Samsung ຫວຽດນາມ ໜູນຊ່ວຍ 5 ຕື້ດົງ ເພື່ອຊ່ວຍເຫຼືອພາກກາງຜ່ານຜ່າໄພທຳມະຊາດ

08:52 | 19/11/2020

ຍສໝ - ເພື່ອຊ່ວຍເຫຼືອປະຊາຊົນພາກກາງຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫລັງຈາກໄພທຳມະຊາດ, ບັນດາໂຮງງານ ແລະ ພະນັກງານຂອງ Samsung ຫວຽດນາມ ໄດ້ສະໜັບສະໜູນບໍລິຈາກ 5 ຕື້ດົງ ແລະ ສ້ອມແປງເຄື່ອງໄຟຟ້າໂດຍບໍ່ເສຍຄ່າໃຫ້ແກ່ປະຊາຊົນເຂດພາຍຸນໍ້າຖ້ວນ.

ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ຮອງ​ປະ​ທານ​ກຸ່ມ​ບໍ​ລິ​ສັດ Samsung
ສ.ເກົາຫຼີ ໄດ້ສະໜັບສະໜູນເງິນເກືອບ 20 ຕື້ດົງເພື່ອປະຕິບັດໂຄງການ “ໂຮງຮຽນຄວາມຫວັງ Samsung” ຢູ່ ລ້າງເຊີນ

ຈຳນວນເງິນດັ່ງກ່າວໄດ້ມອບຜ່ານຄະນະແນວໂຮມແຫ່ງຊາດແຂວງບັກນີງ, ທາຍຫງ່ວຽນ ແລະ ສ່ວນໜື່ງໄດ້ Samsung ສົ່ງໂດຍກົງໃຫ້ແກ່ປະຊາຊົນເຂດພາຍຸນໍ້າຖ້ວນ. ນອກຈາກນັ້ນ, ນັບແຕ່ວັນທີ່ 14 ພະຈິກ ຮອດວັນທີ່ 20 ພະຈິກ, ບໍລິສັດເຄື່ອງໄຟຟ້າ Samsung Vina, ຫົວໜ່ວຍຄ້າຂາຍ ແລະ ໂຄສະນາບັນດາຜະລິດຕະພັນຂອງ Samsung ຢູ່ຫວຽດນາມ ຈະຈັດຕັ້ງລາຍການ “ຮ່ວມມືກັບປະຊາຊົນພາກກາງ ເພື່ອຊ່ວຍເຫຼືອແກ້ໄຂຜົນຮ້າຍຢ້ອນຫລັງຈາກໄພທຳມະຊາດ” ຢູ່ 6 ແຂວງທີ່ຖືກຮັບຜົນກະທົບຢ່າງໜັກທີ່ສຸດ, ປະກອບມີ : ແຂວງຮ່າຕີງ, ກວາງບີງ, ກວາງຈີ້, ເຫວ, ກວາງນາມ, ກວາງຫງ໊າຍ.

Samsung ຫວຽດນາມ ໜູນຊ່ວຍ 5 ຕື້ດົງ ເພື່ອຊ່ວຍເຫຼືອພາກກາງຜ່ານຜ່າໄພທຳມະຊາດ
Samsung ຫວຽດນາມ ໜູນຊ່ວຍ 5 ຕື້ດົງ ເພື່ອຊ່ວຍເຫຼືອພາກກາງຜ່ານຜ່າໄພທຳມະຊາດ. (ພາບ: vietnamplus)

ຕາມນັ້ນ, Samsung ຈະສ້ອມແປງ, ບຳລຸງຮັກສາຜະລິດຕະພັນເຄື່ອງໄຟຟ້າ, ເຄື່ອງໄຟຟ້າສ້າງຄວາມເຢັນ ໂດຍບໍ່ເສຍຄ່າ, ຊ່ວຍ 50% ຄ່າປ່ຽນໃໝ່ເຄື່ອງປະກອບ, ໜູນຊ່ວຍຊັກຖູໂສ້ງເສື້ອ, ສາດ...ເພື່ອຮັບປະກັນອະນາໄມ, ສຸຂະພາບໃຫ້ແກ່ປະຊາຊົນເຂດນໍ້າຖ້ວນ.

ກ່ອນໜ້ານີ້, Samsung ຫວຽດນາມ ໄດ້ບໍລິຈາກເງິນຈຳນວນ 10 ຕື້ດົງ, ລວມທັງເງິນສົດ ແລະ ເຄື່ອງນຸ່ງປ້ອງກັນ, ເພື່ອຮ່ວມແຮງຮ່ວມໃຈກັບລັດຖະບານຫວຽດນາມ ໃນການປ້ອງກັນ ແລະ ຄວບຄຸມການລະບາດຂອງ COVID-19. ໃນໄລຍະນີ້, ເງິນຈຳນວນຫຼາຍກ່ວາ 1,6 ຕື້ດົ່ງ ປະກອບມີເງິນບໍລິຈາກຂອງພະນັກງານ ແລະ ການປະກອບສ່ວນຂອງສະຫະພັນໂຮງງານ Samsung ກໍ່ໄດ້ຮັບມອບເພື່ອການປ້ອງກັນ ແລະ ຄວບຄຸມການລະບາດຂອງ COVID-19 ຢູ່ຫວຽດນາມ.

ADB ໜູນຊ່ວຍເງິນ 2,5 ລ້ານ USD ໃຫ້ແກ່ຫວຽດນາມເພື່ອຮັບມືກັບໄພທຳມະຊາດ

ຍ​ສ​ໝ - ທຶນຊ່ວຍເຫຼືອນີ້ແມ່ນໄດ້ຮັບການສະໜັບສະໜູນຈາກກອງທຶນຕອບໂຕ້ໄພພິບັດອາຊີປາຊີຟິກ, ເຊິ່ງຖືກອອກແບບມາເພື່ອຊ່ວຍເຫຼືອບັນດາປະເທດສະມາຊິກທີ່ກຳ ລັງພັດທະນາຂອງ ADB ທີ່ໄດ້ຮັບຜົນກະທົບຈາກໄພພິບັດ.

ອັງກິດ ໃຫ້ການຊ່ວຍເຫຼືອມີມູນຄ່າ 500.000 ປອນ ໃຫ້ແກ່ປະຊາຊົນຢູ່ເຂດພາກກາງຫວຽດນາມ

ຍສໝ - ບ້ວງເງິນຊ່ວຍເຫຼືອຂອງອັງກິດ ທີ່ໄດ້ຊ່ວຍໃນການຂະຫຍາຍການຈັດແຈງທີ່ຢູ່ພັດພາອາໄສ, ສະໜອງນ້ຳສະອາດ, ອາຫານ ແລະ ການດຳລົງຊີວິດໃຫ້ປະຊາຊົນປະມານ 160.000 ຄົນ ທີ່ຖືກຮັບຜົນກະທົບຈາກໄພພິບັດທຳມະຊາດຢູ່ຫວຽດນາມ.

ອົດສະຕາລີ ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ແກ້ໄຂຜົນຮ້າຍຈາກໄພທຳມະຊາດ

ຍສໝ - ທ່ານ Scott Morrison - ນາຍົກລັດຖະມົນຕີອົດສະຕາລີ ໄດ້ສົ່ງຈົດໝາຍຢ້ຽມຢາມຖາມຂ່າວ ກ່ຽວກັບສະພາບນໍ້າຖ້ວມທີ່ແກ່ຍາວຢູ່ໃນປະເທດຫວຽດນາມ ແລະ ໄດ້ຢືນຢັນວ່າ ອົດສະຕາລີພ້ອມແລ້ວທີ່ຈະເພີ່ມການຊ່ວຍເຫຼືອສຸກເສີນ ແລະ ການຊ່ວຍເຫຼືອໃນການຟື້ນຟູໄລຍະຍາວໃຫ້ແກ່ຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.