84% ຂອງເສັ້ນຊາຍແດນຫວຽດນາມ - ກຳປູເຈຍ ໄດ້ຮັບການແບ່ງເຂດປັກຫຼັກໝາຍ

09:57 | 25/12/2020

ຍສໝ - ເອກະສານນິຕິກຳ 2 ສະບັບທີ່ບັນທຶກຜົນສຳເລັດ ໃນການປັກຫຼັກໝາຍຊາຍແດນ ແລະ ແບ່ງເຂດແດນ (ປະມານ 84%) ຂອງຊາຍແດນແຜ່ນດິນຫວຽດນາມ - ກຳປູເຈຍໄດ້ມີຜົນບັງຄັບນຳໃຊ້ຢ່າງເປັນທາງການ ແລະ ເຂົ້າສູ່ຊີວິດການເມືອງຂອງສອງປະເທດ ໃນວັນທີ 22 ທັນວາ 2020.

84 ຂອງເສ ນຊາຍແດນຫວຽດນາມ ກຳປ ເຈຍ ໄດ ຮ ບການແບ ງເຂດປ ກຫ ກໝາຍ ເພີ່ມປະສິດທິຜົນໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ແລະ ປົກປັກຮັກສາເສັ້ນຊາຍແດນຫວຽດນາມ - ກຳປູເຈຍ
84 ຂອງເສ ນຊາຍແດນຫວຽດນາມ ກຳປ ເຈຍ ໄດ ຮ ບການແບ ງເຂດປ ກຫ ກໝາຍ ຫຼາຍບ້ານ ຢູ່ເຂດ ຊາຍແດນຫວຽດນາມ - ລາວ ຖືກຕັດແຍກ ຍ້ອນນໍ້າຖ້ວມ

ໃນວັນທີ 22 ທັນວາ, ຫວຽດນາມ ແລະ ກຳປູເຈຍ ໄດ້ຈັດພິທີແລກປ່ຽນເອກະສານເຊັນອະນຸມັດ "ສົນທິສັນຍາວ່າດ້ວຍການເພີ່ມເຕີມສົນທິສັນຍາວາງກຳນົດຊາຍແດນແຫ່ງຊາດປີ 1985 ແລະ ສົນທິສັນຍາເພີ່ມເຕີມປີ 2005 ລະຫວ່າງສາທາລະນະລັດສັງຄົມນິຍົມຫວຽດນາມ ແລະ ລາຊະອານາຈັກກຳປູເຈຍ” (ສົນທິສັນຍາເສີມປີ 2019) ແລະ “ອະນຸສັນຍາກ່ຽວກັບການປັກຫຼັກໝາຍຊາຍແດນແຜ່ນດິນ ລະຫວ່າງສສ.ຫວຽດນາມ ແລະ ລາຊະອານາຈັກກຳປູເຈຍ” (ອະນຸສັນຍາກ່ຽວກັບການປັກຫຼັກໝາຍ ແລະ ປັກຫຼັກໝາຍຊາຍແດນ) ໄດ້ລົງນາມໃນວັນທີ 5 ຕຸລາ 2019.

84 ຂອງເສ ນຊາຍແດນຫວຽດນາມ ກຳປ ເຈຍ ໄດ ຮ ບການແບ ງເຂດປ ກຫ ກໝາຍ
ພິທີແລກປ່ຽນເອກະສານປັກຫຼັກໝາຍຊາຍແດນ ແລະ ແບ່ງເຂດແດນ ລະຫວ່າງສສ.ຫວຽດນາມ ແລະ ລາຊະອານາຈັກກຳປູເຈຍ. (ພາບ: thoidai.com.vn)

ພິທີດັ່ງກ່າວໄດ້ຈັດຂື້ນດ້ວຍຮູບການຖ່າຍທອດສົດ, ພາຍໃຕ້ການເປັນປະທານຮ່ວມຂອງທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ແລະ ທ່ານ Prak Sokhonn - ລັດຖະມົນຕີກະຊວງການຕ່າງປະເທດກຳປູເຈຍ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ໄດ້ກ່າວຄຳເຫັນທີ່ພິທີດັ່ງກ່າວວ່າ, ເອກະສານນິຕິກຳສອງສະບັບທີ່ມີປະສິດທິຜົນນີ້ ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈ ແລະ ເຈດຈຳນົງຂອງຫວຽດນາມ ແລະ ກຳປູເຈຍ ໃນການເຮັດວຽກຮ່ວມກັນ ເພື່ອແກ້ໄຂບັນຫາຊາຍແດນທົ່ວໄປ.

ສົນທິສັນຍາເພີ່ມເຕີມປີ 2019 ແລະ ອະນຸສັນຍາການປັກຫຼັກໝາຍ ຊາຍແດນທີ່ມີປະສິດທິຜົນແມ່ນໄຊຊະນະອັນໃຫຍ່ຫຼວງສຳລັບສອງປະເທດ, ມີຄວາມໝາຍສຳຄັນທາງປະຫວັດສາດ ໃນຂະບວນການໃນໄລຍະ 36 ປີໃນການແກ້ໄຂບັນຫາຊາຍແດນທາງບົກຫວຽດນາມ - ກຳປູເຈຍ, ປະກອບສ່ວນເຂົ້າໃນການເພີ່ມທະວີ, ຍົກສູງການພົວພັນລະຫວ່າງຫວຽດນາມ ແລະ ກຳປູເຈຍຂຶ້ນສູ່ລະດັບສູງໃໝ່.

84 ຂອງເສ ນຊາຍແດນຫວຽດນາມ ກຳປ ເຈຍ ໄດ ຮ ບການແບ ງເຂດປ ກຫ ກໝາຍ
84% ຂອງເສັ້ນຊາຍແດນຫວຽດນາມ - ກຳປູເຈຍ ໄດ້ຮັບການແບ່ງເຂດປັກຫຼັກໝາຍ. (ພາບ: thoidai.com.vn)

ເອກະສານນິຕິກຳ 2 ສະບັບດັ່ງກ່າວທີ່ບັນທຶກຜົນສຳເລັດ ໃນການປັກຫຼັກໝາຍຊາຍແດນ ແລະ ແບ່ງເຂດ ແດນ (ປະມານ 84%) ຂອງຊາຍແດນແຜ່ນດິນຫວຽດນາມ - ກຳປູເຈຍໄດ້ມີຜົນບັງຄັບນຳໃຊ້ຢ່າງເປັນທາງການ ແລະ ເຂົ້າສູ່ຊີວິດການເມືອງຂອງສອງປະເທດ ໃນວັນທີ 22 ທັນວາ 2020, ປະກອບສ່ວນເຂົ້າໃນການຊຸກຍູ້ການຮ່ວມມືພັດທະນາ, ການແລກປ່ຽນມິດຕະພາບ, ປັບປຸງຊີວິດການເປັນຢູ່ຂອງປະຊາຊົນຊາຍແດນ, ຜ່ານນັ້ນກໍ່ສ້າງເສັ້ນຊາຍແດນຫວຽດນາມ - ກຳປູເຈຍ ໃຫ້ກາຍເປັນຊາຍແດນສັນຕິພາບ, ສະຖຽນລະພາບ, ຮ່ວມມື ແລະ ພັດທະນາແບບຍືນຍົງ ແລະ ປະກອບສ່ວນເຂົ້າໃນການຮັດແໜ້ນ ແລະ ເພີ່ມທະວີຄວາມສາມັກຄີອາຊຽນ, ແລະ ຍົກສູງຊື່ສຽງ ແລະ ຖານະຂອງອາຊຽນໃນເວທີສາກົນ.

ໃນໄລຍະຈະມາເຖິງ, ສອງປະເທດຈະຕັ້ງໜ້າສົມທົບກັນຢ່າງແໜ້ນແຟ້ນ ເພື່ອຈັດຕັ້ງການມອບໂອນ ແລະ ຄຸ້ມຄອງຊາຍແດນ, ປັກຫຼັກໝາຍໃຫ້ສອດຄ່ອງກັບອະນຸສັນຍາການປັກຫຼັກໝາຍຊາຍແດນ, ພ້ອມດຽວກັນນີ້, ສືບຕໍ່ເຈລະຈາ ແລະ ພັດທະນາສົນທິສັນຍາລະດັບຊາດ ກ່ຽວກັບຂໍ້ກຳນົດການຄຸ້ມຄອງຊາຍແດນ ແລະ ດ່ານຊາຍແດນ, ພ້ອມທັງການແກ້ໄຂປະມານ 16% ຂອງເສັ້ນຊາຍແດນທີ່ຍັງບໍ່ທັນສຳເລັດການປັກຫຼັກໝາຍ.

84 ຂອງເສ ນຊາຍແດນຫວຽດນາມ ກຳປ ເຈຍ ໄດ ຮ ບການແບ ງເຂດປ ກຫ ກໝາຍ ຫວຽດນາມ, ລາວ, ກໍາປູເຈຍຜັນຂະຫຍາຍທ່າໄດ້ປຽບໃນການທ່ອງທ່ຽວຢູ່ພາກພື້ນ

ຍສໝ - ພັດທະນາການທ່ອງທ່ຽວ ເຂດສາມລ່ຽມພັດທະນາ CLV ຕາມທິດຍືນຍົງ ແລະ ມີຄວາມຮັບຜິດຊອບ, ຕິດພັນກັບການປົກປັກຮັກສາສິ່ງແວດລ້ອມ, ອະນຸລັກ, ບູລະນະຊັບພະຍາກອນການທ່ອງທ່ຽວ, ເສີມຂະຫຍາຍມູນເຊື້ອສີສັນຊາດ, ຮ່ວມມືກັນເພື່ອປົກປັກຮັກສາຄວາມໝັ້ນຄົງ, ການປ້ອງກັນຊາດ, ຄວາມເປັນລະບຽບຮຽບຮ້ອງທາງສັງຄົມ.

84 ຂອງເສ ນຊາຍແດນຫວຽດນາມ ກຳປ ເຈຍ ໄດ ຮ ບການແບ ງເຂດປ ກຫ ກໝາຍ ACMECS: ແມ່ນກອບພື້ນຖານສຳຄັນສຳລັບຄວາມສາມັກຄີ, ເພື່ອແນໃສ່ຮັກສາສັນຕິພາບ ແລະ ສະຖຽນລະພາບໃນພາກພື້ນ

ຍສໝ - ກຳປູເຈຍ ໄດ້ປະກອບສ່ວນ 7 ລ້ານໂດລາ ເຂົ້າໃນກອງທຶນການພັດທະນາ ທີ່ຂຶ້ນກັບຍຸດທະສາດການຮ່ວມມືດ້ານເສດຖະກິດ ACMECS ເພື່ອຊຸກຍູ້ການຈັດຕັ້ງປະຕິບັດໂຄງການພັດທະນາ ເພື່ອເປັນກຳລັງແຮງ ໃນການຟື້ນຟູເສດຖະກິດ ຫລັງຈາກການລະບາດຂອງ COVID-19.

84 ຂອງເສ ນຊາຍແດນຫວຽດນາມ ກຳປ ເຈຍ ໄດ ຮ ບການແບ ງເຂດປ ກຫ ກໝາຍ ເພີ່ມປະສິດທິຜົນໃນການຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ແລະ ປົກປັກຮັກສາເສັ້ນຊາຍແດນຫວຽດນາມ - ກຳປູເຈຍ

ຍສໝ - ທີ່ພິທີມອບຮັບ, ຜູ້ຕາງໜ້າຂອງ 22 ອົງການ ໄດ້ຮັບແຜນທີ່ ແລະ ເຂົ້າຮ່ວມໂຄງການຝຶກອົບຮົມ, ແນະນຳການຕິດຕັ້ງ ແລະ ນຳໃຊ້ແຜນທີ່ດີຈີຕອນ ເພື່ອນຳໃຊ້ເຂົ້າໃນວຽກງານຊາຍແດນ ພາຍຫຼັງທີ່ໄດ້ບັນທຶກເອກະສານນິຕິກຳ 2 ສະບັບ ໄດ້ຮັບຜົນສຳເລັດໃນການແບ່ງເຂດ ແລະ ປັກຫຼັກໝາຍຊາຍແດນ (ປະມານ 84%) ຂອງເສັ້ນຊາຍແດນຫວຽດນາມ - ກຳປູເຈຍ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.