ຫວຽດນາມສະເໜີສັກວັກຊິນກັນພະຍາດໂຄວິດ-19 ໃຫ້ແກ່ກຳລັງຮັກສາສັນຕິພາບ

15:11 | 30/03/2021

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງໂຄງການສັກວັກຊິນກັນພະຍາດໂຄວິດ-19 ໃຫ້ພາລະກອນຮັກສາສັນຕິພາບ, ໂດຍສະເພາະແມ່ນບັນດາຜູ້ຖືກຕິດແປດຢ່າງງ່າຍດາຍ.

ຫວຽດນາມສະເໜ ສ ກວ ກຊ ນກ ນພະຍາດໂຄວ ດ 19 ໃຫ ແກ ກຳລ ງຮ ກສາສ ນຕ ພາບ ຫວຽດ​ນາມ​ຮຽກ​ຮ້ອງ​ໃຫ້​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ສືບ​ຕໍ່​ສະ​ແດງ​ຄວາມ​ສາ​ມັກ​ຄີ ແລະ ບົດ​ບາດ​ນຳ​ພາ​ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19
ຫວຽດນາມສະເໜ ສ ກວ ກຊ ນກ ນພະຍາດໂຄວ ດ 19 ໃຫ ແກ ກຳລ ງຮ ກສາສ ນຕ ພາບ UNDP ຍົກ​ອອກ​ບຸ​ລິ​ມະ​ສິດ​ໃນ​ການ​ເຄື່ອນ​ໄຫວ​ພັດ​ທະ​ນາ​ໄລ​ຍະ 2021 – 2025 ໃຫ້​ແກ່​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ
ຫວຽດນາມສະເໜ ສ ກວ ກຊ ນກ ນພະຍາດໂຄວ ດ 19 ໃຫ ແກ ກຳລ ງຮ ກສາສ ນຕ ພາບ
ພາບປະກອບ: TTXVN

ວັນທີ 12 ກຸມພາ, ກຸ່ມເພື່ອນມິດກ່ຽວກັບການຮັກສາສັນຕິພາບ ໄດ້ຈັດກອງປະຊຸມສຳມະນາບໍ່ເປັນທາງການ ກ່ຽວກັບຂໍ້ລິເລີ່ມການກະທຳເພື່ອຮັກສາສັນຕິພາບ (A4P) ຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ ແລະ ວັກຊິນໂຄວິດ-19.

ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ, ຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳສະຫະປະຊາຊາດ, ກ່າວຄຳເຫັນຢືນຢັນຄຳໝັ້ນສັນຍາຂອງຫວຽດນາມ ທີ່ມີຕໍ່ການເຄື່ອນໄຫວຮັກສາສັນຕິພາບ ແລະ ບັນດາຄວາມມານະພະຍາຍາມມຸ່ງໄປເຖິງການເພີ່ມທະວີປະສິດທິຜົນຂອງການເຄື່ອນໄຫວຮັກສາສັນຕິພາບ. ທ່ານເອກອັກຄະລັດຖະທູດ ດັ້ງດິ່ງກຸ໊ຍ ໄດ້ເນັ້ນໜັກເຖິງຄວາມຈຳເປັນຂອງໂຄງການສັກວັກຊິນກັນພະຍາດໂຄວິດ-19 ໃຫ້ພາລະກອນຮັກສາສັນຕິພາບ, ໂດຍສະເພາະແມ່ນບັນດາຜູ້ຖືກຕິດແປດຢ່າງງ່າຍດາຍຄື: ພາລະກອນການແພດເຮັດວຽກຢູ່ບັນດາໂຮງໝໍກາງສະໜາມ, ບັນດາກຳລັງເຄື່ອນໄຫວຢູ່ເຂດມີຄວາມສຽງຕິດແປດສູງ. ທ່ານເອກອັກຄະລັດຖະທູດໄດ້ເນັ້ນໜັກເຖິງຄວາມສຳຄັນຂອງການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງບັນດາຄະນະຜູ້ຕາງໜ້າ ແລະ ປະເທດເຈົ້າພາບໃນວິວັດການຮັບປະກັນຄວາມປອດໄພ, ຄວາມໝັ້ນຄົງໃຫ້ແກ່ບັນດາກຳລັງຮັກສາສັນຕິພາບເວົ້າລວມ ແລະ ສັກວັກຊິນກັນພະຍາດໂຄວິດ-19 ໃຫ້ແກ່ບັນດາພາລະກອນຮັກສາສັນຕິພາບເວົ້າສະເພາະ.

ທີ່ການປຶກສາຫາລື, ມີຫຼາຍຄຳເຫັນກໍ່ໃຫ້ຂໍ້ສັງເກດວ່າ ຕ້ອງຮັບປະກັນການສັກວັກຊິນກັນພະຍາດໂຄວິດ-19 ໃຫ້ແກ່ບັນດາພາລະກອນຮັກສາສັນຕິພາບ, ເນັ້ນໜັກເຖິງບັນດາສິ່ງທ້າທາຍຈາການຂາດງົບປະມານ, ບົດບາດ ແລະ ໜ້າທີ່ຂອງບັນດາຝ່າຍທີ່ກ່ຽວຂ້ອງ ກໍ່ຄືສິ່ງທ້າທາຍຈາກບັນດາໄວຣັດສາຍພັນໃໝ່.

ຫວຽດນາມສະເໜ ສ ກວ ກຊ ນກ ນພະຍາດໂຄວ ດ 19 ໃຫ ແກ ກຳລ ງຮ ກສາສ ນຕ ພາບ ຫວຽດ​ນາມ​ຮຽກ​ຮ້ອງ​ໃຫ້​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ສືບ​ຕໍ່​ສະ​ແດງ​ຄວາມ​ສາ​ມັກ​ຄີ ແລະ ບົດ​ບາດ​ນຳ​ພາ​ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສ​ໝ - ຫວຽດ​ນາມ​​ສະ​ໜັບ​ສະ​ໜູນ​ເລື່ອງ​ບັນ​ດາ​ຝ່າຍ​ປະ​ຕິ​ບັດ​ສັນ​ຕິ​ພາບ​ຂອງ ສ​ປ​ຊ ໄດ້​ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ການ​ໃໝ່, ຮັບ​ປະ​ກັນ​ການ​ຜັນ​ຂະ​ຫຍາຍ​ພາ​ລະ​ກິດ, ປົກ​ປ້ອງ​ຄວາມ​ປອດ​ໄພ, ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ ແລະ ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ.

ຫວຽດນາມສະເໜ ສ ກວ ກຊ ນກ ນພະຍາດໂຄວ ດ 19 ໃຫ ແກ ກຳລ ງຮ ກສາສ ນຕ ພາບ UNDP ຍົກ​ອອກ​ບຸ​ລິ​ມະ​ສິດ​ໃນ​ການ​ເຄື່ອນ​ໄຫວ​ພັດ​ທະ​ນາ​ໄລ​ຍະ 2021 – 2025 ໃຫ້​ແກ່​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ

ຍ​ສ​ໝ - ໂຄງ​ການ​ພັດ​ທ​ະ​ນາ​ຂອງ​ສ​ປ​ຊ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສືບ​ຕໍ່​ໜູນ​ຊ່ວຍ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊີ - ປາ​ຊີ​ຟິກ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ປະ​ຕິ​ບັດ​ບັນ​ດາ​ເປົ້າ​ໝາຍ​ພັດ​ທະ​ນາ​ແບບ​ຍືນ​ຍົງ.

ຫວຽດນາມສະເໜ ສ ກວ ກຊ ນກ ນພະຍາດໂຄວ ດ 19 ໃຫ ແກ ກຳລ ງຮ ກສາສ ນຕ ພາບ ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ ຟ້າມ​ຫ໋າຍ​ແອັງ: ເພີ່ມ​ທະ​ວີ​ການ​ຮ່ວມ​ມື ລະ​ຫວ່າງ AL ແລະ ສ​ປ​ຊ

ຍ​ສ​ໝ - ຕາມ​ທ່ານ ຟ້າມ​ຫ໋າຍ​ແອັງ ອຸ​ປະ​ທູດ ຊົ່ວ​ຄາວ ຫວຽດ​ນາມ ປະ​ຈຳ​ສ​ປ​ຊ ແລ້ວ, ຕໍ່​ໜ້າ​ສະ​ພາບ​ການ​ຢູ່​ບັນ​ດາ​ພາກ​ພື້ນ​ຕາ​ເວ​ັນ​ອອກ​ກາງ, ອາບ​ຟ​ຼິກ​ກາ​ເໜືອ ມີ​ສິ່ງ​ທ້າ​ທາຍຫຼາຍ​ຢ່າງ​ຄື​ໃນ​ປັດ​ຈຸ​ບັນ, ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ AL ແລະ ສ​ປ​ຊ.

vovworld.vn

ເຫດການ
302 Found

Found

The document has moved here.