7 ບັນຫາສຳຄັນ ທີ່ລັດຕ້ອງເອົາໃຈໃສ່ແກ້ໄຂຢ່າງຮີບດ່ວນໃນ 5 ປີຕໍ່ໜ້າ

09:12 | 30/03/2021

ຍ​ສ​ໝ - ສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ກ່າວໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີັ XI ຂອງພັກປະຊາຊົນປະຕິວັດລາວ ທີ່ໄຂຂຶ້ນໃນວັນທີ 13 ມັງ ກອນ 2021 ນີ້ວ່າ: 7 ບັນຫາສຳຄັນຕົ້ນຕໍທີ່ຄວນເອົາໃຈໃສ່ແກ້ໄຂຢ່າງຮີບດ່ວນໃນ 5 ປີຕໍ່ໜ້າຄື:

7 ບ ນຫາສຳຄ ນ ທ ລ ດຕ ອງເອ າໃຈໃສ ແກ ໄຂຢ າງຮ ບດ ວນໃນ 5 ປ ຕ ໜ າ ລາວ ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ ແຕ່ຍັງມີຄົນລັກລອບເຂົ້າເມືອງຜິດລະບຽບ
7 ບ ນຫາສຳຄ ນ ທ ລ ດຕ ອງເອ າໃຈໃສ ແກ ໄຂຢ າງຮ ບດ ວນໃນ 5 ປ ຕ ໜ າ ຄາດວ່າເສດຖະກິດລາວ ຈະຟື້ນຕົວໃນປີ 2021 ຖ້າຄວບຄຸມ ການລະບາດພະຍາໂຄວິດ-19 ໄດ້
7 ບ ນຫາສຳຄ ນ ທ ລ ດຕ ອງເອ າໃຈໃສ ແກ ໄຂຢ າງຮ ບດ ວນໃນ 5 ປ ຕ ໜ າ

ສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ກ່າວໃນກອງປະຊຸມໃຫຍ່ (ພາບ: Kpl)

ໃນ 5 ປີຜ່ານມາ, ພາຍໃຕ້ການຊີ້ນຳ-ນຳພາໃກ້ຊິດຂອງລັດຖະບານ ແລະ ການເຄື່ອນໄຫວຢ່າງຕັ້ງໜ້າ ແລະ ມີຄວາມຮັບຜິດຊອບສູງຂອງຂະແໜງການ ແລະ ອຳນາດການປົກຄອງທ້ອງຖິ່ນ ໂດຍໄດ້ຮັບການສະໜັບສະໜູນເປັນຢ່າງດີຂອງປະຊາຊົນ ແລະ ຄູ່ຮ່ວມພັດທະນາ ເຮັດໃຫ້ແຜນພັດທະນາເສດຖະກິດ-ສັງແຫ່ງຊາດ 5 ປີ ຄັ້ງທີ VIII ມີຜົນສຳເລັດພົ້ນເດັ່ນຫລາຍດ້ານ. ເພື່ອເຮັດໃຫ້ການພັດທະນາປະເທດຊາດ ໃຫ້ມີການເຕີບໃຫຍ່ຂະຫຍາຍຕົວຢ່າງຕໍ່ເນື່ອງ, ໝັ້ນທ່ຽງ ແລະ ຍືນຍົງ ຈຳເປັນຕ້ອງໄດ້ແກ້ໄຂ 7 ບັນຫາສຳຄັນຕົ້ນຕໍ.

ສະຫາຍ ທອງລຸນ ສີສຸລິດ ກໍາມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີ ກ່າວໃນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີັ XI ຂອງພັກປະຊາຊົນປະຕິວັດລາວ ທີ່ໄຂຂຶ້ນໃນວັນທີ 13 ມັງ ກອນ 2021 ນີ້ວ່າ: 7 ບັນຫາສຳຄັນຕົ້ນຕໍທີ່ຄວນເອົາໃຈໃສ່ແກ້ໄຂຢ່າງຮີບດ່ວນໃນ 5 ປີຕໍ່ໜ້າຄື:

(1) ແກ້ໄຂຄວາມທຸກຍາກຂອງປະຊາຊົນ ແລະ ການພັດທະນາຕາມທິດ 3 ສາມສ້າງ ເພື່ອຫລຸດຜ່ອນຄວາມແຕກໂຕນທາງດ້ານສັງຄົມ (ລະຫວ່າງຄົນຮັ່ງມີ ແລະ ຄົນທຸກ, ຕົວເມືອງ ແລະ ຊົນນະບົດ), ການເຂົ້າເຖິງການບໍລິການສາທາລະນະ (ສຶກສາ, ສາທາ) ຢູ່ເຂດຫ່າງໄກສອງຫລີກ.

(2) ແກ້ໄຂຄວາມບອບບາງທາງດ້ານເສດຖະກິດ ເປັນຕົ້ນແມ່ນ: ການເຕີບໂຕສ່ວນໃຫຍ່ທີ່ເອື່ອຍອີງໃສ່ແຕ່ການຂຸດຄົ້ນ ແລະ ນຳໃຊ້ຊັບພະຍາກອນທຳມະຊາດ ທີ່ບໍ່ທັນມີປະສິດທີຜົນເທົ່າທີ່ຄວນ, ຄຸນນະພາບຂອງການເຕີບໂຕບໍ່ສູງ, ບໍ່ທັນສາມາດກະຈາຍລາຍໄດ້ຢ່າງທົ່ວເຖິງ, ຖານການຜະລິດບໍ່ທັນໜັກແໜ້ນ.

(3) ແກ້ໄຂຄວາມບອບບາງທາງດ້ານການເງິນ, ແກ້ໄຂບັນຫາໜີ້ສິນສາທາລະນະ, ການເກັບລາຍຮັບບໍ່ຄົບຖ້ວນ ແລະ ການຮົ່ວໄຫລ ບໍ່ສົມຄູ່ກັບຄວາມສາມາດບົ່ມຊ້ອນ, ງົບປະມານບໍ່ພຽງພໍກັບຄວາມຈຳເປັນຂອງການພັດທະນາ (ສ່ວນຫລາຍແມ່ນສຸມໃສ່ການແກ້ໄຂໜີ້ສິນ).

(4) ແກ້ໄຂຄວາມບອບບາງທາງດ້ານເງິນຕາ: ດ້ານການຄ້າເຫັນວ່າມີເກີນດຸນ, ແຕ່ດຸນການຊຳລະກັບຕ່າງປະເທດ (BOP) ມີທ່າອ່ຽງຫລຸດລົງ, ລາຄາສິນຄ້າມີທ່າອ່ຽງເພີ່ມສູງຂຶ້ນ (ເງິນເຟີ້) ແລະ ອັດຕາການແລກປ່ຽນມີການເໜັງຕີງໃນບາງໄລຍະ ພາໃຫ້ເກີດມີຕະຫລາດນອກລະບົບ.

(5) ແກ້ໄຂຜົນກະທົບການລະບາດພະຍາດໂຄວິດ-19 ເປັນຕົ້ນ ບັນຫາແຮງງານ (ການວ່າງງານ), ການຟື້ນຟູທຸລະກິດທີ່ໄດ້ຮັບຜົນກະທົບຈາກການລະບາດດັ່ງກ່າວ ໃຫ້ຄືນສູ່ສະພາບປົກກະຕິ.

(6) ແກ້ໄຂການຄຸ້ມຄອງລັດ, ຄຸ້ມຄອງສັງຄົມ ໃຫ້ມີປະສິດທິພາບ ຫັນເຂົ້າສູ່ການຄຸ້ມຄອງດ້ວຍກົດໝາຍຢ່າງເຂັ້ມງວດ ແລະ ເດັດຂາດ ລວມທັງການປັບປຸງ ແລະ ສ້າງສະພາບແວດລ້ອມເອື້ອອຳນວຍໃຫ້ແກ່ການດຶງດູດການລົງທຶນ.

(7) ສຸມໃສ່ແກ້ໄຂການພັດທະນາຊັບພະຍາກອນມະນຸດໃຫ້ມີຄຸນນະພາບ, ມີຈຸດສຸມ, ສົ່ງເສີມວິຊາຊີບ ແລະ ການຫັນເປັນຊ່ຽວຊານ ຕິດພັນກັບການຫັນເປັນທັນສະໄໝໃນຍຸກ 4.0 ແລະ ວິຖີຊີວິດແບບໃໝ່ (New Normal).

7 ບ ນຫາສຳຄ ນ ທ ລ ດຕ ອງເອ າໃຈໃສ ແກ ໄຂຢ າງຮ ບດ ວນໃນ 5 ປ ຕ ໜ າ ລາວ ບໍ່ມີຄົນຕິດເຊື້ອໂຄວິດ-19 ເພີ່ມ ແຕ່ຍັງມີຄົນລັກລອບເຂົ້າເມືອງຜິດລະບຽບ

ໃນວັນທີ 13 ມັງກອນ 2021, ທ່ານ ດຣ. ລັດສະໝີ ວົງຄຳຊາວ ຮອງຫົວໜ້າກົມຄວບຄຸມພະຍາດຕິດຕໍ່, ກະຊວງສາທາລະນະສຸກ, ຕາງໜ້າໃຫ້ຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ COVID-19 ໄດ້ລາຍງານໃຫ້ຮູ້ວ່າ: ນັບແຕ່ວັນທີ 1-11 ມັງ ກອນ 2021 ມີລາຍງານກໍລະນີຄົນເຂົ້າມາ ສປປ ລາວ ບໍ່ຖືກລະບຽບ ໂດຍໃຊ້ເຮືອນ້ອຍ ຂ້າມມາຈາກປະເທດເພື່ອບ້ານ ຜ່ານເຂດເມືອງສັງທອງ, ນະຄອນຫລວງວຽງຈັນ, ມີທັງໝົດ ...

7 ບ ນຫາສຳຄ ນ ທ ລ ດຕ ອງເອ າໃຈໃສ ແກ ໄຂຢ າງຮ ບດ ວນໃນ 5 ປ ຕ ໜ າ ຄາດວ່າເສດຖະກິດລາວ ຈະຟື້ນຕົວໃນປີ 2021 ຖ້າຄວບຄຸມ ການລະບາດພະຍາໂຄວິດ-19 ໄດ້

ໃນວັນທີ 12 ມັງກອນ 2021 ທີ່ໂຮງແຮມຄຣາວພາຊາ ນະຄອນຫລວງວຽງຈັນ, ອີງຕາມບົດລາຍງານ ຂອງທະນາຄານໂລກ ແຈ້ງໃຫ້ຮູ້ວ່າ: ການຂະຫຍາຍຕົວ ຂອງເສດຖະກິດ ສປປ ລາວ ຈະຫົດຕົວໃນປີ 2020 ເຊິ່ງຖືເປັນຄັ້ງທໍາອິດ ໃນໄລຍະສອງທົດສະວັດ, ແຕ່ເສດຖະກິດລາວ ພ້ອມທີ່ຈະຟື້ນ ຕົວໃນປີ 2011 ແລະ ສືບຕໍ່ການຟື້ນຕົວ ໃນໄລຍະກາງ ຖ້າສາມາດຄວບຄຸມ ຜົນກະທົບຂອງພະຍາດລະບາດ ໂຄວິດ-19 ໄດ້ ແລະ ການຄ້າກັບ ບັນດາປະເທດ ຄູ່ຄ້າກັບຄືນສູ່ສະພາບປົກກະຕິ.

7 ບ ນຫາສຳຄ ນ ທ ລ ດຕ ອງເອ າໃຈໃສ ແກ ໄຂຢ າງຮ ບດ ວນໃນ 5 ປ ຕ ໜ າ ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ໄຂຂຶ້ນໃນວັນທີ 13 ມັງກອນ 2021

ກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດ ຄັ້ງທີ XI ຂອງພັກປະຊາຊົນ ປະຕິວັດລາວ ໄດ້ໄຂຂຶ້ນໃນວັນທີ 13 ມັງກອນ 2021, ສະຫາຍ ບຸນຍັງ ວໍລະຈິດ ເນັ້ນວ່າ:ບັນດາວຽກງານ ເລັ່ງທວງອັນຮີນດ່ວນປະກອບມີ: ຕ້ອງຖືເອົາການແກ້ໄຂ ຄວາມທຸກຍາກຂອງປະຊາຊົນ ເປັນໜ້າທີ່ຈຸດສຸມ, ເຊິ່ງອັນສໍາຄັນ ການແກ້ໄຂບັນຫາດັ່ງກ່າວ ຕ້ອງບົນພື້ນຖານການ ປຸກສະຕິຕື່ນຕົວເພິ່ງຕົນເອງ, ເປັນເຈົ້າຕົນເອງ ແລະບືນຕົວຂຶ້ນສ້າງຄວາມ ເຂັ້ມແຂງດ້ວຍຕົນເອງ ຂອງຄົນໃນຊາດ, ເດັດດ່ຽວຕີຖອຍແນວຄິດ ເອື່ອຍອີງຕໍ່ການຊ່ວຍເຫລືອ ...

kpl.gov.la

ເຫດການ
302 Found

Found

The document has moved here.