ຮັກ​ສາ, ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພ​າບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ລະ​ຫວ່າງ ຫວຽດ​ນາມ - ກູ​ບາ

15:57 | 07/01/2021

ຍ​ສ​ໝ - ທ່ານ​ນາງ Indira Lopez Arguelles ຢັ້ງ​ຢືນ​ວ່າ, ກົງ​ສູນ​ໃຫຍ່ ກູ​ບາ​ປະ​ຈຳ​ນະ​ຄອນ​ໂຮ່​ຈີ​ມິນ​ຈະ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ກູ​ບາ ແລະ ປະ​ຊາ​ຊົນ​ຫວຽດ​ນາມ.

ຮ ກ ສາ ຊ ກ ຍ ການ ພ ວ ພ ນ ມ ດ ຕະ ພ າບ ທ ເປ ນ ມ ນ ເຊ ອ ແບບ ພ ເສດ ລະ ຫວ າງ ຫວຽດ ນາມ ກ ບາ ເພີ່ມທະວີການເພີ່ມ​ບູນ​ຄູນສ້າງມິດຕະພາບ, ພັດທະນາກາລະໂອກາດຮ່ວມ​ມືລົງທຶນລະຫວ່າງຫວຽດນາມ ແລະກູບາ
ຮ ກ ສາ ຊ ກ ຍ ການ ພ ວ ພ ນ ມ ດ ຕະ ພ າບ ທ ເປ ນ ມ ນ ເຊ ອ ແບບ ພ ເສດ ລະ ຫວ າງ ຫວຽດ ນາມ ກ ບາ ກູບາ ສະເຫຼີມສະຫຼອງ 60 ປີ ແຫ່ງການພົວພັນທາງການທູດກັບຫວຽດນາມ
ຮ ກ ສາ ຊ ກ ຍ ການ ພ ວ ພ ນ ມ ດ ຕະ ພ າບ ທ ເປ ນ ມ ນ ເຊ ອ ແບບ ພ ເສດ ລະ ຫວ າງ ຫວຽດ ນາມ ກ ບາ
ທ່ານ​ນາງ Indira Lopez Arguelles ຫົວ​ໜ້າ​ກົງ​ສູນ​ໃຫຍ່ ສາ​ທາ​ລະ​ນະ​ລັດ​ກູ​ບາ​ ປະ​ຈຳ ​ນະ​ຄອນ​ໂຮ່​ຈີ​ມິນ ກ່າວ​ຄຳ​ເຫັນ​ທີ່​ພິ​ທີ (ພາບ: TTXVN)

ວັ​ນ​ທີ 6 ມັງ​ກອ​ນ, ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ຈັດ​ຕັ້ງ​ການ​ພົບ​ປະ​ເພື່ອ​ສະ​ເຫຼີມ​ສະຫຼອງ 62 ປີ​ແຫ່ງວັນ​ຊາດ ສາ​ທາ​ລະ​ນະ​ລັດ ກູ​ບາ (1ມັງ​ກອນ 1959 – 1 ມັງ​ກອນ 2021).

ທ່ານ​ນາງ Indira Lopez Arguelles ຫົວ​ໜ້າ​ກົງ​ສູນ​ໃຫຍ່ ສາ​ທາ​ລະ​ນະ​ລັດ​ກູ​ບາ​ປະ​ຈຳ​ນະ​ຄອນ​ໂຮ່​ຈີ​ມິນ, ຜູ້​ຕາງ​ໜ້າ​ສະ​ມາ​ຄົມ​ນັກ​ຮົບ​ເກົ່າ ແລະ ບາງ​ພະ​ແນກ, ຂະ​ແໜງ​ການ​ຂອງ​ນະ​ຄອນ​ໂຮ່​ຈີ​ມິນ ແລະ ຕາງ​ໜ້າ​ປະ​ຊາ​ຄົມ​ຊາວ​ກູ​ບາ​ອາ​ໄສ​ແລະ​ດຳ​ລົງ​ຊີ​ວິດ, ເຮັດ​ວຽກ, ຮ່ຳ​ຮຽນ​ຢູ່​ນະ​ຄອນ​ໂຮ່​ຈີ​ມິນ​ພ້ອມ​ກັນ​ເຂົ້າ​ຮ່ວມ​ພິ​ທີ.

ອວຍ​ພອນ​ວັນ​ຊາດ ກູ​ບາ, ທ່ານ​ນາງ ເຈືອງ​ທິ​ຮ່ຽນ, ປະ​ທານ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ ກູ​ບາ ນະ​ຄອນ​ໂຮ່​ຈີ​ມິນ​ໄດ້​ເນັ້ນ​ໜັກ​ວ່າ, ກ່​ວາ 50 ປີ​ທີ່​ຜ່ານ​ມາ ດ້ວຍ​ການ​ຜັນ​ປ່ຽນຫຼາຍ​ຢ່າງ ແຕ່​ການ​ພົວ​ພັນ​ຊື່​ສັດບໍ​ລິ​ສຸດ ສະ​ໜິດ​ຕິ​ພັນ​ລະ​ຫວ່າງ ຫວຽດ​ນາມ ແລະ ກູ​ລາ ນັບ​ມື້​ນັບ​ໝັ້ນ​ຄົງ​ເຂັ້ມ​ແຂງ, ເລິກ​ເຊິ່ງ ແລະ ອົບ​ອຸ່ນ​ກ່​ວາ​ເກົ່າ. ເຖິງວ່າ​ຫາງ​ຈາກ​ກັນ​ດ້ານ​ພູ​ມີ​ປະ​ເທດ​ກໍ່​ຕາມ ແຕ່​ຫວຽດ​ນາມ ແລະ ກູ​ບາ​ຍັງ​ໃກ້​ຊິດ​ກັນ​ດ້ວຍ​ແນວ​ຄິດ ແລະ ສາຍ​ໃຈ​ຂອງ​ສອງ​ຊາດ ເຊິ່ງ​ສັນ​ຍາ​ລັກ​ຢ່າງ​ ລະ​ອ​ຽດ​ນັ້ນ​ແມ່ນ​ຮູບ​ກາບ​ຂອງ​ການ​ນຳ​ປະ​ທານ​ໂຮ່​ຈີ​ມິນ ແລະ ປ​ະ​ທານ Fidel Castro.

ຕາມ​ທ່ານ​ນາງ ເຈືອງ​ທິງ​ຮ່ຽນ​ແລ້ວ, ປັດ​ຈຸ​ບັນ, ການ​ພົວ​ພັນ​ສາ​ມັກ​ຄີ, ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມື​ຮອບ​ດ້ານ​ລະ​ຫວ່າງ ຫວຽດ​ນາມ - ກູ​ບາ​ໄດ້​ຮັບ​ການ​ປັບ​ປຸງ ແລະ ພັດ​ທະ​ນາ​ຢ່າງ​ບໍ່​ຢຸດ​ຢັ້ງ​ໃນ​ທຸກ​ຂົງ​ເຂດ​ດ້ວຍ​ບັນ​ດາ​ໝາກ​ຜົນ​ທີ່​ເປັນ​ໜ້າ​ຊື່ນ​ຊົ​ມ. ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ນະ​ຄອນ​ໂຮ່​ຈີ​ມິນ, ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກູ​ບາ ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ໃນ​ປີ 2021 ຈະ​ສືບ​ຕໍ່​ສົມ​ທົບ​ກັບ​ກົງ​ສູນ​ໃຫຍ່​ກູ​ບາ​ປະ​ຈຳ ນະ​ຄອນ​ໂຮ່​ຈີ​ມິນ​ຢ່າງ​ແໜ້ນ​ແຟ້ນ​ເພື່​ອ​ຈັດ​ຕັ້ງ​ບັນ​ດາ​ເຫດ​ການ​ມິດ​ຕະ​ພາບ, ວັດ​ທະ​ນະ​ທຳ, ການ​ສະ​ແດງ​ສິ​ລະ​ປະ, ການ​ພົວ​ພັນ​ປະ​ຊາ​ຊົນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສືບ​ຕໍ່​ປັບ​ປຸງ, ເພີ່ມ​ທະ​ວີ​ແລະ ພັດ​ທະ​ນາ​ການ​ພົວ​ພັນ​ສາ​ມັກ​ຄີ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ພິ​ເສດ​ລະ​ຫວ່າງ​ປະ​ຊາ​ຊົນ​ຫວຽດ​ນາມ ແລະ ປະ​ຊາ​ຊົນ​ກູ​ບາ.

ໂດຍ​ຂອບ​ໃຈ​ສະ​ຫະ​ສະ​ມາ​ຄົມ​ບັນ​ດາ​ອົງ​ການ​ມິດ​ຕະ​ພາບ​ນະ​ຄອນ​ໂຮ່​ຈີ​ມິນ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະ​ຫຼອງວັນ​ສຳ​ຄັນ​ຂອງ​ປະ​ເທດ​ກູ​ບາ, ທ່ານ​ນາງ Indira Lopez Arguelles ໄດ້​ແບ່ງ​ປັນ​ບັນ​ດາ​ຜົນ​ສຳ​ຄັນ​ເຊິ່ງ​ລັດ​ຖະ​ບານ ແລະ ປະ​ຊາ​ຊົນ​ກູ​ບາ​ບັນ​ລຸ​ໄດ້​ໃນ​ວິ​ວັດ​ການ​ສ້າງ, ປົກ​ປັກ​ຮັກ​ສາ ແລະ ພັດ​ທະ​ນາ​ປະ​ເທດ​ຊາດ, ທ່ານ​ນາງ​ກໍ່​ຢັ້ງ​ຢືນ​ວ່າ ເຖິງວ່າ​ໃນ​ບໍ່​ວ່າ​ສະ​ພາບ​ກາ​ນ​ໃດ​ກໍ່​ຕາມ, ກູ​ບາ​ຍາມ​ໃດ​ກໍ່​ຮຽງ​ບ່າ​ຮຽງ​ໄລ່​ກັບ​ຫວຽດ​ນາມ, ມາ​ນະ​ພະ​ຍາ​ຍາ​ມ​ຮັກ​ສາ ແລະ ຊຸກ​ຍູ້​ການ​ພົວ​ພັນ​ສາ​ມັກ​ຄີ​ມິດ​ຕະ​ພາບ​ລະ​ຫວ່າງ ສອງ​ປະ​ເທດ, ສອງ​ຊາດ​ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ.

ທ່ານ​ນາງ Indira Lopez Arguelles ຢັ້ງ​ຢືນ​ວ່າ, ກົງ​ສູນ​ໃຫຍ່ ກູ​ບາ​ປະ​ຈຳ​ນະ​ຄອນ​ໂຮ່​ຈີ​ມິນ​ຈະ​ສືບ​ຕໍ່​ມາ​ນະ​ພະ​ຍາ​ຍາມ​ຈົນ​ສຸດ​ຄວາມ​ສາ​ມາດ​ຂອງ​ຕົນ​ເພື່ອ​ກາຍ​ເປັນ​ຂົວ​ເຊື່ອມ​ຕໍ່​ມິດ​ຕະ​ພາບ​ລະ​ຫວ່າງ​ປະ​ຊາ​ຊົນ​ກູ​ບາ ແລະ ປະ​ຊາ​ຊົນ​ຫວຽດ​ນາມ, ຈັດ​ຕັ້ງ​ບັນ​ດາ​ການ​ເຄື່ອນ​ໄຫວ​ພົວ​ພົນ​ມິດ​ຕະ​ພາບ​ເພື່ອ​ຊຸກ​ຍູ້​ການ​ພົວ​ພັນ​ທາງ​ການ​ຄ້າ, ການ​ຮ່ວ​ມ​ມື​ລົງ​ທຶນ ແລະ ການ​ທູດ​ປະ​ຊາ​ຊົນ, ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ບັນ​ດາ​ການ​ເຄື່ອນ​ໄຫວ​ໂຄ​ສະ​ນາ ສຶກ​ສາ​ຄົນ​ລຸ້ນ​ໜຸ່ມ​ຂອງ​ສອງ​ປະ​ເທດ​ຮັກ​ສາ, ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ແບບ​ພິ​ເສດ​ລະ​ຫວ່າງ ກູ​ບາ ແລະ ຫວຽດ​ນາມ ນຳ​ມາ​ເຊິ່ງ​ຜົນ​ປະ​ໂຫຍດ ແລະ ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ມາ​ໃຫ້ແກ່​ສອງ​ປະ​ເທດ.

ຮ ກ ສາ ຊ ກ ຍ ການ ພ ວ ພ ນ ມ ດ ຕະ ພ າບ ທ ເປ ນ ມ ນ ເຊ ອ ແບບ ພ ເສດ ລະ ຫວ າງ ຫວຽດ ນາມ ກ ບາ ເພີ່ມທະວີການເພີ່ມ​ບູນ​ຄູນສ້າງມິດຕະພາບ, ພັດທະນາກາລະໂອກາດຮ່ວມ​ມືລົງທຶນລະຫວ່າງຫວຽດນາມ ແລະກູບາ

ຍ​ສ​ໝ - ທ່ານນາງ ກົງສຸນໃຫ​ຍ່ສາທາລະນະລັດກູບາ ປະຈຳ ນະຄອນໂຮ່ຈີມິນ Indira Lopez Arguelles ໄດ້ຢືນຢັນວ່າ ກູບາຍາມໃດກໍ່ພ້ອມແລ້ວທີ່ຈະສືບຕໍ່ຊ່ວຍເຫຼືອຫວຽດນາມໃນບັນດາຂົງເຂດຄື: ການສຶກສາ, ວັດທະນະທຳ, ການທ່ອງທ່ຽວ ແລະ ສາທາລະນະສຸກ.

ຮ ກ ສາ ຊ ກ ຍ ການ ພ ວ ພ ນ ມ ດ ຕະ ພ າບ ທ ເປ ນ ມ ນ ເຊ ອ ແບບ ພ ເສດ ລະ ຫວ າງ ຫວຽດ ນາມ ກ ບາ ກູບາ ສະເຫຼີມສະຫຼອງ 60 ປີ ແຫ່ງການພົວພັນທາງການທູດກັບຫວຽດນາມ

ຍ​ສ​ໝ - ທ່ານນາຍົກລັດຖະມົນຕີກູບາ Manuel Marrero Cruz ໄດ້ທົບທວນຄືນການພັດທະນາຢ່າງຕໍ່ເນື່ອງຂອງສາຍພົວພັນສອງຝ່າຍໃນຫລາຍປີຜ່ານມາ ດ້ວຍການຢ້ຽມຢາມຂອງບັນດາການນຳຂັ້ນສູງ, ກໍ່ຄືເລື່ອງ ຫວຽດ​ນາມ​ເປັນ​ຄູ່​ຮ່ວມມ​ື​ດ້ານ​ການ​ຄ້າ​ໃຫຍ່​ອັນ​ທີສອງ ແລະ ນັກ​ລົງ​ທຶນ​ໃຫຍ່​ທີ່​ສຸດ​ຂອງ ກູ​ບາ ຢູ່​ພາກ​ພື້ນອາຊີ - ໂອເຊຍເນຍ.

ຮ ກ ສາ ຊ ກ ຍ ການ ພ ວ ພ ນ ມ ດ ຕະ ພ າບ ທ ເປ ນ ມ ນ ເຊ ອ ແບບ ພ ເສດ ລະ ຫວ າງ ຫວຽດ ນາມ ກ ບາ ຫວຽດ​ນາມ ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ກູ​ບາ

ຍ​ສ​ໝ - ທ່ານ Raul Castro ເລຂາ ຜູ້ທີໜຶ່ງພັກກອມມູນິດ ກູບາ ໄດ້ຢັ້ງຢືນວ່າ: ພັກ, ລັດ ແລະ ປະຊາຊົນ ກູບາຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ ແລະ ສືບທອດໃຫ້ແກ່ຄົນລຸ້ນຫລັງ ກ່ຽວກັບການພົວພັນພິເສດລະຫວ່າງ ສອງປະເທດ, ທ່ານກໍ່ແບ່ງປັນບັນດາຄວາມເສຍກາຍໂດຍໄພທຳມະຊາດກໍ່ຂຶ້ນ ຢູ່ຫວຽດນາມ ໃນໄລຍະທີ່ຜ່ານມາ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.