ຫວຽດ​ນາມ​ຮຽກ​ຮ້ອງ​ໃຫ້​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ສືບ​ຕໍ່​ສະ​ແດງ​ຄວາມ​ສາ​ມັກ​ຄີ ແລະ ບົດ​ບາດ​ນຳ​ພາ​ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19

08:32 | 28/01/2021

ຍ​ສ​ໝ - ຫວຽດ​ນາມ​​ສະ​ໜັບ​ສະ​ໜູນ​ເລື່ອງ​ບັນ​ດາ​ຝ່າຍ​ປະ​ຕິ​ບັດ​ສັນ​ຕິ​ພາບ​ຂອງ ສ​ປ​ຊ ໄດ້​ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ການ​ໃໝ່, ຮັບ​ປະ​ກັນ​ການ​ຜັນ​ຂະ​ຫຍາຍ​ພາ​ລະ​ກິດ, ປົກ​ປ້ອງ​ຄວາມ​ປອດ​ໄພ, ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ ແລະ ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ.

ຫວຽດ​ນາມ​ເຂ​ົ້າ​ຮ່ວມ ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ເຢ​ແມນ ຂ​ອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ
ຫວຽດ​ນາມ​ປາດ​ຖະ​ໜາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ພາກ​ຕາ​ເວັນ​ອອກ​ກາງ
ຫວຽດ​ນາມ​ຮຽກ​ຮ້ອງ​ໃຫ້​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ສືບ​ຕໍ່​ສະ​ແດງ​ຄວາມ​ສາ​ມັກ​ຄີ ແລະ ບົດ​ບາດ​ນຳ​ພາ​ໃນ​ການ​ຮັບ​ມື​ກັບ​ໂລກ​ລະ​ບາດ​ໂຄວິດ - 19
ທ່ານ​ຟ້າມ​ຫາຍ​ແອັງ, ອຸ​ປະ​ທູດຊົ່ວ​ຄາວ ຂອງ​ຫວຽດ​ນາມ​ປະ​ຈຳ ສ​ປ​ຊ

ອາ​ທິດ​ຜ່ານ​ມາ, ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ຈັດ​ກອງ​ປະ​ຊຸມ​ທາ​ງ​ອອນ​ລາຍ, ຮັບ​ຟັງ ບົດ​ລາຍ​ງານ​ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 2532 ກ່ຽວ​ກັບ​ໂລກ​ລະ​ບາດ​ໂຄວິດ - 19.

ບັນ​ດາ​ຮອງ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ຮັບ​ຜິດ​ຊອບ​ບັນ​ດາ​ບັນ​ຫາ​ການ​ເມືອງ - ສ້າງ​ສັນ​ຕິ​ພາບ, ການ​ເຄື່ອນ​ໄຫວ​ຮັກ​ສາ​ສັນ​ຕິບ, ໜູນ​ຊ່ວຍດ້ານ​ມະ​ນຸດ​ສະ​ທຳ ຂອງ ສ​ປ​ຊ ໄດ້​ເຂົ້າ​ຮ່ວມ ແລະ ລາຍ​ງານ​ທີ່ກອງ​ປະ​ຊຸມ.

ບັນ​ດາ​ນັກ​ລາຍ​ງານ​ໃຫ້​ຮູ້​ວ່າ ໂລກ​ລະ​ບາດ​ໂຄວິດ - 19 ສືບ​ຕໍ່​ກໍ່​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຕໍ່​ທຸກ​ປະ​ເທດ​ໃນ​ໂລກ, ເຮັດ​ໃຫ້​ຄວາມ​ຂາດ​ສະ​ເໝີ​ພາບ​, ການ​ຈຳ​ແນກປະ​ພຶດ ໃນ​ນັ້ນ ມີ​ແມ່​ຍິງ ແລະ ຊາວ​ໜຸ່ມ​ທີ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ເລິກ​ເຊິ່ງ​ທີ່​ສຸດ ໄດ້​ສ້າງ​ສິ່ງ​ກີດ​ຊວາງ​ໃຫ້​ແກ່​ບັນ​ດາ​ວິ​ວັດ​ການ​ສ້າງ​ສັນ​ຕິ​ພາບ, ການ​ເລືອກ​ຕັ້ງ, ບາງ​ຝ່າຍ​ໃນ​ການ​ປະ​ທະ​ກັນ, ບັນ​ດາ​ກຸ່ມ​ການ​ກໍ່​ການ​ຮ້າຍ​ມີ່​ທ່າ​ອ່ຽງ​ສວຍ​ໃຊ້​ການ​ຂາດ​ສະ​ຖຽນ​ລະ​ພາບ​ຂອງ​ໂລກ​ລະ​ບາດ​ເພື່ອ​ຍາດ​ທ່າ​ໄດ້​ປຽບ.

ບັນ​ດາ​ປະ​ເທດ ສະ​ມາ​ຊິກ ສະ​ພ​າ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ໃນ​ການ​ປະ​ທະ​ກັນ ປະ​ຕິ​ບັດ​ມະ​ຕິ​ເລກ​ທີ 2532 ຢ່າງ​ຄົບ​ຖ້ວນ, ເພີ່ມ​ທະ​ວີ​ການ​ປະ​ຕິ​ບັດ​ຄຳ​ຮຽກ​ຮ້ອງ​ຢຸດ​ຍິງ ຂອງ​ເລ​ຂາ​ທິ​ການ​ໃຫຍ່, ໜູນ​ຊ່ວຍ​ດ້ານ​ມະ​ນຸດ​ສະ​ທຳ ແລະ ສ້າງ​ເງື່ອນ​ໄຂ​ສຳ​ຜັດ​ແບບ​ມະ​ນຸດ​ສະ​ທຳ​ຢູ່​ບັນ​ດາ​ປະ​ເທດ​ເກີດ​ການ​ປະ​ທະ​ກັນ, ເພີ່ມ​ທະ​ວີ​ການ​ສະ​ໜູນ​ສະ​ໜູນ ແລະ ປົກ​ປ້ອງ​ຄວາມ​ປອດ​ໄພ, ສຸ​ຂະ​ພາບ​ຂອງ​ບັນ​ດາ​ພະ​ນັກ​ງານ​ຮັກ​ສາ​ສັນ​ຕິ​ພາບ.

ບັນ​ດາ​ປະ​ເທດ​ເນັ້ນ​ໜັກ​ວ່າ ວັກ​ຊິນ ກັນ​ພະ​ຍາດ​ໂຄວິດ - 19 ຕ້ອງ​ແມ່ນ​ສິນ​ຄ້າ​ສາ​ທາ​ລະ​ນະ ແລະ ຢັ້ງ​ຢືນ​ຕ້ອງ​ແກ້​ໄຂ​ບັນ​ດາ​ຜົນ​ກະ​ທົບ​ດ້ານ​ເສດ​ຖະ​ກິດ​ຂອງ​ໂລກ​ລະ​ບາດ​ໂຄວິດ - 19, ເພື່ອ​ບໍ່​ປະ​ໃຫ້​ກາຍ​ເປັນ​ຜົນ​ຕາມ​ມາ​ດ້ານ​ການ​ເມືອງ, ນາບ​ຂູ່​ຕໍ່​ສັນ​ຕິ​ພາບ, ຄວາມ​ໝັ້ນ​ຄົງ​ສາ​ກົນ.

ທ່ານ​ຟ້າມ​ຫາຍ​ແອັງ, ອຸ​ປະ​ທູດຊົ່ວ​ຄາວ ຂອງ​ຫວຽດ​ນາມ​ປະ​ຈຳ ສ​ປ​ຊ ໄດ້​ເນັ້ນ​ໜັກ​ເຖິງ​ການ​ຮຽກ​ຮ້ອງ​ປະ​ຕິ​ບັດ​ ຕາມ​ຄຳ​ຮຽກ​ຮ້ອງ​ຢຸດ​ຍິງ​ຂອງ ທ່ານ​ເລ​ຂາ​ທິ​ການ​ໃຫຍ່ ສ​ປ​ຊ ແລະ ສ້າງ​ກົນ​ໄກ​ຕິດ​ຕາມ​ການ​ປະ​ຕິ​ບັດ​ການ​ຢຸດ​ຍິງ, ເສີມ​ຂະ​ຫຍາ​ຍ​ບົດ​ບາດ​ຂອງ​ບັນ​ດາ​ຜູ້​ຕາງ​ໜ້າ​ພິ​ເສດ​ຂອງ ເລ​ຂາ​ທິ​ການ​ໃຫຍ່, ອົງ​ການ​ຈັດ​ຕັ້ງ​ພາກ​ພື້ນ​ໃນ​ການ​ໄກ່​ເກ່ຍ​ຄວາມ​ປະ​ທະ​ກັນ.

ຫວຽດ​ນາມ​ກໍ່​ສະ​ໜັບ​ສະ​ໜູນ​ເລື່ອງ​ບັນ​ດາ​ຝ່າຍ​ປະ​ຕິ​ບັດ​ສັນ​ຕິ​ພາບ​ຂອງ ສ​ປ​ຊ ໄດ້​ປັບ​ຕົວ​ໃຫ້​ແທດ​ເໝາະ​ກັບ​ສະ​ພາບ​ການ​ໃໝ່, ຮັບ​ປະ​ກັນ​ການ​ຜັນ​ຂະ​ຫຍາຍ​ພາ​ລະ​ກິດ, ປົກ​ປ້ອງ​ຄວາມ​ປອດ​ໄພ, ສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ ແລະ ກຳ​ລັງ​ຮັກ​ສາ​ສັນ​ຕິ​ພາບ.

ຫວຽດ​ນາມ​ເຂ​ົ້າ​ຮ່ວມ ກອງ​ປະ​ຊຸມ​ທາງ​ອອນ​ລາຍ​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ເຢ​ແມນ ຂ​ອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ຟ້າມ​ຫ໋າຍ​ແອັງ ອຸ​ປະ​ທູດ​ຊົ່ວ​ຄາວ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕ​ໍ່​ບັນ​ດາ​ຄວາມ​ກ້າວ​ໜ້າ​ຢ່າງ​ຕັ້ງ​ໜ້າ​ໃນ​ການ​ປະ​ຕິ​ບັດ​ສົນ​ທິ​ສັນ​ຍາ Riyadh, ລວມ​ມີ​ການ​ສ້າງ​ຕັ້ງ​ລັດ​ຖະ​ບານ​ຊຸດ​ໃໝ່, ກ່າວ​ປະ​ຊາມ​ບັນ​ດາ​ເຫດ​ບຸກ​ໂຈມ​ຕີ​ຢູ່ Aden ໃນ​ວັນ​ທີ 30 ທັນ​ວາ ແລະ ຮຽກ​ຮ້ອງ​ໃຫ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ສາ​ກົນ​ກ່ຽວ​ກັບ​ການ​ໜູນ​ຊ່ວຍ​ໃຫ້​ແກ່​ເຢ​ແມນ​ໂດຍ​ໄວ.

ຫວຽດ​ນາມ​ປາດ​ຖະ​ໜາ​ເຂົ້າ​ຮ່ວມກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ພາກ​ຕາ​ເວັນ​ອອກ​ກາງ

ຍ​ສ​ໝ - ຕອນ​ເຊົ້າ​ວັນ​ທີ 18 ພະ​ຈິກ, ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ ໄດ້​ຈັດ​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ​ຢູ່​ພາກ​ຕາ​ເວັນ​ອອກ​ກາງ, ລວມ​ມີ​ບັນ​ຫາ ປາ​ແລັດ​ສະ​ຕິນ.

​ຫວຽດ​ນາມ​ເຂົ້າ​ຮ່ວມ​​ການປຶກ​ສາ​ຫາ​ລື​ກ່ຽວ​ກັບ​ສະ​ພາບ​ການ ຢູ່ Sahara ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ ສ​ປ​ຊ

ຍ​ສ​ໝ - ທ່ານເອກ​ອັກ​ຄະ​ລັດ​ຖ​ະ​ທູດ ດັ້ງ​ດິ່ງ​ກຸ໊ຍຫົວ​ໜ້າ​ຄະ​ນະ​ຜູ້​ຕາງ​ໜ້າ​ຫວຽດ​ນາມ ປະ​ຈຳ ສ​ປ​ຊ ​ໄດ້ຮຽກ​ຮ້ອງ​ໃຫ້​ບັນ​ດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ເຄົາ​ລົບ​ບັນ​ດາ​ຂໍ້​ຕົກ​ລົງ​ທີ່​ບັນ​ລຸ​ໄດ້ ແລະ ສະ​ແດງ​ການສະ​ໜັບ​ສະ​ໜູນ​ຕໍ່ບັນ​ດາ​ຄວາ​ມາ​ນະ​ພະ​ຍາ​ຍາມ​ຊຸກ​ຍູ້​ວິ​ວັດ​ຂະ​ບວນ​ການ​ສ້າງ​ສັນ​ຕິ​ພາບ​ຂອງ ຄະ​ນະ​ປະ​ຕິ​ບັດ​ງານ MINURSO.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.