ຫວຽດນາມສະແດງຄວາມເດັດດ່ຽວ, ຢຶດໝັ້ນໃນການຕໍ່ສູ້ປົກປັກຮັກສາອະທິປະໄຕເຂດທະເລ, ໝູ່ ເກາະຢ່າງໝັ້ນຄົງ

10:15 | 20/03/2021

ຍສໝ -  ຫວ່າງແລ້ວນີ້, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານປີ 2020, ທິດທາງ, ໜ້າທີ່ປີ 2021.

ຫວຽດນາມສະແດງຄວາມເດ ດດ ຽວ ຢ ດໝ ນໃນການຕ ສ ປ ກປ ກຮ ກສາອະທ ປະໄຕເຂດທະເລ ໝ ເກາະຢ າງໝ ນຄ ງ ໜັງສືພິມ UAE: ຫວຽດນາມແມ່ນຈຸດພົ້ນເດັ່ນຂອງການເຕີບໂຕເສດຖະກິດ ຍ້ອນການຄວບຄຸມ COVID-19 ຢ່າງສຳເລັດຜົນ
ຫວຽດນາມສະແດງຄວາມເດ ດດ ຽວ ຢ ດໝ ນໃນການຕ ສ ປ ກປ ກຮ ກສາອະທ ປະໄຕເຂດທະເລ ໝ ເກາະຢ າງໝ ນຄ ງ Gulf Today: ຫວຽດນາມກຳລັງນຳໜ້າ ໃນການເຕີບໂຕຂອງເສດຖະກິດ

ກະຊວງການຕ່າງປະເທດ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມສະຫຼຸບວຽກງານປີ 2020, ທິດທາງ, ໜ້າທີ່ປີ 2021 ດ້ວຍຫົວຂໍ້: “ສ້າງພື້ນຖານການຕ່າງປະເທດໃຫ້ຮອບດ້ານ, ທັນສະໄໝ; ປະຕິບັດມະຕິກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ 13 ຂອງ ພັກ ຢ່າງມີໄຊ”.

ຫວຽດນາມສະແດງຄວາມເດ ດດ ຽວ ຢ ດໝ ນໃນການຕ ສ ປ ກປ ກຮ ກສາອະທ ປະໄຕເຂດທະເລ ໝ ເກາະຢ າງໝ ນຄ ງ
ທ່ານຟ້າມບິ່ງມິງ - ກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີວ່າການກະຊວງການຕ່າງປະເທດ. (ພາບ: TTXVN)

ໃນປີ 2020, ຫວຽດນາມ ໄດ້ປະຕິບັດໜ້າທີ່ຮັບຜິດຊອບສາກົນຢ່າງສຳເລັດຜົນ, ພິເສດແມ່ນບົດບາດເປັນປະທານອາຊຽນ 2020, ສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງສະຫະປະຊາຊາດອາຍຸການ 2020 - 2021; ຮັກສາ ແລະ ສົ່ງເສີມການພົວພັນກັບປະເທດອື່ນໆ ໂດຍຜ່ານການດັດປັບຢ່າງຄ່ອງຕົວ ຂອງກິດຈະກຳການຕ່າງປະເທດທີ່ຈັດຕັ້ງດ້ວຍຮູບການໂດຍກົງ ແລະ ຖ່າຍທອດສົດ.

ໃນການກ່າວຄຳປາໄສສະຫລຸບ ແລະ ຊີ້ນຳກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ສະເໜີໃຫ້ຂະແໜງການຕ່າງປະເທດ ປີ 2021 ຈົ່ງສຸມໃສ່ຈັດຕັ້ງຜັນຂະຫຍາຍແນວທາງການຕ່າງປະເທດ ຂອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ໃຫ້ມີປະສິດທິຜົນ; ສືບຕໍ່ນຳການພົວພັນກັບບັນດາປະເທດບ້ານໃກ້ເຮືອນຄຽງ, ປະເທດໃຫຍ່, ຄູ່ຮ່ວມມືສຳຄັນ, ເພື່ອນມິດທີ່ເປັນມູນເຊື້ອ ໃຫ້ເຂົ້າສູ່ລວງເລິກ, ມີສະຖຽນລະພາບ ແລະ ໝັ້ນແກ່ນ; ຜັນຂະຫຍາຍການທູດດ້ານເສດຖະກິດ, ການທູດວັດທະນະທຳ ແລະ ວຽກງານຊາວຫວຽດນາມ ອາໄສຢູ່ຕ່າງປະເທດໃຫ້ເປັນຢ່າງດີ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດ ຟ້າມບິ່ງມິງ ກໍ່ໄດ້ສະເໜີຕ້ອງເພີ່ມທະວີການຈັດຕັ້ງປະຕິບັດຄຳຊີ້ນຳຂອງຄະນະເລຂາສູນກາງພັກ ກ່ຽວກັບການຍູ້ແຮງ ແລະ ຍົກລະດັບການພົວພັນຕ່າງປະເທດຫຼາຍຝ່າຍຮອດປີ 2030; ຕິດຕາມຢ່າງໃກ້ຊິດ, ຢຶດໝັ້ນຕໍ່ສູ້ປົກປັກຮັກສາອະທິປະໄຕເຂດທະເລໝູ່ເກາະ ແລະ ບັນດາຜົນປະໂຫຍດອັນຊອບທຳຂອງ ຫວຽດນາມ ຢູ່ທະເລຕາເວັນອອກ ໃຫ້ໝັ້ນຄົງ, ເຂັ້ມແຂງ ແລະ ບັນດາສິ່ງທ້າທາຍຕໍ່ຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່.

ພ້ອມກັນນັ້ນ, ກະຊວງສືບຕໍ່ປະຕິບັດຢ່າງມີປະສິດທິຜົນໃນດ້ານຂໍ້ມູນຂ່າວສານການຕ່າງປະເທດ; ການປະສານສົມທົບຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນກວ່າເກົ່າໃນການທູດພັກ, ການທູດລັດ, ການທູດປະຊາຊົນ, ວຽກງານການຕ່າງປະເທດປ້ອງກັນຊາດ - ປ້ອງກັນຄວາມສະຫງົບ.

ຫວຽດນາມສະແດງຄວາມເດ ດດ ຽວ ຢ ດໝ ນໃນການຕ ສ ປ ກປ ກຮ ກສາອະທ ປະໄຕເຂດທະເລ ໝ ເກາະຢ າງໝ ນຄ ງ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມທົບທວນນະໂຍບາຍການຄ້າຄັ້ງທີ 7 ຂອງອິນເດຍ

ຍສໝ - ໃນກອງປະຊຸມທົບທວນນະໂຍບາຍການຄ້າຄັ້ງທີ 7 ຂອງອິນເດຍ, ທ່ານນາງເອກອັກຄະລັດຖະທູດ ເລຖິຕວຽດມາຍ ໄດ້ເນັ້ນໜັກວ່າການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງຫວຽດນາມ ແລະ ອິນເດຍພວມພັດທະນາຢ່າງບໍ່ຢຸດຢັ້ງ.

ຫວຽດນາມສະແດງຄວາມເດ ດດ ຽວ ຢ ດໝ ນໃນການຕ ສ ປ ກປ ກຮ ກສາອະທ ປະໄຕເຂດທະເລ ໝ ເກາະຢ າງໝ ນຄ ງ ໜັງສືພິມ UAE: ຫວຽດນາມແມ່ນຈຸດພົ້ນເດັ່ນຂອງການເຕີບໂຕເສດຖະກິດ ຍ້ອນການຄວບຄຸມ COVID-19 ຢ່າງສຳເລັດຜົນ

ຍສໝ - ບັນດານັກສັງເກດ ໄດ້ຄາດຄະເນວ່າຫວຽດນາມ ຈະພັດທະນາສູງຂື້ນຖ້າສືບຕໍ່ຄວບຄຸມການລະບາດຂອງພະຍາດ COVID-19, ເຊິ່ງກຳລັງມີການແຜ່ລາມອີກຄັ້ງໃນຫລາຍປະເທດ.

ຫວຽດນາມສະແດງຄວາມເດ ດດ ຽວ ຢ ດໝ ນໃນການຕ ສ ປ ກປ ກຮ ກສາອະທ ປະໄຕເຂດທະເລ ໝ ເກາະຢ າງໝ ນຄ ງ ຫວຽດນາມ - ຈີນ ໄດ້ເຈລະຈາກ່ຽວກັບເຂດທະເລຢູ່ນອກອ່າວພາກເໜືອ

ຍສໝ - ສອງຝ່າຍໄດ້ເຫັນດີສືບຕໍ່ຊຸກຍູ້ການເຈລະຈາກໍານົດເຂດທະເລນອກອ່າວພາກເໜືອ ແລະ ການຮ່ວມມືພ້ອມກັນພັດທະນາຢູ່ທະເລຕາເວັນອອກ ໃຫ້ບັນລຸຄວາມຄືບໜ້າຖືກຕາມຂໍ້ກໍານົດຂອງກົດໝາຍສາກົນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.