ຫວຽດ​ນາມ - ລາວ​ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ສຶກ​ສາ

11:27 | 07/12/2020

ຍ​ສ​ໝ - ຫວຽດ​ນາມ ແລະ ລາວ​ມີ​ການ​ພົວ​ພັນ​ຮ່ວມ​ມື​ສະ​ໜິດ​ແໜ້ນ ແລະ ມີ​ປະ​ສິດ​ທິ​ຜົນ​ໃນ​ຂົງ​ເຂດ ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ. ໃນ​ໄລ​ຍະ ປີ 2011 – 2020, ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ຫວຽດ​ນາມ ແລະ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ລາວ​ໄດ້​ສົມ​ທົບ​ກັນ​ປະ​ຕິ​ບັດ​ບັນ​ດ​ເນື້ອ​ໃນ​ຂອງ​ແຜນ​ຮ່າງ​ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະ​ສິ​ດ​ທິ​ຜົນ​ການ​ຮ່ວມ​ມື ລະ​ຫວ່າງ ຫວຽດ​ - ລາວ​ໃນ​ຂົງ​ເຂດ​ສຶກ​ສາ ແລະ ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ໄລ​ຍະ 2011 – 2020 ໃຫ້​ເປັນ​ຢ່າງ​ດີ.

ສະ​ໜັບ​ສະ​ໜູນ​ເຂົ້າ​ສານ 12 ໂຕນ​ໃຫ້​ແກ່​ບັນ​ດາ​ກົງ​ກອງ​ທະ​ຫານ, ຄວາມ​ໝັ້ນ​ຄົງ​ລາວ​ເພື່ອ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນຫຼັງ​ຈາກ​ພາ​ຍຸ​ນ້ຳ​ຖ້ວມ
ລາວ​ຈະ​ພັດ​ທະ​ນາ​ລະ​ບົດ​ອອກ​ບັດ​ແຮງ​ງານ​ເອ​ເລັກ​ໂຕ​ນິດ​ໃຫ້​ແກ່​ຊາວ​ຕ່າງ​ປະ​ເທດ
ຫວຽດ​ນາມ - ລາວ​ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດ້ານ​ສຶກ​ສາ
ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ແລະ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທອງ​ລຸນ​ ສີ​ສຸ​ລິດ ເປັນ​ສັກ​ຂີ​ພະ​ຍາດ ໃຫ້​ແກ່ ພິ​ທີ​ລົງ​ນາມ ລົງ​ນາມ​ເອ​ກະ​ສານ​ການ​ຮ່ວມ​ມື 3 ສະ​ບັບ ກ່ຽວ​ກັບ​ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ

ວັນ​ທີ 6 ທັນ​ວາ, ຢູ່​ຮ່າ​ໂນ້ຍ, ທ່ານ ຟຸ່ງ​ຊວ​ັນ​ຫຍ້າ ລັດ​ຖະ​ມົນ​ຕີ​ກະ​ວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ຫວຽດ​ນາມ ແລະ ທ່ານ ນາງ ແສງເດືອນ ຫຼ້າຈັນທະບູນ ລັດ​ຖະ​ມົນ​ຕີ​ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ລາວ ໄດ້​ລົງ​ນາມ​ເຂົ້າ​ໃນ ເອ​ກະ​ສານ ຮ່ວມ​ມື 3 ສະ​ບັບ ກ່ຽວ​ກັບ ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ.

ເອ​ກະ​ສານ​ຮ່ວມ​ມື 3 ສະ​ບັບ​ລວມ​ມີ: ຂໍ້​ຕົກ​ລົງ​ລະ​ຫວ່າງ​ລັດ​ຖະ​ບານ ຫວຽດ​ນາມ ແລະ ລັດ​ຖະ​ບານ ລາວ ກ່ຽວ​ກັບ ໂຄງ​ການ “ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະ​ສິດ​ທິ​ຜົນ ​ໃນ​ການ​ຮ່ວມ​ມື ລະ​ຫວ່າງ ຫວຽດ​ນາມ - ລາວ ​ໃນ​ຂົງ​ເຂດ​ການ​ສຶກ​ສາ ແລະ ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໄລ​ຍະ 2021 - 2030”, ຂໍ້​ຕົກ​ລົງ​ແຜນ​ການ​ຜັນ​ຂະ​ຫຍາຍ​ໂຄງ​ການ “ນຳ​ເນື້ອ​ໃນ​ບັນ​ດາ​ຜະ​ລິດ​ຕະ​ພັນ ໂຄງ​ການ​ປະ​ຫວັດ​ສາດ​ແຫ່ງ​ການ​ພົວ​ພັນ​ແບບ​ພິ​ເສດ ​ລະ​ຫວ່າງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ ແລະ ລາວ - ຫວຽດ​ນາມ ເຂົ້າ​ການ​ສິດ​ສອນ​ຢູ່​ບັນ​ດາ​ໂຮງ​ຮຽນ​ຂອງ​ສອງ​ປະ​ເທດ ຫວຽດ​ນາມ - ລາວ, ລາວ - ຫ​ວຽດ​ນາມ” ແລະ ແຜນ​ການ​ຮ່ວມ​ມື​ປີ 2021 ລະ​ຫວ່າງ ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ຫວຽດ​ນາມ ແລະ ກະ​ຊວງ​ສຶກ​ສາທິ​ການ ແລະ ກິ​ລາ​ລາວ.

ຫວຽດ​ນາມ ແລະ ລາວ​ມີ​ການ​ພົວ​ພັນ​ຮ່ວມ​ມື​ສະ​ໜິດ​ແໜ້ນ ແລະ ມີ​ປະ​ສິດ​ທິ​ຜົນ​ໃນ​ຂົງ​ເຂດ ການ​ສຶກ​ສາ ແລະ ບຳ​ລຸງ​ສ້າງ. ໃນ​ໄລ​ຍະ ປີ 2011 – 2020, ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ຫວຽດ​ນາມ ແລະ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ກິ​ລາ ລາວ​ໄດ້​ສົມ​ທົບ​ກັນ​ປະ​ຕິ​ບັດ​ບັນ​ດ​ເນື້ອ​ໃນ​ຂອງ​ແຜນ​ຮ່າງ​ຍົກ​ສູງ​ຄຸນ​ນະ​ພາບ ແລະ ປະ​ສິ​ດ​ທິ​ຜົນ​ການ​ຮ່ວມ​ມື ລະ​ຫວ່າງ ຫວຽດ​ - ລາວ​ໃນ​ຂົງ​ເຂດ​ສຶກ​ສາ ແລະ ພັດ​ທະ​ນາ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ໄລ​ຍະ 2011 – 2020 ໃຫ້​ເປັນ​ຢ່າງ​ດີ.

ກະ​ຊວງ​ສຶກ​ສາ ແລະ ບ​ຳ​ລຸງ​ສ້າງ​ໄດ້​ເປັນ​ເສ​ນາ​ທິ​ການ​ໃນ​ການ​ປັບ​ປຸງ, ປະ​ກ​າດ​ໃຊ້ ຫຼື​ວາງ​ອອກ​ບັນ​ດາ​ເອ​ກະ​ສານ​ກອບ​ນິ​ຕິ​ກຳ, ເອ​ກະ​ສານ​ແນະ​ນຳ, ຈົດ​ໝາຍ​ທາງ​ການ, ຂໍ້​ຕົກ​ລົງ​ການ​ຮ່ວມ​ມື ເພື່ອ​ແນ​ໃສ່​ຍົກ​ສູງ​ປະ​ສິດ​ທິ​ຜົນ​ໃນ​ວຽກ​ງານ​ຄຸ້ມ​ຄອງ ແລະ ຄຸນ​ນະ​ພາບ​ການ​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່​ລາວ. ງົບ​ປະ​ມານ​ການ​ບຳ​ລຸງ​ສ້າງ, ຄ່າ​ໃຊ້​ຈ່າຍ​ໃຫ້​ແກ່​ນັກ​ສຶກ​ສາ​ລາວ​ໄດ້​ຮັບ​ການ​ດັດ​ປັບ​ເປັນ 3 ຄັ້ງ ຕາມ​ຂໍ້​ສະ​ເໜີ​ຂອງ ກະ​ຊວງ​ສຶກ​ສາ​ທິ​ການ ແລະ ບຳ​ລຸງ​ສ້າງ.

ແຜນ​ຮ່າງ​ຮ່ວມ​ມື​ການ​ສຶກ​ສາ​ລະ​ຫວ່າງ ຫວຽດ​ - ລາວ ໄລ​ຍະ 2021 – 2030 ໄດ້​ສະ​ເໜີ​ບັນ​ດາ​ມາດ​ຕະ​ການ​ຍຸດ​ທະ​ສາດ, ບັນ​ດາ​ໜ້າ​ທີ່​ຢ່າງ​ລະ​ອຽດ​ເພື່ອ​ສ້າງ​ການ​ຫັນ​ປ່ຽນ​ຢ່າງ​ແຮງ​ກ່ຽວ​ກັບ​ຄ​ຸນ​ນະ​ພາບ ແລະ ມີ​ປະ​ສິດ​ທິ​ຜົນ​ໃນ​ການ​ບຳ​ລຸງ​ສ້າງ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ໃຫ້​ແກ່​ລາວ. ຄຽງ​ຄູ່​ກັນ​ນັ້ນ ການ​ສືບ​ທອບ​ບັນ​ດາ​ການ​ເຄື່ອ​ນ​ໄວ​ຍັງ​ຄົ​ງ​ໄດ້​ເສີມ​ຂະ​ຫຍາຍ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ໃນ​ໄລ​ຍະ​ກ່ອນ., ແຜນ​ຮ່າງນີ້​ຈະ​ສຸມ​ໃສ່​ເຂົ້າ​ການ​ຜັນ​ຂະ​ຫຍາຍ​ບາງ​ເນື້ອ​ໃນ​ໃໝ່​ເພື່ອ​ສ້າງ​ບາດ​ກ້າວ​ບຸກ​ທະ​ລຸ​ກ່ຽວ​ກັບ​ຄ​ຸນ​ນະ​ພາບ ການ​ບຳ​ລຸງ​ສ້າງ ແລະ ເຮັດ​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ - ລາວ​ເລິກ​ເຊິ່ງ​ກ່​ວາ​ອີກ.

ປິດລ້ອມເຂດເສດຖະກິດພິເສດ ແຂວງ ຫລວງນ້ຳທ່າ

ຍ​ສ​ໝ - ຄະນະກຳມະການສະເພາະກິດແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂຄວິດ-19 ລາວ ຮຽກຮ້ອງໃຫ້ບັນດາອົງການທີ່ກ່ຽວຂ້ອງປິດລ້ອມທົ່ວເມືອງຕົ້ນເຜິ້ງ ແລະ ເຂດເສດຖະກິດພິເສດ ບໍ່ແຕນ ຢູ່ແຂວງຫລວງນ້ຳທ່າ, ບໍ່ອະນຸຍາດໃຫ້ເຂົ້າ-ອອກ ບັນດາບໍລິເວນດັ່ງກ່າວໃນຮອບເວລາ 14 ວັນ.

ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດຫວຽດນາມ ຕີລາຄາສູງການພົວພັນຮ່ວມມືລະຫວ່າງ ສະພາແຫ່ງຊາດສອງປະເທດ ຫວຽດນາມ ແລະ ລາວ

ຍສໝ - ໃນຕອນບ່າຍຂອງວັນທີ 6 ທັນວາ 2020 ຢູ່ ຫໍສະພາແຫ່ງຊາດ ສສ.ຫວຽດນາມ, ທ່ານນາງ ຫງວຽນທິກີມເງິນ ປະທານສະພາແຫ່ງຊາດ ສສ.ຫວຽດນາມ ໄດ້ມີການພົບປະກັບ ທ່ານ ທອງລຸນ ສີສຸລິດ ນາຍົກລັດຖະມົນຕີ ສປປ.ລາວ .

ຫວຽດນາມ ແລະ ລາວ: ສືບຕໍ່ສົມທົບກັນຢ່າງແໜ້ນແຟ້ນ, ສະໜັບສະໜູນເຊິ່ງກັນ ແລະກັນຢູ່ບັນດາເວທີປາໄສພາກພື້ນ ແລະ ສາກົນ

ຍສໝ - ທີ່ກອງປະຊຸມຄັ້ງທີ 43 ຄະນະກໍາມະການຮ່ວມມືທະວີພາຄີ ລະຫວ່າງ ລັດຖະບານ ຫວຽດນາມ - ລາວ ດຳເນີນແຕ່ວັນທີ 4 – 6 ທັນວາ 2020, 2 ຝ່າຍໄດ້ເຫັນດີເປັນເອກະພາບຢ່າງສູງກ່ຽວກັບທິດທາງການຮ່ວມມືປີ 2021 ແລະ ໄລຍະ 5 ຫາ 10 ປີຈະມາເຖິງ; ເຫັນດີເປັນເອກະພາບສຸມໃສ່ປະຕິບັດບັນດາສັນຍາ, ຂໍ້ຕົກລົງໃຫຍ່ລະຫວ່າງ 2 ປະເທດຢ່າງມີປະສິດທິຜົນ, ...

ບຸນ​ຄົງ

ເຫດການ
302 Found

Found

The document has moved here.