສິດທິຜົນໃນທຸກຂົງເຂດ. ສິ່ງດັ່ງກ່າວໄດ້ຕອບສະໜອງຜົນປະໂຫຍດຂອງປະຊາຊົນລັດເຊຍ ແລະ ຫວຽດນາມຢ່າງສົມບູນ, ປະກອບສ່ວນຮັບປະກັນສະຖຽນລະພາບ ແລະ ຄວາມໝັ້ນຄົງຢູ່ພາກພື້ນອາຊີ - ປາຊີຟິກ. ພວກຂ້າພະເຈົ້າຂໍອວຍພອນ ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດຫວຽດ​ນາມ ຫງວຽນ​ຝູ​ຈ້ອງ ຈົ່ງມີສຸຂະພາບເຂັ້ມແຂງ, ສະຫງົບສຸກ ແລະ ປະສົບຜົນສຳເລັດໃໝ່ຫຼາຍຢ່າງ".

ໃນຈົດໝາຍອວຍພອນທ່ານເລຂາທິການໃຫຍ່, ປະທານປະເທດ ຫງວຽນຝູຈ້ອງ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ສະແດງຄວາມເຄົາລົບຕໍ່ບັນດາຄຳໝັ້ນສັນຍາຂອງທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ໃນການຊຸກຍູ້ການຮ່ວມມື ແລະ ສາຍພົວພັນຍຸດທະສາດ ຫວຽດນາມ - ອາເມລິກາ, ພ້ອມທັງປາດຖະໜາວ່າ ຈະສືບຕໍ່ເພີ່ມທະວີການພົວພັນລະຫວ່າງສອງປະເທດ ແລະ ອວຍພອນໃຫ້ທ່ານເລຂາທິການໃຫຍ່ ປະສົບຜົນສຳເລັດໃນຖານະອັນສູງສົ່ງຂອງຕົນ.

ໃນຈົດໝາຍອວຍພອນຂອງທ່ານຍີ່ປຸ່ນ Suga Yoshihide ໄດ້ມີຕອນຂຽນວ່າ: “ຂ້າພະເຈົ້າມີຄວາມປິຕິຊົມຊື່ນເປັນຢ່າງຍິ່ງ ເມື່ອພວກເຮົາໄດ້ເຫັນດີເປັນເອກະພາບຈະສືບຕໍ່ນຳການພົວພັນລະຫວ່າງສອງປະເທດ ໃຫ້ພັດທະນາກວ່າອີກ, ອັນໄດ້ສະແດງໃຫ້ເຫັນຄວາມສະໜິດຕິດພັນອັນເລິກເຊິ່ງລະຫວ່າງ ຍີ່ປຸ່ນ ແລະ ຫວຽດນາມ.”

ສ່ວນໃນຈົດໝາຍອວຍພອນຂອງທ່ານປະທານາທິບໍດີ ສ.ເກົາຫຼີ Moon Jae –in ໄດ້ຂຽນວ່າ: “ຂ້າພະເຈົ້າ ຕີລາຄາສູງຕໍ່ຄວາມມານະພະຍາຍາມຂອງທ່ານເລຂາທິການໃຫຍ່ ໃນການພັດທະນາສາຍພົວພັນສອງປະເທດ ສ.ເກົາຫຼີ ແລະ ຫວຽດນາມ ໃນໄລຍະຜ່ານມາ.”

ທ່ານປະທານາທິບໍດີ ຝລັ່ງ Emmanuel Macron ໄດ້ຂຽນໃນຈົດໝາຍອວຍພອນທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ວ່າ “ຂ້າພະເຈົ້າ ປາດຖະໜາວ່າ ສອງປະເທດຈະພ້ອມກັນຊຸກຍູ້ ແລະ ເຮັດໃຫ້ສາຍພົວພັນລະຫວ່າງສອງປະເທດ, ໂດຍສະເພາະໃນຂົງເຂດເສດຖະກິດ, ວັດທະນະທຳ, ສາທາລະນະສຸກ...

ການນຳບ ນດາປະເທດ ສ ງສານອວຍພວນທ ານເລຂາທ ການໃຫຍ ປະທານປະເທດຫວຽດນາມ ຫງວຽນຝ ຈ ອງ ຮັດແໜ້ນ ແລະ ພັດທະນາສາຍພົວພັນມິດຕະພາບຫວຽດນາມ - ຈີນ

ຍສໝ - ທ່ານລັດຖະມົນຕີກະຊວງຕຳຫຼວດປະເທດຈີນ ໄດ້ສະແດງຄວາມຂອບໃຈຢ່າງຈິງໃຈ ຕໍ່ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ທີ່ໄດ້ສະຫລະເວລາເພື່ອຕ້ອນຮັບຄະນະຜູ້ແທນປະເທດຈີນ; ສະແດງຄວາມຊົມເຊີຍສຳເລັດຜົນຂອງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ.

ການນຳບ ນດາປະເທດ ສ ງສານອວຍພວນທ ານເລຂາທ ການໃຫຍ ປະທານປະເທດຫວຽດນາມ ຫງວຽນຝ ຈ ອງ ເອກອັກຄະລັດຖະທູດຕ່າງປະເທດເຂົ້າ​ຢືນ​ສານ​ຕາ​ຕັ້ງ​ເຖິງ​ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ

ຍ​ສ​ໝ - ທີ່​ການ​ຕ້ອນ​ຮັບ, ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຍິນ​ດີ​ຕ້ອນ​ຮັບບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ປະ​ເທດ ແອັດ​ສະ​ປາຍ, ອີ​ຣານ ແລະ ຟີ​ລິບ​ປິນ.

ການນຳບ ນດາປະເທດ ສ ງສານອວຍພວນທ ານເລຂາທ ການໃຫຍ ປະທານປະເທດຫວຽດນາມ ຫງວຽນຝ ຈ ອງ ທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ມີການສົນທະນາທາງໂທລະສັບກັບທ່ານ ທອງລຸນ ສີສຸລິດເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ

ຍສໝ - ທ່ານ ຫງວຽນຝຸຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຊົມເຊີຍພັກປະຊາຊົນ ປະຕິວັດລາວ ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ XI ສໍາເລັດຜົນ ແລະ ຊົມເຊີຍທ່ານ ທອງລຸນ ສີສຸລິດ ໄດ້ຮັບການເລືອກຕັ້ງເປັນ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນ ປະຕິວັດລາວ ສະໄໝທີ XI.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.