ສະຫະລັດອາເມລິກາ ໄດ້ສະໜັບສະໜູນຫວຽດນາມ ທີ່ເປັນປະເທດ “ເຂັ້ມແຂງ, ເອກະລາດ, ແລະ ຈະເລີນຮຸ່ງເຮືອງ”.

11:14 | 19/01/2021

ຍສໝ - ຜູ້ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດຂອງສະຫະລັດ ທ່ານ Robert O’Brien ໄດ້ຢືນຢັນວ່າສະຫະລັດອາເມລິກາ ໄດ້ສະໜັບສະໜູນຫວຽດນາມ ທີ່ເປັນປະເທດ “ເຂັ້ມແຂງ, ເອກະລາດ, ແລະ ຈະເລີນຮຸ່ງເຮືອງ", ເຊິ່ງມີບົດບາດສຳຄັນຫຼາຍຂື້ນໃນການພັດທະນາພາກພື້ນ ແລະ ສາກົນ.

ສະຫະລ ດອາເມລ ກາ ໄດ ສະໜ ບສະໜ ນຫວຽດນາມ ທ ເປ ນປະເທດ ເຂ ມແຂງ ເອກະລາດ ແລະ ຈະເລ ນຮ ງເຮ ອງ ການພົວພັນຫວຽດນາມ - ສະຫະລັດອາເມລິກາ: ການຮ່ວມມືດ້ານເສດຖະກິດ ແລະ ການຄ້າແມ່ນຈຸດສຸມ ແລະ ເປັນກຳລັງໜູນຂອງການພົວພັນສອງຝ່າຍ.
ສະຫະລ ດອາເມລ ກາ ໄດ ສະໜ ບສະໜ ນຫວຽດນາມ ທ ເປ ນປະເທດ ເຂ ມແຂງ ເອກະລາດ ແລະ ຈະເລ ນຮ ງເຮ ອງ ອາເມລິກາ ສະໜັບສະໜູນ ຫວຽດນາມ ໃຫ້ມີຄວາມເຂັ້ມແຂງ, ເປັນເອກະລາດ ແລະ ຈະເລີນຮຸ່ງເຮືອງ, ມີບົດບາດສຳຄັນໃນພາກພື້ນ

ຫວ່າງແລ້ວນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ມີການໂອ້ລົມທາງໂທລະສັບກັບ ຜູ້ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດອາເມລິກາ ທ່ານ Robert O’Brien.

ທີ່ການໂອ້ລົມທາງໂທລະສັບ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ແລະ ຜູ້ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດອາເມລິກາ ທ່ານ Robert O’Brien ໄດ້ສະແດງຄວາມຍິນດີຕໍ່ການຄ່ອງຕົວຂອງສອງປະເທດ ໃນການຈັດຕັ້ງການເຄື່ອນໄຫວຕ່າງໆເພື່ອສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ, ບໍ່ຫົວຊາວ່າຈະມີການລະບາດຂອງພະຍາດ COVID-19.

ສະຫະລ ດອາເມລ ກາ ໄດ ສະໜ ບສະໜ ນຫວຽດນາມ ທ ເປ ນປະເທດ ເຂ ມແຂງ ເອກະລາດ ແລະ ຈະເລ ນຮ ງເຮ ອງ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິງ. (ພາບ: TTXVN)

ສອງທ່ານໄດ້ຕີລາຄາສາຍພົວພັນສອງຝ່າຍໃນໄລຍະແຫ່ງການພັດທະນາຢ່າງເຂັ້ມແຂງ ແລະ ຮອບດ້ານໃນຫຼາຍຂົງເຂດ, ພ້ອມກັນນັ້ນກໍ່ເຫັນດີສືບຕໍ່ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ອາເມລິກາໃຫ້ພັດທະນາຢ່າງໝັ້ນຄົງ ແລະ ເລິກເຊິ່ງ, ບົນພື້ນຖານເຄົາລົບຄວາມເປັນເອກະລາດ, ອຳນາດອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ສະຖາບັນການເມືອງ ແລະ ຜົນປະໂຫຍດລວມເຊິ່ງກັນ ແລະ ກັນ.

ໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ ຟ້າມບິ່ງມິງ ໄດ້ຕີລາຄາສູງຕໍ່ຜູ້ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດອາເມລິກາ, ຜູ້ຕາງໜ້າດ້ານການຄ້າອາເມລິກາ ແລະ ລັດຖະມົນຕີວ່າການກະຊວງການຕ່າງປະເທດສະຫະລັດອາເມລິກາ ທີ່ໄດ້ຮັບຟັງ ແລະ ຮັບຮູ້ເຖິງຄວາມເປັນຫ່ວງຂອງຊຸມຊົນວິສາຫະກິດຂອງສອງປະເທດ ໃນຂະບວນການຜູ້ຕາງໜ້າດ້ານການຄ້າຂອງສະຫະລັດອາເມລິກາ ໄດ້ດຳເນີນການສືບສວນກ່ຽວກັບນະໂຍບາຍການຄ້າໄມ້ ແລະ ເງິນຕາຂອງຫວຽດນາມ ຕາມມາດຕາ 301 ຂອງກົດໝາຍການຄ້າສະຫະລັດອາເມລິກາປີ 1974.

ຜູ້ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດອາເມລິກາ ທ່ານ Robert O’Brien ໄດ້ຢືນຢັນວ່າ ສະຫະລັດອາເມລິກາ ຈະສະໜັບສະໜູນ ຫວຽດນາມ ທີ່ເປັນປະເທດ “ເຂັ້ມແຂງ, ເອກະລາດ, ແລະ ຈະເລີນຮຸ່ງເຮືອງ”, ທີ່ມີບົດບາດນັບມື້ນັບສຳຄັນໃນພາກພື້ນ, ປະກອບສ່ວນຢ່າງຕັ້ງໜ້າຕໍ່ສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ການພັດທະນາໃນພາກພື້ນ ແລະ ທົ່ວໂລກ.

ຜູ້ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດອາເມລິກາ ທ່ານ Robert O’Brien ໄດ້ຕີລາຄາສູງບັນດາກະຊວງ, ຂະແໜງການຂອງຫວຽດນາມ ໃນໄລຍະຜ່ານມາທີ່ປະສານສົມທົບກັບບັນດາຄູ່ຮ່ວມມືຂອງສະຫະລັດອາເມລິກາ, ພ້ອມທັງປະສານສົມທົບກັບ USTR ໃນຂະບວນວິວັດການປຶກສາຫາລືໃນຂອບກໍລະນີ 301, ພ້ອມທັງຢັ້ງຢືນການເຈລະຈາຢ່າງຈິງຈັງລະຫວ່າງສອງຝ່າຍ ໄດ້ປະກອບສ່ວນຊຸກຍູ້ການພົວພັນດ້ານການຄ້າທີ່ໝັ້ນຄົງ, ນຳເອົາຜົນປະໂຫຍດມາສູ່ວິສາຫະກິດ ແລະ ປະຊາຊົນຂອງທັງສອງປະເທດ.

ສະຫະລ ດອາເມລ ກາ ໄດ ສະໜ ບສະໜ ນຫວຽດນາມ ທ ເປ ນປະເທດ ເຂ ມແຂງ ເອກະລາດ ແລະ ຈະເລ ນຮ ງເຮ ອງ ທ່ານເອກອັກຄະລັດຖະທູດ ຮ່າກິມຫງອກ ໄດ້ໂອ້ລົມທາງໂທລະສັບກັບຜູ້ແທນສະພາຕ່ຳອາເມລິກາ Ted Yoho

ຍສໝ - ທີ່ການໂອ້ລົມທາງໂທລະສັບ, ທ່ານເອກອັກຄະລັດຖະທູດ ຮ່າກິມຫງອກ ໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຕີລາຄາສູງການປະກອບສ່ວນຢ່າງຕັ້ງໜ້າຂອງ ທ່ານຜູ້ແທນສະພາຕ່ຳອາເມລິກາ Ted Yoho ໃຫ້ແກ່ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ອາເມລິກາໃນໄລຍະຜ່ານມາ.

ສະຫະລ ດອາເມລ ກາ ໄດ ສະໜ ບສະໜ ນຫວຽດນາມ ທ ເປ ນປະເທດ ເຂ ມແຂງ ເອກະລາດ ແລະ ຈະເລ ນຮ ງເຮ ອງ ທ່ານ ເຈິ່ນ​ຕວັນ​ແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ໂອ້ລົມທາງໂທລະສັບກັບທ່ານ Robert Lighthizer ຫົວໜ້າຜູ້ຕາງໜ້າການຄ້າອາເມລິກາ

ຍ​ສ​ໝ - ທີ່ການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີເຈີ່ນຕວັນແອງ ແລະ ທ່ານ Robert Lighthizer ຜູ້ຕາງໜ້າດ້ານການຄ້າອາເມລິກາ ໄດ້ເຫັນດີຕີລາຄາວ່າການພົວພັນຫວຽດນາມ - ອາເມລິກາພວມພັດທະນາຢ່າງແຮງໃນທຸກຂົງເຂດ.

ສະຫະລ ດອາເມລ ກາ ໄດ ສະໜ ບສະໜ ນຫວຽດນາມ ທ ເປ ນປະເທດ ເຂ ມແຂງ ເອກະລາດ ແລະ ຈະເລ ນຮ ງເຮ ອງ ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo

ຍ​ສ​ໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ໄດ້ຕີລາຄາສູງຕໍ່ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງກະຊວງການຕ່າງປະເທດສອງປະເທດໃນໄລຍະຜ່ານມາ, ປະກອບສ່ວນຮັກສາທ່ວງທ່າພັດທະນາ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ນັບມື້ນັບພັດທະນາຢ່າງເລິກເຊິ່ງ.

ຄຳຮຸ່ງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.