ມີກວ່າ 50% ຈຳນວນວິສາຫະກິດ ຍີ່ປຸ່ນ ປະຈຳ ຫວຽດນາມ ມີແຜນການເປີດກວ້າງການເຄື່ອນໄຫວ

15:37 | 10/02/2021

ຍສໝ - ນີ້ແມ່ນຜົນການສຳຫຼວດຜ່ານທາງອອນລາຍ ເຊິ່ງສຳນັກຂ່າວສານ Kyodo ປະກາດໃນວັນທີ 7 ກຸມພາ 2021.

ມ ກວ າ 50 ຈຳນວນວ ສາຫະກ ດ ຍ ປ ນ ປະຈຳ ຫວຽດນາມ ມ ແຜນການເປ ດກວ າງການເຄ ອນໄຫວ ເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ ຕີລາຄາສູງວຽກງານກະກຽມກອງປະຊຸມໃຫຍ່ ຄັ້ງທີ XIII ຂອງພັກກອມມູນິດຫວຽດນາມ
ມ ກວ າ 50 ຈຳນວນວ ສາຫະກ ດ ຍ ປ ນ ປະຈຳ ຫວຽດນາມ ມ ແຜນການເປ ດກວ າງການເຄ ອນໄຫວ ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ຕ້ອນຮັບທ່ານເອກອັກຄະລັດຖະທູດ, ຫົວໜ້າຄະນະຜູ້ແທນ EU ປະຈຳ ຫວຽດນາມ
ມ ກວ າ 50 ຈຳນວນວ ສາຫະກ ດ ຍ ປ ນ ປະຈຳ ຫວຽດນາມ ມ ແຜນການເປ ດກວ າງການເຄ ອນໄຫວ
ພາບປະກອບ

ມີກວ່າ 50% ຈຳນວນວິສາຫະກິດ ຍີ່ປຸ່ນ ປະຈຳ ຫວຽດນາມ ແລະ ອິນເດຍ ມີແຜນການເປີດກວ້າງການເຄື່ອນໄຫວ". ນີ້ແມ່ນຜົນການສຳຫຼວດຜ່ານທາງອອນລາຍ ເຊິ່ງສຳນັກຂ່າວສານ Kyodo ປະກາດໃນວັນທີ 7 ກຸມພາ, ໂດຍບໍລິສັດບຸກຄະລາກອນ ຍີ່ປຸ່ນ Pasona Group Inc ປະຕິບັດ ເມື່ອເດືອນ ທັນວາ ປີ 2020 ສຳລັບບັນດາບໍລິສັດ ຍີ່ປຸ່ນ ທີ່ພວມເຄື່ອນໄຫວຢູ່ 11 ປະເທດ. ຕາມນັ້ນແລ້ວ, 57% ຈຳນວນບໍລິສັດ ຍີ່ປຸນ ຢູ່ ຫວຽດນາມ ແລະ 55% ວິສາຫະກິດ ຍີ່ປຸ່ນ ຢູ່ ອິນເດຍ ໃຫ້ຮູ້ວ່າ ຈະເປີດກວ້າງການເຄື່ອນໄຫວຢູ່ບັນດາປະເທດປະຈຳຖິ່ນ.

ມີຫຼາຍວິສາຫະກິດໃນໂລກ, ໃນນັ້ນມີບັນດາວິສາຫະກິດຍີ່ປຸ່ນ ໄດ້ເພີ່ມທະວີການລົງທຶນເຂົ້າຫວຽດນາມ. ເຖິງຢ່າງໃດກໍ່ຕາມ, ນັບແຕ່ຕົ້ນປີມາຮອດປັດຈຸບັນ, ກະແສທຶນ FDI ເຂົ້າຫວຽດນາມ ໄດ້ຢຸດສະງັກຍ້ອນຜົນກະທົບຂອງພະຍາດໂຄວິດ-19.

ທ່ານ Takeo Nakajima, ຫົວໜ້າ ອົງການສົ່ງເສີມການຄ້າຍີ່ປຸ່ນ (JETRO) ປະຈໍາຮ່າໂນ້ຍ. ຢັ້ງຢືນວ່າ ນີ້ພຽງແຕ່ແມ່ນການຢຸດສະງັກໃນເວລາສັ້ນເທົ່ານັ້ນ ແລະກະແສທຶນນີ້ຈະກັບມາຟື້ນຕົວໃນໄລຍະຫຼັງໂຄວິດ-19 ຕື່ມອີກ. ເຫດຜົນແມ່ນລັດຖະບານຫວຽດນາມ ມີນະໂຍບາຍຕ່າງໆເພື່ອດຶງດູດ ແລະອໍານວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດຕ່າງປະເທດ, ໃນນັ້ນມີບັນດາວິສາຫະກິດຍີ່ປຸ່ນ.

ຕາມນັກຊ່ຽວຊານ Incalcaterra ແລ້ວ, ຫວຽດນາມ ພ້ອມກັບສິງກະໂປ ແມ່ນສອງປະເທດຢູ່ອາຊີຕາເວັນອອກສ່ຽງໃຕ້ສາມາດຄວບຄຸມພະຍາດໂຄວິດ-19 ແລະຜັນຂະຫຍາຍລາຍການສັກຢາກັນພະຍາດຢ່າງສະດວກ. ຫວຽດນາມ ໄດ້ຄວບຄຸມພະຍາດໂຄວິດ-19 ໃນປີ 2020 ສໍາເລັດຜົນ ແລະມີຄວາມສາມາດຮັກສາສະຖຽນລະພາບໃນປີ 2021. ນີ້ແມ່ນຂໍ້ສັງເກດຂອງທ່ານ Joseph Incalcaterra, ຫົວໜ້ານັກເສດຖະກິດກ່ຽວກັບອາຊຽນ ສັງກັດບໍລິສັດຄົ້ນຄວ້າທົ່ວໂລກຂອງທະນາຄານ HSBC (HSBC Global Research) ໃນບົດຂຽນລົງໃນເວັບໄຊ dailymirror.lk ສະບັບຫວ່າງແລ້ວນີ້.

ເວັບໄຊ The Asean Post ຖືວ່າ, ໂດຍບໍ່ຫົວຊາຕໍ່ຄວາມຫຍຸ້ງຍາກໃນປັດຈຸບັນ, ພື້ນຖານເສດຖະກິດຫວຽດນາມ ຍັງຄົງເຕີບໃຫຍ່ຂະຫຍາຍຕົວ ແລະຫວຽດນາມ ແມ່ນປະເທດທີ່ກໍາລັງບືນຕົວຂຶ້ນຢູ່ອາຊີຕາເວັນອອກສ່ຽງໃຕ້. ຜົນສໍາເລັດຂອງຫວຽດນາມໃນການປ້ອງກັນ, ຕ້ານພະຍາດໂຄວິດ-19 ໄດ້ດຶງດູດຄວາມສົນໃຈຂອງປະຊາຄົມສາກົນ. ເວັບໄຊ The Asean Post ໃຫ້ຂໍ້ສັງເກດວ່າ “ຫວຽດນາມ ພວມມີຖານະບົດບາດທີ່ດີເພື່ອຫຼຸດພົ້ນອອກຈາກແຮ້ວເສດຖະກິດຂອງພະຍາດໂຄວິດ-19".

ມ ກວ າ 50 ຈຳນວນວ ສາຫະກ ດ ຍ ປ ນ ປະຈຳ ຫວຽດນາມ ມ ແຜນການເປ ດກວ າງການເຄ ອນໄຫວ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບຜູ້ອຳນວຍການທະນາຄານໂລກ ປະຈຳ ຫວຽດນາມ

ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ສະແດງຄວາມຫວັງວ່າ ທ່ານນາງ Carolyn Turk - ຜູ້ອຳນວຍການທະນາຄານໂລກ ປະຈຳ ຫວຽດນາມ ຈະພ້ອມກັບລັດຖະບານ ຫວຽດນາມ ເພື່ອສຳເລັດເປົ້າໝາຍຄວບຄູ່ໃນການປ້ອງກັນ ແລະ ຕ້ານການລະບາດຂອງພະຍາດ COVID-19 ແລະ ຟື້ນຟູພື້ນຖານເສດຖະກິດ.

ມ ກວ າ 50 ຈຳນວນວ ສາຫະກ ດ ຍ ປ ນ ປະຈຳ ຫວຽດນາມ ມ ແຜນການເປ ດກວ າງການເຄ ອນໄຫວ ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ

ຍສໝ - ໃນລະຫວ່າງວັນທີ 19 – 20 ຕຸລາ, ສື່ມວນຊົນ ຍີ່ປຸ່ນ ໄດ້ໃຫ້ຂ່າວ ແລະ ບົດກ່ຽວກັບການຢ້ຽມຢາມ ຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Suga Yoshihide.

ມ ກວ າ 50 ຈຳນວນວ ສາຫະກ ດ ຍ ປ ນ ປະຈຳ ຫວຽດນາມ ມ ແຜນການເປ ດກວ າງການເຄ ອນໄຫວ ທ່ານໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Robyn Mudie ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ

ຍ​ສ​ໝ - ທ່ານ​ໂຕ​ເລິນ​ໄດ້​ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຢ່າງ​ຕັ້ງ​ໜ້າ​ທີ່​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ລະ​ຫວ່າງ​ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ຂອງ​ອົດ​ສະ​ຕາ​ລີ, ພິ​ເສດ​ແມ່ນ​ການ​ຮັກ​ສາ​ປະ​ຕິ​ສິດ​ທິ​ຜົນ​ຂອງ 19 ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ.

ໄຊພອນ

ເຫດການ
302 Found

Found

The document has moved here.