ສືບ​ຕໍ່ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ ໄທ

14:30 | 27/03/2021

ຍ​ສ​ໝ - ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮວມ​ມື​ຍຸດ​ທະ​ສາດ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ໄທ ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ແລະ ມີ​ປະ​ສິດ​ທິ​ຜົນ, ເພີ່ມ​ທະ​ວີ​ບັນ​ດາ​ການ​ຢ້ຽມ​ຢາມ, ພົບ​ປະ​ຂັ້ນ​ສູງ ແລະ ໃນ​ທຸກ​ຂັ້ນ, ຮັກ​ສາ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ.

ສ ບ ຕ ຊ ກ ຍ ການ ພ ວ ພ ນ ຄ ຮ ວມ ມ ຍ ດ ທະ ສາດ ລະ ຫວ າງ ຫວຽດ ນາມ ໄທ ລັດຖະມົນຕີ ຕ່າງປະເທດ ຕ້ອນຮັບ ເອກອັກຄະຣາຊະທູດໄທ ຄົນໃໝ່
ສ ບ ຕ ຊ ກ ຍ ການ ພ ວ ພ ນ ຄ ຮ ວມ ມ ຍ ດ ທະ ສາດ ລະ ຫວ າງ ຫວຽດ ນາມ ໄທ ສະມາຄົມຫວຽດນາມ ໄທແຂວງດົ່ງນາຍໄດ້ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ II, ອາຍຸການ 2020 – 2025
ສ ບ ຕ ຊ ກ ຍ ການ ພ ວ ພ ນ ຄ ຮ ວມ ມ ຍ ດ ທະ ສາດ ລະ ຫວ າງ ຫວຽດ ນາມ ໄທ
ທ່ານ​ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຫງວຽນກວັກ​ຢຸງ (ພາບ: baoquocte)

ເມື່ອບໍ່ດົນມານີ້, ທ່ານ​ຮອງ​ລັດ​ຖະ​ມົນ​ຕີກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ຫງວຽນກວັກ​ຢຸງ ໄດ້​ເຂົ້າ​ຮ່ວມ​ການ​ໂອ້​ລົມ​ສົນ​ທະ​ນາ​ທາງ​ອອນ​ລາຍ ກັບ​ທ່ານ ທາ​ນີ ທອງ​ຟາ​ດີ ເລ​ຂາ​ຜູ້​ປະ​ຈຳ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ໄທ ເພື່ອ​ແລກ​ປ່ຽນ​ກ່ຽວ​ກັບ​ການ​ພົວ​ພັນ​ສອງ​ຝ່າຍ ກໍ່​ຄື​ບັນ​ດາ​ບັນ​ຫາ​ໃນ​ພາກ​ພື້ນ ແລະ ສາ​ກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

ສອງ​ຝ່າຍ​ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ສືບ​ຕໍ່​ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮວມ​ມື​ຍຸດ​ທະ​ສາດ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ໄທ ໃຫ້​ນັບ​ມື້​ນັບ​ເຂົ້າ​ສູ່​ລວງ​ເລິກ ແລະ ມີ​ປະ​ສິດ​ທິ​ຜົນ, ເພີ່ມ​ທະ​ວີ​ບັນ​ດາ​ການ​ຢ້ຽມ​ຢາມ, ພົບ​ປະ​ຂັ້ນ​ສູງ ແລະ ໃນ​ທຸກ​ຂັ້ນ, ຮັກ​ສາ​ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ, ໃນ​ນັ້ນ​ມີ​ການ​ກຳ​ນົດ​ເວ​ລາ, ຮູບ​ການ​ຈັດ​ຕັ້ງ​ໃຫ້​ເໝາ​ະ​ສົມ​ຂອງກອງ​ປະ​ຊຸມ​ຄັ້ງ​ທີ 4 ເນື້ອ​ໃນ​ລວມ​ລະ​ຫວ່າງ ຫວຽດ​ນາມ - ໄທ ແລະ ຄະ​ນະ​ກຳ​ມະ​ການ​ປະ​ສານ​ງານ​ກ່ຽວ​ກັບ​ການ​ຮ່ວມ​ມື​ສອງ​ຝ່າຍ ຂັ້ນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ປຶກ​ສາ​ຫາ​ລື​ດ້ານ​ການ​ເມືອງ​ຂັ້ນ​ຮອງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ.

ສອງ​ຝ່າຍ​ຈະ​ຕັ້ງ​ໜ້າ​ສົມ​ທົບ​ກັນ​ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 45 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ - ໄທ (1976 – 2021) ໃນ​ປີ 2021, ຊຸກ​ຍູ້​ການ​ສ້າງ ແລະ ລົງ​ນາມ​ໂຄງ​ການ​ເຄື່ອ​ໄຫວ​ຜັນ​ຂະ​ຫຍາຍ​ກາ​ນ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ເພີ່ມ​ທະ​ວີ ແລະ ຂໍ້​ຕົກ​ລົງ​ການ​ຮ່ວມ​ມື​ລະ​ຫວ່າງກະ​ຊວງ​ການ​ຕ່າງ​ປະ​ເທດສອງ​ປະ​ເທດ​ໄລ​ຍະ 2021 – 2025, ຊຸກຍູ້​ການ​ຮ່ວມ​ມື​ທາງ​ການ​ຄ້າ​ຢ່າງ​ສົມ​ດູນ ແລະ ສູ້​ຊົນ​ນຳ​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ຂຶ້ນ​ເຖິງ 20 ຕື້ USD/ປີ (ປີ 2019, ວົງ​ເງິນ​ການ​ສົ່ງ​ອອກ - ນຳ​ເຂົ້າ​ສອງ​ສົ້ນ​ບັນ​ລຸ 16,9 ຕື້ USD), ຢັ້ງ​ຢືນ​ສືຍ​ຕໍ່​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນ​ໃນ​ບັນ​ດາ​ຂອບ​ເຂດ​ການ​ຮ່ວມ​ມື ເຂດ​ອາ​ນຸ​ພາກ​ພື້ນ, ສ້າງ​ປະ​ຊາ​ຄົມ​ອາ​ຊຽນ, ຊຸກ​ຍູ້​ການ​ໃຫ້​ສັດ​ຕະ​ຍາ​ບັນ ແລະ ຮັ​ບ​ຮອງ​ເອົາ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖ​ະ​ກິດ​ຢ່າງ​ຮອບ​ດ້ານ​ໃນ​ພາກ​ພື້ນ (RCEP).

ກ່ຽວ​ກັບ​ບັນ​ດາ​ທະ​ເລ​ຕາ​ເວັນ​ອອກ, ສອງ​ຝ່າຍ​ກໍ່​ເຫັນ​ດີ​ເປັນ​ເອ​ກະ​ພາບ​ວ່າ ອາ​ຊຽນ​ຕ້ອງ​ຮັກ​ສາ​ຄວາມ​ສາ​ມັກ​ຄີ, ສຽງ​ເວົ້າ​ລວມ ແລະ ບົດ​ບາດ​ເປັນ​ໃຈ​ກາງ, ຢຶດ​ໝັ້ນ​ກັບ​ບັນ​ດາຫຼັກ​ການ​ທີ່​ໄດ້​ຮັບ​ການ​ເຫັນ​ດີ, ຍົກ​ສູງ​ການ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ສາ​ກົນ ແລະ ກົດ​ບັດ ສະ​ຫະ​ປະ​ຊາ​ຊົນ​ກ່ຽກັວ​ກົດ​ໝາຍ​ວ່າ​ດ້ວຍ​ທະ​ເລ (UNCLOS 1982).

ສ ບ ຕ ຊ ກ ຍ ການ ພ ວ ພ ນ ຄ ຮ ວມ ມ ຍ ດ ທະ ສາດ ລະ ຫວ າງ ຫວຽດ ນາມ ໄທ ລັດຖະມົນຕີ ຕ່າງປະເທດ ຕ້ອນຮັບ ເອກອັກຄະຣາຊະທູດໄທ ຄົນໃໝ່

ຍ​ສ​ໝ - ວັນທີ 22 ກຸມພາ 2021 ທີ່ນະຄອນຫລວງວຽງຈັນ, ທ່ານ ສະເຫລີມໄຊ ກົມມະສິດ ລັດ ຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຈດສະດາ ກະຕະເວທິນ ໃນໂອກາດມາດໍາລົງຕຳແໜ່ງ ເປັນເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່ ປະຈຳ ...

ສ ບ ຕ ຊ ກ ຍ ການ ພ ວ ພ ນ ຄ ຮ ວມ ມ ຍ ດ ທະ ສາດ ລະ ຫວ າງ ຫວຽດ ນາມ ໄທ ສະມາຄົມຫວຽດນາມ ໄທແຂວງດົ່ງນາຍໄດ້ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ II, ອາຍຸການ 2020 – 2025

ຍ​ສ​ໝ - ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ທີ່​ທ່ານ Apirat Sugondhabhirom ຫົວ​ໜ້າ​ກົງ​ສູນ​ໃຫຍ່ ລາ​ຊະ​ອາ​ນາ​ຈັກ​ໄທ​ປະ​ຈຳ​ໂຮ່​ຈີ​ມິນ, ທ່ານ ຫງວຽນ​ວຽດ​ລ​ວານ ເລ​ຂາ​ທິ​ການ​ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ, ທ່ານນາງ ເຈິ່ນ​ທິ​ທູ​ທຸ໊ຍ ຫົວ​ໜ້າ​ຫ້ອງວ່າ​ການ​ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມປະ​ຈຳ​ພາກ​ໃຕ້​ຫວຽດ​ນາມ…

ສ ບ ຕ ຊ ກ ຍ ການ ພ ວ ພ ນ ຄ ຮ ວມ ມ ຍ ດ ທະ ສາດ ລະ ຫວ າງ ຫວຽດ ນາມ ໄທ ສະ​ມາ​ຄົມ​ນັກ​ສຶກ​ສາ ຫວຽດ​ນາມ ປະ​ຈຳ ໄທ - ບ່ອນ​ອີງ​ໝັ້ນ​ແກ່ນ​ຂອງ​ນັກ​ສຶກ​ສາ​ຫ່າງ​ໄກຈາກ​ບ້ານ​ເກີດ​ເມືອງນອນ

ເຖິງວ່າ ຫາກໍໄດ້ຮັບການສ້າງຕັ້ງມາໄດ້ປະມານ 3 ປີ ກໍຕາມ ແຕ່ສະມາຄົມນັກສຶກສາຫວຽດນາມ ປະຈຳ ໄທ ໄດ້ມີການປະກອບສ່ວນບໍ່ແມ່ນໜ້ອຍເຂົ້າໃນການສ້າງຄວາມສະໜິດຕິດພັນລະຫວ່າງນັກສຶກສາກັບວົງຄະນະຍາດ ແລະ ນີ້ໄດ້ກາຍເປັນບ່ອນອີງທັງທາງດ້ານວັດຖຸ ແລະ ຈິດໃຈສຳລັບນັກສຶກສາ. ໃນລາຍການ ຊາຍຄາອາຊຽນ ມື້ນີ້, ເຊີນທ່ານຮັບຟັງບົດຂຽນ ດ້ວຍຫົວຂໍ້ “ສະມາຄົມນັກສຶກສາຫວຽດນາມ ປະຈຳ ໄທ - ບ່ອນອີງໝັ້ນແກ່ນຂອງນັກສຶກສາຫ່າງໄກຈາກບ້ານເກີດເມືອງນອນ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.