ລາວ​ສົ່ງ​ເສີມ​ການ​ພັດ​ທະ​ນາ​ສິນ​ຄ້າ​ພາຍ​ໃນ​ປະ​ເທດ

09:47 | 06/01/2021

ຍ​ສ​ໝ - ບັນ​ດາ​ມາດ​ຕະ​ການ​ໄດ້​ຮັບ​ການ​ຍູ້​ແຮງ​ຈາກ​ລາວ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ເພື່ອ​ແນ​ໃສ່​ສົ່ງ​ເສີມ​ການ​ຜະ​ລິດ​ສິນ​ຄ້າ​ພາຍ​ໃນ​ປະ​ເທດ ແມ່ນ ຫຼຸດ​ຜ່ອນ​ພາ​ສີ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ຂະ​ໜາດ​ກາງ, ນ້ອຍ ແລະ ​ຈຸ​ນລະວິ​ສາ​ຫະ​ກິດ. ຈັດ​ຕັ້ງ​ບັນ​ດາ​ຊຸດ​ຝຶກ​ອົ​ບ​ຮົບ​ໃຫ້​ແກ່​ຊາວ​ກະ​ສິ​ກອນ​ກ່ຽວ​ກັບ​ການ​ປູກ​ຟັງ, ຈັດ​ຕັ້ງ​ຮູບ​ແບບ ໜຶ່ງ​ເມືອງ ໜຶ່ງ​ຜະ​ລິດ​ຕະ​ພັນ (ODOP) ແລະ ຈັດ​ຕັ້ງ​ບັນ​ດາ​ງານ​ວາງ​ສະ​ແດງ​ສິ​ລະ​ປະ.

ລາວ ສ ງ ເສ ມ ການ ພ ດ ທະ ນາ ສ ນ ຄ າ ພາຍ ໃນ ປະ ເທດ ເພີ່ມ​ທະ​ວີ​ນ້ຳ​ໃຈ​ສາ​ມັກ​ຄີ ລະ​ຫວ່າງ ກອງ​ທັບ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ ຫວຽດ​ນາມ - ລາວ
ລາວ ສ ງ ເສ ມ ການ ພ ດ ທະ ນາ ສ ນ ຄ າ ພາຍ ໃນ ປະ ເທດ ລາວ​ສືບ​ຕໍ່​ຈຳ​ກັດ​ບໍ​ລິ​ເວນ​ເຂດ​ເສດ​ຖະ​ກິ​ດ​ພິ​ເສດ​ສາມ​ລ່ຽມ​ຄຳ​ເພື່ອ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19
ລາວ ສ ງ ເສ ມ ການ ພ ດ ທະ ນາ ສ ນ ຄ າ ພາຍ ໃນ ປະ ເທດ
ຮ້ານ​ວາງ​ສະ​ແດງ​ບັນ​ດາ​ຜະ​ລິດ​ຕະ​ພັນ​ໂດຍ​ລາວ​ຜະ​ລິດ (ພາບ: nhandan.com.vn)

ເພື່ອ​ແນ​ໃສ່​ຊຸກ​ຍູ້​ສິນ​ຄ້າ​ຜະ​ລິດ​ພາຍ​ໃນ​ປະ​ເທດ, ຫຼຸດ​ຜ່ອນ​ການ​ອີງ​ໃສ່​ຕໍ່​ສິນ​ຄ້າ​ນຳ​ເຂົ້າ ພິ​ເສດ​ແມ່ນ​ບັນ​ດາ​ຄວາມ​ຫຍຸ້ງ​ຍາກ​ຍ້ອນ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19, ລັດ​ຖະ​ບານ​ລາວ ໄດ້​ນຳ​ໃຊ້ຫຼາຍ​ມາດ​ຕະ​ການ​ເພື່ອ​ສົ່ງ​ເສີມ​ປະ​ຊາ​ຊົນ​ຜະ​ລິດ​ສິນ​ຄ້າ, ເສີມ​ຂະ​ຫຍາຍ​ຈິດ​ໃຈ​ສ້າງ​ຄວາມ​ເຂັ້ມ​ແຂງ​ດ້ວຍ​ຕົນ​ເອງ, ຍູ້​ແຮງ​ການ​ຜະ​ລິດ​ສິນ​ຄ້າ​ປະ​ເພດ​ທຸກ​ຊະ​ນິດ​ທີ່​ແມ່ນ​ທ່າ​ແຮງ​ຂອງ​ແຕ່​ລະ​ທ້ອງ​ຖິ່ນ.

ບັນ​ດາ​ມາດ​ຕະ​ການ​ໄດ້​ຮັບ​ການ​ຍູ້​ແຮງ​ຈາກ​ລາວ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ ເພື່ອ​ແນ​ໃສ່​ສົ່ງ​ເສີມ​ການ​ຜະ​ລິດ​ສິນ​ຄ້າ​ພາຍ​ໃນ​ປະ​ເທດ ແມ່ນ ຫຼຸດ​ຜ່ອນ​ພາ​ສີ​ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດ ຂະ​ໜາດ​ກາງ, ນ້ອຍ ແລະ ​ຈຸ​ນລະວິ​ສາ​ຫະ​ກິດ. ຈັດ​ຕັ້ງ​ບັນ​ດາ​ຊຸດ​ຝຶກ​ອົ​ບ​ຮົບ​ໃຫ້​ແກ່​ຊາວ​ກະ​ສິ​ກອນ​ກ່ຽວ​ກັບ​ການ​ປູກ​ຟັງ, ຈັດ​ຕັ້ງ​ຮູບ​ແບບ ໜຶ່ງ​ເມືອງ ໜຶ່ງ​ຜະ​ລິດ​ຕະ​ພັນ (ODOP) ແລະ ຈັດ​ຕັ້ງ​ບັນ​ດາ​ງານ​ວາງ​ສະ​ແດງ​ສິ​ລະ​ປະ, ກອງ​ປະ​ຊຸມ​ສຳ​ມະ​ນາ​ດ້ວຍຫຼາຍ​ຫົວ​ຂໍ້​ເພື່ອ​ແນ​ໃສ່​ເຜີຍ​ແຜ່​ໂຄ​ສະ​ນາ ຄວາມ​ຮູ້ ແລະ ແລ​ກ​ປ່ຽນ​ກ່ຽວ​ກັບ​ແຜນ​ການ​ຍຸດ​ທະ​ສາດ​ຂອງ​ຫ້ອງ​ການ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ແຫ່ງ​ຊາດ​ລາວ ໃນ​ການ​ສຳ​ຜັດ​ກັບ​ແຫຼ່ງ​ເງິນ​ທຶນ, ຕະຫຼາດ ແລະ ການ​ຄ້າ ເອ​ເລັກ​ໂຕ​ນິກ (E-commerce), ກອງ​ປະ​ຊຸມ​ສຳ​ມະ​ນາ​ກ່ຽວ​ກັ​ບ​ຄົນ​ລຸ້ນ​ໜຸ່ມ ທີ່​ເອົາ​ໃຈ​ໃສ່​ຕໍ່​ການ​ດຳ​ເນີນ​ທຸ​ລະ​ກິດ, ທັກ​ສະ​ໃນ​ອາ​ຊີບ ເຊິ່ງ​ນັກ​ນຳ​ໃຊ້​ແຮງ​ງານ ມີ​ຄວາມ​ຕ້ອງ​ການ, ການ​ດັດ​ປັບ​ຍຸດ​ທະ​ສາດ​ດຳ​ເນີນ​ທຸ​ລະ​ກິດ​ຍ້ອນ​ຜົນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ໃນ​ຂົງ​ເຂດ​ກະ​ສິ​ກຳ. ຈັດ​ຕັ້ງ​ເວ​ທີ​ປາ​ໄສ​ໂອ້​ລົມ​ສົນ​ທະ​ນາ​ກ່ຽວ​ກັບ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ນຳ​ໃຊ້​ຜະ​ລິດ​ຕະ​ພັນ​ລາວ, ສົ່ງ​ເສີມ​ຊາວ​ລາ​ວ​ທ່ອງ​ທ່ຽວ​ລາວ.

ທ່ານ​ ຈັນ​ທະ​ຈອນ ວົງ​ໄຊ, ຮອງ​ຫົວ​ໜ້າ​ຫ້ອງວ່າ​ການ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ ແຫ່ງ​ຊາດ ລາວ ຫວ່າງ​ແລ້ວ​ນີ ໃຫ້​ຮູ້​ວ່າ, ດ້ວຍ​ຫົວ​ຂໍ້ ຊາວ​ລາວ​ໄປ​ທ່ອງ​ທ່ຽວ​ລາວ ແລະ ນຳ​ໃຊ້​ຜະ​ລິດ​ຕະ​ພັນ​ຂອງ​ລາວ”, ງານ​ວາງ​ສະ​ແດງ​ສິນ​ຄ້າ​ພາຍ​ໃນ​ປະ​ເທດ​ລາວ ປີ 2020 ທີ່​ຫາ​ກໍ່​ສິ້ນ​ສຸດ​ລົງ​ໃນ​ຕົ້ນ​ປີນີ້ ບັນ​ລຸ​ໄດ້ຫຼາຍ​ໝາກ​ຜົນ​ທີ່​ເປັນ​ໜ້າ​ຊື່ນ​ຊົມ. ໃນ​ຊຸມ​ວັນ​ຕົ້ນ​ປີ 2021, ບັນ​ດາ​ຮ້ານ Made in lao ຢູ່​ງານ​ວາງ​ສະ​ແດງ​ຍາມ​ໃດ​ກໍ່​ດຶງ​ດູດ ໄດ້​ແຂກ​ມາ​ຢ້ຽມ​ຊົມ ແລະ ຊື້​ເຄື່ອງ​ເປັນ​ຈຳ​ນວນຫຼາຍ. ຄະ​ນະ​ຈັດ​ຕັ້ງ ໄດ້​ລະ​ດົມ ບໍ​ລິ​ສັດ 121 ແຫ່ງ ເຂົ້າ​ຮ່ວມ​ການ​ວາງ​ສະ​ແດງ ຢູ່​ຮ້ານ​ວາງ​ສະ​ແດງ ແລະ ຂາຍ​ສິນ​ຄ້າ 220 ແຫ່ງ ເຊິ່ງ​ມີ​ຍອດ​ມຸນ​ຄ່າ​ຜະ​ລິດ​ຕະ​ພັນ​ວາງ​ອອກ​ຂຶ້ນ​ເຖິງ 13ຕື້ ກີບ​ລາວ. ບັນ​ດາ​ຜະ​ລິດ​ຕະ​ພັນ​ໄດ້​ວາງ​ສະ​ແດງ​ຄັ້ງ​ນີ້ ແມ່ນຫຼາຍ​ຮູບ​ແບບ ລວມ​ມີ: ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິບ, ເຄື່ອງເອ້ຢ້ອງ, ຜະ​ລິດ​ຕ​ະ​ພັນ​ຈາກ​ໄມ້, ເຄື່ອງ​ເຟີ​ນິ​ເຈີ, ຜະ​ລິດ​ຕະ​ພັນ​ກະ​ເສດ, ອຸດ​ສາ​ຫະ​ກຳ, ເຄື່ອງ​ດື່ມ, ອາ​ຫານ​ການ​ກິນ ພ້ອມ​ກັບ​ຮູບ​ພາບ​ສິ​ລະ​ປະ, ວັດ​ທະ​ນະ​ທຳ… ການ​ຈັດ​ຕັ້ງ​ງານ​ວາງ​ສະ​ແດງ​ຄັ້ງ​ນີ້​ເພື່ອ​ແນ​ໃສ່​ໂຄ​ສະ​ນາ, ສົ່ງ​ເສີມ​ຜະ​ລິດ​ຕະ​ພັນ​ຂອງ ລາວ ແລະ ຊຸກ​ຍູ້​ບັນ​ດາ​ພາກ​ສ່ວນ​ຜະ​ລິດ, ໂຄ​ສະ​ນາ “ຊາວ​ລາວ​ໄປ​ທ່ອງ​ທ່ຽວ​ລາວ” ເພື່ອ​ຟື້ນ​ຟູ​ເສດ​ຖະ​ກິດ ລາວ ທີ່​ຖືກ​ຜົນ​ສະ​ທ້ອນ​ຢ່າງ​ໜັກ​ໜ່ວງ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19, ພ້ອມ​ທັງ​ກໍ່​ແມ່ນ​ການ​ເຄື່ອນ​ໄຫວ​ສະ​ເຫຼີມ​ສະຫຼອງ 45 ປີ​ແຫ່ງວັນ​ຊາດ ລາວ ແລະ 100 ປີ​ແຫ່ງວັນ​ຄ້າຍ​ວັນ​ເກີດ​ທ່ານ ປະ​ມານ ໄກ​ສອນ​ ພົມ​ວິ​ຫານ.

ລາວ ສ ງ ເສ ມ ການ ພ ດ ທະ ນາ ສ ນ ຄ າ ພາຍ ໃນ ປະ ເທດ ລາວ​ສືບ​ຕໍ່​ຈຳ​ກັດ​ບໍ​ລິ​ເວນ​ເຂດ​ເສດ​ຖະ​ກິ​ດ​ພິ​ເສດ​ສາມ​ລ່ຽມ​ຄຳ​ເພື່ອ​ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

ຍ​ສໝ - ຕາມ​ລາຍ​ການນີ້, ປະ​ຊາ​ຊົນ​ລາວ​ທຸກ​ຄົນ ແລະ ຊາວ​ຕ່ງ​ປະ​ເທດ​ເມື່ອ​ເຂົ້າ​ອອກ ເຂດ​ເສດ​ຖະ​ກິດ​ສາມ​ລ່ຽມ​ຄຳ​ຕ້ອງ​ໄດ້​ຮັບ​ການ​ຕົກ​ລົງ​ຈາກ​ຄະ​ນະ​ຄຸ້ມ​ຄອງ ເຂດ​ເສດ​ຖະ​ກິດ​ພິ​ເສດ. ບັນ​ດາ​ພໍ່​ຄ້າ​ໄດ້​ຈຳ​ແນກ​ການ​ເຄື່ອນ​ໄຫວ​ຢູ່​ຕະຫຼາດ​ຊົ່ວ​ຄາວ​ຢູ່​ເຂດ​ເສດ​ຖະ​ກິດ​ພິ​ເສດ​ກໍ່​ຍັງ​ບໍ່​ທັນ​ສາ​ມາດ​ກັບ​ຄືນ​ຄ້າ​ຂ່າວ ຕະຫຼອດ​ຮອດ​ເມື່ອ​ມີ​ປະ​ກາດ​ໃໝ່.

ລາວ ສ ງ ເສ ມ ການ ພ ດ ທະ ນາ ສ ນ ຄ າ ພາຍ ໃນ ປະ ເທດ ອັດ​ການ​ແຂ່ງ​ຂັນບານ​ເຕະ “Over 29 ຫວຽດ​ນາມ” ຢູ່​ລາວ​ຄັ້ງ​ທີ I

ຍ​ສ​ໝ - ການ​ແຂ່ງ​ຂັນ​ໄດ້​ຈັດ​ຕັ້ງ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ນ້ຳ​ໃຈ​ຄວາມ​ສາ​ມັກ​ຄີ​ໃນ​ປະ​ຊາ​ຄົມ, ຍົກ​ສູງ​ສຸ​ຂະ​ພາບ, ສ້າງ​ສະ​ຖານ​ທີ່​ແຂ່ງ​ຂັນ​ກິ​ລາ, ອອກ​ກຳ​ລັງ​ກາຍ​ທີ່​ມີ​ປະ​ໂຫຍດ ແລະ ມີ​ຄວາມ​ໝາຍ​ຕໍ່​ບັນ​ດາ​ນັກ​ກິ​ລາ​ທີ່​ມີ​ອາ​ຍຸ​ແຕ່ 30 ປີ​ຂຶ້ນ​ເມືອ.

ລາວ ສ ງ ເສ ມ ການ ພ ດ ທະ ນາ ສ ນ ຄ າ ພາຍ ໃນ ປະ ເທດ ສົມທົບກັນທ້ອນໂຮມອັດຖິນັກຮົບຫວຽດນາມເສຍສະຫຼະຊີວິດຢູ່​ລາວ​

ຍ​ສ​ໝ - ນັບແຕ່ເມື່ອໄດຮັບການສ້າງຕັ້ງໃນປີ 1989 ມາຮອດປະຈຸບັນ, ຄະນະຕິດຕໍ່ເຕົ້າໂຮມສະມາຊິກໄດ້ກວ່າ 2 ໝື່ນຄົນ ແລະຈັດຕັ້ງຫຼາຍກິດຈະກໍາໂຄສະນາ, ພົບປະແລກປ່ຽນ, ສຶກສາ, ເກັບກໍາເອກະສານບັນນາທິການປະຫວັດສາດ, ໄປຢ້ຽມຢາມສະໜາມຮົບເກົ່າ, ຂຽນບົດບັນທຶກຄວາມຊົງຈຳ... ເພື່ອແນໃສ່ປະກອບສ່ວນຮັກສາເສີມຂະຫຍາຍມູນເຊື້ອ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.