ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ

12:27 | 14/01/2021

ໃນໄລຍະຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ສົມດັ່ງຄວາມມຸ່ງມາດປາຖະໜາ ແລະຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ປະກອບສ່ວນສໍາຄັນເຂົ້າໃນການປັບປຸງການພົວພັນມິດຕະພາບລະຫວ່າງບັນດາປະເທດອາຊຽນ, ຍົກສູງຖານະບົດບາດຂອງແຕ່ລະປະເທດ ແລະທັງປະຊາຄົມອາຊຽນຢູ່ເວທີສາກົນ. 

ການພ ວພ ນຄ ຮ ວມມ ຍ ດທະສາດຫວຽດນາມ ສ ງກະໂປ ໄດ ຮ ບການປ ບປ ງຢ າງບ ຢ ດຢ ງ ຫວຽດນາມ ໄດ້ເຂົ້າຮ່ວມກອງປະຊຸມທົບທວນນະໂຍບາຍການຄ້າຄັ້ງທີ 7 ຂອງອິນເດຍ
ການພ ວພ ນຄ ຮ ວມມ ຍ ດທະສາດຫວຽດນາມ ສ ງກະໂປ ໄດ ຮ ບການປ ບປ ງຢ າງບ ຢ ດຢ ງ ໜັງສືພິມ UAE: ຫວຽດນາມແມ່ນຈຸດພົ້ນເດັ່ນຂອງການເຕີບໂຕເສດຖະກິດ ຍ້ອນການຄວບຄຸມ COVID-19 ຢ່າງສຳເລັດຜົນ
ການພ ວພ ນຄ ຮ ວມມ ຍ ດທະສາດຫວຽດນາມ ສ ງກະໂປ ໄດ ຮ ບການປ ບປ ງຢ າງບ ຢ ດຢ ງ
ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານນາງ Catherine Wong ເອກອັກຄະລັດຖະທູດສິງກະໂປ. ພາບ: qdnd.vn

ເມື່ອບໍ່ດົນມານີ້, ທ່ານພົນເອກ ໂງຊວນລິກ ລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານນາງ Catherine Wong ເອກອັກຄະລັດຖະທູດສິງກະໂປ ເຂົ້າຢ້ຽມອໍາລາເນື່ອງໃນໂອກາດສຳເລັດໜ້າທີ່ການທູດຢູ່ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານພົນເອກ ໂງຊວນລິກ ແລະທ່ານນາງ Catherine Wong ໄດ້ເນັ້ນໜັກວ່າ: ໃນໄລຍະຜ່ານມາ, ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ສິງກະໂປ ໄດ້ຮັບການປັບປຸງຢ່າງບໍ່ຢຸດຢັ້ງ, ສົມດັ່ງຄວາມມຸ່ງມາດປາຖະໜາ ແລະຜົນປະໂຫຍດຂອງປະຊາຊົນແຕ່ລະປະເທດ, ປະກອບສ່ວນສໍາຄັນເຂົ້າໃນການປັບປຸງການພົວພັນມິດຕະພາບລະຫວ່າງບັນດາປະເທດອາຊຽນ, ຍົກສູງຖານະບົດບາດຂອງແຕ່ລະປະເທດ ແລະທັງປະຊາຄົມອາຊຽນຢູ່ເວທີສາກົນ.

ຫວ່າງແລ້ວນີ້, ທ່ານ ຫງວຽນກວກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ Chee Wee Kiong ເລຂາຜູ້ປະຈໍາການກະຊວງການຕ່າງປະເທດສິງກະໂປ ໄດ້ເປັນປະທານຮ່ວມກອງປະຊຸມປຶກສາຫາລືດ້ານການເມືອງຫວຽດນາມ-ສິງກະໂປ ຄັ້ງທີ 13 ຜ່ານລະບົບທາງໄກ. ຮອງລັດຖະມົນຕີສອງທ່ານ ກໍ່ແລກປ່ຽນກ່ຽວກັບບັນຫາສາກົນ ແລະພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ຕໍ່ໜ້າການຜັນແປຢ່າງສັບສົນຢູ່ທະເລຕາເວັນອອກ, ສອງຝ່າຍເນັ້ນໜັກເຖິງຄວາມສໍາຄັນຂອງການຮັກສາສັນຕິພາບ, ສະຖຽນລະພາບ, ຄວາມໝັ້ນຄົງ, ຄວາມປອດໄພ, ຄວາມເສລີໃນການເດີນທະເລ ແລະການບິນຢູ່ທະເລຕາເວັນອອກ, ແກ້ໄຂຄວາມຂັດແຍ້ງກັນໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ; ສະໜັບສະໜູນການປະຕິບັດ DOC ຢ່າງເຂ້ັມງວດ, ຄົບຖ້ວນ ແລະການເຈລະຈາລະຫວ່າງອາຊຽນ ແລະຈີນ ເພື່ອບັນລຸໄດ້ COC ຢ່າງແທດຈິງ, ມີປະສິດທິຜົນ, ມີຜົນສັກສິດ ແລະເໝາະສົມກັບກົດໝາຍສາກົນ.

ການພ ວພ ນຄ ຮ ວມມ ຍ ດທະສາດຫວຽດນາມ ສ ງກະໂປ ໄດ ຮ ບການປ ບປ ງຢ າງບ ຢ ດຢ ງ
ທ່ານ ຫງວຽນກ໊ວກຢູງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ແລະທ່ານ Chee Wee Kiong ເລຂາຜູ້ປະຈໍາການກະຊວງການຕ່າງປະເທດສິງກະໂປ. ພາບ: baoquocte.vn.

ທີ່ການເຈລະຈານະໂຍບາຍດ້ານປ້ອງກັນຊາດຫວຽດນາມ-ສິງກະໂປ ຄັ້ງທີ 11 ພາຍໃຕ້ການເປັນປະທານຮ່ວມຂອງທ່ານພົນໂທ ຫງວຽນຈີວິ້ງ ຮອງລັດຖະມົນຕີກະຊວງປ້ອງກັນປະເທດຫວຽດນາມ ແລະ ທ່ານ Chan Heng Kee ເລຂານຸການຜູ້ປະຈຳການກະຊວງປ້ອງກັນປະເທດສິງກະໂປ, ສອງຝ່າຍໄດ້ແບ່ງປັນທັດສະນະກ່ຽວກັບສະພາບການຄວາມໝັ້ນຄົງໃນໂລກ ແລະພາກພື້ນ; ເນັ້ນໜັກເຖິງຄວາມສໍາຄັນຂອງການຮັກສາຄວາມໝັ້ນຄົງ, ຄວາມເສລີໃນການເດີນທະເລ ແລະການບິນ, ແກ້ໄຂການຂັດແຍ້ງກັນໂດຍສັນຕິວິທີ, ບົນພື້ນຖານກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982) ແລະບັນດາຄໍາໝັ້ນສັນຍາພາກພື້ນ. ໃນສະພາບການປະຈຸບັນ, ອາຊຽນ, ໃນນັ້ນມີກົນໄກ ADMM, ADMM+ ນັບມື້ນັບມີບົດບາດສໍາຄັນ, ປະກອບສ່ວນເຂົ້າໃນການຮັກສາສັນຕິພາບ, ສະຖຽນລະພາບ, ຮ່ວມມືຢູ່ພາກພື້ນ.

ການພ ວພ ນຄ ຮ ວມມ ຍ ດທະສາດຫວຽດນາມ ສ ງກະໂປ ໄດ ຮ ບການປ ບປ ງຢ າງບ ຢ ດຢ ງ ຫວຽດນາມ - ຈີນ ໄດ້ເຈລະຈາກ່ຽວກັບເຂດທະເລຢູ່ນອກອ່າວພາກເໜືອ

ຍສໝ - ສອງຝ່າຍໄດ້ເຫັນດີສືບຕໍ່ຊຸກຍູ້ການເຈລະຈາກໍານົດເຂດທະເລນອກອ່າວພາກເໜືອ ແລະ ການຮ່ວມມືພ້ອມກັນພັດທະນາຢູ່ທະເລຕາເວັນອອກ ໃຫ້ບັນລຸຄວາມຄືບໜ້າຖືກຕາມຂໍ້ກໍານົດຂອງກົດໝາຍສາກົນ.

ການພ ວພ ນຄ ຮ ວມມ ຍ ດທະສາດຫວຽດນາມ ສ ງກະໂປ ໄດ ຮ ບການປ ບປ ງຢ າງບ ຢ ດຢ ງ Gulf Today: ຫວຽດນາມກຳລັງນຳໜ້າ ໃນການເຕີບໂຕຂອງເສດຖະກິດ

ຍ​ສໝ - ຜູ້ອຳນວຍການ WB ປະຈຳຫວຽດນາມເນັ້ນໜັກ ວ່າການຄວບຄຸມໂລກລະບາດຢ່າງສຳເລັດຜົນໄດ້ຊ່ວຍໃຫ້ຫວຽດນາມກວມ​ເອົາ​ໄດ້​ສ່ວນໃຫຍ່​ຕະຫລາດການຄ້າໂລກ ແລະ ການລົງທືນໂດຍກົງຈາກຕ່າງປະເທດ (FDI) ໃນປີ 2020.

ການພ ວພ ນຄ ຮ ວມມ ຍ ດທະສາດຫວຽດນາມ ສ ງກະໂປ ໄດ ຮ ບການປ ບປ ງຢ າງບ ຢ ດຢ ງ ສະມາຄົມຫວຽດນາມ ໄທແຂວງດົ່ງນາຍໄດ້ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ II, ອາຍຸການ 2020 – 2025

ຍ​ສ​ໝ - ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ທີ່​ທ່ານ Apirat Sugondhabhirom ຫົວ​ໜ້າ​ກົງ​ສູນ​ໃຫຍ່ ລາ​ຊະ​ອາ​ນາ​ຈັກ​ໄທ​ປະ​ຈຳ​ໂຮ່​ຈີ​ມິນ, ທ່ານ ຫງວຽນ​ວຽດ​ລ​ວານ ເລ​ຂາ​ທິ​ການ​ສູນ​ກາງ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ, ທ່ານນາງ ເຈິ່ນ​ທິ​ທູ​ທຸ໊ຍ ຫົວ​ໜ້າ​ຫ້ອງວ່າ​ການ​ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ຫວຽດ​ນາມປະ​ຈຳ​ພາກ​ໃຕ້​ຫວຽດ​ນາມ…

ໄຊພອນ

ເຫດການ
302 Found

Found

The document has moved here.