ການພົວພັນຫວຽດນາມ - ສະຫະລັດອາເມລິກາ: ການຮ່ວມມືດ້ານເສດຖະກິດ ແລະ ການຄ້າແມ່ນຈຸດສຸມ ແລະ ເປັນກຳລັງໜູນຂອງການພົວພັນສອງຝ່າຍ.

11:30 | 23/12/2020

ຍສໝ - ໃນວັນທີ 22 ທັນວາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີອາເມລິກາ Donald Trump.

ການພ ວພ ນຫວຽດນາມ ສະຫະລ ດອາເມລ ກາ ການຮ ວມມ ດ ານເສດຖະກ ດ ແລະ ການຄ າແມ ນຈ ດສ ມ ແລະ ເປ ນກຳລ ງໜ ນຂອງການພ ວພ ນສອງຝ າຍ ຫວຽດນາມ - ສະຫະລັດອາເມລິກາ: ການເຈລະຈານະໂຍບາຍປ້ອງກັນຊາດ
ການພ ວພ ນຫວຽດນາມ ສະຫະລ ດອາເມລ ກາ ການຮ ວມມ ດ ານເສດຖະກ ດ ແລະ ການຄ າແມ ນຈ ດສ ມ ແລະ ເປ ນກຳລ ງໜ ນຂອງການພ ວພ ນສອງຝ າຍ ສະຫະລັດອາເມລິກາ ໄດ້ພິຈາລະນາ ຈະນຳເຂົ້າອຸປະກອນການແພດຈາກປະເທດ ຫວຽດນາມ ເພື່ອຕ້ານພະຍາດ Covid-19

ທີ່ການໂອ້ລົມສົນທະນາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ແລະ ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ຕີລາຄາຢ່າງເປັນເອກະພາບວ່າ ການພົວພັນຫວຽດນາມ - ອາເມລິກາ ໄດ້ພັດທະນາຢ່າງແຮງ ໃນທຸກຂົງເຂດພາຍຫຼັງ 25 ປີແຫ່ງການສ້າງຕັ້ງການພົວພັນທາງການທູດ ແລະ ໂດຍສະເພາະໃນຊຸມປີມໍ່ໆມານີ້.

ການພ ວພ ນຫວຽດນາມ ສະຫະລ ດອາເມລ ກາ ການຮ ວມມ ດ ານເສດຖະກ ດ ແລະ ການຄ າແມ ນຈ ດສ ມ ແລະ ເປ ນກຳລ ງໜ ນຂອງການພ ວພ ນສອງຝ າຍ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ. (ພາບ: baoquocte)

ຜູ້ນຳທັງສອງທ່ານ ໄດ້ສະແດງຄວາມເຊື່ອວ່າ ສາຍພົວພັນສອງຝ່າຍຈະສືບຕໍ່ກ້າວສູ່ລວງເລິກ ແລະ ສະຖຽນລະພາບ, ນຳມາເຊິ່ງຜົນປະໂຫຍດໃຫ້ແກ່ປະຊາຊົນສອງປະເທດ, ໃນນັ້ນ ການຮ່ວມມືດ້ານເສດຖະກິດ - ການຄ້າແມ່ນຈຸດສຸມ ແລະ ກຳລັງໜູນຂັບເຄື່ອນຂອງການພົວພັນສອງຝ່າຍ. "ຫວຽດນາມ ເປັນປະເທດເຂັ້ມແຂງ, ເອກະລາດ ແລະ ຈະເລີນຮຸ່ງເຮືອງ, ມີບົດບາດສຳຄັນໃນພາກພື້ນ, ແມ່ນຄວາມປາຖະໜາຂອງປະຊາຊົນຫວຽດນາມ ແລະ ສອດຄ່ອງກັບຜົນປະໂຫຍດຂອງສະຫະລັດອາເມລິກາ." - ທ່ານປະທານາທິບໍດີ Donal Trump ເນັ້ນໜັກ.

ເນື່ອງໃນໂອກາດນີ້, ທ່ານນາຍົກລັດຖະມົນຕີ ແລະ ປະທານາທິບໍດີອາເມລິກາ ໄດ້ປຶກສາຫາລືວ່າຜູ້ຕາງໜ້າການຄ້າອາເມລິກາ (USTR) ພວມດຳເນີນການສືບສວນກ່ຽວກັບນະໂຍບາຍເງິນຕາ ແລະ ວັດຖຸດິບໄມ້ຂອງຫວຽດນາມ ຕາມມາດຕາ 301 ຂອງກົດໝາຍການຄ້າຂອງສະຫະລັດອາເມລິກາ ໃນປີ 1974.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ, ຫວຽດນາມ ແມ່ນປະເທດພວມພັດທະນາດ້ວຍຄວາມສາມາດບົ່ມຊ້ອນດ້ານເສດຖະກິດທີ່ຈຳກັດ, ການປະຕິບັດນະໂຍບາຍການເງິນຕາ ເພື່ອຄວບຄຸມໄພເງິນເຟີ້ ແລະ ສະຖຽນລະພາບເສດຖະກິດມະຫາພາກ, ພ້ອມທັງຄວບຄຸມອັດຕາແລກປ່ຽນບໍ່ສ້າງຜົນປະໂຫຍດແກ່ງແຍ່ງສຳຫຼັບການຄ້າສາກົນ.

ການພ ວພ ນຫວຽດນາມ ສະຫະລ ດອາເມລ ກາ ການຮ ວມມ ດ ານເສດຖະກ ດ ແລະ ການຄ າແມ ນຈ ດສ ມ ແລະ ເປ ນກຳລ ງໜ ນຂອງການພ ວພ ນສອງຝ າຍ
ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີອາເມລິກາ Donald Trump. (ພາບ: baoquocte)

ອີງຕາມບົນຈິດໃຈນັ້ນ, ສອງຝ່າຍໄດ້ເຫັນດີມອບໝາຍໃຫ້ບັນດາກະຊວງ, ຂະແໜງການຂອງຫວຽດນາມ ແລະ ອາເມລິກາ ສືບຕໍ່ຮ່ວມມື, ແກ້ໄຂບັນດາຄວາມກັງວົນຂອງອາເມລິກາ ແລະ ຫວຽດນາມຢ່າງຄົບຖ້ວນ, ໃນນັ້ນຮັກສາການພົວພັນດ້ານການຄ້າໝັ້ນຄົງ, ໄປສູ່ການດຸ່ນດ່ຽງການຄ້າທີ່ກົມກຽວກັນ, ຍືນຍົງ ແລະ ມີຜົນປະໂຫຍດລວມ.

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກ ໄດ້ສະແດງຊົມເຊີຍ ທ່ານປະທານາທິບໍດີ Donald Trump ກ່ຽວກັບຜົນສຳເລັດໃນການພັດທະນາວັກຊີນສອງຢ່າງໃນເວລາສັ້ນທີ່ສຸດ. ທ່ານປະທານາທິບໍດີ Donald Trump ໄດ້ຢືນຢັນວ່າ ທ່ານສຸດທີ່ແພງຖະໜອມປະເທດ ແລະ ປະຊາຊົນຫວຽດນາມ ແລະ ປະທານາທິບໍດີ Donald Trump ປາດຖະໜາຢາກມາຢ້ຽມຢາມຫວຽດນາມໃນໄລຍະຈະມາເຖິງ.

ການພ ວພ ນຫວຽດນາມ ສະຫະລ ດອາເມລ ກາ ການຮ ວມມ ດ ານເສດຖະກ ດ ແລະ ການຄ າແມ ນຈ ດສ ມ ແລະ ເປ ນກຳລ ງໜ ນຂອງການພ ວພ ນສອງຝ າຍ ພິທີເປີດຕົວໂຄງການພັດທະນາ ລະບົບສາທາລະນະສຸກທີ່ສະໜັບສະໜູນໂດຍ USAID

ຍສໝ - ໃນຕອນບ່າຍຂອງວັນທີ 15 ທັນວາ, ອົງການພັດທະນາສາກົນສະຫະລັດອາເມລິກາ ແລະ ອົງການແຜນການສຸກເສີນຂອງປະທານາທິບໍດີສະຫະລັດອາເມລິກາ ກ່ຽວກັບການປ້ອງກັນ HIV/AIDS (PEPFAR) ໄດ້ເປີດພິທີເປີດຕົວ ໂຄງການພັດທະນາລະບົບສາທາລະນະສຸກແບບຍືນຍົງ ໂດຍ ອົງການນີ້ສະໜັບສະໜູນໃຫ້ແກ່ຫວຽດນາມ.

ການພ ວພ ນຫວຽດນາມ ສະຫະລ ດອາເມລ ກາ ການຮ ວມມ ດ ານເສດຖະກ ດ ແລະ ການຄ າແມ ນຈ ດສ ມ ແລະ ເປ ນກຳລ ງໜ ນຂອງການພ ວພ ນສອງຝ າຍ ຫວຽດນາມ ອວຍພອນຊົມເຊີຍທ່ານ Joe Biden ທີ່ໄດ້ຮັບການເລືອກຕັ້ງເປັນປະທານາທິບໍດີສະຫະລັດອາເມລິກາ

ຍສໝ - ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຟູຈ້ອງ ແລະ ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສົ່ງສານອວຍພອນເຖິງທ່ານ Joseph Robinette Biden Jr. ໃນການໄດ້ຮັບເລືອກຕັ້ງເປັນປະທານາທິບໍດີແຫ່ງສະຫະລັດອາເມລິກາ.

ການພ ວພ ນຫວຽດນາມ ສະຫະລ ດອາເມລ ກາ ການຮ ວມມ ດ ານເສດຖະກ ດ ແລະ ການຄ າແມ ນຈ ດສ ມ ແລະ ເປ ນກຳລ ງໜ ນຂອງການພ ວພ ນສອງຝ າຍ ໄດ້ຕີລາຄາສູງເປັນພິເສດການຈັດກິດຈະກຳສະເຫຼີມສະຫຼອງວັນຄົບຮອບ 25 ປີຂອງການພົວພັນທາງການທູດຫວຽດນາມ - ອາເມລິກາ

ຍສໝ - ຜູ້ທີ່ປຶກສາດ້ານຄວາມໝັ້ນຄົງແຫ່ງຊາດ ຂອງສະຫະລັດອາເມລິກາ, ທ່ານ Robert O'Brien ໄດ້ຕີລາຄາສູງເປັນພິເສດການຈັດກິດຈະກຳສະເຫຼີມສະຫຼອງວັນຄົບຮອບ 25 ປີຂອງການພົວພັນທາງການທູດຫວຽດນາມ - ອາເມລິກາ, ໃນສະພາບການຂອງການ ລະບາດ COVID-19 ສືບຕໍ່ມີການຜັນແປຢ່າງສັບສົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.