ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ພົບປະກັບຜູ້ອຳນວຍການທະນາຄານໂລກ ປະຈຳ ຫວຽດນາມ

09:26 | 23/10/2020

ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ໄດ້ສະແດງຄວາມຫວັງວ່າ ທ່ານນາງ Carolyn Turk - ຜູ້ອຳນວຍການທະນາຄານໂລກ ປະຈຳ ຫວຽດນາມ ຈະພ້ອມກັບລັດຖະບານ ຫວຽດນາມ ເພື່ອສຳເລັດເປົ້າໝາຍຄວບຄູ່ໃນການປ້ອງກັນ ແລະ ຕ້ານການລະບາດຂອງພະຍາດ COVID-19 ແລະ ຟື້ນຟູພື້ນຖານເສດຖະກິດ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໄດ ພ ບປະກ ບຜ ອຳນວຍການທະນາຄານໂລກ ປະຈຳ ຫວຽດນາມ ທ່ານໂຕເລິມ ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Robyn Mudie ເອກອັກຄະລັດຖະທູດ ອົດສະຕາລີ ປະຈຳ ຫວຽດນາມ
ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໄດ ພ ບປະກ ບຜ ອຳນວຍການທະນາຄານໂລກ ປະຈຳ ຫວຽດນາມ ຫວຽດນາມ ໄດ້ຈັດເຂົ້າໃນກຸ່ມ 16 ປະເທດມີພື້ນຖານເສດຖະກິດພົ້ນເດັ່ນທີ່ສຸດ

ຕອນບ່າຍວັນທີ 21 ຕຸລາ, ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບທ່ານນາງ Carolyn Turk - ຜູ້ອຳນວຍການທະນາຄານໂລກ ປະຈຳຫວຽດນາມ.

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສະແດງຄວາມຊົມເຊີຍທ່ານນາງ Carolyn Turk ໄດ້ຮັບຖານະຕຳແໜ່ງເປັນຜູ້ອຳນວຍການທະນາຄານໂລກ ປະຈຳຫວຽດນາມ; ແລະ ໄວ້ວາງໃຈວ່າ ດ້ວຍປະສົບການຫຼາຍປີຂອງນາງທ່ານນາງ Carolyn Turk ຈະສືບຕໍ່ປະສົບຜົນສຳເລັດໃນການຊຸກຍູ້ສາຍພົວພັນລະຫວ່າງທະນາຄານໂລກ ແລະ ຫວຽດນາມໃຫ້ແໜ້ນແຟ້ນຂື້ນເລື້ອຍໆ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໄດ ພ ບປະກ ບຜ ອຳນວຍການທະນາຄານໂລກ ປະຈຳ ຫວຽດນາມ
ທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ພົບປະກັບທ່ານນາງ Carolyn Turk - ຜູ້ອຳນວຍການແຫ່ງທະນາຄານໂລກ WB ປະຈຳຫວຽດນາມ. (ພາບ: TTXVN)

ຜູ້ອຳນວຍການທະນາຄານໂລກ Carolyn Turk ໄດ້ສະແດງຄວາມຊົມເຊີຍຕໍ່ການຮ່ວມມືຢ່າງແໜ້ນແຟ້ນ ລະຫວ່າງລັດຖະບານຫວຽດນາມ ແລະ ທະນາຄານໂລກໃນໄລຍະ 25 ປີທີ່ຜ່ານມາ; ຫວັງວ່າຈະຊຸກຍູ້ການພົວພັນນີ້ ໃຫ້ມີປະສິດທິຜົນສູງກວ່າເກົ່າໃນອະນາຄົດ.

ຜູ້ອຳນວຍການໃຫຍ່ Carolyn Turk ກໍ່ຊົມເຊີຍລັດຖະບານຫວຽດນາມ ໄດ້ສຳເລັດຜົນໃນການຄວບຄຸມການລະບາດຂອງພະຍາດ COVID-19. ຫວຽດນາມກໍ່ແມ່ນໜຶ່ງໃນບັນດາພື້ນຖານເສດຖະກິດ ຈຳນວນໜ້ອຍ ໄດ້ຮັບການເຕີບໂຕໃນທາງບວກໃນປີນີ້. ສິ່ງດັ່ງກ່າວ ຈະນຳເອົາຜົນປະໂຫຍດດ້ານການແກ່ງແຍ່ງຢ່າງໃຫຍ່ຫຼວງ ສຳລັບຫວຽດນາມ ໃນລະບົບຕ່ອງໂສ້ການສະໜອງທົ່ວໂລກ, ໂດຍສະເພາະ ໃນສະພາບການທີ່ຫລາຍປະເທດທົ່ວໂລກ ຍັງປິດປະຕູເພື່ອຮັບມືກັບການລະບາດຂອງພະຍາດ.

ຜູ້ອຳນວຍການທະນາຄານໂລກ Carolyn Turk ໄດ້ຢັ້ງຢືນວ່າ ທະນາຄານໂລກພ້ອມແລ້ວທີ່ຈະໃຫ້ການສະໜັບສະໜູນດ້ານທຶນຮອນ, ຄະນະຜູ້ຊ່ຽວຊານ, ຄຳແນະນຳດ້ານນະໂຍບາຍ… ໃຫ້ແກ່ຫວຽດນາມ. ທະນາຄານໂລກ ມີຊັບພະຍາກອນແລ້ວທີ່ຈະສະໜັບສະໜູນຫວຽດນາມ, ລວມທັງທຶນຮອນ ແລະ ຂັ້ນຕອນການຊື້ຢາວັກຊິນປ້ອງກັນ ແລະ ຕ້ານ COVID-19 ດ້ວຍຂະໜາດໃຫຍ່.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໄດ ພ ບປະກ ບຜ ອຳນວຍການທະນາຄານໂລກ ປະຈຳ ຫວຽດນາມ

ສ່ວນທ່ານຫງວຽນຊວນຟຸກ - ນາຍົກລັດຖະມົນຕີຫວຽດນາມ ໄດ້ໃຫ້ຫູ້ວ່າ ຫວຽດນາມ ກຳລັງຕັ້ງເປົ້າໝາຍ 2 ດ້ານ, ທັງປ້ອງກັນໂລກລະບາດ ແລະ ຮັບປະກັນການພັດທະນາເສດຖະກິດ, ແລະ ການສ້າງວຽກເຮັດງານທຳ, ດ້ວຍການສະໜັບສະໜູນ ຂອງປະຊາຊົນ, ເສດຖະກິດຂອງຫວຽດນາມ ຍັງມີການເຕີບໂຕໃນທາງບວກ, ແມ່ນລະດັບເຕີບໂຕສູງທີ່ສຸດໃນພາກພື້ນອາຊຽນ ໃນສະພາບການລະບາດຂອງ COVID-19.

ໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຂອບໃຈທະນາຄານໂລກ ທີ່ໄດ້ໃຫ້ຄຳໝັ້ນສັນຍາ ທີ່ຈະຊ່ວຍເຫຼືອຫວຽດນາມ ເພື່ອຜ່ານຜ່າຜົນຮ້າຍຈາກໄພພິບັດທາງທຳມະຊາດໃນພາກກາງ; ແລະ ຕີລາຄາສູງການອະນຸມັດຊຸດໜູນຊ່ວຍ 12 ຕື້ USD ຂອງທະນາຄານໂລກ ໃຫ້ບັນດາປະເທດໃນທົ່ວໂລກ, ໃນນັ້ນມີຫວຽດນາມ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໄດ ພ ບປະກ ບຜ ອຳນວຍການທະນາຄານໂລກ ປະຈຳ ຫວຽດນາມ ທ່ານເອກອັກຄະລັດຖະທູດ Ivo Sieber: ປະເທດສະວິດເຊີແລນຈະສືບຕໍ່ສະໜັບສະໜູນ ເກີ່ນເທີ ໃນຫຼາຍຂົງເຂດ

ຍສໝ - ປະຈຸບັນ, ປະເທດສະວິດເຊີແລນ ພວມສົມທົບກັບທະນາຄານໂລກ ເພື່ອສະໜັບສະໜູນ ນະຄອນ ເກີ່ນເທີ ເພື່ອເພີ່ມຄວາມທົນທານຕໍ່ການປ່ຽນແປງດິນຟ້າອາກາດໂດຍຜ່ານໂຄງການພັດທະນານະຄອນ ເກີ່ນເທີ ແລະ ເສີມຂະຫຍາຍການປັບຕົວຂອງຕົວເມືອງ.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໄດ ພ ບປະກ ບຜ ອຳນວຍການທະນາຄານໂລກ ປະຈຳ ຫວຽດນາມ ທະນາຄານໂລກ ອະນຸມັດເງິນກູ້ສຸກເສີນ 18 ລ້ານໂດລາ ໃຫ້ ສປປ.ລາວ ປະເຊີນໜ້າການລະບາດ COVID-19

ຍສໝ - ໃນວັນທີ 7 ເມສາ 2020 ທີ່ກະຊວງການເງິນ ສປປ.ລາວ, ໄດ້ຈັດຂຶ້ນພິທີເຊັນສັນຍາ ອະນຸມັດເງິນກູ້ສຸກເສີນ ຈຳນວນ 18 ລ້ານໂດລາສະຫະລັດໃຫ້ ສປປ.ລາວ ເພື່ອຊ່ວຍຍົກລະດັບຄວາມອາດສາມາດໃນການທັກສະການປິ່ນປົວຂອງແພດໝໍປະເທດລາວ ນຳອີກດ້ວຍ, ເພື່ອຮັບມື ແລະ ຄວບຄຸມການຕິດເຊື້ອພະຍາດ COVID-19.

ທ ານນາຍ ກລ ດຖະມ ນຕ ຫງວຽນຊວນຟ ກ ໄດ ພ ບປະກ ບຜ ອຳນວຍການທະນາຄານໂລກ ປະຈຳ ຫວຽດນາມ ທະນາຄານໂລກ ແລະກອງທຶນພື້ນຖານໂຄງລ່າງໂລກໜູນຊ່ວຍຫວຽດນາມ ລະ​ດົມ​ການ​ລົງ​ທຶນ​ພາກ​ເອ​ກະ​ຊົນ​ໃຫ້​ແກ່​ໂຄງ​ການ​ທົດ​ລອງ​ການ​ປະ​ມູນ​ລາ​ຄາ​ໄຟ​ຟ້າ​ແສງຕາ​ເວັນ

ຍສໝ - ໃນວັນທີ 18 ທັນວາ 2019, ທະນາຄານໂລກ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ ຄະນະຊີ້ນຳກອງທຶນພື້ນຖານໂຄງລ່າງທົ່ວໂລກ (GIF) ໄດ້ອະນຸມັດ ບ້ວງເງິນອຸປະຖຳ 1,5 ລ້ານ USD ໜູນຊ່ວຍທະນາຄານໂລກ ແລະ ລັດຖະບານ ຫວຽດນາມ ປະຕິບັດໂຄງການທົດລອງການປະມູນລາຄາໄຟຟ້າແສງຕາເວັນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.