ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມທົບທວນນະໂຍບາຍການຄ້າຄັ້ງທີ 7 ຂອງອິນເດຍ

16:30 | 12/01/2021

ຍສໝ - ໃນກອງປະຊຸມທົບທວນນະໂຍບາຍການຄ້າຄັ້ງທີ 7 ຂອງອິນເດຍ, ທ່ານນາງເອກອັກຄະລັດຖະທູດ ເລຖິຕວຽດມາຍ ໄດ້ເນັ້ນໜັກວ່າການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະ ອິນເດຍພວມພັດທະນາຢ່າງບໍ່ຢຸດຢັ້ງ.

ຫວຽດນາມ - ຈີນ ໄດ້ເຈລະຈາກ່ຽວກັບເຂດທະເລຢູ່ນອກອ່າວພາກເໜືອ
ສະມາຄົມຫວຽດນາມ ໄທແຂວງດົ່ງນາຍໄດ້ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ II, ອາຍຸການ 2020 – 2025

ກອງປະຊຸມທົບທວນນະໂຍບາຍການຄ້າຄັ້ງທີ 7 ຂອງອິນເດຍສຳລັບໄລຍະປີ 2015-2020 ໄດ້ຈັດຂຶ້ນທີ່ສຳນັກງານໃຫຍ່ຂອງອົງການການຄ້າໂລກ (WTO) ທີ່ເຈນີວາ (ສະວິດເຊີແລນ), ໃນຮູບແບບໂດຍກົງສົມທົບຖ່າຍທອດສົດ.

ຕາມສຳນັກຂ່າວສານຫວຽດນາມປະຈຳເຈນີວາ, ທ່ານນາງເອກອັກຄະລັດຖະທູດ ເລຖິຕວຽດມາຍ ໄດ້ເນັ້ນໜັກວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະ ອິນເດຍພວມໄດ້ຮັບການເພີ່ມທະວີ ແລະ ພັດທະນາຢ່າງບໍ່ຢຸດຢັ້ງ. ອິນເດຍແມ່ນໜຶ່ງໃນບັນດາຄູ່ຮ່ວມມືດ້ານການຄ້າ ແລະ ການລົງທຶນທີ່ສຳຄັນທີ່ສຸດຂອງຫວຽດນາມ ໃນທົດສະວັດທີ່ຜ່ານມາ ແລະ ເປັນໜຶ່ງໃນ 10 ຄູ່ຮ່ວມມືການຄ້າໃຫຍ່ທີ່ສຸດຂອງຫວຽດນາມໃນຊຸມປີທີ່ຜ່ານມາ.

ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມທົບທວນນະໂຍບາຍການຄ້າຄັ້ງທີ 7 ຂອງອິນເດຍ
ທ່ານນາງເອກອັກຄະລັດຖະທູດ ເລຖິຕວຽດມາຍ. (ພາບ: TTXVN)

ທ່ານນາງເອກອັກຄະລັດຖະທູດ ເລຖິຕວຽດມາຍ ໄດ້ໃຫ້ຫູ້ວ່າ ຫວຽດນາມຊົມເຊີຍ ແລະ ຕີລາຄາສູງອິນເດຍ ກ່ຽວກັບຜົນສຳເລັດໃນການພັດທະນາເສດຖະກິດ, ຮັກສາອັດຕາທີ່ສູງພໍສົມຄວນ, ສະເລ່ຍ 7,36% ຕໍ່ປີໃນໄລຍະ 2015 - 2020 ແລະ 4,2% ສຳລັບປີ 2019 - 2020, ບໍ່ຫົວຊາຈະມີຄວາມບໍ່ສະຫງົບທົ່ວໂລກທີ່ເພີ່ມຂື້ນ, ຄວາມເຄັ່ງຕຶງດ້ານການຄ້າ ແລະ ການຕິດເຊື້ອພະຍາດລະບົບຫາຍໃຈ COVID-19.

ທ່ານເອກອັກຄະລັດຖະທູດ ເລຖິຕວຽດມາຍ ກໍ່ໄດ້ສະແດງຄວາມເຫັນຮ່ວມກັບອິນເດຍ, ຢືນຢັນວ່າ ການຍຶດໝັ້ນກົດລະບຽບການຄ້າຂອງ WTO ແມ່ນວິທີການດຽວທີ່ແກ້ໄຂວິກິດການທີ່ກຳລັງເກີດຂື້ນ ແລະ ຈະສືບຕໍ່ມີບົດບາດຢ່າງຕັ້ງໜ້າໃນການຮັກສາ ແລະ ເສີມຂະຫຍາຍລະບົບການຄ້າຫຼາຍຝ່າຍທີ່ຍຸດຕິທຳ ແລະ ສະເໝີພາບ.

ທ່ານເອກອັກຄະລັດຖະທູດ ເລຖິຕວຽດມາຍ ໄດ້ເນັ້ນໜັກວ່າ ໃນຖານະເປັນສະມາຊິກອາຊຽນ - ຄູ່ຮ່ວມມືດ້ານການຄ້າຂອງອິນເດຍ, ຫວຽດນາມ ພວມສົມທົບກັບອິນເດຍຢ່າງແໜ້ນແຟ້ນ ເພື່ອຊອກຫາມາດຕະການແກ້ໄຂທີ່ເໝາະສົມກັບບັນດາບັນຫານີ້; ຫວຽດນາມ ພ້ອມແລ້ວທີ່ຈະຮ່ວມມືກັບອິນເດຍ ເພື່ອອຳນວຍຄວາມສະດວກໃຫ້ແກ່ການພັດທະນາຕ່ອງໂສ້ການສະໜອງໃນພາກພື້ນ, ພ້ອມທັງປະກອບສ່ວນເຂົ້າໃນການຟື້ນຟູເສດຖະກິດພາຍຫຼັງ COVID-19.

ໃນກອງປະຊຸມ, ຜູ້ຕາງໜ້າອາຊຽນໄດ້ອອກຖະແຫຼງການຮ່ວມຂອງອາຊຽນ ໂດຍຢືນຢັນວ່າ ອິນເດຍແມ່ນໜຶ່ງໃນບັນດາຄູ່ຮ່ວມມືການຄ້າທີ່ສຳຄັນໃນອາຊຽນ, ສາຍພົວພັນ ລະຫວ່າງ ອາຊຽນ - ອິນເດຍ ໄດ້ຂະຫຍາຍຕົວຢ່າງໄວວາ ແລະ ໄດ້ກາຍເປັນຄູ່ຮ່ວມມືທີ່ຮອບດ້ານໃນເດືອນທັນວາ 1995. ອິນເດຍກາຍເປັນຄູ່ການຄ້າໃຫຍ່ທີ 6 ຂອງອາຊຽນ ແລະ ຍັງເປັນແຫຼ່ງການລົງທືນໂດຍກົງຈາກຕ່າງປະເທດໃຫຍ່ທີ 8 ຂອງອາຊຽນ.

ປັດຈຸບັນ ຫວຽດນາມ ຢືນອັນດັບທີ 3 ໃນໂລກ ກ່ຽວກັບດັດຊະນີແງ່ຫວັງເສດຖະກິດ

ຍສໝ - ຕາມຜົນການສຳຫຼວດຂອງສະຫະສະມາຄົມຄົ້ນຄວ້າສາກົນ Gallup International ແລ້ວ, ປັດຈຸບັນ ຫວຽດນາມ ຢືນອັນດັບທີ 3 ໃນໂລກ ກ່ຽວກັບດັດຊະນີແງ່ຫວັງເສດຖະກິດ.

ນາຍົກລັດຖະມົນຕີ ຫວຽດນາມ ເຂົ້າ​ຮ່ວມ ກອງປະຊຸມສະຫຼຸບວຽກງານປີ 2020 ແລະ ຜັນຂະຫຍາຍໜ້າທີ່ປີ 2021ຂອງ​ຂະ​ແໜງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ

ຍ​ສ​ໝ - ທີ່ກອງ​ປະ​ຊຸມທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ເນັ້ນໜັກວ່າ, ໃນສະພາບທີ່ ເສດຖະກິດໂລກໄດ້ຮັບຜົນສະທ້ອນຢ່າງໜັກໜ່ວງຈາກໂລກລະບາດໂຄວິດ - 19, ແຕ່ການສົ່ງອອກຂອງ ຫວຽດນາມ ຍັງເຕີບໂຕດ້ວຍວົງເງິນສົ່ງອອກຄາດວ່າບັນລຸໄດ້ ກ່ວາ 281,5 ຕື້ USD, ເພີ່ມຂຶ້ນ 6,5% ເມື່ອທຽບໃສ່ປີ 2019.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo

ຍ​ສ​ໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ໄດ້ຕີລາຄາສູງຕໍ່ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງກະຊວງການຕ່າງປະເທດສອງປະເທດໃນໄລຍະຜ່ານມາ, ປະກອບສ່ວນຮັກສາທ່ວງທ່າພັດທະນາ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ນັບມື້ນັບພັດທະນາຢ່າງເລິກເຊິ່ງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.