ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ລາວ​ນັບ​ມື້​ນັບ​ພິ​ເສດ​ໃນ​ໂລກ​ລະ​ບາດ​ໂຄວິດ - 19

14:40 | 30/03/2021

ຍ​ສ​ໝ - ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ລາວ ສືບ​ຕໍ່​ແມ່ນ​ແບບ​ຢ່າງ​ທີ່​ດີ​ເດັ່ນ​ໃນ​ການ​ພົວ​ພັນ​ສາ​ກົນ, ບໍ່​ພຽງ​ແຕ່​ສືບ​ຕໍ່​ໃສ​ແຈ້ງ, ບໍ​ລິ​ສຸດ​ພຸດ​ຜ່ອງ ຫາກ​ຍັງ​ຍິ່​ງ​ພິ​ເສດ​ກ່​ວາ​ເກົ່າ.

ການ ພ ວ ພ ນ ລະ ຫວ າງ ຫວຽດ ນາມ ລາວ ນ ບ ມ ນ ບ ພ ເສດ ໃນ ໂລກ ລະ ບາດ ໂຄວ ດ 19 ປັ​ບ​ປຸງ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ຫວຽດ​ນາມ ແລະ ຈີນ
ການ ພ ວ ພ ນ ລະ ຫວ າງ ຫວຽດ ນາມ ລາວ ນ ບ ມ ນ ບ ພ ເສດ ໃນ ໂລກ ລະ ບາດ ໂຄວ ດ 19 ຫວຽດ​ນາມ - ລາວ​ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ສຶກ​ສາ
ການ ພ ວ ພ ນ ລະ ຫວ າງ ຫວຽດ ນາມ ລາວ ນ ບ ມ ນ ບ ພ ເສດ ໃນ ໂລກ ລະ ບາດ ໂຄວ ດ 19

ທ່ານ​ ຫງວຽນ​ບ໊າ​ຮຸ່ງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ​ສ​ສ.ຫວຽດ​ນາມ ປະ​ຈຳ ສ​ປ​ປ.ລາວ. (ພາ​ບ: TTXVN)

ໃນ​ສະ​ພາບ​ການ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19, ການ​ພົວ​ພັນ​ລະ​ຫວ່ງ ຫວຽດ​ນາມ - ລາວ​ສືບ​ຕໍ່​ແມ່ນ​ແບບ​ຢ່າງ​ທີ່​ດີ​ໃນ​ການ​ພົວ​ພັນ​ສາ​ກົນ, ບໍ​ພຽງ​ແຕ່​ສືບ​ຕໍ່​ໃສ​ແຈ້ງ, ສັດ​ຊື​ບໍ​ລິ​ສຸດ​ຫາກ​ຍັງ​ຍິ່ງ​ພິ​ເສດ​ກ່​ວາ​ເກົ່າ.

ຕາມ​ນັກ​ຂ່າວ ສຳ​ນັກ​ຂ່າວ​ສານ ປະ​ຈຳ ວຽງ​ຈັນ, ເນື່ອງ​ໃນ​ໂອ​ກາດ​ປີ ໃໝ່ 2021, ທ່ານ​ ຫງວຽນ​ບ໊າ​ຮຸ່ງ, ເອກ​ອັກ​ຄະ​ລັດ​ຖະ​ທູດ​ ຜູ້​ມີ​ອຳ​ນາດ​ເຕັມ​ແຫ່ງ ສ​ສ.ຫວຽດ​ນາມ ປະ​ຈຳ ສ​ປ​ປ.ລາວ ໄດ້​ໃຫ້​ສຳ​ພາດ​ຕໍ່​ນັກ​ຂ່າວ ຂອງວົງ​ການ​ນັກ​ຂ່າວ​ກ່ຽວ​ກັບ​ບັນ​ດາ​ຜົນ​ງານ​ທີ່​ພົ້ນ​ເດັ່ນ​ໃນ​ກ​ານ​ພົວ​ພັນ​ພິ​ເສດ ຫວຽດ​ນາມ - ລາວ​ໃນ​ປີ 2020 ແລະ ບາງ​ທິດ​ທາງ​ຊຸກ​ຍູ້​ການ​ພົວ​ພັນ​ນີ​ໃນ​ປີ 2021 ໃຫ້​ຫຼາຍ​ກ່​ວາ​ອີກ.

ຕາມ​ທ່ານ ຫງວຽນ​ບ໊າ​ຮຸ່ງ ​ແລ້ວ, ປີ 2020 ແມ່ນ​ປີ​ພິ​ເສດ​ທີ່​ສຸດ​ໂດຍ​ມີ​ການ​ເກີດ​ຂຶ້ນ​ໂລກ​ລະ​ບາດ​ໂຄວິດ - 19, ກໍ່​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຕໍ່​ທຸກ​ຂະ​ແໜງ​ໃນ​ການ​ດຳ​ລົງ​ຊີ​ວິດ​ດ້ານກ​ານ​ເມືອງ - ເສດ​ຖະ​ກິດ - ສັງ​ຄົມ ຂອງ​ແຕ່​ປະ​ເທດ, ນັບ​ທັງ​ການ​ພົວ​ພັນ​ທາງ​ກາ​ນທູດ. ໃນ​ສະ​ພາບ​ການ​ນັ້ນ, ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ລາວ ສືບ​ຕໍ່​ແມ່ນ​ແບບ​ຢ່າງ​ທີ່​ດີ​ເດັ່ນ​ໃນ​ການ​ພົວ​ພັນ​ສາ​ກົນ, ບໍ່​ພຽງ​ແຕ່​ສືບ​ຕໍ່​ໃສ​ແຈ້ງ, ບໍ​ລິ​ສຸດ​ພຸດ​ຜ່ອງ ຫາກ​ຍັງ​ຍິ່​ງ​ພິ​ເສດ​ກ່​ວາ​ເກົ່າ. ທ່ານ​ຊີ້​ແຈ້ງວ່າ ຫວຽດ​ນາມ ແລະ ລາວ​ແມ່ນ​ສອງ​ປະ​ເທດ​ທີ່​ຫາ​ຍາກ ເຊິ່ງ​ຍັງ​ສາ​ມາດ​ຮັກ​ສາ​ໄດ້​ບັນ​ດາ​ການ​ຢ້ຽມຢາມ ແລະ ພົ​ບ​ປະ​ຂັ້ນ​ສູງ​ໂດຍ​ກົງ​ໃນ​ເວ​ລາ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19.

ປີ 2020, ເປັນ​ຄັ້ງ​ທຳ​ອິດ ກອ​ງ​ປະ​ຊຸມ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ - ລາວ, ລາວ - ຫວຽດ​ນາມ 2 ຄັ້ງ (ກອງ​ປະ​ຊຸມ​ຄັ້ງ​ທີ 42 ແລະ 43) ໄດ້​ດຳ​ເນີນ​ໃນ​ປີ​ດຽວ​ກັນ ໃນ​ເດືອນ ມັງ​ກອນ ແລະ ເດືອນ​ທັນ​ວາ.

ພິ​ເສດ, ກອງ​ປະ​ຊຸມ​ຄັ້ງ​ທີ 43 ຫວ່າງ​ແລ້ວ​ນີ້ ເຊິ່ງ ລົງ​ນາມ ໄດ້ຂໍ້​ຕົກ​ລົງ 20 ສະ​ບັບ, ກວມ​ເອົາ​ສ່ວນຫຼາຍ​ຂົງ​ເຂດ​ໃນ​ການ​ຮ່ວມ​ມື​ລະ​ຫວ່າງ ສອງ​ປະ​ເທດ, ໂດຍ​ໄດ້​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສອງ​ທ່ານ​ຕີ​ລາ​ຄາ​ວ່າ ຜົນ​ສຳ​ເລັດ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ. ມີຫຼາຍ​ບັນ​ຫາ​ທີ່​ແກ່​ຍາວ​ໄດ້​ສ້າງ​ບຸກ​ລະ​ລຸ, ສ້າງກອບ​ນິ​ຕິ​ກຳ​ຢ່າງ​ສະ​ດວກ​ໃຫ້​ແກ່​ການ​ຮ່ວມ​ມື​ສອງ​ປະ​ເທດ​ໄດ້​ເຂົ້າ​ສູ່​ລວງ​ເລິກ, ແທດ​ຈິງ ແລະ ຍືນ​ຍົງ​ໃນ​ໄລ​ຍະ​ຈ​ະ​ມາ​ເຖິງ.

ສອງ​ປະ​ເທດ​ໄດ້​ໜູນ​ຊ່ວຍ​ກັນ​ຢ່າງ​ສຸດ​ອົກ​ສຸດ​ໃຈ ແລະ ມີ​ປະ​ສິດ​ທິ​ຜົນ​ໃນ​ບັນ​ດາ​ບັນ​ຫາ​ທີ່​ກ່ຽວ​ຂ້ອງ​ເຖິງ​ໂລກ​ລະ​ບາດ​ໂຄວິດ - 19. ພາຍຫຼັງ​ລາວກວດ​ພົບ​ຜູ້​ຕິດ​ເຊື້ອ​ພະ​ຍາດ​ໂຄວິດ - 19 ຜູ້​ທຳ​ອິດ, ທ່ານນ​າ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ໄດ້​ມີ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ລຸນ​ ສີ​ສຸ​ລິດ ແລະ ປະ​ກາດ​ຈະ​ໜູນ​ຊ່ວຍ​ລາວ ອຸ​ປະ​ກອນ​ການ​ແພດ.

ທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫງວຽນ​ບ໊າ​ຮຸ່ງ ຍັງ​ໃຫ້​ຂໍ້​ສັງ​ເກດ​ວ່າ ປີ 2021 ຈະ​ແມ່ນ​ປີ​ ສຳ​ຄັນ​ຕໍ່​ຫວຽດ​ນາມ, ລາວ ແລະ ການ​ພົວ​ພັນ​ສອງ​ປະ​ເທດ, ​ແມ່ນ​ປີ ທຳ​ອິດ​ສອງ​ຝ່າຍ​ໄດ້​ຜັນ​ຂະ​ຫຍາຍ​ການ​ປະ​ຕິ​ບັດ​ມະ​ຕິ​ກອງ​ປະ​ຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຂອງ​ພັກ​ປະ​ເທດ​ຕົນ ກໍ່​ຄື​ບັນ​ດາ​ຍຸດ​ທະ​ສາດ, ສັນ​ຍາ​ຄູ່​ຮ່ວມ​ມື​ສອງ​ຝ່າຍ ຫວຽດ​ນາມ - ລາວ​ ໄລ​ຍະ 2021 – 2025 ດ້ວຍ​ຈຸດ​ໃໝ່ຫຼາຍ​ຢ່າງ​ກ່ຽວ​ກັບ​ເນື້ອ​ໃນ ແລະ ມາດ​ຕະ​ການ​ຜັນ​ຂະ​ຫຍາຍ.

ການ ພ ວ ພ ນ ລະ ຫວ າງ ຫວຽດ ນາມ ລາວ ນ ບ ມ ນ ບ ພ ເສດ ໃນ ໂລກ ລະ ບາດ ໂຄວ ດ 19 ມອບ​ໃບ​ຢັ້ງ​ຢືນ​ສຳ​ເລັດ​ຊຸດ​ຝຶກ​ອົບ​ຮົມ​ພາ​ສາ​ລາວ​ໃຫ້​ແກ່​ພະ​ນັກ​ງານ, ນັກ​ຮຽນ​ວິ​ທະ​ຍາ​ຊາດ ​ທະ​ຫານປ້ອງ​ກັນ​ຊາຍ​ແດນ

ຍ​ສ​ໝ - ໃນ 30 ມື້, ບັນ​ດາ​ນັກ​ສຳ​ມະ​ນາ​ກອນ ບໍ່​ພຽງ​ແຕ່​ໄດ້ຮຽນ​ພາ​ສາ​ລາວ ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຊອກ​ຮູ້​​ຄວາມ​ຮູ້ກ່ຽວ​ກັບ​ວັດ​ທະ​ນະ​ທຳ, ສັງ​ຄົມ​ຂ​ອງ​ປະ​ເທດ​ລາວ. ຕາມ​ໝາກ​ຜົນ​ຂອງ​ການ​ເສັງ​ທ້າຍ​ຊຸດ​ຝຶກ​ອົບ​ຮົມ, ມີ ນັກ​ສຳ​ມະ​ນາ​ກອນ 43 ຄົນ​ລ້ວນ​ແຕ່​ໄດ້​ຮັບ​ໃບ​ຢ້ງ​ຢືນ​ໃນ​ນັ້ນ ມີ ນັກ​ສຳ​ມະ​ນາ​ກອນເກັ່ງ 5 ຄົນ.

ການ ພ ວ ພ ນ ລະ ຫວ າງ ຫວຽດ ນາມ ລາວ ນ ບ ມ ນ ບ ພ ເສດ ໃນ ໂລກ ລະ ບາດ ໂຄວ ດ 19 ລາວ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ສິນ​ຄ້າ​ພາຍ​ໃນ​ປະ​ເທດ

ຍ​ສ​ໝ - ບັນ​ດາ​ມາດ​ຕະ​ການ​ໄດ້​ຮັບ​ການ​ຍູ້​ແຮງ​ຈາກ​ລາວ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ເພື່ອ​ແນ​ໃສ່​ສົ່ງ​ເສີມ​ການ​ຜະ​ລິດ​ສິນ​ຄ້າ​ພາຍ​ໃນ​ປະ​ເທດ ແມ່ນ ຫຼຸດ​ຜ່ອນ​ພາ​ສີ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ຂະ​ໜາດ​ກາງ, ນ້ອຍ ແລະ ​ຈຸ​ນລະວິ​ສາ​ຫະ​ກິດ. ຈັດ​ຕັ້ງ​ບັນ​ດາ​ຊຸດ​ຝຶກ​ອົ​ບ​ຮົບ​ໃຫ້​ແກ່​ຊາວ​ກະ​ສິ​ກອນ​ກ່ຽວ​ກັບ​ການ​ປູກ​ຟັງ, ຈັດ​ຕັ້ງ​ຮູບ​ແບບ ໜຶ່ງ​ເມືອງ ໜຶ່ງ​ຜະ​ລິດ​ຕະ​ພັນ (ODOP) ແລະ ຈັດ​ຕັ້ງ​ບັນ​ດາ​ງານ​ວາງ​ສະ​ແດງ​ສິ​ລະ​ປະ.

ການ ພ ວ ພ ນ ລະ ຫວ າງ ຫວຽດ ນາມ ລາວ ນ ບ ມ ນ ບ ພ ເສດ ໃນ ໂລກ ລະ ບາດ ໂຄວ ດ 19 ລາວ​ສືບ​ຕໍ່​ຈຳ​ກັດ​ບໍ​ລິ​ເວນ​ເຂດ​ເສດ​ຖະ​ກິ​ດ​ພິ​ເສດ​ສາມ​ລ່ຽມ​ຄຳ​ເພື່ອ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສໝ - ຕາມ​ລາຍ​ການນີ້, ປະ​ຊາ​ຊົນ​ລາວ​ທຸກ​ຄົນ ແລະ ຊາວ​ຕ່ງ​ປະ​ເທດ​ເມື່ອ​ເຂົ້າ​ອອກ ເຂດ​ເສດ​ຖະ​ກິດ​ສາມ​ລ່ຽມ​ຄຳ​ຕ້ອງ​ໄດ້​ຮັບ​ການ​ຕົກ​ລົງ​ຈາກ​ຄະ​ນະ​ຄຸ້ມ​ຄອງ ເຂດ​ເສດ​ຖະ​ກິດ​ພິ​ເສດ. ບັນ​ດາ​ພໍ່​ຄ້າ​ໄດ້​ຈຳ​ແນກ​ການ​ເຄື່ອນ​ໄຫວ​ຢູ່​ຕະຫຼາດ​ຊົ່ວ​ຄາວ​ຢູ່​ເຂດ​ເສດ​ຖະ​ກິດ​ພິ​ເສດ​ກໍ່​ຍັງ​ບໍ່​ທັນ​ສາ​ມາດ​ກັບ​ຄືນ​ຄ້າ​ຂ່າວ ຕະຫຼອດ​ຮອດ​ເມື່ອ​ມີ​ປະ​ກາດ​ໃໝ່.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.