ປັ​ບ​ປຸງ, ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ຫວຽດ​ນາມ ແລະ ຈີນ

18:13 | 19/03/2021

ຍ​ສ​ໝ - ເມື່ອບໍ່ດົນມານີ້, ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ມິດ​ຕະ​ພາບ ນະ​ຄອນ ໂຮ່​ຈີ​ມິນ (HUFO) ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ເພື່ອ​ສະ​ເຫຼີມ​ສະຫຼອງ 71 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ - ຈີນ (18 ມັງກອນ 1950 – 18 ມັງ​ກອນ 2021).

ປ ບ ປ ງ ເພ ມ ທະ ວ ການ ພ ວ ພ ນ ມ ດ ຕະ ພາບ ຫວຽດ ນາມ ແລະ ຈ ນ ຫວຽດນາມ - ຈີນ ໄດ້ເຈລະຈາກ່ຽວກັບເຂດທະເລຢູ່ນອກອ່າວພາກເໜືອ
ປ ບ ປ ງ ເພ ມ ທະ ວ ການ ພ ວ ພ ນ ມ ດ ຕະ ພາບ ຫວຽດ ນາມ ແລະ ຈ ນ ກະຊວງສາທາລະນະສຸກຫວຽດນາມ ພວມເຈລະຈາກັບ 3 ປະເທດອື່ນຄື: ອາເມລິກາ, ລັດເຊຍ ແລະ ຈີນ ເພື່ອຊື້ວັກຊິນກັນໂຄວິດ-19
ປ ບ ປ ງ ເພ ມ ທະ ວ ການ ພ ວ ພ ນ ມ ດ ຕະ ພາບ ຫວຽດ ນາມ ແລະ ຈ ນ
​ທ່ານປະ​ທານ ຫ​ວຽດ​ນາມ ​ໂຮ່​ຈີ​ມິນ ແລະ ທ່ານ ປະ​ທານຈີນ ມາວ​ເຈີ​ຕຸວ

ກ່າວ​ຄຳ​ເຫັນ​ອວຍ​ພອນ, ທ່ານ ເຢືອງກວານ​ຮ່າ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບຫວຽດ​ນາມ - ຈີນ ນະ​ຄອນ​ໂຮ່​ຈີ​ມິ​ນ​ໄດ້​ເນັ້ນ​ໜັກ​ວ່າ ຫວຽດ​ນາມ ແລະ ຈີນ​ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ ມີ​ນ້ຳ​ໃຈ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ. ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ທ່ານ ປະ​ທານ​ໂຮ່​ຈີ​ມິນ ແລະ ທ່ານ​ປະ​ທານ ມາວ ເຈິ​ຕຸງ, ພ້ອມ​ກັບ​ການ​ນຳ​ອາ​ສຸ​ໂສ​ສອງ​ປະ​ເທດ ເພີ່ມ​ພູນ​ຄູນ​ສ້າງ, ປັດ​ຈຸ​ບັນ​ໄດ້​ຍົກ​ລະ​ດັບ​ກາ​ຍ​ເປັນ​ການ​ພົວ​ພັນ​ຍຸດ​ທະ​ສາດ​ຮອບ​ດ້ານ ໄດ້ ແລະ ພວມ​ນັບ​ມື້​ນັບ​ພັດ​ທະ​ນາ, ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ​ລວມ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ.

ບົນ​ພື້ນ​ຖານ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ລະ​ຫວ່າງ​ສອງ​ປະ​ເທດ, ຊຸມ​ປີ​ຜ່ານ​ມາ, ການ​ນຳ​ພັກ, ລັດ ຫວຽດ​ນາມ ແລະ ຈີນ​ໄດ້​ມີ​ການ​ຢ້​ຽມ​ຢາມ, ແລ​ກ​ປ່ຽນ​ທາງ​ອອນ​ລາຍ​ເພື່ອ​ແນ​ໃສ່​ປັບ​ປຸງ, ການ​ພົວ​ພັນ​ພັດ​ທະ​ນາ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ຖືນີ້​ແມ່ນ​ສັບ​ສົນ​ບັດ​ດ້ານ​ຈິດ​ໃຈ​ອັນ​ລ້ຳ​ຄ່າ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ. ບັນ​ດາ​ໝາກ​ຜົນ​ທີ່​ເປັນ​ໜ້າ​ຊື່ນ​ຊົມ​ໃນ​ການ​ພົວ​ພັນ​ຫວຽດ​ນາມ - ຈີນ​ກໍ່​ຄື​ການ​ພັດ​ທະ​ນາ, ຄວາມ​ສະ​ຖຽນ​ລະ​ພາບ​ຢູ່​ແຕ່​ລະ​ປະ​ເທດ ນຳ​ມາ​ເຊິ່ງ​ຄວາມ​ເບີກ​ບານ​ມ່ວນ​ຊື່ນ​ກ່ຽວ​ກັບ​ໄລ​ຍະ​ພັດ​ທະ​ນາ​ໃໝ່,ແຮງ​ກ່​ວາ, ແທດ​ຈິງ​ກ່​ວາ​ຂອງ​ການ​ພົວ​ພັນ​ສອງ​ປະ​ເທດ​ໃນ​ປີນີ້ ແລະ ຊຸ​ມ​ປີ​ຕໍ່​ໄປ.

ທ່ານ​ເຢືອງກວນ​ຮ່າ​ຖື​ວ່າ, ຢູ່​ນະ​ຄອນ​ໂຮ່​ຈີ​ມິນ, ຫຼາຍ​ປີ​ຜ່ານ​ມາ, ການ​ພົວ​ພັນ​ມິດ​ຕະ​ພາບ ການ​ຮ່ວມ​ມື​ລະ​ຫວ່າງ ສະ​ຫະ​ພັນ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ ນະ​ຄອນ​ໂຮ່​ຈີ​ມິນ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ຈີນ​ນະ​ຄອນ​ໂຮ່​ຈີ​ມິ​ຮ ກັບ​ກົງ​ສູນ​ໃຫຍ່​ຈີນ ແລະ ປະ​ຊາ​ຄົມ​ວິ​ສາ​ຫະ​ກິດ​ຈີນ ຢູ່​ນະ​ຄອນ​ໄດ້​ເສີມ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນຫຼາຍ​ດ້ານ. ບັນ​ດາ​ຝ່າຍ​ໄດ້​ພ້ອມ​ກັນ​ສົມ​ທົບ​ກັນ​ໃນ​ການ​ເຄື່ອນ​ໄຫວ​ມິດ​ຕະ​ພາບ, ວັດ​ທະ​ນະ​ທຳ, ການ​ສະ​ແດງ​ສິ​ລະ​ປະ, ທຳ​ການ​ກຸ​ສົນ​ສັງ​ຄົມ… ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ລະ​ຫວ່າງ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈີ​ມິນ ກັບ​ບັນ​ດາ​ທ້ອງ​ຖິ່ນ ຂອງ​ຈີນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ນ້ຳ​ໃຈ​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

ໂດຍ​ຂອບ​ໃຈ HUFO ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ທີ່​ເຕັມ​ໄປ​ດ້ວຍ​ຄວາມ​ໝາຍນີ້, ກົງ​ສູນ​ໃຫຍ່​ຈີນ​ປະ​ຈຳ​ນະ​ຄອ​ນ​ໂຮ່​ຈີ​ມິນ ໄດ້​ເນັ້ນ​ໜັກ​ວ່າ ສອງ​ປະ​ເທດ​ແມ່ນ​ບ້ານ​ໃກ້​ເຮືອນ​ຄຽງ​ສັງ​ຄົມ​ນິ​ຍົມ, ຮ່ວມ​ສາຍ​ພູ, ຕິດ​ສາຍ​ນ້ຳ. ນ້ຳ​ໃຈ້​ມິດ​ຕະ​ພາບ ທີ່​ເປັນ​ມູ​ນ​ເຊື້ອ​ຂອງ​ປະ​ຊາ​ຊົນ​ສອງ​ປະ​ເທດ​ທີ່​ມີ​ແຕ່​ດົນ​ນານ​ແລ້ວ. 71 ປີ​ຜ່ານ​ຜົ້ນ​ໄປ, ການ​ພົວ​ພັນ​ຈີນ - ຫວຽດ​ນາມ​ໄດ້​ກາຍ​ເປັນ​ແບບ​ຢ່າງ​ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ບັນ​ດາ​ປະ​ເທດ​ສັງ​ຄົມ​ນິ​ຍົມ, ນຳ​ມາ​ເຊິ່ງ​ຜົນ​ສຳ​ເລັດ​ແທດ​ຈິງ​ໃຫ້​ແກ່​ປະ​ຊາ​ຊົນ​ສອງ​ປະ​ເທດ.

ໃນ​ຊຸມ​ປີ​ມໍ່ໆ​ມານີ້, ພາຍ​ໃຕ້​ການ​ນຳ​ພາ​ໂດຍ​ກົງ​ຂອງ​ການ​ນຳ​ສູງ​ສຸດ​ສອງ​ພັກ, ສອງ​ລັດ, ຄວາມ​​ມານະ​ພະ​ຍາ​ຍາມຂອງ​ສອງ​ຝ່າຍ, ການ​ພົວ​ພັນ​ຈີນ - ຫວຽດ​ນາມ ຈະ​ພັດ​ທະ​ນາ​ຕາມ​ທ່າ​ອ່ຽງ​ອັນ​ດີ​ງາມ, ການ​ຮ່ວມ​ມື​ຢ່າ​ງ​ແທດ​ຈິງ​ໃນ​ທຸກ​ຂົງ​ເຂດ, ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ບັນ​ດາ​ຂົງ​ເຂດ​ຄື ການ​ເມືອງ, ເສດ​ຖະ​ກິດ, ການ​ທູດ​ປ​ະ​ຊາ​ຊົນ. ພິ​ເສດ, ໃນ​ປີ 2020, ສອງ​ປະ​ເທດ​ໄດ້​ມີຫຼາຍ​ການ​ເຄື່ອນ​ໄຫວ​ຮ່ວມ​ມືຫຼາຍ​ຝ່າຍ, ຮ່ວມ​ແຮງ​ຮ່ວມ​ໃຈ​ໃນ​ການ​ປ້ອງ​ກັນ ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ໄພ​ທຳ​ມະ​ຊາດ, ສືບ​ຕໍ່​ປັບ​ປຸງ, ພັດ​ທະ​ນາ, ບັນ​ລຸ​ໄດ້​ໝາກ​ຜົນ​ຢ່າງ​ຕັ້ງ​ໜ້າ​ໃນ​ການ​ພົວ​ພັນ​ຮ່ວ​ມ​ມື​ຢູ່​ບັນ​ດາ​ຂົງ​ເຂດ​ດ້ານ​ການ​ຄ້າ, ການ​ລົງ​ທຶນ…

ປ ບ ປ ງ ເພ ມ ທະ ວ ການ ພ ວ ພ ນ ມ ດ ຕະ ພາບ ຫວຽດ ນາມ ແລະ ຈ ນ ຫວຽດນາມ - ຈີນ ໄດ້ເຈລະຈາກ່ຽວກັບເຂດທະເລຢູ່ນອກອ່າວພາກເໜືອ

ຍສໝ - ສອງຝ່າຍໄດ້ເຫັນດີສືບຕໍ່ຊຸກຍູ້ການເຈລະຈາກໍານົດເຂດທະເລນອກອ່າວພາກເໜືອ ແລະ ການຮ່ວມມືພ້ອມກັນພັດທະນາຢູ່ທະເລຕາເວັນອອກ ໃຫ້ບັນລຸຄວາມຄືບໜ້າຖືກຕາມຂໍ້ກໍານົດຂອງກົດໝາຍສາກົນ.

ປ ບ ປ ງ ເພ ມ ທະ ວ ການ ພ ວ ພ ນ ມ ດ ຕະ ພາບ ຫວຽດ ນາມ ແລະ ຈ ນ ກະຊວງສາທາລະນະສຸກຫວຽດນາມ ພວມເຈລະຈາກັບ 3 ປະເທດອື່ນຄື: ອາເມລິກາ, ລັດເຊຍ ແລະ ຈີນ ເພື່ອຊື້ວັກຊິນກັນໂຄວິດ-19

ຍສໝ - ໃນການເຈລະຈາລະຫວ່າງຫວຽດນາມ ແລະ ບໍລິສັດຢາ Astra Zeneca ຂອງອັງກິດ, 2 ຝ່າຍໄດ້ລົງນາມໃນຂໍ້ຕົກລົງສະໜອງວັກຊິນ 30 ລ້ານໂດຣ ໃຫ້ປະຊາຊົນ 15 ລ້ານຄົນ.

ປ ບ ປ ງ ເພ ມ ທະ ວ ການ ພ ວ ພ ນ ມ ດ ຕະ ພາບ ຫວຽດ ນາມ ແລະ ຈ ນ ພິທີເປີດງານວາງສະແດງເສດຖະກິດການຄ້າຊາຍແດນ ຈີນ - ຫວຽດນາມ ຄັ້ງທີ 20

ຍສໝ - ງານວາງສະແດງເສດຖະກິດການຄ້າຊາຍແດນ ຈີນ - ຫວຽດນາມ (ຫ່າເຂົາ) ຄັ້ງທີ 20 ປີ 2020 ໄດ້ໄຂຂຶ້ນຢ່າງເປັນທາງການດ້ວຍຫົວຂໍ້ “ເລີ່ມຕົ້ນການເດີນທາງໃໝ່, ສ້າງອະນາຄົດໃໝ່”.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.