ທ່ານໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Robyn Mudie ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ

09:49 | 04/10/2020

ຍ​ສ​ໝ - ທ່ານ​ໂຕ​ເລິນ​ໄດ້​ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຢ່າງ​ຕັ້ງ​ໜ້າ​ທີ່​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ລະ​ຫວ່າງ​ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ຂອງ​ອົດ​ສະ​ຕາ​ລີ, ພິ​ເສດ​ແມ່ນ​ການ​ຮັກ​ສາ​ປະ​ຕິ​ສິດ​ທິ​ຜົນ​ຂອງ 19 ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ.

ຫວຽດນາມ - ສິງກະໂປ ຊຸກຍູ້ການຮ່ວມມືໃນການປ້ອງກັນ ແລະ ຕ້ານອາດຊະຍາກຳທາງອິນເຕີເນັດ
ກອງປະຊຸມ ເຈົ້າໜ້າທີ່ອາວຸໂສອາຊຽນຕ້ານອາດຊະຍາກຳຂ້າມຊາດ
ທ່ານໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Robyn Mudie ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ
ທ່ານໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ມອບ​ຂອງ​ຂວັນ​ໃຫ້​ແກ່ທ່ານນາງ Robyn Mudie ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ (ພາບ: VOV)

ຫວ່າງ​ແລ້ວນີ້, ທ່ານໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການນາມ ຕ້ອນຮັບທ່ານນາງ Robyn Mudie ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ. ທ່ານ​ໂຕ​ເລິນ​ໄດ້​ຕີ​ລາ​ຄາ​ສູງ​ໝາກ​ຜົນ​ຢ່າງ​ຕັ້ງ​ໜ້າ​ທີ່​ບັນ​ລຸ​ໄດ້​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ລະ​ຫວ່າງ​ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ ແລະ ບັນ​ດາ​ອົງ​ການ​ຂອງ​ອົດ​ສະ​ຕາ​ລີ, ພິ​ເສດ​ແມ່ນ​ການ​ຮັກ​ສາ​ປະ​ຕິ​ສິດ​ທິ​ຜົນ​ຂອງ 19 ກົນ​ໄກ​ຮ່ວມ​ມື​ສອງ​ຝ່າຍ.

ທີ່ການຕ້ອນຮັບ, ທ່ານໂຕເລິມ ໄດ້ສະແດງຄວາມປາດຖະໜາວ່າ ໃນໄລຍະຈະມາເຖິງ, ສອງຝ່າຍຈະສືບຕໍ່ຜັນຂະຫຍາຍຄຳໝັ້ນສັນຍາ, ຂໍ້ຕົກລົງ, ໃນເອກະສານຮ່ວມມືສະບັບຕ່າງໆ ທີ່ໄດ້ລົງນາມແລະ ບົດບັນທຶກວ່າດ້ວຍການເຈລະຈາຄວາມສະຫງົບຂັ້ນຮອງລັດຖະມົນຕີຢູ່ຮ່າໂນ້ຍໃນເດືອນທັນວາ 2019, ທ່ານໂຕເລິມຢັ້ງຢືນວ່າ ລັດຖະບານ ແລະ ກະຊວງຕຳຫຼວດຫວຽດນາມ ຈະສືບຕໍ່ຮ່ວມມືຢ່າງແໜ້ນແຟ້ນກັບລັດຖະບານ ແລະ ບັນດາກະຊວງ, ອົງການທີ່ກ່ຽວຂ້ອງຂອງອົດສະຕາລີໃນທຸກຂົງເຂດເພື່ອປະກອບສ່ວນຍູ້ຖອຍອາດຊະຍາກຳ, ຮັບປະກັນຄວາມໝັ້ນຄົງພາກພື້ນ ແລະ ສອງປະເທດ, ຮັບປະກັບສິດແລະຜົນປະໂຫຍດອັນຊອບທຳໃຫ້ແກ່ປະຊາຊົນສອງປະເທດ.

ສ່ວນທ່ານນາງ Robyn Mudie ກໍ່ຢັ້ງຢືນວ່າ ຈະຊຸກຍູ້ການພົວພັນຮ່ວມມືລະຫວ່າງບັນດາອົງການປະຕິບັດກົດໝາຍອົດສະຕາລີກັບກະຊວງຕຳຫຼວດຫວຽດນາມຢ່າງແຮງຖືນີ້ແມ່ນປັດໄຈສຳຄັນໃນການສ້າງຄວາມໄວ້ເນື້ອເຊື່ອໃຈ ແລະ ຊຸກຍູ້ການພົວພັນຮ່ວມມືລະຫວ່າງສອງປະເທດຕາມທິດນັບມື້ນັບມີປະສິດທິຜົນ, ແທດຈິງກ່ວາໃນທຸກຂົງເຂດ, ຕອບສະໜອງຄວາມຕ້ອງການພັດທະນາ ແລະ ນຳເອົາຜົນປະໂຫຍດມາໃຫ້ປະຊາຊົນສອງປະເທດ.

ຫວຽດນາມ - ສິງກະໂປ ຊຸກຍູ້ການຮ່ວມມືໃນການປ້ອງກັນ ແລະ ຕ້ານອາດຊະຍາກຳທາງອິນເຕີເນັດ

ຍສໝ - ຕອນບ່າຍວັນທີ 29 ກັນຍາ, ທ່ານພົນເອກ ໂຕເລີມ - ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ໄດ້ມີການພົບປະເຈລະຈາທາງອອນລາຍ ກັບທ່ານ S. Iswaran, ລັດຖະມົນຕີກະຊວງສື່ມວນຊົນ ແລະ ຂ່າວສານ ທັງເປັນລັດຖະມົນຕີຜູ້ຮັບຜິດຊອບຄວາມປອດໄພທາງເຄືຍຂ່າຍອິນເຕີແນດ ສິງກະໂປ ເພື່ອແລກປ່ຽນ ແລະ ແບ່ງປັນບັນດາເນື້ອໃນກ່ຽວຂ້ອງກັບຍຸດທະສາດຄວາມປອດໄພທາງເຄືຍຂ່າຍອິນເຕີແນດ, ພ້ອມທັງວິວັດການກໍ່ສ້າງ ແລະ ປະຕິບັດສຳເລັດບັນດາມາດຕະຖານຄວາມປອດໄພດ້ານເຄືຍຂ່າຍອິນເຕີແນດຂອງຫວຽດນາມ.

ກອງປະຊຸມ ເຈົ້າໜ້າທີ່ອາວຸໂສອາຊຽນຕ້ານອາດຊະຍາກຳຂ້າມຊາດ

ຍສໝ - ຫວຽດນາມ ສະເໜີໃຫ້ບັນດາປະເທດຕ້ອງເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ແລກປ່ຽນຂໍ້ມູນຂ່າວສານລະຫວ່າງບັນດາອົງການປະຕິບັດກົດໝາຍຂອງບັນດາປະເທດອາຊຽນ.

ສະເຫຼີມສະຫຼອງວັນສ້າງຕັ້ງຂະແໜງການຕຳຫຼວດປະຊາຊົນຫວຽດນາມ ຄົບຮອບ 75 ປີ ຢູ່ ສປປ.ລາວ

ຍສໝ - ໃນວັນທີ່ 18 ສິງຫາ ຢູ່ ນະຄອນຫຼວງວຽງຈັນ ປະເທດລາວ, ສະຖານທູດຫວຽດນາມ ແລະ ອົງການຕາງໜ້າກະຊວງຕຳຫຼວດຫວຽດນາມ ປະຈຳລາວ ໄດ້ຈັດພິທີສະເຫຼີມສະຫຼອງ 75 ປີແຫ່ງວັນມູນເຊື້ອຕຳຫຼວດປະຊາຊົນຫວຽດນາມ ວັນທີ 19 ສິງຫາ 1945 - ວັນທີ 19 ສິງຫາ 2020 ແລະ ...

​ບຸນ​ຄົງ

302 Found

Found

The document has moved here.