ພິທີເປີດຕົວສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ອະດີດນັກຮົບອາສາສະໝັກ ຂອງເມືອງເຈື່ອງໝິ້

07:53 | 30/03/2021

ຍສໝ - ສະມາຄົມຈະແມ່ນສະຖານທີ່ເຕົ້າໂຮມ ແລະ ລະດົມກຳລັງໃຈນັກຮົບອາສາສະໝັກ, ຊ່ຽວຊານ ແລະ ທະຫານຫວຽດນາມຊ່ວຍກຳປູເຈຍໃນການຮັກສາ ແລະ ສົ່ງເສີມກຽດສັກສີຂອງບັນດານາຍທະຫານລຸງໂຮ່, ປະກອບສ່ວນຄວາມພະຍາຍາມ ແລະ ສະຕິປັນຍາເຂົ້າໃນວຽກງານສ້າງສາບ້ານເກີດເມືອງນອນ ແລະ ປະເທດຊາດ...  

ພ ທ ເປ ດຕ ວສະມາຄ ມມ ດຕະພາບຫວຽດນາມ ກຳປ ເຈຍ ອະດ ດນ ກຮ ບອາສາສະໝ ກ ຂອງເມ ອງເຈ ອງໝ 84% ຂອງເສັ້ນຊາຍແດນຫວຽດນາມ - ກຳປູເຈຍ ໄດ້ຮັບການແບ່ງເຂດປັກຫຼັກໝາຍ
ພ ທ ເປ ດຕ ວສະມາຄ ມມ ດຕະພາບຫວຽດນາມ ກຳປ ເຈຍ ອະດ ດນ ກຮ ບອາສາສະໝ ກ ຂອງເມ ອງເຈ ອງໝ ກຳປູເຈຍ ຍົກເລີກໜັງສືຈົດໝາຍທາງການ ທີ່ຈຳກັດການເດີນທາງຂ້າມຊາຍແດນຂອງພົນລະເມືອງ ກຳປູເຈຍ ແລະ ຫວຽດນາມ

ເມື່ອບໍ່ດົນມານີ້, ສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ອາດີດນັກຮົບອາສາສະໝັກຂອງເມືອງເຈື່ອງໝິ້ ໄດ້ຮັບການສ້າງຕັ້ງຂຶ້ນ ດ້ວຍສະມາຊິກ 588 ຄົນ. ຄະນະບໍລິຫານງານສະມາຄົມ ປະກອບມີ 9 ສະຫາຍ, ທ່ານເຈີນນາມເຢື່ອງ ເປັນປະທານສະມາຄົມ.

ຕາມການລາຍງານໃນພິທີເປີດຕົວ: ໃນບັນດານັກຮົບອາສາສະໝັກຫວຽດນາມ ທີ່ໄດ້ປະຕິບັດພາລະກິດສາກົນ, ສູ້ຮົບຢູ່ສະໜາມຮົບ K, ຊ່ວຍຊາວກຳປູເຈຍຫຼຸດພົ້ນອອກຈາກ ການດັບສູນເຊື້ອຊາດ.

ພ ທ ເປ ດຕ ວສະມາຄ ມມ ດຕະພາບຫວຽດນາມ ກຳປ ເຈຍ ອະດ ດນ ກຮ ບອາສາສະໝ ກ ຂອງເມ ອງເຈ ອງໝ
ພິທີເປີດຕົວສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ອະດີດນັກຮົບອາສາສະໝັກ ຂອງເມືອງເຈື່ອງໝິ້.

ໃນວັນທີ 26 ມິຖຸນາ 1989, ບັນດາຫົວໜ່ວຍສຸດທ້າຍໄດ້ກັບຄືນປະເທດ. ພວກເຂົາສືບຕໍ່ເຮັດວຽກຢູ່ໃນຕຳແໜ່ງແຕກຕ່າງກັນ ແລະ ມີການປະກອບສ່ວນຫລາຍຢ່າງເຂົ້າໃນການສ້າງສາ ແລະ ປ້ອງກັນຊາດ. ພາຍຫຼັງການລະດົມ ແລະ ເຕົ້າໂຮມກັນເປັນໄລຍະຍາວ, ເມືອງເຈື່ອງໝິ້ມີນັກຮົບເກົ່າ 588 ຄົນເປັນນັກຮົບອາສາສະໝັກເພື່ອເຮັດວຽກຮ່ວມກັນ ແລະ ສ້າງຕັ້ງສະມາຄົມ.

ກ່າວຄຳເຫັນທີ່ພິທີ, ທ່ານຫວໍມິງຮຽນ ໄດ້ຮັບຮູ້ບັນດາຄຸນງາມຄວາມດີຂອງບັນດາອະດີດນັກຮົບອາສາສະໝັກຫວຽດນາມ - ກຳປູເຈຍໃນໄລຍະສົງຄາມ, ກໍ່ຄືໃນຊີວິດປະຈຳວັນ. ຜົນງານໃນການສູ້ຮົບ ແລະ ອອກແຮງງານນັ້ນ ແມ່ນຫຼັກຖານພະຍານທີ່ສ້າງຄວາມສາມັກຄີລະຫວ່າງປະຊາຊົນສອງປະເທດ.

ພ ທ ເປ ດຕ ວສະມາຄ ມມ ດຕະພາບຫວຽດນາມ ກຳປ ເຈຍ ອະດ ດນ ກຮ ບອາສາສະໝ ກ ຂອງເມ ອງເຈ ອງໝ
ທ່ານຫວໍມິງຮຽນ - ຮອງປະທານສະມາຄົມມິດຕະພາບສູນກາງຫວຽດນາມ - ກຳປູເຈຍກ່າວຄຳເຫັນທີ່ພິທີ.

ທ່ານຫວໍມິງຮຽນ ຍັງເຊື່ອໝັ້ນວ່າ ອາດີດນັກຮົບອາສາສະໝັກແຕ່ລະຄົນ ຈະສືບຕໍ່ປະຕິບັດຕາມແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ກົດລະບຽບທ້ອງຖິ່ນ, ເຂົ້າຮ່ວມຢ່າງຕັ້ງໜ້າໃນການຈັດຕັ້ງປະຕິບັດບັນດາແຜນງານການພັດທະນາເສດຖະກິດ - ສັງຄົມ, ປະກອບສ່ວນຮັກສາສະຖຽນລະພາບຂອງທ້ອງຖິ່ນ, ຮັດແໜ້ນຄວາມສາມັກຄີລະຫວ່າງປະຊາຊົນຫວຽດນາມ ແລະ ກຳປູເຈຍ.

ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານສະມາຄົມມິດຕະພາບຫວຽດນາມ - ກຳປູເຈຍ ຫວູ້ວອືອງຫວຽດ ໄດ້ຫວັງວ່າ: “ສະມາຄົມຈະແມ່ນສະຖານທີ່ເຕົ້າໂຮມ ແລະ ລະດົມກຳລັງໃຈນັກຮົບອາສາສະໝັກ, ຊ່ຽວຊານ ແລະ ທະຫານຫວຽດນາມຊ່ວຍກຳປູເຈຍໃນການຮັກສາ ແລະ ສົ່ງເສີມກຽດສັກສີຂອງບັນດານາຍທະຫານລຸງໂຮ່, ປະກອບສ່ວນຄວາມພະຍາຍາມ ແລະ ສະຕິປັນຍາເຂົ້າໃນວຽກງານສ້າງສາບ້ານເກີດເມືອງນອນ ແລະ ປະເທດຊາດ, ເສີມຂະຫຍາຍມູນເຊື້ອ, ສ້າງຄວາມສາມັກຄີ, ເພີ່ມທະວີການທູດປະຊາຊົນຂອງສອງຊົນເຜົ່າຫວຽດນາມ - ກຳປູເຈຍ”.

ພ ທ ເປ ດຕ ວສະມາຄ ມມ ດຕະພາບຫວຽດນາມ ກຳປ ເຈຍ ອະດ ດນ ກຮ ບອາສາສະໝ ກ ຂອງເມ ອງເຈ ອງໝ 84% ຂອງເສັ້ນຊາຍແດນຫວຽດນາມ - ກຳປູເຈຍ ໄດ້ຮັບການແບ່ງເຂດປັກຫຼັກໝາຍ

ຍສໝ - ເອກະສານນິຕິກຳ 2 ສະບັບທີ່ບັນທຶກຜົນສຳເລັດ ໃນການປັກຫຼັກໝາຍຊາຍແດນ ແລະ ແບ່ງເຂດແດນ (ປະມານ 84%) ຂອງຊາຍແດນແຜ່ນດິນຫວຽດນາມ - ກຳປູເຈຍໄດ້ມີຜົນບັງຄັບນຳໃຊ້ຢ່າງເປັນທາງການ ແລະ ເຂົ້າສູ່ຊີວິດການເມືອງຂອງສອງປະເທດ ໃນວັນທີ 22 ທັນວາ 2020.

ພ ທ ເປ ດຕ ວສະມາຄ ມມ ດຕະພາບຫວຽດນາມ ກຳປ ເຈຍ ອະດ ດນ ກຮ ບອາສາສະໝ ກ ຂອງເມ ອງເຈ ອງໝ ການເລີ່ມລົງມືກໍ່ສ້າງອະນຸສາວະລີມິດຕະພາບ ຫວຽດນາມ - ກຳປູເຈຍ ຢູ່ ແຂວງ Tbong Khnum

ຍສໝ - ອະນຸສາວະລີມິດຕະພາບຫວຽດນາມ - ກຳປູເຈຍ ໃນແຂວງ Tbong Khnum ໄດ້ເລີ່ມລົງມືກໍ່ສ້າງ, ເຊິ່ງມີເນື້ອທີ່ປະມານ 4 ເຮັກຕາ, ລວມທັງອະນຸສາວະລີ ແລະ ຊຸດຮວບຮວມບັນດາເອກະເທດ ໄດ້ຈຸດທີ່ຕັ້ງທີ່ໃຈກາງຂອງແຂວງ Tbong Khnum

ພ ທ ເປ ດຕ ວສະມາຄ ມມ ດຕະພາບຫວຽດນາມ ກຳປ ເຈຍ ອະດ ດນ ກຮ ບອາສາສະໝ ກ ຂອງເມ ອງເຈ ອງໝ ມອບຂອງຂວັນ 250 ພູດ ໃຫ້ແກ່ບັນດາທະຫານເສຍອົງຄະ, ຄອບຄົວທີ່ມີຄຸນງາມຄວາມດີ ເຊິ່ງເປັນສະມາຊິກຂອງສະມາຄົມມິດຕະພາບຫວຽດນາມ - ລາວ; ຫວຽດນາມ - ກຳປູເຈຍ

ຍສໝ - ວັນທີ 22 ກໍລະກົດ, ສະມາຄົມກາແດງແຂວງດົ່ງນາຍໄດ້ມອບຂອງຂວັນ 100 ພູດ ໃຫ້ແກ່ບັນດາທະຫານເສຍອົງຄະ, ຄອບຄົວທີ່ມີຄຸນງາມຄວາມດີ ເຊິ່ງເປັນສະມາຊິກຂອງສະມາຄົມມິດຕະພາບ ຫວຽດນາມ - ລາວ ຢູ່ ເມືອງວິ້ງກູຍ ແລະ ນະຄອນບຽນຮວ່າ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.