ທ່ານເອກອັກຄະລັດຖະທູດ ຮ່າກິມຫງອກ ໄດ້ໂອ້ລົມທາງໂທລະສັບກັບຜູ້ແທນສະພາຕ່ຳອາເມລິກາ Ted Yoho

10:22 | 12/01/2021

ຍສໝ - ທີ່ການໂອ້ລົມທາງໂທລະສັບ, ທ່ານເອກອັກຄະລັດຖະທູດ ຮ່າກິມຫງອກ ໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຕີລາຄາສູງການປະກອບສ່ວນຢ່າງຕັ້ງໜ້າຂອງ ທ່ານຜູ້ແທນສະພາຕ່ຳອາເມລິກາ Ted Yoho ໃຫ້ແກ່ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ອາເມລິກາໃນໄລຍະຜ່ານມາ.

ທ່ານ ເຈິ່ນ​ຕວັນ​ແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ໂອ້ລົມທາງໂທລະສັບກັບທ່ານ Robert Lighthizer ຫົວໜ້າຜູ້ຕາງໜ້າການຄ້າອາເມລິກາ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo

ທ່ານເອກອັກຄະລັດຖະທູດ ຮ່າກິມຫງອກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານ Florida Ted Yoho - ຜູ້ແທນສະພາຕ່ຳອາເມລິກາ, ສະມາຊິກອາວຸໂສຂອງອະນຸກຳມະການອາຊີປາຊີຟິກ ແລະ ຕໍ່ສູ້ຕ້ານການແຜ່ຂະຫຍາຍນິວເຄຼຍ, ເນື່ອງໃນໂອກາດການສິ້ນສຸດອາຍຸການຂອງທ່ານ ໃນສະພາຕ່ຳ.

ທີ່ການໂອ້ລົມທາງໂທລະສັບ, ທ່ານເອກອັກຄະລັດຖະທູດ ຮ່າກິມຫງອກ ໄດ້ສະແດງຄວາມຂອບອົກຂອບໃຈ ແລະ ຕີລາຄາສູງການປະກອບສ່ວນຢ່າງຕັ້ງໜ້າຂອງ ທ່ານຜູ້ແທນສະພາຕ່ຳອາເມລິກາ Ted Yoho ໃຫ້ແກ່ການພົວພັນຄູ່ຮ່ວມມືຮອບດ້ານຫວຽດນາມ - ອາເມລິກາ ໃນໄລຍະຜ່ານມາ. ທ່ານເອກອັກຄະລັດຖະທູດ ຮ່າກິມຫງອກ ໄດ້ຢືນຢັນວ່າການພົວພັນລະຫວ່າງສອງປະເທດ ພວມພັດທະນາດີກວ່າເກົ່າ, ພ້ອມກັບຄວາມມິດຕະພາບຂອງເພື່ອນມິດຫຼາຍຄົນ ແລະ ບັນດາຄູ່ຮ່ວມມືທີ່ໃກ້ຊິດຂອງຫວຽດນາມ ຄືສະມາຊິກສະພາ ທ່ານຜູ້ແທນສະພາຕ່ຳອາເມລິກາ Ted Yoho.

ທ່ານເອກອັກຄະລັດຖະທູດ ຮ່າກິມຫງອກ ໄດ້ໂອ້ລົມທາງໂທລະສັບກັບຜູ້ແທນສະພາຕ່ຳອາເມລິກາ Ted Yoho
ທ່ານເອກອັກຄະລັດຖະທູດ ຮ່າກິມຫງອກ ໄດ້ໂອ້ລົມທາງໂທລະສັບກັບຜູ້ແທນສະພາຕ່ຳອາເມລິກາ Ted Yoho. (ພາບ: baoquocte)

ທ່ານເອກອັກຄະລັດຖະທູດ ໄດ້ສະແດງຄວາມຂອບໃຈທ່ານ Ted Yoho ທີ່ໄດ້ເຂົ້າຮ່ວມຢ່າງຫ້າວຫັນ ແລະ ປະກອບສ່ວນເຂົ້າໃນຜົນສຳເລັດຂອງເຫດການສຳຄັນຕ່າງໆ ເນື່ອງໃນໂອກາດສະເຫຼີມສະຫຼອງຄົບຮອບ 25 ປີແຫ່ງການພົວພັນທາງການທູດລະຫວ່າງສອງປະເທດ (1995 -2020). ທ່ານເອກອັກຄະລັດຖະທູດ ຮ່າກິມຫງອກ ໄດ້ປາດຖະໜາວ່າໃນຖານະຕຳແໜ່ງ ໃໝ່, ທ່ານ Ted Yoho ຈະສືບຕໍ່ປະກອບສ່ວນຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານລະຫວ່າງສອງປະເທດຕື່ມອີກ.

ເນື່ອງໃນໂອກາດນີ້, ທ່ານເອກອັກຄະລັດຖະທູດ ຮ່າກິມຫງອກ ໄດ້ຮຽກຮ້ອງໃຫ້ທ່ານ Ted Yoho ດ້ວຍຊື່ສຽງ ແລະ ອິດທິພົນຂອງຕົນ ໄດ້ສືບຕໍ່ສະໜັບສະໜູນຄວາມມານະພະຍາຍາມ ເພື່ອບັນລຸມາດຕະການແກ້ໄຂທີ່ເໝາະສົມຕາມຄວນ, ຍຸດຕິທຳກັບການສືບສວນ, ມີປະໂຫຍດລວມໃຫ້ແກ່ນະໂຍບາຍເງິນຕາ ແລະ ໄມ້ຕາມມາດຕາ 301 ທີ່ຜູ້ຕາງໜ້າດ້ານການຄ້າອາເມລິກາ (USTR) ກຳລັງປະຕິບັດກັບຫວຽດນາມ.

ສ່ວນທ່ານ Ted Yoho ໄດ້ສະແດງນ້ຳໃຈທີ່ດີເປັນພິເສດຕໍ່ປະເທດ ແລະ ປະຊາຊົນຫວຽດນາມ, ໂດຍເນັ້ນໜັກເຖິງການນິຍົມນັບຖືຫຼາຍຢ່າງ ສຳຫຼັບບັນດາຜົນງານເຊິ່ງຫວຽດນາມບັນລຸໄດ້ໃນຊຸມປີຜ່ານມາ. ທ່ານ Ted Yoho ໄດ້ຕີລາຄາສູງຕໍ່ຄວາມນ້ຳໃຈທີ່ດີ ແລະ ການຮ່ວມມືຢ່າງໃກ້ຊິດ ຂອງທ່ານເອກອັກຄະລັດຖະທູດ ຮ່າກິມຫງອກ ແລະ ສະຖານທູດຫວຽດນາມປະຈຳສະຫະລັດອາເມລິກາ.

ທ່ານ ເຈິ່ນ​ຕວັນ​ແອັງ ລັດຖະມົນຕີກະຊວງອຸດສາຫະກຳ ແລະການຄ້າ ໂອ້ລົມທາງໂທລະສັບກັບທ່ານ Robert Lighthizer ຫົວໜ້າຜູ້ຕາງໜ້າການຄ້າອາເມລິກາ

ຍ​ສ​ໝ - ທີ່ການໂອ້ລົມທາງໂທລະສັບ, ທ່ານລັດຖະມົນຕີເຈີ່ນຕວັນແອງ ແລະ ທ່ານ Robert Lighthizer ຜູ້ຕາງໜ້າດ້ານການຄ້າອາເມລິກາ ໄດ້ເຫັນດີຕີລາຄາວ່າການພົວພັນຫວຽດນາມ - ອາເມລິກາພວມພັດທະນາຢ່າງແຮງໃນທຸກຂົງເຂດ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo

ຍ​ສ​ໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ໄດ້ຕີລາຄາສູງຕໍ່ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງກະຊວງການຕ່າງປະເທດສອງປະເທດໃນໄລຍະຜ່ານມາ, ປະກອບສ່ວນຮັກສາທ່ວງທ່າພັດທະນາ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ນັບມື້ນັບພັດທະນາຢ່າງເລິກເຊິ່ງ.

ພະຍາດ COVID-19: ນຳສົ່ງພົນລະເມືອງຫວຽດນາມເກືອບ 360 ຄົນ ມາຈາກສະຫະລັດອາເມລິກາ ກັບຄືນປະເທດຢ່າງປອດໄພ

ຍສໝ - ໃນເວລາ 2 ວັນຂອງວັນທີ 21-22 ທັນວາ, ບັນດາອົງການຕາງໜ້າຫວຽດນາມ, ອົງການຕົວແທນຫວຽດນາມຢູ່ສະຫະລັດອາເມລິກາ, ບໍລິສັດການບິນແຫ່ງຊາດຫວຽດນາມ ໄດ້ຮ່ວມມືກັບອົງການທີ່ມີໜ້າທີ່ທ້ອງຖິ່ນ ເພື່ອນຳເອົາພົນລະເມືອງເກືອບ 360 ຄົນຫວຽດນາມ ໄດ້ກັບຄືນປະເທດຫວຽດນາມຢ່າງປອດໄພ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.