ເອກອັກຄະລັດຖະທູດຕ່າງປະເທດເຂົ້າ​ຢືນ​ສານ​ຕາ​ຕັ້ງ​ເຖິງ​ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ

09:55 | 23/01/2021

ຍ​ສ​ໝ - ທີ່​ການ​ຕ້ອນ​ຮັບ, ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຍິນ​ດີ​ຕ້ອນ​ຮັບບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ປະ​ເທດ ແອັດ​ສະ​ປາຍ, ອີ​ຣານ ແລະ ຟີ​ລິບ​ປິນ.

ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ສົ່ງສານ ແລະກະເຊົ້າດອກໄມ້ຊົມເຊີຍ ທ່ານ ທອງລຸນ ສີສຸລິດ
ທ່ານ ປະທານາທິບໍດີລັດເຊຍ Vladimir Putin ໄດ້ສົ່ງຄຳອວຍພອນປີໃໝ່ໄປຍັງທ່ານ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ
ເອກອັກຄະລັດຖະທູດຕ່າງປະເທດເຂົ້າ​ຢືນ​ສານ​ຕາ​ຕັ້ງ​ເຖິງ​ທ່ານເລຂາທິການໃຫຍ່,ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ
ທ່ານເອກອັກຄະລັດຖະທູດ ຟີລິບປິນ ປະ​ຈຳ ຫວຽດ​ນາມ Meynardo Los Bafios Montealegre ເຂົ້າຍື່ນສານຕາຕັ້ງ ເຖິງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝຸ​ຈ້ອງ (ພາບ: VOV)

ວັນທີ 22 ມັງກອນ, ທີ່ທຳ​ນຽບ​ປະ​ທານ​ປະ​ເທດ, ທ່ານນາງ María del Pilar Méndez Jiménez ເອກອັກຄະລັດຖະທູດ ແອັດສະປາຍປະ​ຈຳ​ຫວຽດ​ນາມ , ທ່ານເອກອັກຄະລັດຖະທູດ ອີຣານ ປະ​ຈຳ ຫວຽດ​ນາມ Ali Ạkhar Nazari ແລະ ທ່ານເອກອັກຄະລັດຖະທູດ ຟີລິບປິນ ປະ​ຈຳ ຫວຽດ​ນາມ Meynardo Los Bafios Montealegre ໄດ້ເຂົ້າຍື່ນສານຕາຕັ້ງ ເຖິງ​ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝຸ​ຈ້ອງ ເນື່ອງໃນໂອກາດມາຮັບໜ້າທີ່ການທູດຢູ່ຫວຽດນາມ. ພາຍ​ລັງ​ພິ​ທີ​ຍື່ນ​ສານ​ຕາ​ຕັ້ງ, ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ​ຫວຽດ​ນາມ ໄດ້​ໃຫ້​ການ​ຕ້ອ​ນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ.,

ທີ່​ການ​ຕ້ອນ​ຮັບ, ທ່ານເລຂາທິການໃຫຍ່,ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕ້ອນ​ຮັບບັນ​ດາ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ​ປະ​ເທດ ແອັດ​ສະ​ປາຍ, ອີ​ຣານ ແລະ ຟີ​ລິບ​ປິນ,

ທ່ານ​ກໍ​ເຊື່ອ​ໝັ້ນ​ວ່າ ແລະ ອວຍພອນໃຫ້ບັນດາເອກອັກຄະລັດຖະທູດ ປະຕິບັດສຳເລັດໜ້າທີ່ຂອງຕົນ, ເປັນຂົວເຊື່ອມຕໍ່ຢ່າງມີປະສິດທິຜົນ ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືໃນຫຼາຍຂົງເຂດລະຫວ່າງບັນດາປະເທດຂອງເອກອັກຄະລັດຖະທູດກັບຫວຽດນາມ.

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ໄດ້​ເນັ້ນ​ໜັກວ່າ ປີ 2020 ແມ່ນ​ປີ​ທີ່​ເຕັມ​ໄປ​ດ້ວຍ​ການ​ຜັນ​ແປ​ທີ່​ຍັງ​ບໍ່​ເຄີຍ​ມີ​ມາ​ກ່ອນ​ໃນ​ຂອບ​ເຂດ​ທົ່ວ​ໂລກ ຍ້ອນ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ພວມ​ກ້າວ​ເຂົ້າ​ສູ່​ບັນ​ດາ​ຊຸມ​ວັນ​ຕົ້ນ​ປີ 2021 ດ້​ວຍ​ຄວາມ​ຫວັງ​ໃໝ່​ກ່ຽວ​ກັບ​ຄວາມ​ໝັ້ນ​ຄົງ, ຄວາມ​ປອດ​ໄພ ແລະ ການ​ຟື້ນ​ຟູ​ເສດ​ຖະ​ກິດ. ທ່ານ​ເລ​ຂາ​ທິ​ການ​ໃຫຍ໋, ປະ​ທານ​ປະ​ເທດ​ໃຫ້​ຮູ້​ວ່າ ເຖິງວ່າ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງ​ຍາກ, ສິ່ງ​ທ້າ​ທາຍຫຼາຍ​ຢ່າງ ແຕ່ ​ຫວຽດ​ນາມ ຍັງ​ບັນ​ລຸ​ໄດ້​ຜົນ​ງານ​ສຳ​ຄັນ​ໃນ​ບັນ​ດາ​ຂົງ​ເຂດ​ເກືອ​ບ​ທັງ​ໝົດ: ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ຈຳ​ນວນ​ໜ້ອຍ​ບັນ​ດາ​ພື້ນ​ຖານ​ເສດ​ຖະ​ກິດ​ຮັກ​ສາ​ໄດ້​ການ​ເຕີບ​ໂຕ​ເປັນ​ບວກ, ບັນ​ລຸ​ເກືອບ 3%, ຮັບ​ປ​ະ​ກັນ​ຄວາມ​ສະ​ຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ສັງ​ຄົມ, ການ​ເຄື່ອນ​ໄຫວ​ທາງ​ການ​ທູດ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ໄດ້​ຍູ້​ແຮງ ແລະ ເປີດ​ກ້​ວາງ, ຜ່ານ​ບັນ​ດາ​ຮູບ​ການ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ, ໄຫວ​ພິບ ແລະ ບັນ​ລຸ​ປະ​ສິດ​ທິ​ຜົນ​ສູງ. ໃນ​ນັ້ນ​, ຮັບ​ປະ​ກັນ​ສຳ​ເລັດ​ບົດ​ບາ​ດເປັນ​ປະ​ທາ​ນອາ​ຊຽນ 2020 ແລະ ກຳ​ມະ​ການ​ບໍ່​ປະ​ຈຳ​ການ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ອາ​ຍຸ​ການ 2020 – 2021, ປະ​ກອບສ່ວນ​ຢ່າງ​ຕັ້ງ​ໜ້າ​ໃຫ້​ແກ່​ສັນ​ຕິ​ພາບ, ການ​ຮ່ວມ​ມື ແລະ ພັດ​ທະ​ນາ​ຢູ່​ພາກ​ພື້ນ ແລະ ໂລກ.

ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ໄດ້ສົ່ງສານ ແລະກະເຊົ້າດອກໄມ້ຊົມເຊີຍ ທ່ານ ທອງລຸນ ສີສຸລິດ

ຍສໝ - ໃນວັນທີ 15 ມັງກອນ 2021, ທີ່ຫໍປະຊຸມແຫ່ງຊາດ ນະຄອນຫລວງວຽງຈັນ ສປປ.ລາວ ໃນວາລະດຳເນີນກອງປະຊຸມໃຫຍ່ ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກ ປະຊາຊົນປະຕິວັດລາວ ທ່ານ ປອ ບຸນທອງ ຈິດມະນີ ຜູ້ປະຈໍາການຄະນະ ເລຂາທິການສູນກາງພັກ ໄດ້ແຈ້ງຜົນການເລືອກຕັ້ງ ຄະນະບໍລິຫານ ງານສູນກາງພັກ ແລະ ຜົນກອງປະຊຸມຄັ້ງປະຖົມມະລຶກ ຂອງຄະນະບໍລິຫານງານ ສູນກາງພັກ ສະໄໝທີ XI ໂດຍໄດ້ເລືອກຕັ້ງ ທ່ານ ປອ ທອງລຸນ ...

ທ່ານ ປະທານາທິບໍດີລັດເຊຍ Vladimir Putin ໄດ້ສົ່ງຄຳອວຍພອນປີໃໝ່ໄປຍັງທ່ານ ເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ

ຍສໝ - ຜູ້ນຳປະເທດລັດເຊຍ ໄດ້ສະແດງຄວາມເຊື່ອໝັ້ນວ່າ ຜ່ານຄວາມມານະພະຍາຍາມລວມຂອງ ລັດເຊຍ ແລະ ຫວຽດນາມ, ສອງປະເທດຈະຮັບປະກັນການເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຢ່າງຮອບດ້ານໃຫ້ຫຼາຍກ່ວາອີກ.

ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດກູບາ

ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ຕີລາຄາສູງ ບັນດາການປະກອບສ່ວນຢ່າງຕັ້ງໜ້າ ແລະ ມີປະສິດທິຜົນ ຂອງທ່ານນາງເອກອັກຄະລັດຖະທູດກູບາ ໃນການເພີ່ມທະວີແລະເຮັດໃຫ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອພິເສດ ລະຫວ່າງສອງພັກ ແລະ ສອງປະເທດຫວຽດນາມ - ກູບາ ໄດ້ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.