ລັດຖະມົນຕີ ຕ່າງປະເທດ ຕ້ອນຮັບ ເອກອັກຄະຣາຊະທູດໄທ ຄົນໃໝ່

06:10 | 19/03/2021

ຍ​ສ​ໝ - ຫວ່າງແລ້ວນີ້, ທີ່ນະຄອນຫລວງວຽງຈັນ, ທ່ານ ສະເຫລີມໄຊ ກົມມະສິດ ລັດ ຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຈດສະດາ ກະຕະເວທິນ ໃນໂອກາດມາດໍາລົງຕຳແໜ່ງ ເປັນເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່ ປະຈຳ ສປປ ລາວ.

ລ ດຖະມ ນຕ ຕ າງປະເທດ ຕ ອນຮ ບ ເອກອ ກຄະຣາຊະທ ດໄທ ຄ ນໃໝ ຕີລາຄາສະພາບການຢູ່ພາຍໃນປະເທດ ແລະ ຕ່າງປະເທດ ໃນສະພາບຄວາມຕ້ອງການແຫຼ່ງທຶນໃຫ້ແກ່ການຟື້ນຟູເສດຖະກິດໃນສະພາບການເປັນປົກກະຕິໃໝ່
ລ ດຖະມ ນຕ ຕ າງປະເທດ ຕ ອນຮ ບ ເອກອ ກຄະຣາຊະທ ດໄທ ຄ ນໃໝ ສື່ມວນຊົນລາວ ມີຄວາມຮັບຜິດຊອບສູງໃນການສະໜອງຂໍ້ມູນຂ່າວສານຂອງກອງປະຊຸມໃຫຍ່ ໃຫ້ແກ່ບັນດາສື່ມ່ວນຊົນທັງພາຍໃນ ແລະ ຕ່າງປະເທດ ຕະຫລອດໄລຍະການດຳເນີນກອງປະຊຸມ
ລ ດຖະມ ນຕ ຕ າງປະເທດ ຕ ອນຮ ບ ເອກອ ກຄະຣາຊະທ ດໄທ ຄ ນໃໝ
ທ່ານ ສະເຫລີມໄຊ ກົມມະສິດ ລັດ ຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຈດສະດາ ກະຕະເວທິນ (ພາບ: Kpl)

ໃນໂອກາດດັ່ງກ່າວ, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ສະແດງຄວາມຍິນດີຕ້ອນຮັບ ທ່ານ ເຈດສະດາ ກະຕະເວທິນ ແລະ ໄດ້ສະແດງຄວາມຊົມເຊີຍ ທີ່ທ່ານໄດ້ຮັບການແຕ່ງຕັ້ງໃຫ້ມາດຳລົງຕຳແໜ່ງເອກອັກຄະຣາຊະທູດວິສາມັນ ຜູ້ມີອຳນາດເຕັມ ແຫ່ງ ຣາຊະອານາຈັກໄທ ປະຈຳ ສປປ ລາວ.

ໂອກາດນີ້, ສອງຝ່າຍໄດ້ຕີລາຄາສູງຕໍ່ການພົວພັນມິດຕະພາບ ແລະ ການຮ່ວມມືອັນດີງາມ ຕະ ຫລອດໄລຍະ 70 ຜ່ານມາ. ການພົວພັນ ແລະ ຮ່ວມມື ລາວ-ໄທ ແມ່ນມີຄວາມໃກ້ຊິດ ສະໜິດສະໜົມ ແລະ ມີຫລາຍກົນໄກການຮ່ວມມືລະຫວ່າງກັນ ເພື່ອຂັບເຄື່ອນບັນດາແຜນງານການຮ່ວມມືສອງຝ່າຍຢ່າງເປັນປົກກະຕິ, ປະຊາຊົນສອງປະເທດມີຄວາມຜູກພັນເຊິ່ງກັນ ແລະ ກັນ ໂດຍມີການໄປມາຫາສູ່ຄ້າຂາຍ ແລະ ເຮັດບຸນສິນກິນທານຮ່ວມກັນຢ່າງເປັນປະຈຳ, ເຊິ່ງໄດ້ປະກອບສ່ວນອັນສໍາຄັນ ເຂົ້າໃນການເສີມຂະ ຫຍາຍ ແລະ ຮັດແໜ້ນສາຍພົວພັນມິດຕະພາບ ແລະ ການຮ່ວມມືທີ່ດີຖານບ້ານໃກ້ເຮືອນຄຽງ ທີ່ເປັນມູນເຊື້ອອັນດີງາມມາແຕ່ບູຮານນະການ ໃຫ້ແໜ້ນແຟ້ນ ແລະ ແຕກດອກອອກຜົນຍິ່ງໆຂຶ້ນ.

ທ່ານເອກອັກຄະລາຊະທູດໄທ ໄດ້ໃຫ້ຄໍາໝັ້ນສັນຍາວ່າ: ຈະສືບຕໍ່ອອກແຮງນຊຸກຍູ້ໃຫ້ການພົວພັນຮ່ວມມື ລະຫວ່າງ ສອງປະເທດ ໃຫ້ໄດ້ຮັບການພັດທະນາຂຶ້ນຢ່າງບໍ່ຢຸດຢັ້ງ, ຮັກສາໄດ້ມິດຕະພາບອັນໃກ້ຊິດ ເພື່ອນຳເອົາຜົນປະໂຫຍດຕົວຈິງມາສູ່ປະຊາຊົນສອງຊາດລາວ-ໄທ. ພ້ອມນີ້, ຍັງໄດ້ສະແດງຄວາມຍິນດີຢ່າງຈິງໃຈຕໍ່ທ່ານລັດຖະມົນຕີ ທີ່ໄດ້ຮັບການເລືອກຕັ້ງໃຫ້ເປັນກຳມະການກົມການເມືອງສູງກາງພັກ ໃນກອງປະ ຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ໃນເດືອນມັງກອນ 2021 ຜ່ານມາ.

ໃນໂອກາດນີ້, ທ່ານ ສະເຫລີມໄຊ ກົມມະສິດ ໄດ້ຕາງໜ້າໃຫ້ລັດຖະບານ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຜ່ານທ່ານທູດ ໄປຍັງລັດຖະບານ ແລະ ປະຊາຊົນໄທ ທີ່ໄດ້ໃຫ້ການຊ່ວຍເຫລືອ ສປປ ລາວ ຕໍ່ເຫດການໄພພິບັດທາງທຳມະຊາດຕ່າງໆ ທີ່ເກີດຂຶ້ນ ຢູ່ ສປປ ລາວ ໃນໄລຍະຜ່ານມາ, ລວມທັງການສະໜັບສະໜູນ ແລະ ໃຫ້ຄວາມຊ່ວຍເຫລືອໃນການປ້ອງກັນ, ຄວບຄຸມ ແລະ ແກ້ໄຂຜົນກະທົບຈາກການລະບາດຂອງພະຍາດ ໂຄວິດ-19 ອີກດ້ວຍ. ພ້ອມນັ້ນ, ກໍໄດ້ອວຍພອນໃຫ້ທ່ານທູດຈົ່ງປະສົບຜົນສຳເລັດໃນການເຄື່ອນໄຫວ ວຽກງານທູດທີ່ມີກຽດສູງສົ່ງຂອງທ່ານທູດ ຢູ່ ສປປ ລາວ

ລ ດຖະມ ນຕ ຕ າງປະເທດ ຕ ອນຮ ບ ເອກອ ກຄະຣາຊະທ ດໄທ ຄ ນໃໝ ຕີລາຄາສະພາບການຢູ່ພາຍໃນປະເທດ ແລະ ຕ່າງປະເທດ ໃນສະພາບຄວາມຕ້ອງການແຫຼ່ງທຶນໃຫ້ແກ່ການຟື້ນຟູເສດຖະກິດໃນສະພາບການເປັນປົກກະຕິໃໝ່

ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຝຸກ ຖືວ່າ, ຄວນກວດກາ, ຕິດຕາມກວດກາ, ຮັບປະກັນຄວາມສາມາດຊຳລະໜີ້ສາທາລະນະຂອງແຕ່ລະໂຄງການຢ່າງລະອຽດ, ເຮັດແຈ້ງໜ້າທີ່ຄວາມຮັບຜິດຊອບຂອງທຸກຂັ້ນໃນການນຳໃຊ້ທຶນ, ຮັບປະກັນອິດທິພົນຊື່ສຽງຂອງປະເທດຊາດ.

ລ ດຖະມ ນຕ ຕ າງປະເທດ ຕ ອນຮ ບ ເອກອ ກຄະຣາຊະທ ດໄທ ຄ ນໃໝ ສື່ມວນຊົນລາວ ມີຄວາມຮັບຜິດຊອບສູງໃນການສະໜອງຂໍ້ມູນຂ່າວສານຂອງກອງປະຊຸມໃຫຍ່ ໃຫ້ແກ່ບັນດາສື່ມ່ວນຊົນທັງພາຍໃນ ແລະ ຕ່າງປະເທດ ຕະຫລອດໄລຍະການດຳເນີນກອງປະຊຸມ

ການປະຕິບັດໜ້າທີ່ ຂອງສື່ມວນຊົນທັງລາວ ແລະ ຕ່າງປະເທດ ເຫັນວ່າປະຕິບັດໜ້າທີ່ ຂອງຕົນໄດ້ເປັນຢ່າງດີ, ໂດຍໄດ້ນຳເອົາເນື້ອໃນ, ຮູບພາບການເຄື່ອນໄຫວ ທຸກວາລະຂອງກອງປະຊຸມ ເຊິ່ງຜົນໄດ້ຮັບກໍເຫັນວ່າ ປະຊາຊົນລາວບັນດາເຜົ່າ, ຊັ້ນຄົນຕ່າງໆ ພາຍໃນປະເທດ ກໍຄືຕ່າງປະເທດ ໄດ້ຕິດຕາມໃຫ້ຄວາມສົນໃຈ, ເຊິ່ງສະແດງອອກ ຜ່ານສື່ສັງຄົມອອນລາຍ, ຜ່ານໜ້າຂ່າວ ທີ່ມີຄົນເຂົ້າຮັບ ຂໍ້ມູນຂ່າວສານ, ເຂົ້າເບິ່ງຮູບພາບ ເປັນຈຳນວນຫລວງຫລາຍທີ່ສຸດ.

ລ ດຖະມ ນຕ ຕ າງປະເທດ ຕ ອນຮ ບ ເອກອ ກຄະຣາຊະທ ດໄທ ຄ ນໃໝ ລັດຖະມົນຕີ ກະຊວງ ຮສສ ຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທູດຕວັກກີ ປະຈຳລາວ ຄົນໃໝ່

ໃນວັນທີ 26 ພະຈິກ 2020 ທີ່ກະຊວງ ແຮງງານ ແລະ ສະຫວັດດີການສັງຄົມ (ຮສສ), ທ່ານ ຄຳແພງ ໄຊສົມແພງ ລັດຖະມົນຕີ ກະຊວງ ຮສສ ໄດ້ໃຫ້ກຽດຕ້ອນຮັບ ການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ອໍຮັນ ອີຊິກ (Orhan Isik) ເອກອັກຄະລັດຖະທູດ ແຫ່ງ ສາທາລະນະລັດ ຕວັກກີ ປະຈຳ ສປປ ລາວ, ເນື່ອງໃນໂອກາດ ມາດຳລົງຕຳແໜ່ງເປັນ ...

kpl.gov.la/

ເຫດການ
302 Found

Found

The document has moved here.