ສະ​ມາ​ຄົມ​ນັກ​ສຶກ​ສາ ຫວຽດ​ນາມ ປະ​ຈຳ ໄທ - ບ່ອນ​ອີງ​ໝັ້ນ​ແກ່ນ​ຂອງ​ນັກ​ສຶກ​ສາ​ຫ່າງ​ໄກຈາກ​ບ້ານ​ເກີດ​ເມືອງນອນ

10:36 | 28/12/2020

ເຖິງວ່າ ຫາກໍໄດ້ຮັບການສ້າງຕັ້ງມາໄດ້ປະມານ 3 ປີ ກໍຕາມ ແຕ່ສະມາຄົມນັກສຶກສາຫວຽດນາມ ປະຈຳ ໄທ ໄດ້ມີການປະກອບສ່ວນບໍ່ແມ່ນໜ້ອຍເຂົ້າໃນການສ້າງຄວາມສະໜິດຕິດພັນລະຫວ່າງນັກສຶກສາກັບວົງຄະນະຍາດ ແລະ ນີ້ໄດ້ກາຍເປັນບ່ອນອີງທັງທາງດ້ານວັດຖຸ ແລະ ຈິດໃຈສຳລັບນັກສຶກສາ. ໃນລາຍການ ຊາຍຄາອາຊຽນ ມື້ນີ້, ເຊີນທ່ານຮັບຟັງບົດຂຽນ ດ້ວຍຫົວຂໍ້ “ສະມາຄົມນັກສຶກສາຫວຽດນາມ ປະຈຳ ໄທ - ບ່ອນອີງໝັ້ນແກ່ນຂອງນັກສຶກສາຫ່າງໄກຈາກບ້ານເກີດເມືອງນອນ.

ສະ ມາ ຄ ມ ນ ກ ສ ກ ສາ ຫວຽດ ນາມ ປະ ຈຳ ໄທ ບ ອນ ອ ງ ໝ ນ ແກ ນ ຂອງ ນ ກ ສ ກ ສາ ຫ າງ ໄກຈາກ ບ ານ ເກ ດ ເມ ອງນອນ ສານ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຫງວຽນ​ຊວນ​ຟຸກ ເນື່ອງ​ໃນ​ໂອ​ກາດ​ວັນ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາ​ດ​ສາ​ກົນ
ສະ ມາ ຄ ມ ນ ກ ສ ກ ສາ ຫວຽດ ນາມ ປະ ຈຳ ໄທ ບ ອນ ອ ງ ໝ ນ ແກ ນ ຂອງ ນ ກ ສ ກ ສາ ຫ າງ ໄກຈາກ ບ ານ ເກ ດ ເມ ອງນອນ ມອບ​ຂອງ​ຂວັ​ນ ກ່​ວາ 200 ພູດ​ໃຫ້​ແກ່​ປະ​ຊາ​ຊົນ​ບ້ານ​ຢູ່​ເຂດ​ຊາຍ​ແດນ​ລະ​ຫວ່າງ ຫວຽດ​ນາມ - ລາວ
ສະ ມາ ຄ ມ ນ ກ ສ ກ ສາ ຫວຽດ ນາມ ປະ ຈຳ ໄທ ບ ອນ ອ ງ ໝ ນ ແກ ນ ຂອງ ນ ກ ສ ກ ສາ ຫ າງ ໄກຈາກ ບ ານ ເກ ດ ເມ ອງນອນ
ບັນດາສະມາຊິກໃນສະມາຄົມນັກສຶກສາ ຫວຽດນາມ ປະຈຳ ໄທ ແນະນຳ ແລະ ໂຄສະນາກ່ຽວກັບພາບພົດຂອງບ້ານເກີດເມືອງນອນ

ໂດຍໄດ້ຮັບການສ້າງຕັ້ງແຕ່ເດືອນທັນວາ ປີ 2017, ດ້ວຍຈຳນວນສະມາຊິກທັງໝົດແມ່ນເກືອບ 200 ຄົນ ຢູ່ມະຫາວິທະຍາໄລ ແລະ ວິທະຍາໄລປະມານ 20 ແຫ່ງຂອງ ໄທ, ສະມາຄົມນັກສຶກສາຫວຽດນາມ ຢູ່ ໄທ ແມ່ນໜຶ່ງບັນດາອົງການຈັດຕັ້ງທີ່ເຄື່ອນໄຫວພາຍໃຕ້ການຊີ້ນຳຂອງສະຖານທູດ ຫວຽດນາມ ປະຈຳ ໄທ ແລະ ສູນກາງສະມາຄົມນັກສຶກສາຫວຽດນາມ. ໃນໄລຍະເກືອບ 3 ປີຜ່ານມາ, ສະມາຄົມນັກສຶກສາຫວຽດນາມ ປະຈຳ ໄທ ໄດ້ເປັນບ່ອນອີງທີ່ໝັ້ນແກ່ນ, ສ້າງຄວາມສະໜິດຕິດພັນ ແລະ ຄວາມສາມັກຄີ, ຊ່ວຍໜູນເຊິ່ງກັນແລະກັນ ລະຫວ່າງນັກສຶກສາ ຫວຽດນາມ ທີ່ພວມຮ່ຳຮຽນຢູ່ ໂຮງຮຽນແຫ່ງຕ່າງໆຂອງ ໄທ ແລະ ເປັນຂົວຕໍ່ຊ່ວຍນັກສຶກສາ ໃຫ້ມີຄວາມສະໜິດຕິດພັນກັບປະຊາຄົມຊາວຫວຽດນາມ ອາໄສ ຢູ່ ໄທ, ອວ່າຍໜ້າເມືອຫາບ້ານເກີດເມືອງນອນ. ຫຼາຍກິດຈະກຳຂອງສະມາຄົມຖືກຈັດຕັ້ງຂຶ້ນຄື: ການເສັງຂຽນຊອກຮູ້ກ່ຽວກັບຊີວິດປະຕິວັດຂອງປະທານ ໂຮ່ຈີມິນ, ວັນບຸນເຕັດປະຊາຄົມ, ບຸນເຂົ້າປະດັບດິນ, ບໍລິຈາກເງິນຊ່ວຍເຫຼືອນັກສຶກສາທີ່ປະສົບເຄາະຮ້າຍໃນເຫດໄຟໄໝ້ອາພາດເມັນ ຣັດທະເທວີ ຢູ່ ບາງກອກ, ມອບປຶ້ມອ່ານໃຫ້ແກ່ເຍົາວະຊົນຢູ່ໂຮງຮຽນແຫ່ງຕ່າງໆທີ່ປະສົບກັບຄວາມຫຍຸ້ງຍາກຢູ່ ຫວຽດນາມ... ແລະ ຫຼ້າສຸດແມ່ນຈັດກິດຈະກຳບໍລິຈາກຊ່ວຍເຫຼືອຜູ້ປະສົບເຄາະຮ້າຍໃນໄລຍະເກີດຝົນຕົກ, ນ້ຳຖ້ວມຢູ່ພາກກາງ ຫວຽດນາມ ແລະ ລາຍການ: ຂອງຂວັນທີ່ເຕັມໄປດ້ວຍຄວາມຮັກຢູ່ໂຮງຮຽນສົງ MCU... ເພື່ອນ ຫງວຽນຮຸຍຮວ່າງ - ປະທານ ສະມາຄົມນັກສຶກສາ ຫວຽດນາມ ປະຈຳ ໄທ ໃຫ້ຮູ້ວ່າ:

“ໃນຖານະເປັນອົງການຜູ້ຕາງໜ້ານັກສຶກສາ ຫວຽດນາມ ປະຈຳ ໄທ, ທາງສະມາຄົມໄດ້ສົມທົບກັບສະຖາທູດຢ່າງໃກ້ຊິດ ກຳແໜ້ນສະພາບການຂອງນັກສຶກສາແຕ່ລະຄົນເພື່ອຊອກຮູ້ໃຫ້ການຊ່ວຍເຫຼືອນັກສຶກສາ. ໃນການຮ່ຳຮຽນ, ທາງສະມາຄົມໄດ້ສ້າງຕັ້ງກຸ່ມວິຊາການກ່ຽວກັບພາສາສະເພາະກິດເພື່ອຮຽນຮູ້, ແບ່ງປັນປະສົບການເຊິ່ງກັນແລະກັນ ແລະ ເພີ່ມທະວີຄວາມສາມາດໃນການຄົ້ນຄວ້າ ແລະ ປະດິດຄິດສ້າງໃນໝູ່ນັກສຶກສາ. ໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ພວກຂ້າພະເຈົ້າໄດ້ສ້າງເວັບໄຊ, fanpage ເພື່ອຕັ້ງໜ້າສະໜອງຂໍ້ມູນຂ່າວສານໃຫ້ແກ່ນັກສຶກສາຢ່າງຄົບຖ້ວນທີ່ສຸດ ແລະ ທັນການ ຊ່ວຍເຂົາເຈົ້າມີຄວາມເປັນເຈົ້າການໃນການຮ່ຳຮຽນ”.

ນັບແຕ່ຕົ້ນປີ, ເມື່ອໂລກລະບາດໂຄວິດ - 19 ເລີ່ມແຜ່ລາມອອກສູ່ວົງກວ້າງ, ສະມາຄົມນັກສຶກສາ ຫວຽດນາມ ປະຈຳ ໄທ ໄດ້ສ້າງຕັ້ງກອງໂຄສະນາກ່ຽວກັບໂລກລະບາດ ໂຄວິດ - 19, ສ້າງບັນດາຊ່ອງທາງເຊື່ອມຕໍ່ກັບປະຊາຄົມນັກສຶກສາຫວຽດນາມ, ໂອ້ລົມສົນທະນາເປັນກຸ່ມຜ່ານທາງອິນເຕີແນັດ ເພື່ອແນໃສ່ປະຕິບັດວຽກງານໂຄສະນາຂໍ້ມູນຂ່າວສານ, ພິເສດແມ່ນໂລກລະບາດໂຄວິດ - 19, ຮຽກຮ້ອງບັນດານັກສຶກສາທີ່ຮຽນສາຍແພດສາດ ໃຫ້ຄຳປຶກສາໂດຍກົງກ່ຽວກັບສຸຂະພາບໃຫ້ແກ່ນັກສຶກສາ; ຜູ້ໃດທີ່ຮູ້ພາສາໄທກໍຕິດຕາມ ແລະ ແປຂ່າວ ກໍຄືນະໂຍບາຍ ແລະ ຄຳກ່າວເຕືອນຂອງລັດຖະບານໄທ ແລ້ວສະໜອງຂໍ້ມູນຂ່າວດັ່ງກ່າວໃຫ້ແກ່ວົງຄະນະຍາດນັກສຶກສາ. ທາງສະມາຄົມກໍສົມທົບກັບປະຊາຄົມຊາວຫວຽດນາມ ອາໄສ ຢູ່ ໄທ ຈັດຕັ້ງມອບແຜ່ນກັ້ນບັງ, ຜ້າອັດປາກອະນາໄມ, ນ້ຳຢາຂ້າເຊື້ອ, ເງິນ ແລະ ວັດຖຸອຸປະກອນ... ໜູນຊ່ວຍບັນດານັກສຶກສາທີ່ປະສົບກັບຄວາມຫຍຸ້ງຍາກ... ຕີລາຄາກ່ຽວກັບບັນດາການປະກອບສ່ວນ ແລະ ປະສິດທິຜົນຂອງການເຄື່ອນໄຫວຂອງສະມາຄົມໃນໄລຍະຜ່ານມາ, ເພື່ອນ ໂຕນໜືງອກເຮິນ, ອະດີດປະທານສະມາຄົມໃຫ້ຮູ້ວ່າ:

“ບັນດາການເຄື່ອນໄຫວຂອງສະມາຄົມໄດ້ສະແດງໃຫ້ເຫັນກຳລັງແຮງໜຸ່ມ, ພູມປັນຍາ, ການແບ່ງປັນ ແລະ ແຜ່ກະຈາຍຄວາມຮູ້, ຮັບໃຊ້ວົງຄະນະຍາດຂອງນັກສຶກສາ ຫວຽດນາມ ຢູ່ ໄທ, ໂດຍສະເພາະແມ່ນໃນໄລຍະເກີດໂລກລະບາດຄັ້ງປະຫວັດສາດ. ສິ່ງດັ່ງກ່າວ ຍິ່ງສະແດງໃຫ້ເຫັນຄວາມສາມັກຄີຂອງວົງຄະນະຍາດປັນຍາຊົນຫວຽດນາມ ຢູ່ ຕ່າງປະເທດ. ປັນຍາຊົນ ຫວຽດນາມ ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງເພື່ອພັດທະນາປະຊາຄົມຊາວຫວຽດນາມ ອາໄສ ຢູ່ຕ່າງປະເທດ ກໍຄື ປະກອບສ່ວນເຂົ້າໃນການສ້າງສາ, ພັດທະນາບ້ານເກີດເມືອງນອນ ແລະ ປະເທດຊາດ.”

ດ້ວຍບັນດາການເຄື່ອນໄຫວແທດຈິງ ແລະ ມີຄວາມໝາຍນັ້ນ, ສະມາຄົມນັກສຶກສາຫວຽດນາມ ປະຈຳ ໄທ ໄດ້ກາຍເປັນຂົວຕໍ່ ແລະ ບ່ອນອີງໝັ້ນແກ່ນໃຫ້ແກ່ນັກສຶກສາທີ່ຫ່າງໄກຈາກບ້ານເກີດເມືອງນອນຢ່າງແທ້ຈິງ.

ສະມາຄົມນັກສຶກສາໄດ້ຈັດຕັ້ງການເຄື່ອນໄຫວມ່ວນຊື່ນແລະມີຄວາມໝາຍຫຼາຍຢ່າງໂດຍມີການປະກອບສ່ວນຂອງນັກສຶກສາຈາກໂຮງຮຽນແຫ່ງຕ່າງໆ. ພວກຂ້າເຈົ້າພ້ອມກັນແຕ່ງກິນ, ສ້າງກອງທຶນມູນນິທິແລະເຂົ້າຮ່ວມກິດຈະກຳສະແດງສິລະປະ, ວັດທະນະທຳ, ອາຫານການກິນຂອງບັນດາປະເທດຢູ່ບາງກອກໃນໄລຍະເກີດໂລກລະບາດໂຄວິດ - 19 ່ານມາ, ພວກຂ້າພະເຈົ້າຍັງຮຽກຮ້ອງແລະລະດົມໄດ້ວັດຖຸອຸປະກອນແລະເງິນຈຳນວນບໍ່ໜ້ອຍເພື່ອຊ່ວຍເຫຼືອບຸກຄົນທີ່ຖືກຕິດຄ້າງຢູ່ໄທແລະປະສົບກັບຄວາມຫຍຸ້ງຍາກຂ້າພະເຈົ້າເຫັນວ່າເປັນປະໂຫຍດຫຼາຍເມື່ອເຂົ້າຮ່ວມສະມາຄົມນັກສຶກສາຫວຽດນາມປະຈຳໄທ”.

“ຫວ່າງມໍ່ໆມານີ້, ຂ້າພະເຈົ້າໄດ້ຮ່ວມແຮງຮ່ວມໃຈຊ່ວຍເຫຼືອປະຊາຊົນພາກກາງຫວຽດນາມຍ້ອນົນຕົກ, ນ້ຳຖ້ວມໄດ້ກໍ່ຜົນເສຍຫາຍຢ່າງໜັກໜ່ວງໃນໄລຍະຜ່ານມາ. ຕາມຂ້າພະເຈົ້າແລ້ວນີ້ແມ່ນການເຄື່ອນໄຫວທີ່ແທດຈິງແລະມີຄວາມໝາຍຂອງສະມາຄົມນັກສຶກສາ, ່ວຍໃຫ້ສະມາຄົມນັກສຶກສາວ່າຍໜ້າເມືອຫາບ້ານເກີດເມືອງນອນ. ເຂົ້າຮ່ວມກຸ່ມຄົ້ນຄວ້າຂອງສະມາຄົມ, ຂ້າພະເຈົ້າໄດ້ເຊື່ອມຕໍ່, ແລກປ່ຽນກັບສ່ວນບຸກຄົນຫຼືກຸ່ມຄົ້ນຄວ້າອື່ນໆຢູ່ໄທ. ສິ່ງດັ່ງກ່າວເປັນປະໂຫຍດຫຼາຍສຳລັບຂ້າພະເຈົ້າໃນການເຄື່ອນໄຫວຄົ້ນຄວ້າຢູ່ໄທໃນໄລຍະຈະມາເຖິງ.”

ໃນໄລຍະໂລກລະບາດໂຄວິດ - 19 ແຜ່ລະບາດ, ສະມາຄົມນັກສຶກສາໄດ້ລະົມກຳລັງໃຈເຮັດໃຫ້ພວກຂ້າພະເຈົ້າຮູ້ສຶກມີຄວາມອຸ່ນອ່ຽນໃຈກວ່າແລະບັນເທົາຄວາມຄິດຮອດບ້ານ. ພາຍຫຼັງໂລກລະບາດຢູ່ໄທໄດ້ຮັບການຄວບຄຸມເປັນຊົ່ວຄາວ, ວກ້າພະເຈົ້າກໍ່ໄດ້ເຂົ້າຮ່ວມບາງກິດຈະກຳຂອງສະມາຄົມຄື: ລາຍການຂອງຂວັນທີ່ເຕັມໄປດ້ວຍຄວາມຮັກເຊິ່ງຈັດຂຶ້ນຢູ່ໂຮງຮຽນສົງ MCU, ສ້າງກຸ່ມໂຄສະນາເພື່ອສ້າງກອງທຶນມູນນິທິຊ່ວຍເຫຼືອພໍ່ແມ່ປະຊາຊົນເຂດາກກາງຫວຽດນາມ…”.

ເພື່ອນ ຫງວຽນຮຸຍຮວ່າງ - ປະທານ ສະມາຄົມ ໃຫ້ຮູ້ຕື່ມອີກວ່າ: ເຖິງວ່າປະສົບກັບຄວາມຫຍຸ້ງຍາກຫຼາຍພໍສົມຄວນກໍຕາມ ແຕ່ໃນໄລຍະຈະມາເຖິງ, ທາງສະມາຄົມຈະສືບຕໍ່ພະຍາຍາມເພີ່ມທະວີການເຄື່ອນໄຫວຂອງກຸ່ມອາສາສະໝັກ, ຄະນະເລຂາ ແລະ ຄະນະບໍລິຫານງານໃຫ້ຫຼາຍກວ່າອີກ ເພື່ອສາມາດສ້າງຄວາມສະໜິດຕິດພັນ ແລະ ຊ່ວຍເຫຼືອນັກສຶກສາໃຫ້ໄດ້ຫຼາຍກວ່າ, ເລິກກວ່າ ແລະ ກວ້າງກວ່າ, ສ້າງກາລະໂອກາດເຊື່ອມຕໍ່ວົງຄະນະຍາດນັກສຶກສາ ຫວຽດນາມ ຢູ່ ໄທ ກັບ ວົງຄະນະຍາດນັກສຶກສາ ຫວຽດນາມ ທີ່ຮ່ຳຮຽນຢູ່ຕ່າງປະເທດໃຫ້ຫຼາຍກວ່າອີກ.

ສະ ມາ ຄ ມ ນ ກ ສ ກ ສາ ຫວຽດ ນາມ ປະ ຈຳ ໄທ ບ ອນ ອ ງ ໝ ນ ແກ ນ ຂອງ ນ ກ ສ ກ ສາ ຫ າງ ໄກຈາກ ບ ານ ເກ ດ ເມ ອງນອນ ລົງ​ນາມ​ການ​ຮ່ວມ​ມື​ລະ​ຫວ່າງ ​ຫວຽດ​ນາມ ກັບ ກຳ​ປູ​ເຈຍ ກ່ຽວ​ກັບ​ການຊອກ​ຫາ​ອັດ​ຖິ​ທະ​ຫານ​ເສຍ​ສະຫຼະ​ຊີ​ວິດ​ເພື່ອ​ຊາດ, ນັກ​ຮົບ​ອາ​ສາ​ສະ​ໝັກ ແລະ ນັກ​ຊ່ຽວ​ຊາ

ຍ​ສ​ໝ - ທ່ານ​ພັນ​ເອກ ດ່າມ​ກຽນ​ທຶ໊ກ, ຜູ້​ບັນ​ຊາ​ການ​ກອງ​ບັນ​ຊາ​ການ​ທະ​ຫານ, ຮອງ​ຫົວ​ໜ້າ​ຄະ​ນະ​ປະ​ຈຳ​ຄະ​ນະ​ສະ​ເພາະ​ກິດ​ແຂວງ ກຽນ​ຢາງ​ໃຫ້​ຮູ້​ວ່າ: ນັບ​ແຕ່​ເວ​ລາ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ​ລະ​ຫວ່າງ ສອງ​ລັດ​ຖະ​ບານ ປະ​ເທດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົມ​ຫວຽດ​ນາມ ແລະ ລັດ​ຖະ​ບານລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ໄດ້​ລົງ​ນາມ​ໃນ​ວັນ​ທີ 28 ສິງ​ຫາ 2020 ຢູ່​ນະ​ຄອນຫຼວງ Phnom Penh, ລາ​ຊະ​ອາ​ນາ​ຈັກ​ກຳ​ປູ​ເຈຍ ມາ​ຮອດ​ປັດ​ຈຸ​ບັນ, ກອງ K92, ກອງ​ບັນ​ຊາ​ການ​ທະ​ຫານ ...

ສະ ມາ ຄ ມ ນ ກ ສ ກ ສາ ຫວຽດ ນາມ ປະ ຈຳ ໄທ ບ ອນ ອ ງ ໝ ນ ແກ ນ ຂອງ ນ ກ ສ ກ ສາ ຫ າງ ໄກຈາກ ບ ານ ເກ ດ ເມ ອງນອນ ມອບ​ໃບ​ຢັ້ງ​ຢືນ​ຊຸດ​​ຮຽນ​ພາ​ສາ ຫວຽດ​ ໃຫ້​ແກ່​ນັກ​ສຶກ​ສາ​ລາວ

ຍ​ສ​ໝ - ພາຍຫຼັງ​ການ​ຮຽນ​ມາ​ເປັນ​ເວ​ລາ 9 ເດືອນ​ຢູ່​ໂຮງ​ຮຽນ, ມີ​ນັກ​ສຶ​ກ​ສາ​ລາວ 74 ຄົນ​ມີ​ເງື່ອນ​ໄຂ​ຢ່າງ​ຄົບ​ຖ້ວນ​ເພື່ອ​ຈົບ​ຊຸດ​ການ​ຮຽນ​ພາ​ສາ​ຫວຽດ, ໃນ​ນັ້ນ​ມີ ນັກ​ສຶກ​ສາ 6 ຄົນ​ບັນ​ລຸ​ໄດ້​ຜົນ​ດີ​ເດັ່ນໃນ​ການ​ຮ່ຳ​ຮຽນ ແລະ ຫຼໍ່ຫຼອມ ເຊິ່ງ​ໄດ້​ຮັບ​ການ​ຍ້ອງ​ຍໍ​ຈາກ​ໂຮງ​ຮຽນ.

ສະ ມາ ຄ ມ ນ ກ ສ ກ ສາ ຫວຽດ ນາມ ປະ ຈຳ ໄທ ບ ອນ ອ ງ ໝ ນ ແກ ນ ຂອງ ນ ກ ສ ກ ສາ ຫ າງ ໄກຈາກ ບ ານ ເກ ດ ເມ ອງນອນ ສະ​ຖານ​ທູດ ລັດ​ເຊຍ ປະ​ຈຳ ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ເງິນເປັນ​ຈຳ​ນວນ 40 ລ້ານ​ໃຫ້​ແກ່​ບັນ​ດາ​ແຂວງ​ທາງ​ພາ​​ກກາງ, ໄຕ​ງວຽນ

ຍ​ສ​ໝ - ທ່ານເຈິ່ນ​ແທັງ​ເໝິນ​ກໍ່​ສະ​ແດງ​ຄວາມຫວັງວ່າ ໃນໄລຍະຈະມາເຖິງ, ທ່ານເອກອັກຄະລັດຖະທູດ Konstantin Vnukov ຈະສ​ືບ​ຕໍ່ເປັນຂົວຕໍ່ທີ່ມີປະສິດທິຜົນ, ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການພົວພັນຫວຽດນາມ - ລັດເຊຍໃຫ້ນັບມື້ນັບພັດທະນາ.

vovworld.vn

ເຫດການ
302 Found

Found

The document has moved here.