IMF ຍ້ອງຍໍຜົນງານຂອງຫວຽດນາມ ໃນການປ້ອງກັນ ແລະ ຕ້ານການລະບາດຂອງ COVID-19

08:00 | 22/03/2021

ຍສໝ - ບັນດາເຈົ້າໜ້າທີ່ຂອງອົງການ IMF ກ່າວເນັ້ນວ່າ ປະສົບການຕ້ານການລະບາດຂອງຫວຽດນາມ ສາມາດນຳໃຊ້ໄດ້ໃນບັນດາປະເທດທີ່ມີລາຍໄດ້ຕ່ຳ ເຊິ່ງພຽງແຕ່ອີງໃສ່ການສັກຢາວັກຊີນເທົ່ານັ້ນ.

imf ຍ ອງຍ ຜ ນງານຂອງຫວຽດນາມ ໃນການປ ອງກ ນ ແລະ ຕ ານການລະບາດຂອງ covid 19 ປະເທດລາວ ໄດ້ເລີ່ມຕົ້ົ້ນທົດລອງການສັກວັກຊິນ ຕ້ານພະຍາດ COVID – 19
imf ຍ ອງຍ ຜ ນງານຂອງຫວຽດນາມ ໃນການປ ອງກ ນ ແລະ ຕ ານການລະບາດຂອງ covid 19 ອາ​ຊຽນ​ຮ່ວມ​ແຮງ​ຮ່ວມ​ໃຈ​ປ້ອງ​ກັນ​ຕ້ານ​ໂລກ​ລະ​ບາດ Covid – 19

ຫວຽດນາມ ໄດ້ສະແດງໃຫ້ເຫັນການຕອບໂຕ້ທີ່ມີປະສິດຕິຜົນ ຕໍ່ການລະບາດຂອງພະຍາດ COVID-19 ເຖິງແມ່ນວ່າບໍ່ມີຢາວັກຊີນ. ນີ້ແມ່ນຄຳເຫັນຫຼ້າສຸດຂອງທ່ານ Helge Berger - ຜູ້ຊ່ວຍຜູ້ອຳນວຍການກອງທຶນການເງິນສາກົນ (IMF) ທີ່ຮັບຜິດຊອບພາກພື້ນອາຊີ - ປາຊີຟິກ ກ່ຽວກັບວຽກງານການຕອບໂຕ້ພະຍາດລະບາດຂອງຫວຽດນາມ.

ໃນບົດຂຽນໃນໜັງສືພິມ The Print ຂອງອິນເດຍ, ທ່ານ Berger ໄດ້ສະແດງຄວາມຍ້ອງຍໍບັນດາຜົນງານຂອງຫວຽດນາມ ຕໍ່ກັບການຕ້ານການລະບາດຂອງພະຍາດ COVID-19, ແລະ ກ່າວວ່າ ເຄັດລັບສຳຄັນໃນຜົນສຳເລັດຂອງຫວຽດນາມ ແມ່ນມາດຕະການແຍກອອກຫ່າງທີ່ເຂັ້ມງວດ, ກວດກາແຫຼ່ງກໍາເນີດຂອງພະຍາດຢ່າງທັນທີ ແລະ ໄວວາ.

imf ຍ ອງຍ ຜ ນງານຂອງຫວຽດນາມ ໃນການປ ອງກ ນ ແລະ ຕ ານການລະບາດຂອງ covid 19
IMF ຍ້ອງຍໍຜົນງານຂອງຫວຽດນາມ ໃນການປ້ອງກັນ ແລະ ຕ້ານການລະບາດຂອງ COVID-19. (ພາບ: TTXVN)

ທ່ານ Berger ໄດ້ເນັ້ນໜັກວ່າ: “ຫວຽດນາມ ໄດ້ສະແດງໃຫ້ເຫັນວ່າວິທີຮັບມືກັບການລະບາດຂອງພະຍາດ COVID-19 ເຖິງແມ່ນວ່າບໍ່ມີຢາວັກຊີນ, ຈະຊ່ວຍໃຫ້ພື້ນຖານເສດຖະກິດກັບຄືນສູ່ສະພາບການຢ່າງປົກກະຕິ.”

ບັນດາເຈົ້າໜ້າທີ່ຂອງອົງການ IMF ໄດ້ເນັ້ນໜັກວ່າ ປະສົບການຕ້ານການລະບາດຂອງຫວຽດນາມ ສາມາດນຳໃຊ້ໄດ້ໃນບັນດາປະເທດທີ່ມີລາຍໄດ້ຕ່ຳ ເຊິ່ງພຽງແຕ່ອີງໃສ່ການສັກຢາວັກຊີນເທົ່ານັ້ນ.

ວິທະຍຸ RFI ຂອງປະເທດຝຣັ່ງ ຍັງໄດ້ລະບຸວ່າ ຫວຽດນາມແມ່ນໜຶ່ງໃນບັນດາປະເທດທີ່ຫາຍາກໃນອາຊີ ທີ່ສາມາດຄວບຄຸມພະຍາດ COVID-19 ຢ່າງມີປະສິດຕິຜົນ ດ້ວຍລະບົບການແພດທີ່ໄດ້ສ້າງຕັ້ງຂຶ້ນມາເປັນເວລາດົນນານ.

ວິທະຍຸ RFI ໄດ້ຕີລາຄາສູງເລ່ື່ອງ ຫວຽດນາມໄດ້ປິດຊາຍແດນຕິດຈອດກັບຈີນ ຢ່າງທັນທີ ໃນເມື່ອຮູ້ວ່າເກີດຂຶ້ນການລະບາດຂອງ COVID-19 ແລະ ມາດຕະການສຳຄັນທີ່ສຸດແມ່ນການແຍກອອກຫ່າງສຳຫຼັບຄົນທີ່ເຂົ້າເມືອງຫວຽດນາມຈາກຕ່າງປະເທດ.

ນອກຈາກນັ້ນ, ຄວາມສຳເລັດຂອງຫວຽດນາມໃນການກຳຈັດການລະບາດຂອງ COVID-19 ຍັງມາຈາກການຕິດຕາມບັນດາກໍລະນີທີ່ມີຄວາມໃກ້ຊິດ (F1) ກັບຄົນເຈັບ COVID-19 ເພື່ອທົດສອບ ແລະ ປະຕິບັດການແຍກອອກຫ່າງ.

ອີງຕາມການລາຍງານຂອງ RFI, ຍ້ອນການຄວບຄຸມການລະບາດຂອງ COVID-19 ແລະ ໄລຍະເວລາການປິດລ້ອມທີ່ແກ່ຍາວບໍ່ຮອດ 3 ເດືອນ, ພື້ນຖານເສດຖະກິດຂອງຫວຽດນາມບໍ່ໄດ້ຕົກຢູ່ໃນສະພາວະຖົດຖອຍໃນປີ 2020 ແລະ ຫວຽດນາມແມ່ນໜຶ່ງໃນຈຳນວນສ່ວນໜ້ອຍປະເທດ ໄດ້ບັນລຸອັດຕາການເຕີບໂຕ 2,9%.

imf ຍ ອງຍ ຜ ນງານຂອງຫວຽດນາມ ໃນການປ ອງກ ນ ແລະ ຕ ານການລະບາດຂອງ covid 19 ໜັງສືພິມ UAE: ຫວຽດນາມແມ່ນຈຸດພົ້ນເດັ່ນຂອງການເຕີບໂຕເສດຖະກິດ ຍ້ອນການຄວບຄຸມ COVID-19 ຢ່າງສຳເລັດຜົນ

ຍສໝ - ບັນດານັກສັງເກດ ໄດ້ຄາດຄະເນວ່າຫວຽດນາມ ຈະພັດທະນາສູງຂື້ນຖ້າສືບຕໍ່ຄວບຄຸມການລະບາດຂອງພະຍາດ COVID-19, ເຊິ່ງກຳລັງມີການແຜ່ລາມອີກຄັ້ງໃນຫລາຍປະເທດ.

imf ຍ ອງຍ ຜ ນງານຂອງຫວຽດນາມ ໃນການປ ອງກ ນ ແລະ ຕ ານການລະບາດຂອງ covid 19 ເພີ່ມທະວີການປ້ອງກັນ ແລະ ຄວບຄຸມ COVID-19 ເພື່ອຮັບປະກັນໃຫ້ປະຊາຊົນສະຫຼອງບຸນປີໃໝ່ຢ່າງປອດໄພ

ຍສໝ - ນີ້ແມ່ນເນື້ອໃນຕົ້ນຕໍທີ່ໄດ້ຍົກອອກ ໃນຄຳສັ່ງເລກທີ 01/CT-TTg ກ່ຽວກັບການເພີ່ມທະວີການປ້ອງກັນ ແລະ ຕ້ານພະຍາດ COVID-19 ທີ່ໄດ້ລົງນາມໂດຍນາຍົກລັດຖະມົນຕີຫງວຽນຊວນຟຸກ ໃນວັນທີ 5 ມັງກອນນີ້.

imf ຍ ອງຍ ຜ ນງານຂອງຫວຽດນາມ ໃນການປ ອງກ ນ ແລະ ຕ ານການລະບາດຂອງ covid 19 ປະເທດລາວ ໄດ້ຍົກເລີກຄຳສັ່ງປິດລ້ອມຢູ່ແຂວງບໍ່ແກ້ວ

ຍສໝ - ອີງຕາມການລາຍງານຂອງສຳນັກຂ່າວສານຫວຽດນາມທີ່ນະຄອນຫຼວງວຽງຈັນ, ກະຊວງສາທາລະນະສຸກ ສປປ.ລາວ, ໃນວັນທີ 29 ທັນວາ, ໄດ້ປະກາດການຕັດສິນໃຈຂອງລັດຖະບານສປປ.ລາວ ກ່ຽວກັບການຍົກເລີກຄຳສັ່ງປິດລ້ອມຢູ່ເມືອງຕົ້ນເຜິ້ງ, ແຂວງບໍ່ແກ້ວ, ທາງພາກເໜືອຂອງປະເທດລາວ ຫຼັງຈາກໄດ້ປະຕິບັດການປິດລ້ອມ ໃນເວລາ 20 ວັນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.