IMF ຍ້ອງຍໍຜົນງານຂອງຫວຽດນາມ ໃນການປ້ອງກັນ ແລະ ຕ້ານການລະບາດຂອງ COVID-19 | |
ຫວຽດນາມສະແດງຄວາມເດັດດ່ຽວ, ຢຶດໝັ້ນໃນການຕໍ່ສູ້ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ ເກາະຢ່າງໝັ້ນຄົງ |
![]() |
ທ່ານ ແສງເພັດ ຮຸ່ງບຸນຍວງ ແລະ ທ່ານ ຟ້າມ ແອດ. ພາບ: tapchilaoviet.org |
ທີ່ການຕ້ອນຮັບ, ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ.ລາວ ປະຈຳ ສສ.ຫວຽດນາມ ໄດ້ສະແດງຄວາມຂອບອົກຂອບໃຈ ມາຍັງການນຳ ແລະ ອຳນາດການປົກຄອງແຂວງເລິມດົ່ງ, ແຂວງກອນຕູມ ທີ່ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນ. ພ້ອມທັງ ກໍ່ສະແດງຄວາມຂອບໃຈພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫລືອ ພັກ, ລັດ ແລະ ປະຊາຊົນລາວ ຕະຫລອດມາ ໂດຍສະເພາະແມ່ນແຂວງເລິມດົ່ງ ແລະ ແຂວງກອນຕູມ ທີ່ໄດ້ໃຫ້ການຊ່ວຍເຫລືອແກ່ບັນດາແຂວງແຮກສ່ຽວຂອງລາວຕະຫລອດມາ, ພິເສດແມ່ນການຊ່ວຍກໍ່ສ້າງຊັບພະຍາກອນມະນຸດ.ທີ່ການຕ້ອນຮັບ, ການນຳແຂວງເລິມດົ່ງ ແລະ ແຂວງກອນຕູມ ໄດ້ຕີລາຄາສູງ ທີ່ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອຳນາດເຕັມ ແຫ່ງ ສປປ.ລາວ ປະຈຳ ສສ.ຫວຽດນາມ ໄດ້ນຳພາຄະນະສະຖານທູດລາວທີ່ ນະຄອນຫລວງຮ່າໂນ້ຍ, ສະຖານກົງສຸນໃຫຍ່ຂອງລາວ ທີ່ ນະຄອນດານັງ, ນະຄອນໂຮ່ຈິມິນ ເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງເລິມດົ່ງ ແລະ ແຂວງກອນຕູມ ໃນຄັ້ງນີ້ ເຊິ່ງເປັນການສືບຕໍ່ກະຕຸກຊຸກຍູ້ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ສອງພັກ,ສອງລັດ ແລະ ປະຊາຊົນ ຂອງສອງປະເທດ ໂດຍສະເພາະ ກໍແມ່ນການພົວພັນຮ່ວມມືຊ່ວຍເຫລືອ ເຊິ່ງກັນ ແລະ ກັນ ລະຫວ່າງບັນດາແຂວງທ້ອງຖິ່ນຂອງລາວ ແລະ ຫວຽດ ນາມ ໃຫ້ນັບມື້ນັບແຕກ ດອກອອກຜົນຍິ່ງໆຂຶ້ນ. ພ້ອມທັງ ກໍ່ໄດ້ລາຍງານສະພາບການພັດທະນາເສດຖະກິດ ແລະ ສັງຄົມ ຂອງແຂວງໂດຍຫຍໍ້ ກໍຄືການຮ່ວມມືກັບບັນດາແຂວງແຮກສ່ຽວຂອງ ສປປ.ລາວ ໃຫ້ຊາບ.
![]() |
ທ່ານ ແສງເພັດ ຮຸ່ງບຸນຍວງ ແລະ ທ່ານ ເລ ຫງອກ ຕວນ |
ທ່ານ ແສງເພັດ ຮຸ່ງບຸນຍວງ ກໍ່ໄດ້ຕີລາຄາສູງຕໍ່ຜົນສຳເລັດອັນໃຫຍ່ຫຼວງ, ຮອບດ້ານທີ່ຍາດມາໄດ້ໃນການພັດທະນາເສດຖະກິດ-ສັງຄົມຂອງແຕ່ລະແຂວງ ໂດຍສະເພາະໃນປີ 2020 ເຖິງຈະຖືກຜົນກະທົບຈາກການລະບາດຂອງເຊື້ອພະຍາດໂຄວິດ-19 ກໍຕາມ ແຕ່ສອງແຂວງກໍສາມາດຈັດຕັ້ງປະຕິບັດສອງເປົ້າໝາຍທີ່ສໍາຄັນເປັນຕົ້ນຄື: ສະກັດກັ້ນ, ປ້ອງກັນການລະບາດຂອງເຊື້ອພະຍາດໂຄວິດ-19 ແລະ ພັດທະນາເສດຖະກິດ-ສັງຄົມ... ທ່ານ ແສງເພັດ ຮຸ່ງບຸນຍວງ ກໍ່ຢັ້ງຢືນວ່າ: ໃນຖານະມາດຳລົງຕຳແໜ່ງເປັນເອກອັກຄະລັດຖະທູດ ວິສາມັນຜູ້ອຳນາດເຕັມ ແຫ່ງ ສປປ.ລາວ ປະຈໍາ ສສ.ຫວຽດນາມ ຈະສືບຕໍ່ເປັນຂົວຕໍ່ທີ່ສຳຄັນ ເພື່ອສົ່ງເສີມການພົວພັນຮ່ວມມືສອງປະເທດໃຫ້ນັບມື້ນັບມີການພັດທະນາເຂົ້າສູ່ລວງເລິກ ແລະ ກວ້າງຂວາງ, ຈະທຸ່ມເທເຫື່ອແຮງ, ສະຕິປັນຍາຂອງຕົນເຂົ້າໃນການເສີມຂະຫຍາຍສາຍພົວພັນພິເສດສອງຊາດລາວ ແລະ ຫວຽດນາມໃຫ້ຈະເລີນແຕກດອກອອກຜົນຍິ່ງໆຂຶ້ນ.
![]() | ນັກສຶກສາລາວ: 4 ປີທີ່ດໍາລົງຊີວິດ ແລະຮໍ່າຮຽນຢູ່ຮ່າຕິ້ງ ນ້ອງ ຮູ້ສຶກຮັກຫອມດິນແດນແຫ່ງນີ້ ແລະຮັກແພງປະຊາຊົນຢູ່ທີ່ນີ້ຫຼາຍກວ່າ 10 ກວ່າປີຜ່ານມາ, ມະຫາວິທະຍາໄລຮ່າຕິ້ງ ສສ.ຫວຽດນາມ ໄດ້ກາຍເປັນສະຖານທີ່ບໍາລຸງສ້າງທີ່ດຶງດູດນັກສຶກສາລາວ ມາສຶກສາຮໍ່າຮຽນ, ຈາກແຫຼ່ງບໍາລຸງສ້າງນີ້ມີນັກສຶກສາລາວ ຮຸ່ນຕ່າງໆໄດ້ເຕີບໃຫຍ່ຂະຫຍາຍຕົວ, ນັກສຶກສາລາວຫຼາຍຄົນມີວຽກເຮັດງານທໍາຖືກຕາມວິຊາສະເພາະທີ່ຕົນເອງໄດ້ຮຽນມາ. |
![]() | ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ ໃນໄລຍະຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ສົມດັ່ງຄວາມມຸ່ງມາດປາຖະໜາ ແລະຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ປະກອບສ່ວນສໍາຄັນເຂົ້າໃນການປັບປຸງການພົວພັນມິດຕະພາບລະຫວ່າງບັນດາປະເທດອາຊຽນ, ຍົກສູງຖານະບົດບາດຂອງແຕ່ລະປະເທດ ແລະທັງປະຊາຄົມອາຊຽນຢູ່ເວທີສາກົນ. |
![]() | ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມທົບທວນນະໂຍບາຍການຄ້າຄັ້ງທີ 7 ຂອງອິນເດຍ ຍສໝ - ໃນກອງປະຊຸມທົບທວນນະໂຍບາຍການຄ້າຄັ້ງທີ 7 ຂອງອິນເດຍ, ທ່ານນາງເອກອັກຄະລັດຖະທູດ ເລຖິຕວຽດມາຍ ໄດ້ເນັ້ນໜັກວ່າການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະ ອິນເດຍພວມພັດທະນາຢ່າງບໍ່ຢຸດຢັ້ງ. |
ໄຊພອນ