ຜູ້ນຳຫວຽດນາມ ໄດ້ສະແດງຄວາມຊົມເຊີຍປະທານາທິບໍດີ ແລະ ຮອງປະທານາທິບໍດີສະຫະລັດອາເມລິກາ

15:26 | 22/01/2021

ຍສໝ - ເນື່ອງໃນໂອກາດທ່ານ Sir Joseph R. Biden Jr. ໄດ້ຮັບຕຳແໜ່ງເປັນປະທານາທິບໍດີສະຫະລັດອາເມລິກາ ຄັ້ງທີ 46, ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ສົ່ງສານສະແດງຄວາມຊົມເຊີຍ ແລະ ອວຍພອນ.

ຜ ນຳຫວຽດນາມ ໄດ ສະແດງຄວາມຊ ມເຊ ຍປະທານາທ ບ ດ ແລະ ຮອງປະທານາທ ບ ດ ສະຫະລ ດອາເມລ ກາ ທ່ານເອກອັກຄະລັດຖະທູດ ຮ່າກິມຫງອກ ໄດ້ໂອ້ລົມທາງໂທລະສັບກັບຜູ້ແທນສະພາຕ່ຳອາເມລິກາ Ted Yoho
ຜ ນຳຫວຽດນາມ ໄດ ສະແດງຄວາມຊ ມເຊ ຍປະທານາທ ບ ດ ແລະ ຮອງປະທານາທ ບ ດ ສະຫະລ ດອາເມລ ກາ ບັນດາຜູ້ນຳຫວຽດນາມ ໄດ້ສົ່ງສານອວຍພອນວັນຊາດ ຂອງ ສ.ເກົາຫຼີ

ໃນໂອກາດທ່ານ Sir Joseph R. Biden Jr. ໂດຍໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີສະຫະລັດອາເມລິກາຄັ້ງທີ 46, ໃນວັນທີ 21 ມັງກອນ 2021, ທ່ານເລຂາທິການໃຫຍ່, ປະທານປະເທດຫງວຽນຟູຈ້ອງ ແລະ ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໄດ້ສົ່ງສານສະແດງຄວາມຊົມເຊີຍ ແລະ ອວຍພອນ.

ຜ ນຳຫວຽດນາມ ໄດ ສະແດງຄວາມຊ ມເຊ ຍປະທານາທ ບ ດ ແລະ ຮອງປະທານາທ ບ ດ ສະຫະລ ດອາເມລ ກາ
ທ່ານ Sir Joseph R. Biden - ປະທານາທິບໍດີສະຫະລັດອາເມລິກາ. (ພາບ: TTXVN)

ໃນສານອວຍພອນ, ທ່ານເລຂາທິການໃຫຍ່, ປະທານປະເທດຫງວຽນຟູຈ້ອງ ແລະ ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ສະແດງເຊື່ອໝັ້ນວ່າປະທານາທິບໍດີ ແລະ ອຳນາດການປົກຄອງອາເມລິກາໃໝ່ ຈະປະສົບຜົນສຳເລັດໃໝ່ຫຼາຍຢ່າງ ເພື່ອຄວາມຈະເລີນຮຸ່ງເຮືອງ ແລະ ຄວາມຜາສຸກຂອງປະເທດ ແລະ ປະຊາຊົນຂອງສະຫະລັດອາເມລິກາ; ສືບຕໍ່ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນໂລກ.

ສາຍພົວພັນຫວຽດນາມ - ອາເມລິກາ ໄດ້ມີການພັດທະນາຢ່າງບໍ່ຢຸດຢັ້ງໃນ 25 ປີທີ່ຜ່ານມາ ແລະ ດ້ວຍຄວາມຮູ້ສຶກທາງໃຈທີ່ດີຂອງປະທານາທິບໍດີ Biden ທີ່ສະຫງວນໃຫ້ແກ່ຫວຽດນາມ, ສາຍພົວພັນອາເມລິກາ - ຫວຽດນາມ ຈະສືບຕໍ່ພັດທະນາ, ເຂົ້າສູ່ຄວາມເລິກເຊິ່ງ, ປະສິດທິພາບ ແລະ ມີຄວາມຍືນຍົງ.

ແລະ ກໍ່ໃນວັນດຽວກັນ, ທ່ານນາງຮອງປະທານປະເທດຫວຽດນາມ ດັ້ງທິຫງອກທິ້ງ ໄດ້ສົ່ງສານອວຍພອນເຖິງທ່ານນາງ Kamala Harris - ຮອງປະທານາທິບໍດີອາເມລິກາ.

ຜ ນຳຫວຽດນາມ ໄດ ສະແດງຄວາມຊ ມເຊ ຍປະທານາທ ບ ດ ແລະ ຮອງປະທານາທ ບ ດ ສະຫະລ ດອາເມລ ກາ ສະຫະລັດອາເມລິກາ ໄດ້ສະໜັບສະໜູນຫວຽດນາມ ທີ່ເປັນປະເທດ “ເຂັ້ມແຂງ, ເອກະລາດ, ແລະ ຈະເລີນຮຸ່ງເຮືອງ”.

ຍສໝ - ຜູ້ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ທ່ານ Robert O’Brien ໄດ້ຢືນຢັນວ່າສະຫະລັດອາເມລິກາ ໄດ້ສະໜັບສະໜູນຫວຽດນາມ ທີ່ເປັນປະເທດ “ເຂັ້ມແຂງ, ເອກະລາດ, ແລະ ຈະເລີນຮຸ່ງເຮືອງ", ເຊິ່ງມີບົດບາດສຳຄັນຫຼາຍຂື້ນໃນການພັດທະນາພາກພື້ນ ແລະ ສາກົນ.

ຜ ນຳຫວຽດນາມ ໄດ ສະແດງຄວາມຊ ມເຊ ຍປະທານາທ ບ ດ ແລະ ຮອງປະທານາທ ບ ດ ສະຫະລ ດອາເມລ ກາ ທ່ານ ເຈິ່ນ​ຕວັນ​ແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ໂອ້ລົມທາງໂທລະສັບກັບທ່ານ Robert Lighthizer ຫົວໜ້າຜູ້ຕາງໜ້າການຄ້າອາເມລິກາ

ຍ​ສ​ໝ - ທີ່ການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີເຈີ່ນຕວັນແອງ ແລະ ທ່ານ Robert Lighthizer ຜູ້ຕາງໜ້າດ້ານການຄ້າອາເມລິກາ ໄດ້ເຫັນດີຕີລາຄາວ່າການພົວພັນຫວຽດນາມ - ອາເມລິກາພວມພັດທະນາຢ່າງແຮງໃນທຸກຂົງເຂດ.

ຜ ນຳຫວຽດນາມ ໄດ ສະແດງຄວາມຊ ມເຊ ຍປະທານາທ ບ ດ ແລະ ຮອງປະທານາທ ບ ດ ສະຫະລ ດອາເມລ ກາ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo

ຍ​ສ​ໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ໄດ້ຕີລາຄາສູງຕໍ່ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງກະຊວງການຕ່າງປະເທດສອງປະເທດໃນໄລຍະຜ່ານມາ, ປະກອບສ່ວນຮັກສາທ່ວງທ່າພັດທະນາ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ນັບມື້ນັບພັດທະນາຢ່າງເລິກເຊິ່ງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.