ສະມາຄົມຫວຽດນາມ ໄທແຂວງດົ່ງນາຍໄດ້ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ II, ອາຍຸການ 2020 – 2025

06:30 | 10/01/2021

ຍ​ສ​ໝ - ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ທີ່​ທ່ານ Apirat Sugondhabhirom ຫົວ​ໜ້າ​ກົງ​ສູນ​ໃຫຍ່ ລາ​ຊະ​ອາ​ນາ​ຈັກ​ໄທ​ປະ​ຈຳ​ໂຮ່​ຈີ​ມິນ, ທ່ານ ຫງວຽນ​ວຽດ​ລ​ວານ ເລ​ຂາ​ທິ​ການ​ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ, ທ່ານນາງ ເຈິ່ນ​ທິ​ທູ​ທຸ໊ຍ ຫົວ​ໜ້າ​ຫ້ອງວ່າ​ການ​ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມປະ​ຈຳ​ພາກ​ໃຕ້​ຫວຽດ​ນາມ…

ຊ​າວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດປະ​ກອບ​ສ່ວ​ນ​ຊຸກ​ຍູ​້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ-ໄທ
ສະເຫຼີມສະຫຼອງ 93 ປີແຫ່ງວັນຊາດລາຊະອານາຈັກໄທ: ຢັ້ງຢືນການພົວພັນໄທ - ຫວຽດນາມ ໄດ້ຊະນະໂລກລະບາດ
ສະມາຄົມຫວຽດນາມ ໄທແຂວງດົ່ງນາຍໄດ້ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ II, ອາຍຸການ 2020 – 2025
ບັນ​ດາ​ຜູ້​ແທນ​ເຂົ້າ​ຮ່ວມກອງ​ປະ​ຊຸມ

ວັນ​ທີ 7 ມັງ​ກອນ, ສະ​ມາ​ຄົມຫວຽດ​ນາມ ໄທ​ແຂວງ​ດົ່ງ​ນາຍ​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫຍ່​ຄັ້ງ​ທີ II, ອາ​ຍຸ​ການ 2020 – 2025 ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ຢ່າງ​ເປັນ​ທ​າງ​ການ ກ່​ວາ 150 ທ່ານ.

ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ທີ່​ທ່ານ Apirat Sugondhabhirom ຫົວ​ໜ້າ​ກົງ​ສູນ​ໃຫຍ່ ລາ​ຊະ​ອາ​ນາ​ຈັກ​ໄທ​ປະ​ຈຳ​ໂຮ່​ຈີ​ມິນ, ທ່ານ ຫງວຽນ​ວຽດ​ລ​ວານ ເລ​ຂາ​ທິ​ການ​ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ, ທ່ານນາງ ເຈິ່ນ​ທິ​ທູ​ທຸ໊ຍ ຫົວ​ໜ້າ​ຫ້ອງວ່າ​ການ​ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມປະ​ຈຳ​ພາກ​ໃຕ້​ຫວຽດ​ນາມ…

ສ່ວນ​ຝ່າຍ​ການ​ນຳ​ແຂວງ​ດົ່ງ​ນາຍ​ມີ​ທ່ານ ທ໊າຍ​ບ໋າວ - ຮອງ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ແຂວງ, ທ່ານ ຟ້າມ​ເຕິ໊ນ​ລິງ, ຮອງ​ຫົວ​ໜ້າ​ຄະ​ນະ​ໂຄ​ສະ​ນາ​ສຶກ​ສາອົງ​ຄະ​ນະ​ພັກ​ແຂວງ, ທ່ານ​ນາງ ບຸຍ​ບິກ​ທຸ໊ຍ ຮອງ​ຫົວ​ໜ້າ​ຄະ​ນະ​ຂົນ​ຂວາຍ​ປະ​ຊາ​ຊົນ​ອົງ​ຄະ​ນະ​ພັກ​ແຂວງ, ທ່ານ ຫງວຽນ​ແທັງ​ຈິ໊ ປະ​ທານ​ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ແຂວງ...

ຕາ​ມ​ບົດ​ລາຍ​ງານ​ສະ​ຫຼຸບການ​ເຄື່ອນ​ໄຫວ​ອາ​ຍຸ​ການ 2015 – 2020, ໃນ 5 ປີ​ທີ່​ຜ່ານ​ມາ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ ໄທ ແຂວງ​ດົ່ງ​ນາຍ​ໄດ້​ກາຍ​ເປັນ​ບ່ອນ​ເຊື່ອມ​ຕໍ່​ສະ​ມາ​ຊິກ 150 ຄົນ. ໃນ​ນັ້ນ​ມີ​ສະ​ມາ​ຊິກຫຼາຍ​ຄົນ​ແມ່ນ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ໄທ​ກັບ​ຄືນ​ປະ​ເທດ​ຕາມ​ຄຳ​ຮຽ​ກ​ຮ້ອງ​ຂອງ​ປະ​ທານ​ໂຮ່​ຈີ​ມິນ.

ນອກ​ຈາກ​ໜ້າ​ທີ່​ເປັນ​ຂົວ​ເຊື່ອມ​ຕໍ່​ລະ​ຫວ່າງ​ບັນ​ດາ​ຜູ້​ທີ່​ມີ​ການ​ພົວ​ພັນ​ກັບ​ປະ​ເທດ​ໄທ​ໃນ​ບໍ​ລິ​ເວນ​ແຂວງ​ເທົ່າ​ນັ້ນ, ສະ​ມາ​ຄົມ​ມິດ​ຕະ​ພາບ​ຫວຽດ​ນາມ - ໄທ ແຂວງ​ດົ່ງ​ນາຍ​ຍັງ​ປະ​ຕິ​ບັດ​ບົດ​ບາດ​ຊຸກ​ຍູ້​ການ​ພົວ​ພັນ​ປະ​ຊາ​ຊົນ​ແຂວງ​ດົ່ງ​ນາຍ​ກັບ​ປະ​ຊາ​ຊົນ​ໄທ.

ລະ​ອຽດ​ແມ່ນ, ໃນ​ບັນ​ດາ​ໂອ​ກາດ​ງານ​ບຸນ, ເຫດ​ການ​ສຳ​ຄັນ​ຂອງ​ຫວຽດ​ນາມ ແລະ ໄທ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ​ແຂວງ​ດົ່ງ​ນາຍ​ລ້ວນ​ແຕ່​ເປັນ​ເຈົ້າ​ການ​ປະ​ຕິ​ບັດ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພັນ​ແລ​ກ​ປ່ຽນ, ການ​ທູດ​ປະ​ຊາ​ຊົນລວມ​ມີ, ການ​ສະ​ເຫຼີມ​ສະ​ຫຼອງ ວັນ​ຊາດ ສາ​ທາ​ລະ​ນະ​ລັດ ສັງ​ຄົມ​ນິ​ຍົງ​ຫວຽດ​ນາມ (2 ກັນ​ຍາ), ວັນ​ຊາດ ລາ​ຊະ​ອາ​ນາ​ຈັກ​ໄທ (5 ທັນ​ວາ), ສະ​ເຫຼີມ​ສະຫຼອງ ວັນ​ສ້າງ​ຕັ້ງ​ກາ​ນ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ - ໄທ (6 ສິງ​ຫາ),ວັນ​ບຸນ​ວັດ​ທະ​ນະ​ທຳ ລອຍ​ກະ​ທົງ, ບຸນ​ປີ​ໃໝ່​ໄທ… ສະ​ມາ​ຄົມ​ລ້ວນ​ແຕ່​ຈັດ​ຕັ້ງ​ບັນ​ດາ​ເຫດ​ການ​ເພື່ອ​ອວຍ​ພອນ​ການ​ມີ​ໜ້າ​ຂອງ​ສະ​ມາ​ຄົມ, ການ​ນຳ​ແຂວງ, ຜູ້​ຕາງ​ໜ້າ​ລາ​ຊະ​ອາ​ນາ​ຈັກໄທ​ ປະ​ຈຳ ​ໂຮ່​ຈີ​ມິນ, ພ້ອມ​ກັບ​ຜູ້​ຕາງ​ໜ້າ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ​ບັນ​ດາ​ທ້ອງ​ຖິ່ນ, ວິ​ສາ​ຫະ​ກິດ​ໄທ​ບາງ​ແຫ່ງ​ໃນ​ບໍ​ລິ​ເວນ​ແຂວງ​ດົ່ງ​ນາຍ, ນະ​ຄອນ​ໂຮ່​ຈີ​ມິນ.

ນອກ​ຈາກ​ນັ້ນ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ​ແຂວງ​ດົ່ງ​ນາຍ​ຍັງ​ແມ່ນ​ຂົວ​ເຊື່ອມ​ຕໍ່​ຊາວ​ດົ່ງ​ນາຍ​ທີ່​ພວມ​ອາ​ໄສ​ຢູ່​ໄທ ກັບ​ຊາວ​ຫວຽດ​ນາມ ແລະ ແມ່ນ​ບ່ອນ​ເພື່ອ​ສະ​ມາ​ຊິກ​ແລ​ກ​ປ່ຽນ, ຮ່ຳ​ຮຽນ​ບົດ​ຮຽນ, ລະ​ດົມ​ກຳ​ລັງ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ.

ກອງ​ປະ​ຊຸມ​ໄດ້​ດຳ​ເນີນ​ການ​ເລືອກ​ຕັ້ງ​ຄະ​ນະ​ບໍ​ລິ​ຫານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ​ແຂວງ​ດົ່ງ​ນາຍອາ​ຍຸ​ການ2020 - 2025, ທ່ານ ຫງວຽນ​ວັນ​ທັ໊ງ​ສືບ​ຕໍ່​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເປັນ​ກະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ​ແຂວງ​ດົ່ງ​ນາຍ.

ສະ​ມາ​ຄົມ​ນັກ​ສຶກ​ສາ ຫວຽດ​ນາມ ປະ​ຈຳ ໄທ - ບ່ອນ​ອີງ​ໝັ້ນ​ແກ່ນ​ຂອງ​ນັກ​ສຶກ​ສາ​ຫ່າງ​ໄກຈາກ​ບ້ານ​ເກີດ​ເມືອງນອນ

ເຖິງວ່າ ຫາກໍໄດ້ຮັບການສ້າງຕັ້ງມາໄດ້ປະມານ 3 ປີ ກໍຕາມ ແຕ່ສະມາຄົມນັກສຶກສາຫວຽດນາມ ປະຈຳ ໄທ ໄດ້ມີການປະກອບສ່ວນບໍ່ແມ່ນໜ້ອຍເຂົ້າໃນການສ້າງຄວາມສະໜິດຕິດພັນລະຫວ່າງນັກສຶກສາກັບວົງຄະນະຍາດ ແລະ ນີ້ໄດ້ກາຍເປັນບ່ອນອີງທັງທາງດ້ານວັດຖຸ ແລະ ຈິດໃຈສຳລັບນັກສຶກສາ. ໃນລາຍການ ຊາຍຄາອາຊຽນ ມື້ນີ້, ເຊີນທ່ານຮັບຟັງບົດຂຽນ ດ້ວຍຫົວຂໍ້ “ສະມາຄົມນັກສຶກສາຫວຽດນາມ ປະຈຳ ໄທ - ບ່ອນອີງໝັ້ນແກ່ນຂອງນັກສຶກສາຫ່າງໄກຈາກບ້ານເກີດເມືອງນອນ.

ຊ​າວ ຫວຽດ​ນາມ ອາ​ໄສ​ຢູ່​ຕ່າງ​ປະ​ເທດປະ​ກອບ​ສ່ວ​ນ​ຊຸກ​ຍູ​້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ-ໄທ

ການນຳແຂວງ ໄຊຍະພູມ, ສະກົນນະຄອນ ຢັ້ງຢືນວ່າປະຊາຄົມຊາວ ຫວຽດນາມ ອາໄສຢູ່ ໄທ ໄດ້ປະກອບສ່ວນຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີລະຫວ່າງ ຫວຽດນາມ-ໄທ ຫຼາຍກວ່າອີກ.

ສະເຫຼີມສະຫຼອງ 93 ປີແຫ່ງວັນຊາດລາຊະອານາຈັກໄທ: ຢັ້ງຢືນການພົວພັນໄທ - ຫວຽດນາມ ໄດ້ຊະນະໂລກລະບາດ

ຍສໝ - ເມື່ອບໍ່ດົນມານີ້, ສະຖານທູດໄທ ປະຈຳຮ່າໂນ້ຍ ໄດ້ຈັດພິທີສະເຫຼີມສະຫຼອງ 93 ປີແຫ່ງວັນຊາດລາຊະອານາຈັກໄທ (5 ທັນວາ 1927 - 5 ທັນວາ 2020) ແລະ ອາໄລຫາວັນເກີດຂອງເຈົ້າຊີວິດຣາຊະອານາຈັກໄທ, ທ່ານ Bhumibol Adulyadej.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.