ຫວຽດ​ນາມ ​ພັດ​ທະ​ນາ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ກັບ ກູ​ບາ

18:04 | 03/12/2020

ຍ​ສ​ໝ - ທ່ານ Raul Castro ເລຂາ ຜູ້ທີໜຶ່ງພັກກອມມູນິດ ກູບາ ໄດ້ຢັ້ງຢືນວ່າ: ພັກ, ລັດ ແລະ ປະຊາຊົນ ກູບາຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ ແລະ ສືບທອດໃຫ້ແກ່ຄົນລຸ້ນຫລັງ ກ່ຽວກັບການພົວພັນພິເສດລະຫວ່າງ ສອງປະເທດ, ທ່ານກໍ່ແບ່ງປັນບັນດາຄວາມເສຍກາຍໂດຍໄພທຳມະຊາດກໍ່ຂຶ້ນ ຢູ່ຫວຽດນາມ ໃນໄລຍະທີ່ຜ່ານມາ.

ຫວຽດ ນາມ ພ ດ ທະ ນາ ການ ພ ວ ພ ນ ຄ ຮ ວມ ມ ຍ ດ ທະ ສາດ ກ ບ ກ ບາ ພິ​ທີ​ໂຮມ​ຊຸມ​ນຸມ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫ່​ວາງ ຫວຽດ​ນາມ ກູ​ບາ
ຫວຽດ ນາມ ພ ດ ທະ ນາ ການ ພ ວ ພ ນ ຄ ຮ ວມ ມ ຍ ດ ທະ ສາດ ກ ບ ກ ບາ ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ລາຍ​ງານ​ໝາກ​ຜົນ​ການ​ຮ່ວມ​ມື ຕໍ່​ການ​ນຳ​ຂັ້ນ​ສູງ​ລາວ
ຫວຽດ ນາມ ພ ດ ທະ ນາ ການ ພ ວ ພ ນ ຄ ຮ ວມ ມ ຍ ດ ທະ ສາດ ກ ບ ກ ບາ

ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫວຽດ​ນາມ ຫງວຽນ​ຝູ​ຈ້ອງ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ທ່ານ ເລ​ຂາ​ ຜູ້​ທີ​ໜຶ່ງ​ ​ພັກ​ກອມ​ມູ​ນິດ ກູ​ບາ Raul Castro (ພາບ: TTXVN)

ວັນ​ທີ 2 ທັນ​ວາ, ທ່ານ ຫງວຽນຝູຈ້ອງ ເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ແລະ ທ່ານ Raul Castro ເລຂາ ຜູ້ທີໜຶ່ງ ພັກກອມມູນິດ ກູບາ ໄດ້ມີການໂອ້ລົມທາງໂທລະສັບເພື່ອແລກປ່ຽນກ່ຽວກັບສະພາບການ ສອງພັກ, ສອງລັດ, ການພົວພັນມິດຕະພາບແບບພິເສດ ຫວຽດນາມ - ກູບາ, ບັນດາມາດຕະການຊຸກຍູ້ການພົວພັນສອງຝ່າຍໃນສະພາບການສອງປະເທດສະເຫຼີມສະຫຼອງ ວັນສ້າງຕັ້ງການພົວພັນທາງການທູດ ຄົບຮອບ 60 ປີ (2 ທັນວາ 1960 – 2 ທັນວາ 2020).

ທີ່ການໂອ້ລົມທາງໂທລະສັບ, ທ່ານເລຂາທິການໃຫຍ່, ປະທານປະເທດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ເນັ້ນໜັກວ່າ ການພົວພັນມິດຕະພາບແບບພິເສດ ລະຫວ່າງ ສອງພັກ, ສອງປະເທດໂດຍປະທານໂຮ່ຈີມິນ ແລະ ການນຳ Fidel Castro ສ້າງພື້ນຖານ ແມ່ນຊັບສົມບັດອັນລ້ຳຄ່າ, ໄດ້ກາຍເປັນສັນຍາລັກແຫ່ງຍຸກສະໄໝ. ທ່ານ ຫງວຽນຝູຈ້ອງ ເນັ້ນໜັກວ່າ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນ ແລະ ຢາກສືບຕໍ່ເຮັດໃຫ້ການພົວພັນມິດຕະພາບແບບພິເສດ, ການຮ່ວມມືຮອບດ້ານກັບພັກ, ລັດ ແລະ ປະຊາຊົນກູບາອ້າຍນ້ອງເລິກເຊິ່ງກ່ວາອີກ, ໃນນັ້ນການພົວພັນລະຫວ່າງສອງພັກໄດ້ສວມບົດບາດໃນການກຳນົດທິດສຳຄັນ. ທ່ານ​ເລ​ຂາ​ທິ​ການ​ໃຫຍ່, ປະ​ທານ​ປະ​ເທດ ຫງວຽນ​ຝູ​ຈ້ອງ​ ປາດ​ຖະ​ໜາ​ວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ, ສອງ​ຝ່າຍ​ຈະ​ສືບ​ຕໍ່​ຊຸກ​ຍູ້​ບັນ​ດາ​ກົນ​ໄກ​ນີ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ເພື່ອ​ສືບ​ຕໍ່​ນຳ​ການ​ພົວ​ພັນ​ສອງ​ຝ່າຍ​ເຂົ້​າ​ສູ່​ລວງ​ເລິກ ແລະ ສະ​ຖຽນ​ລະ​ພາບ.

ສ່ວນທ່ານ Raul Castro ເລຂາ ຜູ້ທີໜຶ່ງ ພັກກອມມູນິດ ກູບາ ໄດ້ຢັ້ງຢືນວ່າ: ພັກ, ລັດ ແລະ ປະຊາຊົນ ກູບາຈະເຮັດຈົນສຸດຄວາມສາມາດຂອງຕົນເພື່ອປົກປັກຮັກສາ ແລະ ສືບທອດໃຫ້ແກ່ຄົນລຸ້ນຫລັງ ກ່ຽວກັບການພົວພັນພິເສດລະຫວ່າງ ສອງປະເທດ, ທ່ານກໍ່ແບ່ງປັນບັນດາຄວາມເສຍກາຍໂດຍໄພທຳມະຊາດກໍ່ຂຶ້ນ ຢູ່ຫວຽດນາມ ໃນໄລຍະທີ່ຜ່ານມາ. ທ່ານ Raul Castro ໄດ້ສະແດງຄວາມເຊື່ອໝັ້ນວ່າ ພັກກອມມູນິດ ຫວຽດນາມ ຈະສືບຕໍ່ປະຕິບັດບັນດາມະຕິກອງປະຊຸມໃຫຍ່ຊຸດທີ XII ຂອງພັກວາງອອກໃຫ້ສຳເລັດຜົນ, ຈັດຕັ້ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກ, ແລະ ປະຕິບັດເປົ້າໝາຍປະຊາຊົນຮັງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸດຕິທຳ, ສີວີໄລໃຫ້ສຳເລັດຜົນ.

ຫວຽດ ນາມ ພ ດ ທະ ນາ ການ ພ ວ ພ ນ ຄ ຮ ວມ ມ ຍ ດ ທະ ສາດ ກ ບ ກ ບາ ພິ​ທີ​ໂຮມ​ຊຸມ​ນຸມ​ສະ​ເຫຼີມ​ສະຫຼອງ 60 ປີ​ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ ລະ​ຫ່​ວາງ ຫວຽດ​ນາມ ກູ​ບາ

ຍ​ສ​ໝ - ທ່ານ ຟ້າມ​ບິ່ງ​ມິງ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ກະ​ຊວງ​ການ​ຕ່າງ​ປະ​ເທດ ເນັ້ນ​ໜັກ​ວ່າ ກູ​ບາ ຍາມ​ໃດ​ກໍ່​ແມ່ນ​ຄູ່​ຮ່ວມ​ມື​ສຳ​ຄັນ ແລະ ເປັນ​ໜ້າ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ ຫວຽດ​ນາມ.

ຫວຽດ ນາມ ພ ດ ທະ ນາ ການ ພ ວ ພ ນ ຄ ຮ ວມ ມ ຍ ດ ທະ ສາດ ກ ບ ກ ບາ ເພີ່ມ​ທະ​ວີ​ຄວາມ​ສາ​ມັກ​ຄີ​ລະ​ຫວ່າງ ຊາວ​ໜຸ່ມ​ສອງ​ປະ​ເທດ ຫວຽດ​ນາມ - ກູ​ບາ

​ຍ​ສ​ໝ - ຕອນ​ບ່າຍ​ວັນ​ທີ 6 ພະ​ຈິກ, ຢູ່​ຮ່າ​ໂນ້ຍ, ສູນ​ກາງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ ໂຮ່​ຈີ​ມິນ ໄດ້​ສົ​ມ​ທົບ​ກັບ​ສະ​ມາ​ຄົມ​ມິດ​ຕະ​ພາບ ຫວຽດ​ນາມ - ກູ​ບາ ຈັດ​ຕັ້ງ​ລາຍ​ການ​​ຂໍ້​ມູນ​ຂ່າວ​ສານ​ທາ​ງ​ການ​ທູດ​ກ່ຽວ​ກັບ​ກູ​ບາ.

ຫວຽດ ນາມ ພ ດ ທະ ນາ ການ ພ ວ ພ ນ ຄ ຮ ວມ ມ ຍ ດ ທະ ສາດ ກ ບ ກ ບາ ກອງ​ປະ​ຊຸມ​ໃ​ຫຍ່​ຄົບ​ຄ​ະ​ນະ ສະ​ມາ​ຄົ​ມ​ລ້ຽງ​ສິນ​ທະ​ເລ ຫວຽດ​ນາມ​ຄັ້ງ​ທີ II

ຍ​ສ​ໝ - ກອງ​ປະ​ຊຸມ​ໃຫຍ່​ໄດ້​ປຶກ​ສາ​ຫາ​ລື​ກຳ​ນົດ​ບັນ​ດາ​ໜ້າ​ທີ່​ຕ້ອງ​ສຸມ​ໃສ່​ໃນ​ອາ​ຍຸ​ການ 2020 – 2025. ນັ້ນ​ແມ່ນ​ສ້າງ​ສາ ອົງ​ການ, ພັດ​ທະ​ນາ​ກຳ​ລັງ​ຄວາມ​ສາ​ມາດ​ຂອງ​ສະ​ມາ​ຄົມ, ພັດ​ທະ​ນາ​ສະ​ມາ​ຊິກ, ສ້າງ​ປະ​ຊາ​ຄົມ​ລ້ຽງ​ສິນ​ທະ​ເລ ຫວຽດ​ນາມ, ເຂົ້າ​ຮ່ວມ​ການ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ສ້າງ​ນະ​ໂຍ​ບາຍ ແລະ ປະ​ຕິ​ເສດ​ສັງ​ຄົມ, ຍູ້​ແຮງ​ການ​ຮ່ວມ​ມື​ສາ​ກົນ ແລະ ພັດ​ທະ​ນາ​ຕະຫຼ​າດ.

​ບຸນ​ຄົງ

ເຫດການ
302 Found

Found

The document has moved here.