ກູບາ ສະເຫຼີມສະຫຼອງ 60 ປີ ແຫ່ງການພົວພັນທາງການທູດກັບຫວຽດນາມ

13:20 | 11/12/2020

ຍ​ສ​ໝ - ທ່ານນາຍົກລັດຖະມົນຕີກູບາ Manuel Marrero Cruz ໄດ້ທົບທວນຄືນການພັດທະນາຢ່າງຕໍ່ເນື່ອງຂອງສາຍພົວພັນສອງຝ່າຍໃນຫລາຍປີຜ່ານມາ ດ້ວຍການຢ້ຽມຢາມຂອງບັນດາການນຳຂັ້ນສູງ, ກໍ່ຄືເລື່ອງ ຫວຽດ​ນາມ​ເປັນ​ຄູ່​ຮ່ວມມ​ື​ດ້ານ​ການ​ຄ້າ​ໃຫຍ່​ອັນ​ທີສອງ ແລະ ນັກ​ລົງ​ທຶນ​ໃຫຍ່​ທີ່​ສຸດ​ຂອງ ກູ​ບາ ຢູ່​ພາກ​ພື້ນອາຊີ - ໂອເຊຍເນຍ.

ກ ບາ ສະເຫ ມສະຫ ອງ 60 ປ ແຫ ງການພ ວພ ນທາງການທ ດກ ບຫວຽດນາມ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ຫວຽດນາມ - ກູບາ
ກ ບາ ສະເຫ ມສະຫ ອງ 60 ປ ແຫ ງການພ ວພ ນທາງການທ ດກ ບຫວຽດນາມ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດກູບາ
ກ ບາ ສະເຫ ມສະຫ ອງ 60 ປ ແຫ ງການພ ວພ ນທາງການທ ດກ ບຫວຽດນາມ
ການ​ນຳ​ຂັ້ນ​ສູງ​ກູ​ບາ​ເຂົ້າ​ຮ່ວມ​ພິ​ທີ (ພາບ: TTXVN)

ພິ​ທີ​ສະ​ເຫຼ​ີມ​ສະຫຼອງການພົວພັນທາງການທູດລະ​ຫວ່າງ ກູບາ - ຫວຽດນາມ ຄົບຮອບ 60 ປີໄດ້ດຳເນີນໃນຫວ່າງ​ແວ້ງນີ້, ຢູ່ທີ່ຫໍ​ປະຕິວັດ, ສຳນັກງານໃຫຍ່ຂອງສະພາລັດກູບາ ໂດຍມີການເຂົ້າຮ່ວມຂອງທ່ານພົນຈັດຕະວາ Raúl Castro Ruz, ເລຂາທີໜຶ່ງ ຂອງພັກກອມມູນິດ ກູບາ, ທ່ານປະທານ​ປະ​ເທດ Miguel Díaz-Canel Bermúdez, ທ່ານປະທານສະພາແຫ່ງຊາດ ແລະສະພາລັດ Esteban Lazo Hernández ແລະ ທ່ານນາຍົກລັດຖະມົນຕີ Manuel Marrero Cruz.

ໃນບົດກ່າວປາໄສຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີກູບາ Manuel Marrero Cruz ໄດ້ທົບທວນຄືນການພັດທະນາຢ່າງຕໍ່ເນື່ອງຂອງສາຍພົວພັນສອງຝ່າຍໃນຫລາຍປີຜ່ານມາ ດ້ວຍການຢ້ຽມຢາມຂອງບັນດາການນຳຂັ້ນສູງ, ກໍ່ຄືເລື່ອງ ຫວຽດ​ນາມ​ເປັນ​ຄູ່​ຮ່ວມມ​ື​ດ້ານ​ການ​ຄ້າ​ໃຫຍ່​ອັນ​ທີສອງ ແລະ ນັກ​ລົງ​ທຶນ​ໃຫຍ່​ທີ່​ສຸດ​ຂອງ ກູ​ບາ ຢູ່​ພາກ​ພື້ນອາຊີ - ໂອເຊຍເນຍ.

ທ່ານນາຍົກລັດຖະມົນຕີກູບາ ຢືນຢັນຄວາມຕັດສິນໃຈສືບຕໍ່ສືບທອດມໍລະດົກຂອງປະທານໂຮ່ຈີມິນ ແລະ ຜູ້ນຳການປະຕິວັດປະຫວັດສາດ Fidel Castro Ruz, ພ້ອມທັງເນັ້ນໜັກວ່າ ຕໍ່​ໜ້າບັນດາສິ່ງທ້າທາຍຂອງສະພາບການສາກົນທີ່ສັບສົນໃນປະຈຸບັນ, ກູບາ ແລະ ຫວຽດນາມ ຈະສືບຕໍ່ຮຽງ​ບ່າ​ຮຽງ​ໄລ່ ແລະຈະ​ຍາດ​ເອົາ​ໄຊຊະນະຄື​ໃນປະຫວັດສາດ.

ສ່ວນທ່ານເອກອັກຄະລັດຖະທູດ ເລ​ແທັງ​ຕຸງ ຢືນຢັນວ່າປະຊາຊົນ ຫວຽດນາມ ບໍ່ເຄີຍລືມ ການຊ່ວຍເຫຼືອ ທີ່ມີຄຸນຄ່າ ແລະ ສຸດ​ຈິດ​ສຸດ​ໃຈຂອງກູບາ ໃນສົງຄາມຕໍ່ຕ້ານປົດປ່ອຍຊາດ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ, ທ່ານ​ກໍ່​ໃຫ້​ຮູ້​ວ່າ ຫວຽດ​ນາມຈະສືບຕໍ່ຫຼັກໝັ້ນ ສະໜັບສະໜູນປະຊາຊົນ ກູບາ ໃນການຕໍ່ສູ້ກັບນະໂຍບາຍ ການປິດລ້ອມ ແລະ ຄຳ​ສັ່ງ​ຂວ້ຳ​ບາດຂອງ​ອາ​ເມ​ລິ​ກາ.

​ເມື່ອແບ່ງປັນທັດສະນະຂອງຕົນກ່ຽວກັບບັນດາຂົງເຂດທີ່ມີທ່າແຮງເພື່ອໃຫ້ສອງປະເທດພັດທະນາການຮ່ວມມື, ທ່ານເອກອັກຄະລັດຖະທູດ ເລ​ແທັງ​ຕຸ່ງ ເນັ້ນໜັກວ່າ 60 ປີແຫ່ງຄວາມສາມັກຄີ, ມິດຕະພາບ ແລະ ການຮ່ວມມືລະຫວ່າງສອງປະເທດທີ່​ຜ່ານ​ມາ ແມ່ນມໍລະດົກອັນລ້ຳຄ່າ ແລະ ເປັນພື້ນຖານອັນໜັກແໜ້ນເພື່ອໃຫ້ປະຊາຊົນຂອງສອງປະເທດສືບຕໍ່ຂຽ ໜ້າປະ​ຫວັດ​ສາດທີ່ເປັນໜ້າພາກພູມໃຈຂອງສາຍພົວພັນສອງປະເທດ, ຕອບສະໜອງໄດ້ຄວາມມຸ້ງຫວັງ ແລະ ຜົນປະໂຫຍດຂອງແຕ່ລະປະເທດ.

ກ ບາ ສະເຫ ມສະຫ ອງ 60 ປ ແຫ ງການພ ວພ ນທາງການທ ດກ ບຫວຽດນາມ ເພີ່ມທະວີການຮ່ວມມືດ້ານປ້ອງກັນຊາດສອງຝ່າຍ ຫວຽດນາມ - ກູບາ

ຍສໝ - ພ້ອມກັບການທູດລັດ, ການທູດປະຊາຊົນ, ການພົວພັນດ້ານປ້ອງກັນຊາດ ລະຫວ່າງສອງປະເທດຫວຽດນາມ - ກູບາ ໄດ້ຮັບການເພີ່ມທະວີເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນ, ໄດ້ຮັບການຕີລາຄາສູງຈາກການນຳສອງປະເທດ.

ກ ບາ ສະເຫ ມສະຫ ອງ 60 ປ ແຫ ງການພ ວພ ນທາງການທ ດກ ບຫວຽດນາມ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບເອກອັກຄະລັດຖະທູດກູບາ

ຍສໝ - ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ປະຊາຊົນຫວຽດນາມ ຈື່ຈຳຄຳ ເວົ້າຢ່າງໝັ້ນຄົງຕະຫຼອດການ ຂອງທ່ານປະທານາ Fidel Castro, ວ່າ "ສຳລັບຫວຽດນາມ, ກູບາພ້ອມທີ່ຈະອຸທິດເລືອດຂອງຕົນ."

ກ ບາ ສະເຫ ມສະຫ ອງ 60 ປ ແຫ ງການພ ວພ ນທາງການທ ດກ ບຫວຽດນາມ ພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ຫວຽດນາມ - ກູບາ

ຍສໝ - ຕອນເຊົ້າວັນທີ 29 ພະຈິກ, ຢູ່ນະຄອນໂຮ່ຈີມິນ, ສະຫະພັນບັນດາອົງການມິດຕະພາບນະຄອນໂຮ່ຈີມິນ ໄດ້ຈັດພິທີສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດຫວຽດນາມ - ກູບາ (2 ທັນວາ 1960- ວັນທີ 2 ທັນວາປີ 2020) ແລະ 30 ປີແຫ່ງວັນສ້າງຕັ້ງສະມາຄົມມິດຕະພາບຫວຽດນາມ - ກູບານະຄອນໂຮ່ຈີມິນ (1990-2020).

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.