ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo

12:56 | 08/01/2021

ຍ​ສ​ໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ  ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ໄດ້ຕີລາຄາສູງຕໍ່ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງກະຊວງການຕ່າງປະເທດສອງປະເທດໃນໄລຍະຜ່ານມາ, ປະກອບສ່ວນຮັກສາທ່ວງທ່າພັດທະນາ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ນັບມື້ນັບພັດທະນາຢ່າງເລິກເຊິ່ງ.

ຫວຽດນາມ - ອາເມລິກາ ຮ່ວມມືກັນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ: ການສ້າງສາ ແລະ ການປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ຫວຽດນາມ - ອາເມລິກາ
ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ ແລະ ບຣາຊິນ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ (ພາບ: Baoquocte.vn)

ອາ​ທິດ​ຜ່ານ​ມາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ໄດ້ໂອ້ລົມຜ່ານທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo.

ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ໄດ້ຕີລາຄາສູງຕໍ່ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງກະຊວງການຕ່າງປະເທດສອງປະເທດໃນໄລຍະຜ່ານມາ, ປະກອບສ່ວນຮັກສາທ່ວງທ່າພັດທະນາ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ນັບມື້ນັບພັດທະນາຢ່າງເລິກເຊິ່ງ, ກວ້າງຂວາງ ແລະ ແທດຈິງໃນທຸກຂົງເຂດ, ສອງ​ທ່ານ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ເລື່ອງ​ສອງ​ຝ່າຍ​ໄດ້​ຈັ​ດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫ​ວ​ສະ​ເຫຼີມ​ສະຫຼອງ 25 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ໂດຍ​ບໍ່​ຫົວ​ຊາ​ຕໍ່​ໂລກ​ລະ​ບາດ​ໂຄວິດ - 19.

ລັດຖະມົນຕີການຕ່າງປະເທດສອງທ່ານ ກໍເຫັນດີເພີ່ມທະວີການຮ່ວມມືບົນພື້ນຖານເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ ແລະ ກົນໄກການເມືອງຂອງກັນ, ປະກອບສ່ວນຢ່າງຕັ້ງໜ້າໃຫ້ແກ່ຄວາມໝັ້ນຄົງ, ສັນຕິພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ເນື່ອງໃນໂອກາດນີ້, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບິ່ງມິນ ແລະ ທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ໄດ້ແລກປ່ຽນກ່ຽວກັບເລື່ອງ ອົງການຜູ້ຕາງໜ້າດ້ານການຄ້າຂອງ ອາເມລິກາ (USTR) ພວມດຳເນີນການສືບສວນນະໂຍບາຍເງິນຕາ ແລະ ວັດຖຸດິບໄມ້ຂອງຫວຽດນາມ ຕາມມາດຕາເລກທີ 301 ຂອງ ກົດໝາຍວ່າດ້ວຍການຄ້າປີ 1974 ຂອງ ອາເມລິກາ.

ທ່ານ​ຟ້າມ​ບິ່ງ​ມິງ ໄດ້​ຢັ້ງ​ຢືນ​ວ່າ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຂອງ ຫວຽດ​ນາມ ຈະ​ສືບ​ຕໍ່​ເປັນ​ເຈົ້າ​ການ​ໃນ​ການ​ຮ່ວມ​ມື​ກັບ​ບັນ​ດາ​ຄູ່​ຮ່ວ​ມ​ມື​ອາ​ເມ​ລິ​ກາ ເພື່ອ​ແກ້​ໄຂ​ບັນ​ດາ​ຄວາມ​ສົນ​ໃຈ​ຂອງ​ອາ​ເມ​ລິ​ກາ ແລະ ຫວຽດ​ນາມ ຢ່າງ​ຮອບ​ດ້ານ, ຜ່ານ​ນັ້ນ, ຮັກ​ສາ​ການ​ພົວ​ພັນ​ດ້ານ​ການ​ຄ້າ​ເປັນ​ປົກ​ກະ​ຕິ, ມຸ່ງ​ໄປ​ສູ່​ດຸນ​ການ​ຄ້າ​ທີ່​ກົມ​ກຽວ, ຍືນ​ຍົງ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ.

ທ່ານ​ລັດ​ຖະ​ມົນ​ຕີ Mike Pompeo ກໍ່​ໄດ້​ຕີ​ລາ​ຄາ​ສູງ​ເລື່ອງ​ສອງ​ຝ່າຍ​ຮັກ​ສາ​ການ​ແລ​ກ​ປ່ຽນ​ກ່​ຽວ​ກັບ​ບັນ​ຫານີ້, ພ້ອມ​ທັງ​ຢັ້ງ​ຢືນ​ຄືນ​ໃໝ່​ວ່າ ອາ​ເມ​ລິກ​ຖື​ເປັນ​ສຳ​ຄັນ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ຮັກ​ສາ​ການ​ພົວ​ພັນ​ທີ່​ມີ​ສະ​ຖຽນ​ລະ​ພາບ​ກັບ ຫວຽດ​ນາມ, ສະ​ໜັບ​ສະ​ໜູນ ຫວຽດ​ນາມທີ່​ມີ​ເອ​ກະ​ລາດ, ວັດ​ທະ​ນາ​ຖາ​ວອນ, ສວມ​ບົດ​ບາດ​ນັບ​ມື້​ນັບ​ສຳ​ຄັນ​ໃນ​ພາກ​ພື້​ນ ຢ່າງ​ແຮງ.

ກ່ອນ​ໜ້າ​ນັ້ນ, ໃນ​ການ​ໂອ້​ລົມ​ສົນ​ທະ​ນາ​ໃນ​ວັນ​ທີ 22 ທັນ​ວາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຫງວຽ​ນ​ຊວັນ​ຟຸກ ແລະ ທ່ານ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Donald Trump ໄດ້​ເຫັນ​ດີ​ເປັນ​ເອ​ກະ​ພາບ​ຕີ​ລາ​ຄາ​ວ່າ ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ​ໄດ້​ພັດ​ທະ​ນາ​ຢ່າງ​ແຮງ ໃນ​ທຸກ​ຂົງ​ເຂດ​ພາຍຫຼັງ 25 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ແລະ ພິ​ເສດ​ແມ່ນ ໃນ​ຊຸກ​ປີ​ມໍ່ໆ​ມານີ້. ການ​ນຳ​ສອງ​ທ່ານ​ເຊື່ອ​ໝັ້ນ​ວ່າ ກາ​ນ​ພົວ​ພັນ​ລະ​ຫ່​ວາງ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ເຂົ້າ​ສູ່​ລວງ​ເລິກ, ມີ​ສະ​ຖຽນ​ລະ​ພາບ, ນຳ​ຜົນ​ປະ​ໂຫຍດ​ມາ​ໃຫ້​ປະ​ຊາ​ຊົນ​ສອງ​ປະ​ເທດ, ໃນ​ນັ້ນ​ມີ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ ແມ່ນ ຈຸດ​ສຸມ ແລະ ກຳ​ລັງ​ໜູນ​ຂອງ​ການ​ພົວ​ພັນ​ສອງ​ຝ່າຍ.

ການພົວພັນຫວຽດນາມ - ສະຫະລັດອາເມລິກາ: ການຮ່ວມມືດ້ານເສດຖະກິດ ແລະ ການຄ້າແມ່ນຈຸດສຸມ ແລະ ເປັນກຳລັງໜູນຂອງການພົວພັນສອງຝ່າຍ.

ຍສໝ - ໃນວັນທີ 22 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີອາເມລິກາ Donald Trump.

ຫວຽດນາມ - ອາເມລິກາ ຮ່ວມມືກັນເພື່ອແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ: ການສ້າງສາ ແລະ ການປັບປຸງຄວາມໄວ້ເນື້ອເຊື່ອໃຈລະຫວ່າງ ຫວຽດນາມ - ອາເມລິກາ

ຍສໝ - ວຽກງານແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມເປັນວຽກງານທີ່ໄດ້ຮັບຄວາມບູລິມະສິດທີສຸດໃນການຮ່ວມມືລະຫວ່າງສອງປະເທດ.

ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫວ້ ຕ້ອນຮັບເອກອັກຄະລັດຖະທູດ ອາເມລິກາ ແລະ ບຣາຊິນ

ຕອນບ່າຍວັນທີ 09 ພຶດສະພາ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ເວືອງດີງເຫວ້ ໄດ້ມີການເຮັດວຽກກັບເອກອັກຄະລັດຖະທູດສາທາລະນະລັດສະຫະພັນ ບຣາຊິນ ແລະ ເອກອັກຄະລັດຖະທູດ ອາເມລິກາ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.