ທ່ານ ນ​າ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສິງ​ກະ​ໂປ​

12:33 | 14/01/2021

ຍ​ສ​ໝ -  ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ​ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ​ ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ທ່ານ​ນາງ Catherine Wong ເອກ​ອັກ​ຄະ​ລັດ​ຖະ​ທູດ​ສິງ​ກະ​ໂປ​ເມື່ອ​ໄດ້ປະ​ຕິ​ບັດ​ສຳ​ເລັດ​ອາ​ຍຸ​ການ​ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ຂອງ​ຕົນ​ຢູ່​ຫວຽດ​ນາມ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ຮອບ​ດ້ານ ແລະ ມີ​ປະ​ສິດ​ທິ​ຜົນ.

ທ ານ ນ າ ຍ ກ ລ ດ ຖະ ມ ນ ຕ ຫງວຽນ ຊວ ນ ຟ ກ ໃຫ ການ ຕ ອນ ຮ ບ ທ ານ ເອກ ອ ກ ຄະ ລ ດ ຖະ ທ ດ ສ ງ ກະ ໂປ ລັດ​ຖະ​ມົນ​ຕີ ກະ​ຊວງ​ຕຳຫຼວດ​ຫວຽດ​ນາມ​ໃຫ້​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສິງ​ກະ​ໂປ​ປະ​ຈຳ​ຫວຽດ​ນາມ
ທ ານ ນ າ ຍ ກ ລ ດ ຖະ ມ ນ ຕ ຫງວຽນ ຊວ ນ ຟ ກ ໃຫ ການ ຕ ອນ ຮ ບ ທ ານ ເອກ ອ ກ ຄະ ລ ດ ຖະ ທ ດ ສ ງ ກະ ໂປ ນຳ​ສົ່ງ​ພົນ​ລະ​ເມືອງ ຫວຽດ​ນາມ ຈາກ​ອາ​ເມ​ລິ​ກາ ແລະ ສິງ​ກະ​ໂປ​ກັບ​ຄືນ​ປະ​ເທດ
ທ ານ ນ າ ຍ ກ ລ ດ ຖະ ມ ນ ຕ ຫງວຽນ ຊວ ນ ຟ ກ ໃຫ ການ ຕ ອນ ຮ ບ ທ ານ ເອກ ອ ກ ຄະ ລ ດ ຖະ ທ ດ ສ ງ ກະ ໂປ
ທ່ານ ນ​າ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ໃຫ້​ການ​ຕ້ອນ​ຮັບ​ ທ່ານ​ນາງ Catherine Wong ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສິງ​ກະ​ໂປ​ (ພາບ: TTXVN)

ຕອນ​ບ່າຍ​ວັນ​ທີ 13 ມັງ​ກອນ, ຢູ່​ສຳ​ນັກ​ງານ​ລັດ​ຖະ​ບານ, ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ​ ຫວຽດ​ນາມ ຫງວຽນ​ຊວັນ​ຟຸກ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ທ່ານ​ນາງ Catherine Wong ເອກ​ອັກ​ຄະ​ລັດ​ຖະ​ທູດ​ ສິງ​ກະ​ໂປ ປະ​ຈຳ​ຫວຽດ​ນາມ​ເຂົ້າ​ຢ້ຽມ​ອຳ​ລາ​ເນື່ອງ​ໃນ​ໂອ​ກາດ​ສິ້ນ​ສຸດ​ອາ​ຍຸດ​ການ​ປະ​ຕິ​ບັດວຽກ​ງານ​ທາງ​ການ​ທູດ​ຢູ່​ຫວຽດ​ນາມ.

ຕາງ​ໜ້າ​ໃຫ້​ລັດ​ຖະ​ບານ​ຫວຽດ​ນາມ, ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວັນ​ຟຸກ ​ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ທ່ານ​ນາງ Catherine Wong ເອກ​ອັກ​ຄະ​ລັດ​ຖະ​ທູດ​ສິງ​ກະ​ໂປ​ເມື່ອ​ໄດ້ປະ​ຕິ​ບັດ​ສຳ​ເລັດ​ອາ​ຍຸ​ການ​ປະ​ຕິ​ບັດ​ໜ້າ​ທີ່​ທາງ​ການ​ທູດ​ຂອງ​ຕົນ​ຢູ່​ຫວຽດ​ນາມ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ນັບ​ມື້​ນັບ​ຮອບ​ດ້ານ ແລະ ມີ​ປະ​ສິດ​ທິ​ຜົນ.

ໃນ​ອາ​ຍຸ​ການ​ຢູ່​ຫວຽດ​ນາມ, ທ່ານ​ນາງ Catherine Wong ໄດ້​ມີ​ບັນ​ດາ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ໃນ​ການ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ລະ​ຫວ່າງ​ສອງ​ຝ່າຍ.

ເມື່ອ​ສະ​ແດງ​ຄວາມ​ຂອບ​ອົກຂອບ​ໃຈ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ທີ່​ໄດ້​ສະ​ຫຼະ​ເວ​ລາ​ຕ້ອນ​ຮັບ, ທ່ານ​ນາງ Catherine Wong ໄດ້​ຢັ້ງ​ຢືນ​ວ່າ ຕົນ​ເອງ​ໄດ້​ມີ​ໄລ​ຍະ​ເວ​ລາ​ປະ​ຕິ​ບັດ​ວຽກ​ງານ​ທີ່​ດີ​ງາມ​ໃນ ກ່​ວາ 4 ປີ​ແຫ່ງ​ການ​ປະ​ຕິ​ບັດ​ໜ້າ​ທີ່​ທາງ​ກາ​ນ​ທູດ, ໃນ​ນັ້ນ ມີ​ພິ​ທີ​ສະ​ເຫຼີມ​ສະຫຼອງ 45 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ແລະ 5 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.

ເຖິງວ່າ​ຖືກ​ຜົນ​ສະ​ທ້ອນ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ແລະ ຈັດ​ກອງ​ປະ​ຊຸມ​ທາງ​ອອນ​ລາຍ ແຕ່​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ ຍັງ​ເພີ່ມ​ຂຶ້ນ​, ການ​ຮ່ວມ​ມື​ເສດ​ຖະ​ກິດ​ມີ​ການ​ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ, ສິງ​ກະ​ໂປ​ໄດ້​ນຳ​ໜ້າ​ໃນ​ການ​ລົງ​ທຶນ​ຢູ່ ຫວຽດ​ນາມ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ຜົນ​ງານ​ສຳ​ຄັນ​ໃນ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ ແລະ ພິ​ເສດ​ແມ່ນ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ບັນ​ດາ​ນັກ​ລົງ​ທຶນ​ສິງ​ກະ​ໂປ​ຕໍ່​ຫວຽດ​ນາມ.

ໂດຍ​ໃຫ້​ຂໍ​ສັງ​ເກດ​ວ່າ ຫວຽດ​ນາມ ແມ່ນ​ຕະຫຼາດ​ທີ່​ສຳ​ຄັນ​ຂອງ​ສິງ​ກະ​ໂປ, ປັດ​ຈຸ​ບັນ​ບັນ​ດາ​ນັກ​ລົງ​ທຶນ ສິງ​ກະ​ໂປ​ພວມ​ຊອກ​ຫາ​ກາ​ລະ​ໂອ​ກາດ​ເພື່ອ​ລົງ​ທຶນ​ຢູ່ ຫວຽດ​ນາມ, ເປັນ​ຕັ້ນ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ໃໝ່​ຄື​ການ​ປ່ຽນ​ແປງ​ໃໝ່​ປະ​ດິດ​ຄິດ​ສ້າງ, ນະ​ຄອນ​ອັດ​ສະ​ລິ​ຍະ​, Start up. ນີ້​ແມ່ນ​ບັນ​ດາ​ຂົງ​ເຂດ​ທີ່​ເໝາະ​ສົມ​ກັບ​ບຸ​ລິ​ມະ​ສິດ​ພັດ​ທະ​ນາ​ຂອງ​ລັດ​ຖະ​ບານ ຫວຽດ​ນາມ.

ໃນ​ການ​ຮ່ວມ​ມື​ສາ​ກົນ​, ຫວຽດ​ນາມ ແລະ ສິງ​ກະ​ໂປ​ບໍ່​ພຽງ​ແຕ່​ແມ່ນ​ຄູ່​ຮ່ວມ​ມື​ໃນ​ອາ​ຊຽນ​ເທົ່າ​ນັ້ນ ຫາກ​ຍັງ​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ ແລະ ພາກ​ພື້ນ​ອີກ​ດ້ວຍ.

ທ່ານ​ນາງ Catherine Wong ໄດ້​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຫວຽດ​ນາມ ທີ່​ໄດ້​ສຳ​ເລັດ​ໃນ​ຕຳ​ແໜ່ງ​ປະ​ທານ​ອາ​ຊຽນ 2020 ເຖິງວ່າ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ໂລກ​ລະ​ບາດ​ໂຄວິດ - 19, ບັນ​ດາ​ຂໍ້​ລິ​ເລີ່ມ​ຂອງ ຫວຽດ​ນາມ​ໄດ້​ປະ​ກອບ​ສ່ວນ​ສ້າງ​ການ​ເຊື່ອມ​ຕໍ່ ແລະ ການ​ຮ່ວມ​ມື​ໃນ​ອາ​ຊຽນ​ຢ່າງ​ແໜ້ນ​ແຟ້ນ.

ສ່ວນທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກເຖິງຜົນສຳເລັດ ໃນການພົວພັນທາງດ້ານການຄ້າ, ການລົງທຶນລະຫວ່າງ 2 ປະເທດ. ແຕ່ຕາມທ່ານແລ້ວ, ລະດັບການຮ່ວມມືນີ້ ຍັງບໍ່ທັນສົມກັບຄວາມສາມາດບົ່ມຊ້ອນເທື່ອ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຫວັງວ່າ 2 ຝ່າຍຈະຍູ້ແຮງການຮ່ວມມືໃນຫຼາຍຂົງເຂດ ແລະ ນັບມື້ນັບມີກຸ່ມບໍລິສັດເຕັກໂນໂລຢີຫຼາຍແຫ່ງຂອງສິງກະໂປມາຊອກຮູ້ ແລະ ລົງທຶນຢູ່ຫວຽດນາມ, ຜ່ານນັ້ນ ກໍເປັນການຮັກສາອັນດັບໜຶ່ງກ່ຽວກັບການລົງທຶນຢູ່ຫວຽດນາມຂອງສິງກະໂປ.

ດ້ວຍ​ພື້ນ​ຖານ​ການ​ສຶກ​ສາ​ທີ່​ມີ​ການ​ພັດ​ທະ​ນາ​ທີ່​ດີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫງວຽນ​ຊວັນ​ຟຸກ ຫວັງ​ວ່າ ​ສິງ​ກະ​ໂປ ຈະ​ຊ່ວຍ​ຍົກ​ສູງ​ຄຸນ​ນະ​ພາບ​ແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຂອງ ຫວຽດ​ນາມ. ທ່ານ​ກໍ່​ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ເມື່ອ​ສິງ​ກະ​ໂປ​ໄດ້​ໜູນ​ຊ່ວຍ​ຫວຽດ​ນາມ​ໃນ​ເຫດ​ໄພ​ນ້ຳ​ຖ້ວມ​ຢູ່​ພາກ​ກາງ​ທີ່​ຜ່ານ​ມາ.

ເນື່ອງໃນ​ໂອ​ກາດ​ປີ​ໃໝ່, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວັນ​ຟຸກ ໄດ້​ອວຍ​ພອນ​ ທ່ານ​ນາງ Catherine Wong ຈົ່ງ​ມີ​ສຸ​ຂະ​ພາບ​ທີ່​ເຂັ້ມ​ແຂງ ແລະ ຫວັງ​ວ່າ ໃນ​ຖາ​ນະ​ຕຳ​ແໜ່ງ​ໃດ​ກໍ່​ຕາມ ທ່ານ​ນາງ​ຍັງ​ສືບ​ຕໍ່​ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ພົວ​ພັນ​ຍຸດ​ທະ​ສາດ​ລະ​ຫວ່າງ ຫວຽດ​ນາມ ແລະ ສິງ​ກະ​ໂປ.

ທ ານ ນ າ ຍ ກ ລ ດ ຖະ ມ ນ ຕ ຫງວຽນ ຊວ ນ ຟ ກ ໃຫ ການ ຕ ອນ ຮ ບ ທ ານ ເອກ ອ ກ ຄະ ລ ດ ຖະ ທ ດ ສ ງ ກະ ໂປ ໜັງ​ສື​ພິມ ລັດ​ເຊຍ​ມີ​ຄວາມ​ປະ​ທັບ​ໃຈ​ຕໍ່​ຜົນ​ງານ​ດ້ານ​ເສດ​ຖະ​ກິດ ແລະ ການ​ທູດ ຂອງ ຫວຽດ​ນາມ

ຍ​ສ​ໝ - ຕາມ​ບົດ​ຂຽນ, ໃນ​ຈໍາ​ນວນ 30 ປະ​ເທດ​ທີ່​ມີ​ການ​ເຕີບ​ໂຕຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ (GDP) ມີ​ຜົນ​ເປັນ​ບວກ​ໃນ​ປີ 2020, ຫວຽດ​ນາມ ພວມ​ພົ້ນ​ເດັ່ນ​ຂຶ້ນ​ດ້ວຍ​ລະ​ດັບ​ການ​ເຕີບ​ໂຕ​ເພີ່ມ​ຂຶ້ນ 2,9 %. ວົງ​ການ​ການ​ຄ້າ​ຂອງ ຫວຽດ​ນາມ​ໃນ​ໄລ​ຍະ​ແຕ່​ເດືອນ 1 – 11 ປີ 2020 ກໍ່​ເພີ່ມ​ຂຶ້ນ 3,6% ເມື່ອ​ທຽບ​ໃສ່​ກັບ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍນີ້, ບັນ​ລຸ​ໄດ້ 490 ຕື້ ...

ທ ານ ນ າ ຍ ກ ລ ດ ຖະ ມ ນ ຕ ຫງວຽນ ຊວ ນ ຟ ກ ໃຫ ການ ຕ ອນ ຮ ບ ທ ານ ເອກ ອ ກ ຄະ ລ ດ ຖະ ທ ດ ສ ງ ກະ ໂປ ທ່ານ​ເລ​ຂາ​ທິ​ການ​ໃຫຍ່​ສົ່ງ​ສານອວຍ​ພອນ​ວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ ຫວຽດ​ນາມ ແລະ ກູ​ເວດ

ຍ​ສ​ໝ - ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ ຫວຽດນາມ ຫງວຽນ​ຊວັນ​ຟຸກ​ ໄດ້​ສົ່ງ​ສານອວຍ​ພອນ​ວັນ​ຊາດ​ໄປ​ຍັງ​ທ່ານ ນາ​ຍົກ​ລັດ​ຖະ​ມົນ​ຕີ ກູ​ເວດ Al-Khalid Al-Hamad Al-Sabah.

ທ ານ ນ າ ຍ ກ ລ ດ ຖະ ມ ນ ຕ ຫງວຽນ ຊວ ນ ຟ ກ ໃຫ ການ ຕ ອນ ຮ ບ ທ ານ ເອກ ອ ກ ຄະ ລ ດ ຖະ ທ ດ ສ ງ ກະ ໂປ ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ Ted Yoho ສະ​ມາ​ຊິກ​ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ

ຍ​ສ​ໝ - ​ທ່ານ ເອກ​ອັກ​ຄະລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ອາ​ເມ​ລິ​ກາ ຮ່າ​ກິມງອກ ໄດ້​ຢັ້ງ​ຢື​ນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ​ພວມ​ພັດ​ທະ​ນາ​ຢ່າງ​ດີ​ງາມ, ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ​ຂອງ​ເພື່ອ​ນ​ມິດ, ຄູ່​ຮ່ວມ​ມືສະ​ໜິດ​ສະ​ໜົມ​ຂອງ​ຫວຽດ​ນາມ​ຄື​ທ່ານ ສະ​ມາ​ຊິກ​ສະ​ພາ​ຕ່ຳ Yoho.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.