ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ Ted Yoho ສະ​ມາ​ຊິກ​ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ

15:00 | 10/01/2021

ຍ​ສ​ໝ - ​ທ່ານ ເອກ​ອັກ​ຄະລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ອາ​ເມ​ລິ​ກາ ຮ່າ​ກິມງອກ ໄດ້​ຢັ້ງ​ຢື​ນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ​ພວມ​ພັດ​ທະ​ນາ​ຢ່າງ​ດີ​ງາມ, ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ​ຂອງ​ເພື່ອ​ນ​ມິດ, ຄູ່​ຮ່ວມ​ມືສະ​ໜິດ​ສະ​ໜົມ​ຂອງ​ຫວຽດ​ນາມ​ຄື​ທ່ານ ສະ​ມາ​ຊິກ​ສະ​ພາ​ຕ່ຳ Yoho.

ສະ​ມາ​ຊິກ​ສາ​ຂາ​ສະ​ມາ​ຄົມ​​ຕິດ​ຕໍ່ພົວ​ພັນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອາ​ເມ​ລິ​ກາ ແຂວງ​ຫ໋າຍ​ຝ່ອງ ປະ​ກອບ​ຄຳ​ເຫັນ​ເພື່ອ​ສ້າງ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ
ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo
ເອກ​ອັກ​ຄະ​ລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ອາ​ເມ​ລິ​ກາ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ Ted Yoho ສະ​ມາ​ຊິກ​ສະ​ພາ​ຕ່ຳ​ອາ​ເມ​ລິ​ກາ
ທ່ານເອກ​ອັກ​ຄະລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ອາ​ເມ​ລິ​ກາ ຮ່າ​ກິມງອກ ແລະ ທ່ານສະ​ມາ​ຊິກ​ສະ​ພາ​ຕ່ຳ Yoho, ສະ​ມາ​ຊິກ​ຂັ້ນ​ສູງ​ຂອງ​ອາ​ນຸ​ຄະ​ນະ ອາ​ຊີ - ປາ​ຊີ​ຟິກ (ພາບ: TTXVN)

ໃນ​ອາ​ທິດ​ຜ່ານ​ມາ, ທ່ານເອກ​ອັກ​ຄະລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ ​ອາ​ເມ​ລິ​ກາ ຮ່າ​ກິມງອກ ໄດ້​ມີ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ ສະ​ມາ​ຊິກ​ສະ​ພາ​ຕ່ຳ Yoho, ສະ​ມາ​ຊິກ​ຂັ້ນ​ສູງ​ຂອງ​ອາ​ນຸ​ຄະ​ນະ ອາ​ຊີ - ປາ​ຊີ​ຟິກ ແລະ ຕ້ານ​ການ​ແຜ່​ອາ​ວຸດ​ນິ​ເຄຼຍ, ຄະ​ນະ​ກຳ​ມະ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສະ​ພາ​ຕ່ຳ​ຊຸ​ດ​ທີ 116, ເນື່ອງ​ໃນ​ໂອ​ກາດ​ທ່ານ ສິ້ນ​ສຸດ​ອາ​ຍຸ​ການ​ຂອງ​ຕົນ​ຢູ່​ສະ​ພາ​ຕ່ຳ.

ຕາມ​ນັກ​ຂ່າວ, ສຳ​ນັກ​ຂ່າວ​ສານ ປະ​ຈຳ ວໍ​ຊິງ​ຕັນ​ແລ້ວ, ໃນ​ການ​ໂອ້​ລົມ​ທາງ​ໂທ​ລະ​ສັບ, ທ່ານ​ເອກ​ອັກ​ຄັດ​ລັດ​ຖະ​ທູດ ຮ່າ​ກິມງອກ ໄດ້​ສະ​ແດງ​ຄວາມ​ຂອບ​ໃຈ ແລະ ຕີ​ລາ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງ​ທ່ານ ສະ​ມາ​ຊິກ​ສະ​ພາ​ຕ່ຳ Yoho ຕໍ່​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ອາ​ເມ​ລິ​ກາ​ໃນ​ໄລ​ຍະ​ທີ່​ຜ່ານ​ມາ.

ທ່ານ ເອກ​ອັກ​ຄະລັດ​ຖະ​ທູດ ຫວຽດ​ນາມ ປະ​ຈຳ​ ອາ​ເມ​ລິ​ກາ ຮ່າ​ກິມງອກ ໄດ້​ຢັ້ງ​ຢື​ນ​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ອາ​ເມ​ລິ​ກາ​ພວມ​ພັດ​ທະ​ນາ​ຢ່າງ​ດີ​ງາມ, ດ້ວຍ​ນ້ຳ​ໃຈ​ມິດ​ຕະ​ພາບ​ຂອງ​ເພື່ອ​ນ​ມິດ, ຄູ່​ຮ່ວມ​ມືສະ​ໜິດ​ສະ​ໜົມ​ຂອງ​ຫວຽດ​ນາມ​ຄື​ທ່ານ ສະ​ມາ​ຊິກ​ສະ​ພາ​ຕ່ຳ Yoho.

ທ່ານ​ກໍ່​ສະ​ແດງ​ຄວາມ​ຂອບ​ອົບ​ຂອ​ບ​ໃຈ​ຕໍ່​ທ່ານ Yoho ທີ່​ໄດ້​ເຂົ້າ​ຮ່ວມ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນ​ງານ​ຂອງ​ບັນ​ດາ​ເຫດ​ການ​ສະເຫຼີມ​ສະຫຼອງ 25 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ລະ​ຫວ່າງ​ສອງ​ປະ​ເທດ (1995 - 2020).

ທ່ານ​ກໍ່​ສະ​ແດງ​ຄວາມ​ຫວັງ​ວ່າ​ໃນ​ຖາ​ນະ​ຕຳ​ແໜ່ງ​ໃໝ່, ທ່ານ Ted Yoho ຈະ​ສືບ​ຕໍ່​ປະ​ກອບ​ສ່ວນ, ຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື​ໃນ​ຫຼາຍ​ດ້ານ​ລະ​ຫວ່າ​ງ​ສອງ​ປະ​ເທດ.

ໃນ​ໂອ​ກາດນີ້, ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ຮ່າ​ກິມງອກ ​ໄດ້​ສະ​ເໜີ​ໃຫ້​ທ່ານ Ted Yoho ດ້ວຍ​ອິດ​ທິ​ພົນ​ຊື່​ສຽງ ຂອງ​ຕົນ​ສືບ​ຕໍ່​ສະ​ໜັບ​ສະ​ໜູນ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ເພື່ອ​ແນ​ໃສ່​ແກ້​ໄຂ​ຢ່າງ​ສົມ​ເຫດ​ສົມ​ຜົນ, ມີ​ສະ​ເໝີ​ພາບ ແລະ ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ໃນ​ການ​ສືບ​ສວນ​ກ່ຽວ​ກັບ​ນະ​ໂຍ​ບາຍ​ເງິນ​ຕາ ແລະ ໄມ​ຕາມ​ມາດ​ຕ​າ​ເລກ​ທີ 301 ເຊິ່ງ ຕາງ​ໜ້າ​ການ​ຄ້າ ອາ​ເມ​ລິ​ກາ​ພວມ​ດຳ​ເນີນ​ກັບ​ຫວຽດ​ນາມ.

ສ່ວນ​ທ່ານ Ted Yolo ໄດ້​ສະ​ແດງ​ນ້ຳ​ໃຈ​ພິ​ເສດ​ທີ່​ສະ​ຫງວນ​ໃຫ້​ແກ່​ປະ​ເທດ ແລະ ຊາວ ຫວຽດ​ນາມ, ທ່ານ​ເນັ້ນ​ໜັ້ກ​ວ່າ ຮູ້​ສຶກ​ເຄົາ​ລົບ​ຕໍ່​ບັນ​ດາ​ໝາກ​ຜົນ​ເຊິ່ງ​ຫວຽດ​ນາມ​ບັນ​ລຸ​ໄດ້​ໃນ​ໄລ​ຍ​ະ​ທີ່​ຜ່ານ​ມາ.

ທ່ານ​ຢັ້ງ​ຢືນ​ວ່າ​ສືບ​ຕໍ່​ປະ​ກອບ​ສ່ວນ​ໃຫ້​ແກ່​ການ​ພົວ​ພັນ ຫວຽດ​ນາມ ອາ​ເມ​ລິ​ກາ, ພິ​ເສດ​ແມ່ນ​ໃນ​ບັນ​ດາ​ຂົງ​ເຂດ​ຄື​ກາ​ນ​ຮ່ວມ​ມື​ເສດ​ຖະ​ກິດ, ກະ​ສິ​ກຳ… ທ່ານ Yalo ກໍ່​ໃຫ້​ຄຳ​ໝັ້ນ​ສັ​ນ​ຍາ​ຈະ​ສືບ​ຕໍ່​ແລກ​ປ່ຽນ​ກັບ​ບັນ​ດາ​ອົງ​ການ​ທີ່​ກ່ຽວ​ຂ້ອງ​ຂອງອ​າ​ເມ​ລິ​ກາ​ເພື່​ອ​ຮັບ​ປະ​ກັນ​ວິ​ທີ​ການ​ທີ່​ຕັ້ງ​ໜ້າ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ສືບ​ສວນ​ຕາ​ມ​ມາດ​ຕາ​ເລກ​ທີ 301.

ສະ​ມາ​ຊິກ​ສາ​ຂາ​ສະ​ມາ​ຄົມ​​ຕິດ​ຕໍ່ພົວ​ພັນ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ອາ​ເມ​ລິ​ກາ ແຂວງ​ຫ໋າຍ​ຝ່ອງ ປະ​ກອບ​ຄຳ​ເຫັນ​ເພື່ອ​ສ້າງ​ການ​ເຄື່ອນ​ໄຫວ​ຂອງ​ສະ​ມາ​ຄົມ

ຍ​ສ​ໝ - ເຂົ້າ​ຮ່ວມ​ມີ​ການ​ນຳ​ສະ​ມາ​ຄົມ​​ຕິດ​ຕໍ່ພົວ​ພັນ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ ແຂວງ​ຫ໋າຍ​ຝ່ອງ, ຫ້ອງວ່າ​ການ​ສະ​ມາ​ຄົມ, ມະ​ໂມ​ສົນ​ບົດ​ກ້ອນ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ຕ່າງ​ປະ​ເທດ, ຄະ​ນະ​ບໍ​ລິ​ຫານ​ສາ​ຂະ​ສະ​ມາ​ຄົມ​ຕິດ​ຕໍ່ພົວ​ພັນ​ຊາວ​ຫວຽດ​ນາມ​ອາ​ໄສ​ຢູ່​ອາ​ເມ​ລິ​ກາ​ພ້ອມ​ກັບ​ສະ​ມາ​ຊິກ​ຂອງ​ສາ​ຂາ​ສະ​ມາ​ຄົມ.

ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ໂອ້ລົມທາງໂທລະສັບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo

ຍ​ສ​ໝ - ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ ຟ້າມບິ່ງມິນ ແລະ ທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Mike Pompeo ໄດ້ຕີລາຄາສູງຕໍ່ການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງກະຊວງການຕ່າງປະເທດສອງປະເທດໃນໄລຍະຜ່ານມາ, ປະກອບສ່ວນຮັກສາທ່ວງທ່າພັດທະນາ ແລະ ຊຸກຍູ້ການພົວພັນຄູ່ຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ອາເມລິກາ ນັບມື້ນັບພັດທະນາຢ່າງເລິກເຊິ່ງ.

ຫວຽດ​ນາມ ສົ່ງ​ເສີມ ກຸ້ງ 160 ໂຕນ​ໄປ​ຍັງ EU, ອາ​ເມ​ລິ​ກາ ແລະ ຍີ່​ປຸ່ນ ໃນ​ຕົ້ນ​ປີ 2021

ຍ​ສ​ໝ - ກຸ່ມ​ບໍ​ລິ​ສັດ​ສິນ​ໃນ​ນ້ຳ​ຟຸ​ມິງ​ ໃນຫຼາຍ​ປີ​ຜ່ານ​ມາ ໄດ້​ປະ​ກອບ​ສ່ວນຫຼາຍ​ໝາ​ກ​ຜົນ​ສຳ​ຄັນ​ໃຫ້​ແກ່​ໝາກ​ຜົນ​ລວມ​ຂອງ​ຂະ​ແໜງ. ກຸ່ມ​ບໍ​ລິ​ສັດ​ໄດ້​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກຫຼາຍ​ຢ່າງ ເພື່ອ​ຈັດ​ຕັ້ງ​ການ​ຜະ​ລິດ​ດ້ວຍຍອດ​ປະ​ລິ​ມານ​ກຸ່ມ​ປຸງ​ແຕ່ງ​ສົ່ງ​ອອກ​ບັນ​ລຸ 55.000 ໂຕນ, ວົງ​ເງິນ​ການ​ສົ່ງ​ອອກ​ບັນ​ລຸ 580 ລ້ານ USD, ແກ້​ໄຂ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ຜູ້​ອອກ​ແຮງ​ງານ 5000 ຄົນ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.