ປັດຈຸບັນ ຫວຽດນາມ ຢືນອັນດັບທີ 3 ໃນໂລກ ກ່ຽວກັບດັດຊະນີແງ່ຫວັງເສດຖະກິດ

06:38 | 09/01/2021

ຍສໝ - ຕາມຜົນການສຳຫຼວດຂອງສະຫະສະມາຄົມຄົ້ນຄວ້າສາກົນ Gallup International ແລ້ວ, ປັດຈຸບັນ  ຫວຽດນາມ ຢືນອັນດັບທີ 3 ໃນໂລກ ກ່ຽວກັບດັດຊະນີແງ່ຫວັງເສດຖະກິດ.

ການສົ່ງອອກເຂົ້າສານຂອງຫວຽດນາມ ໃນປີ 2020 ບັນລຸ 6,15 ລ້ານໂຕນ, ລວມມູນຄ່າປະມານ 3,07 ຕື້ໂດລາສະຫະລັດ ການສົ່ງອອກເຂົ້າສານຂອງຫວຽດນາມ ໃນປີ 2020 ບັນລຸ 6,15 ລ້ານໂຕນ, ລວມມູນຄ່າປະມານ 3,07 ຕື້ໂດລາສະຫະລັດ
ໂຮງໝໍກາງສະໜາມ ຂອງຫວຽດນາມ ໄດ້ຮັບໜ້າທີ່ແທດຈິງທີ່ສຸດເມື່ອໜູນຊ່ວຍໃຫ້ປະຊາຊົນຊູດັງໃຕ້ ໂຮງໝໍກາງສະໜາມ ຂອງຫວຽດນາມ ໄດ້ຮັບໜ້າທີ່ແທດຈິງທີ່ສຸດເມື່ອໜູນຊ່ວຍໃຫ້ປະຊາຊົນຊູດັງໃຕ້
ປັດຈຸບັນ  ຫວຽດນາມ ຢືນອັນດັບທີ 3 ໃນໂລກ ກ່ຽວກັບດັດຊະນີແງ່ຫວັງເສດຖະກິດ
ພາບປະກອບ

ຜົນການສຳຫຼວດຂອງສະຫະສະມາຄົມຄົ້ນຄວ້າສາກົນ Gallup International ໃຫ້ຮູ້ວ່າ, ປັດຈຸບັນ ຫວຽດນາມ ຢືນອັນດັບທີ 3 ໃນໂລກ ກ່ຽວກັບດັດຊະນີ, ຖັດຈາກ ນີຊີເຣຍ 58% ແລະ ອາແຊັກໄບຢານ. ກໍຕາມຜົນການສຳຫຼວດນີ້, ດັດຊະນີແງ່ຫວັງເສດຖະກິດຂອງປະຊາຊົນ ລັດເຊຍ ໃນປີ 2020 ຖືກຫຼຸດລົງລະດັບ - 41%. ການສຳຫຼວດດັ່ງກ່າວຖືກປະຕິບັດກັບປະຊາຊົນ 38.000 ຄົນ ຢູ່ 41 ປະເທດໃນໂລກ, ຕາມນັ້ນແລ້ວ 47% ຈຳນວນຜູ້ຖືກຖາມ ຖືວ່າ ປີ 2021 ຈະແມ່ນປີທີ່ພື້ນຖານເສດຖະກິດປະສົບກັບຄວາມຫຍຸ້ງຍາກ.

ນອກຈາກນັ້ນ, ທະນາຄານ​ໂລກ ​ຄາດ​ການ ​ເສດຖະກິດ​ໂລກ ຈະເຕີບ​ໂຕ​ລະດັບ 4% ​ໃນ​ປີ 2021.ດັ່ງນັ້ນ ​ເພື່ອ​ສະໜັບ ສະໜູນ​ ການ​ຟື້ນ​ຕົວ​ ທາງ​ເສດຖະກິດ ຕ້ອງ​ປັບປຸງ ດ້ານນະ​ໂຍບາຍ ​ເປັນອັນ​ດັບ ​ທຳ​ອິດ​ ຂອງ​ລະບົບ ​ເສດຖະກິດ ​ໂດຍ​ສະ​ເພາະ ການ​ຄວບ​ຄຸມ ພະຍາດ​ໂຄ​ວິດ-19 ບໍ່​ໃຫ້​ແຜ່​ ລະບາດ​ຕໍ່​ໄປ ລວມທັງ​ ຮັບປະກັນ ການ​ໃຊ້​ວັກ​ຊິນ ຢ່າງ​ວອງ​ໄວ ​ແລະ ​​ເປັນ​ວົງ​ກວ້າງ ພ້ອມ​ທັງ ​ປະຕິ​ຮູບ ການ​ລົງທຶນ ​ໃຫ້​ດີ​ຂຶ້ນ ​ກວ່າ​ເກົ່າ.

ຫວຽດນາມ ແລະ ມາເລເຊຍ ຈະບັນລຸລະດັບເຕີບໂຕສູງສຸດໃນພາກພື້ນ ແມ່ນ 6,7%; ໃນຂະນະ ທີ່ອິນໂດເນເຊຍ - ເຊິ່ງເປັນພື້ນຖານເສດຖະກິດໃຫຍ່ທີ່ສຸດໃນພາກພື້ນ ຈະມີການເຕີບໂຕປະມານ 4,4%. ບັນດາພື້ນຖານເສດຖະກິດທີ່ພວມປະເຊີນໜ້າກັບສະພາບການຜັນແປສັບສົນຂອງໂລກລະບາດໂຄວິດ - 19 ຄື ຟີລິບປິນ, ໄທ ແລະ ມຽນມາ ຈະມີການເຕີບໂຕຕາມລຳດັບ 5,9%, 4% ແລະ 2%.

ລັດຖະບານ ຫວຽດນາມ ກຳນົດທິດນຳການເຄື່ອນໄຫວປີ 2021 ແມ່ນ “ສາມັກຄີ, ມີລະບຽບວິໄນ, ປ່ຽນແປງໃໝ່, ມີຫົວຄິດປະດິດສ້າງ, ມີຄວາມໄຝ່ຝັນພັດທະນາ” ດ້ວຍ 8 ຄຳຊີ້ນຳບໍລິຫານຈຸດສຸມ. ລັດຖະບານ ຫວຽດນາມ ຈະສືບຕໍ່ປະຕິບັດເປົ້າໝາຍຄວບຄູ່ ທັງປ້ອງກັນ, ສະກັດກັ້ນໂລກລະບາດ, ປົກປັກຮັກສາສຸຂະພາບຂອງປະຊາຊົນ, ທັງຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມ ຢ່າງຂ້ຽວຂາດ, ມີໄຫວພິບ ແລະ ມີປະສິດທິຜົນ; ສືບຕໍ່ຍົກສູງ ແລະ ສ້າງລະບອບລະບຽບການເສດຖະກິດການຕະຫຼາດໃຫ້ສົມບູນແບບ ມຸ່ງໄປສູ່ສັງຄົມນິຍົມຢ່າງຄົບຖ້ວນ, ຄົບຊຸດ, ທັນສະໄໝ, ເຊື່ອມໂຍງ; ສ້າງລະບົບໂຄງປະກອບພື້ນຖານໂຄງລ່າງເສດຖະກິດ, ສັງຄົມໃຫ້ຄົບຊຸດ, ທັນສະໄໝ; ພັດທະນາພື້ນຖານໂຄງລ່າງດີຈີຕອນຢ່າງແຮງ ແລະ ຄົບຊຸດ, ສ້າງພື້ນຖານພັດທະນາເສດຖະກິດດີຈີຕອນ, ສັງຄົມດີຈີຕອນ.

ເພື່ມທະວີການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ອົດສະຕາລີ ເພື່ມທະວີການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ ອົດສະຕາລີ

ຍສໝ - ການພົວພັນຮ່ວມມືລະຫວ່າງຫວຽດນາມ ກັບບັນດາປະເທດໃກ້ຄຽງ, ປະເທດເພື່ອນມິດທີ່ເປັນມູນເຊື້ອ ແລະປະເທດຄູ່ຮ່ວມມື, ໃນນັ້ນມີອົດສະຕາລີ ນັບມື້ໄດ້ຮັບການປັບປຸງ ແລະພັດທະນາຢ່າງບໍ່ຢຸດຢັ້ງ.

ເພີ່ມທະວີການປ້ອງກັນ ແລະ ຄວບຄຸມ COVID-19 ເພື່ອຮັບປະກັນໃຫ້ປະຊາຊົນສະຫຼອງບຸນປີໃໝ່ຢ່າງປອດໄພ ເພີ່ມທະວີການປ້ອງກັນ ແລະ ຄວບຄຸມ COVID-19 ເພື່ອຮັບປະກັນໃຫ້ປະຊາຊົນສະຫຼອງບຸນປີໃໝ່ຢ່າງປອດໄພ

ຍສໝ - ນີ້ແມ່ນເນື້ອໃນຕົ້ນຕໍທີ່ໄດ້ຍົກອອກ ໃນຄຳສັ່ງເລກທີ 01/CT-TTg ກ່ຽວກັບການເພີ່ມທະວີການປ້ອງກັນ ແລະ ຕ້ານພະຍາດ COVID-19 ທີ່ໄດ້ລົງນາມໂດຍນາຍົກລັດຖະມົນຕີຫງວຽນຊວນຟຸກ ໃນວັນທີ 5 ມັງກອນນີ້.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຫງວຽນ​ຊວັນ​ຟຸກ: ​ມາ​ນະ​ຍາ​ພະ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ ຫວຽດ​ນາມ​ທີ່​ມີ​ຄວາມ​ປອດ​ໄພ​ຕໍ່​ໂລກ​ລະ​ບາດ​ໂຄວິດ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຫງວຽນ​ຊວັນ​ຟຸກ: ​ມາ​ນະ​ຍາ​ພະ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ ຫວຽດ​ນາມ​ທີ່​ມີ​ຄວາມ​ປອດ​ໄພ​ຕໍ່​ໂລກ​ລະ​ບາດ​ໂຄວິດ

ຍ​ສ​ໝ - ທີ່ກອງ​ປະ​ຊຸມ, ທ່ານ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ​ໄດ້​ເນັ້ນ​ໜັກ​ວ່າ ປີ 2020 ແມ່ນ​ປີ ທີ່​ຖັນ​ແຖວ​ພະ​ນັກ​ງານ​ຂະແໜງສາທາລະນະສຸກ ​ໄດ້​ມາ​ນະ​ພະ​ຍາ​ຍາມສູ້​ຊົນ, ໂດຍສະເພາະແມ່ນຜູ້ທີ່ເຂົ້າຮ່ວມວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19, ດ້ວຍຈິດໃຈບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລຳບາກ, ພ້ອມແລ້ວທີ່ຈະເສຍສະຫຼະ, ອຸທິດສ່ວນ… ປະກອບສ່ວນສຳຄັນເຂົ້າໃນໜ້າທີ່ຮັກສາສຸຂະພາບ, ປົກປ້ອງຊີວິດປະຊາຊົນເວົ້າສະເພາະ ແລະ ພັດທະນາເສດຖະກິດ - ສັງຄົມ ຂອງປະເທດຊາດ ເວົ້າລວມ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.