ຊາຍແດນລາວ - ຫວຽດນາມ: ເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ

12:08 | 18/06/2020

ຍສໝ - ປະເທດລາວ - ຫວຽດນາມອ້າຍນ້ອງ, ມີຊາຍແດນຕິດຈອດພູຜາປ່າດົງຕາມສາຍພູ, ແມ່ນ້ຳລຳເຊ... ສາຍພົວພັນສະໜິດສະໜົມ, ຄວາມໃກ້ຊິດໄດ້ສະແດງອອກໃນທົ່ວປະຫວັດສາດ, ນັບທັງໃນການຕໍ່ຕ້ານ ແລະ ໃນຊີວິດການເປັນຢູ່ຂອງປະຊາຊົນ ສອງປະເທດ, ສາຍພົວພັນດັ່ງກ່າວແມ່ນເປັນ ແບບຢ່າງ, ສັດຊື່ແລະບໍລິສຸດ. ຍາກທີ່ຈະຊອກຫາໄດ້ຄວາມສຳພັນແບບນີ້ໃນໂລກ.    

ຊາຍແດນລາວ ຫວຽດນາມ ເສ ນຊາຍແດນແຫ ງສ ນຕ ພາບ ມ ດຕະພາບ ການຮ ວມມ ແລະ ການພ ດທະນາ ພະຍາດ COVID-19: ຕັ້ງແຕ່ວັນທີ 18 ມິຖຸນາ ເປັນຕົ້ນໄປ ພົນລະເມືອງຫວຽດນາມ ທີ່ເຂົ້າເມືອງສິງກະໂປ ຕ້ອງໄດ້ປະຕິບັດການແຍກຫ່າງໃນເຮືອນ
ຊາຍແດນລາວ ຫວຽດນາມ ເສ ນຊາຍແດນແຫ ງສ ນຕ ພາບ ມ ດຕະພາບ ການຮ ວມມ ແລະ ການພ ດທະນາ ນະຄອນໂຮ່ຈີມິນ ແລະ St. Petersburg ເປັນແບບຢ່າງ ສຳລັບການພົວພັນລະຫວ່າງບັນດາທ້ອງຖິ່ນຂອງຫວຽດນາມ - ລັດເຊຍ

ຍ້ອນແນວນັ້ນແມ່ນເຫດຜົນການຮ່ວມມືຊາຍແດນລະຫວ່າງ ສອງປະເທດໄດ້ຮັບຄວາມ ສົນໃຈ ຢ່າງເລິກເຊິ່ງຈາກພັກແລະລັດຖະບານຂອງສອງປະເທດ, ເຊິ່ງໄດ້ນຳພາໂດຍຜ່ານ ການເຊັນ ສົນທິສັນຍາແຜນການຊາຍແດນແຫ່ງຊາດ ໃນວັນທີ 18 ກໍລະກົດ 1977. ຢູ່ ນະຄອນຫຼວງວຽງຈັນ, ສ້າງພື້ນຖານທາງດ້ານການເມືອງ ແລະ ກົດໝາຍ ເພື່ອແກ້ໄຂ ບັນຫາຊາຍແດນທາງບົກ ລະຫວ່າງ ສອງປະເທດ.

ຊາຍແດນລາວ ຫວຽດນາມ ເສ ນຊາຍແດນແຫ ງສ ນຕ ພາບ ມ ດຕະພາບ ການຮ ວມມ ແລະ ການພ ດທະນາ
ເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ການຮ່ວມມື ແລະ ການພັດທະນາ.(ພາບ:internet)

ວຽກງານປັກຫຼັກໝາຍ ຊາຍແດນລະຫວ່າງສອງປະເທດ

ສປປ ລາວ ແລະ ສສ ຫວຽດນາມ ມີເສັ້ນຊາຍແດນຍາວ 2.300 ກມ, ຕິດກັບ 10 ແຂວງຂອງສອງປະເທດ. ແຕ່ປີ 1978 ເຖິງປີ 1987, ລາວ ແລະ ຫວຽດນາມ ໄດ້ປະສານສົມທົບເພື່ອສຳເລັດການປັກຫຼັກໝາຍຊາຍແດນທັງໝົດໃນພາກສະໜາມ, ຫຼັງຈາກຫຼາຍປີຜ່ານມາ, ແຕ່ຊາຍແດນຍັງມີຂໍ້ຈຳກັດຈຳນວນໜຶ່ງ ເຊິ່ງກໍ່ໃຫ້ເກີດຄວາມຫຍຸ້ງຍາກໃນການເຮັດວຽກ ແລະ ການຄຸ້ມຄອງຊາຍແດນ. ສະນັ້ນໃນປີ 2008 ສອງປະເທດໄດ້ຮ່ວມມືກັນຈັດຕັ້ງປະຕິບັດໂຄງການເພີ່ມຫຼັກໝາຍ ແລະ ປະດັບປະດາລະບົບຫຼັກໝາຍຊາຍແດນແຫ່ງຊາດ.

ເຖິງຢ່າງໃດກໍ່ຕາມ, ການຈັດຕັ້ງປະຕິບັດໂຄງການໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍຢ່າງ, ຈາກສະພາບທາງບົກ, ຄວາມຫຍຸ້ງຍາກໃນການເດີນທາງ, ຄວາມຫຍຸ້ງຍາກ ໃນການລະດົມກຳລັງ, ກະທົບຂອງດິນຟ້າອາກາດ, ການຂາດແຄນນໍ້າມັນ ແລະ ຊັບພະຍາກອນມະນຸດ. ຢູ່ຕາມຊາຍແດນທີ່ຍັງມີລະເບີດຕົກບໍ່ທັນແຕກຈຳນວນຫຼາຍປະໄວ້ຫຼັງ ຈາກສົງຄາມ. ນອກຈາກນີ້, ກຳລັງສັດຕູຍັງສ້າງຫຼາຍກິດຈະກຳຕໍ່ຕ້ານທຳລາຍ, ປຸກລະດົມຊົນເຜົ່າ ເພື່ອຕໍ່ຕ້ານການກໍ່ສ້າງ, ປັກຫຼັກໝາຍ, ແລະ ພວກເຈົ້າຟ້າ ກະທຳທີ່ກໍ່ໃຫ້ເກີດຜົນຮ້າຍຕໍ່ວຽກງານປ້ອງກັນຫຼັກໝາຍ, ຮັບປະກັນຄວາມປອດໄພ ແລະ ປ້ອງກັນໃຫ້ກອງກຳລັງທີ່ຮັບໜ້າທີ່ປັກຫຼັກໝາຍຊາຍແດນ.

ແຕ່ດ້ວຍຄວາມມານະພະຍາຍາມ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ພາຍຫຼັງກໍ່ສ້າງມາເປັນເວລາ 9 ປີ, ດ້ວຍການສະໜັບສະໜູນຂອງຫວຽດນາມກ່ຽວກັບທຶນຮອນໃນໂຄງການ, ວຽກງານປັກຫຼັກໝາຍຊາຍແດນລາວ - ຫວຽດນາມໄດ້ສໍາເລັດໂດຍມີ 1,002 ຈຸດ ແລະ ເສົາຫີນປະທັບຢູ່ 905 ຈຸດ; ພ້ອມກັບແຜນທີ່ເຂດແດນແຫ່ງຊາດໃນລະດັບ 1/50.000, ສະເລ່ຍ 01 ຫຼັກໝາຍ ຫຼື ເສົາຫີນປະທັບ ໃນທຸກໆເສັ້ນທາງ 2,6 ກມ ຂອງເສັ້ນຊາຍແດນ. ນີ້ແມ່ນພື້ນຖານເພື່ອໃຫ້ສອງປະເທດລົງນາມໃນ "ອະນຸສັນຍາກ່ຽວກັບຊາຍແດນແລະຫຼັກໝາຍຊາຍແດນແຫ່ງຊາດ" ແລະ "ຂໍ້ຕົກລົງກ່ຽວກັບລະບຽບການຄຸ້ມຄອງດ່ານຊາຍແດນ ແລະ ຊາຍແດນທາງບົກລະຫວ່າງລັດຖະບານ ສປປ ລາວ ແລະ ສສ ຫວຽດນາມ” ໃນວັນທີ 5 ກັນຍາ 2017.

ການສຳເລັດການປັກຫຼັກໝາຍ ແລະ ການປະດັບປະດາລະບົບຫຼັກໝາຍຊາຍແດນແຫ່ງຊາດ ລາວ - ຫວຽດນາມແມ່ນບົນພື້ນຖາສຳຄັນເພື່ອອຳນວຍຄວາມສະດວກໃນການປົກປັກຮັກສາຊາຍແດນ, ການຮ່ວມມືດ້ານການຄ້າ, ການລົງທືນ, ການແລກປ່ຽນດ້ານເສດຖະກິດ ແລະ ວັດທະນະທຳ, ການທ່ອງທ່ຽວຂອງ ປະຊາຊົນຢູ່ເຂດຊາຍແດນ, ປະກອບສ່ວນເຂົ້າໃນການເພີ່ມທະວີ ຄວາມໝັ້ນຄົງ ດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ຄວາມປອດໄພ, ຮັກສາຄວາມສະຫງົບ ແລະ ການປ້ອງກັນຊາດ ຢູ່ ເຂດຊາຍແດນ, ສົ່ງເສີມສາຍພົວພັນມິດຕະພາບ, ສະຖຽນລະພາບ ແລະ ການຮ່ວມມື, ການພັດທະນາຂອງສອງປະເທດ.

ສົ່ງເສີມການຮ່ວມມືການຄ້າຊາຍແດນລະຫວ່າງ ສສ ຫວຽດນາມ - ສປປ ລາວ

ນອກຈາກໄດ້ເຊັນສັນຍາວ່າດ້ວຍການປັກຫຼັກໝາຍຊາຍແດນ, ປີ 2015 ສອງປະເທດ ໄດ້ເຊັນສັນຍາການຄ້າຊາຍແດນ. ພາຍຫຼັງ 5 ປີ ແຫ່ງການປະຕິບັດ, ສັນຍາສະບັບນີ້ໄດ້ຮັບໝາກຜົນຢ່າງຕັ້ງໜ້າ, ສຳຄັນໃນຫຼາຍດ້ານ.

ຊາຍແດນລາວ ຫວຽດນາມ ເສ ນຊາຍແດນແຫ ງສ ນຕ ພາບ ມ ດຕະພາບ ການຮ ວມມ ແລະ ການພ ດທະນາ

ກະຊວງອຸດສາຫະກຳ ແລະ ການຄ້າ ຂອງສອງປະເທດໄດ້ລົງນາມໃນບົດບັນທຶກຊ່ວຍຈຳ ກ່ຽວກັບການຮ່ວມມືພັດທະນາການຄ້າຊາຍແດນໃນໄລຍະປີ 2018-2020.(ພາບ:VGP/ລືວເຮືອງ)

ການຮ່ວມມືສົ່ງເສີມການຄ້າແລະການລົງທຶນໄດ້ຮັບການເພີ່ມທະວີ, ຈັດຕັ້ງປະຕິບັດແຕ່ລະປີ, ປະຕິບັດຕົວຈິງ, ອຸດົມສົມບູນດ້ວຍຫຼາຍຮູບແບບ ແລະ ຮູບແບບການຈັດຕັ້ງປະຕິບັດ. ສະນັ້ນ, ສາມາດດຶງດູດບັນດາວິສາຫະກິດເຂົ້າຮ່ວມ, ປະກອບສ່ວນໂຄສະນາ, ເຜີຍແຜ່ກ່ຽວກັບຜະລິດຕະພັນ, ທ່າແຮງ, ກຳລັງແຮງຂອງການພັດທະນາການຜະລິດ, ການສົ່ງອອກ, ການສະໜອງສິນຄ້າ ແລະ ການບໍລິການຂອງບັນດາທ້ອງຖິ່ນ ແລະ ພໍ່ຄ້າເຄື່ອນໄຫວດ້ານການຄ້າຊາຍແດນ.

ມາຮອດປະຈຸບັນ, ບັນດານັກລົງທຶນ ສສ ຫວຽດນາມມີ 414 ໂຄງການດ້ວຍຍອດ ຈຳນວນເງິນລົງທຶນ 4,2 ຕື້ ໂດລາສະຫະລັດ ໄດ້ຮັບໃບຢັ້ງຢືນການລົງທຶນຢູ່ ສປປ ລາວ, ຕົກອັນດັບທີ 3 ໃນບັນດານັກລົງທຶນຢູ່ລາວ. ພິເສດ, ຢູ່ 10 ແຂວງຊາຍແດນຂອງ ສປປ ລາວ, ໄດ້ມີ 110 ໂຄງການລົງທຶນໂດຍກົງຂອງບັນດານັກລົງທຶນຫວຽດນາມ ດ້ວຍຍອດຈຳນວນທຶນປະມານ 2,7 ຕື້ ໂດລາສະຫະລັດ.

ບັນດາໂຄງການເຫຼົ່ານີ້ໄດ້ປະກອບສ່ວນເຂົ້າໃນການຂະຫຍາຍຕົວ ແລະ ມີລາຍຮັບເຂົ້າງົບປະມານຂອງລາວ ພ້ອມທັງໄດ້ຮັບຜົນປະໂຫຍດດ້ານເສດຖະກິດ - ສັງຄົມ, ປະກອບສ່ວນເຂົ້າໃນການປະກັນສັງຄົມ ແລະ ຫຼຸດຜ່ອນຄວາມທຸກ.

ກ່ຽວກັບການພັດທະນາເຄືອຂ່າຍຕະຫຼາດຊາຍແດນ, ມາຮອດປະຈຸບັນ, ມີຕະຫຼາດ ທັງໝົດ 36 ແຫ່ງ ໄດ້ຮັບການກໍ່ສ້າງ, ສ່ວນຫຼາຍແມ່ນໄດ້ລົງທຶນຈາກ ງົບປະມານທ້ອງຖິ່ນ. ໃນການຄຸ້ມຄອງ ແລະ ບໍລິຫານດ່ານຊາຍແດນ, ປະຈຸບັນຢູ່ຕາມ ເສັ້ນຊາຍແດນ ລາວ - ຫວຽດນາມ ມີ ດ່ານຊາຍແດນສາກົນ ມີ 08 ແຫ່ງ, ດ່ານທ້ອງຖິ່ນ ມີ 7 ແຫ່ງ, ດ່ານປະເພນີ ມີ 18 ແຫ່ງ ແລະ ເຂດເສດຖະກິດ ຊາຍແດນມີ 8 ແຫ່ງ.

ຜົນສຳເລັດດັ່ງກ່າວແມ່ນອີງໃສ່ຄວາມເຄົາລົບເຊິ່ງກັນແລະກັນ, ທັງຮັບປະກັນ ຫຼັກການແຫ່ງ ມິດຕະພາບ, ຄວາມສາມັກຄີ ແລະ ບົນພື້ນຖານຜົນປະໂຫຍດ ຂອງແຕ່ລະຝ່າຍ, ທີ່ໄດ້ສະແດງເຖິງ ການຮ່ວມມືມີດຕະພາບເປັນມູນເຊື້ອ, ສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງລາວ - ຫວຽດນາມ, ວຽກງານເພີ່ມປັກຫຼັກໝາຍຊາຍແດນໄດ້ຮັບການປະຕິບັດຢ່າງຮີບດ່ວນ, ໂດຍສອງຝ່າຍໄດ້ກຳນົດເວລາ ແລະ ມີປະສິດທິພາບໃນການອຳນວຍຄວາມສະດວກໃຫ້ແກ່ການຄ້າ ລະຫວ່າງສອງປະເທດ. ຊ່ວຍປະຊາຊົນຢູ່ເຂດຊາຍແດນມີເງື່ອນໄຂໝັ້ນຄົງກ່ຽວກັບຄວາມສະຖຽນລະພາບ ແລະ ຄວາມເປັນລະບຽບຮຽບຮ້ອຍດ້ານການພັດທະນາເສດຖະກິດ. ຊ່ວຍໃຫ້ການພົວພັນ ລະຫວ່າງ ສສ ຫວຽດນາມ ກັບ ສປປ ລາວ ນັບມື້ນັບແໜ້ນແຟ້ນຍິ່ງຂຶ້ນ, ຢັ້ງຢືນເປັນສາຍພົວພັນທີ່ບໍ່ສາມາດຕັດແຍກໄດ້.

ຊາຍແດນລາວ ຫວຽດນາມ ເສ ນຊາຍແດນແຫ ງສ ນຕ ພາບ ມ ດຕະພາບ ການຮ ວມມ ແລະ ການພ ດທະນາ ຫວຽດນາມ ນຳສົ່ງພົນລະເມືອງ ຈຳນວນ 266 ຄົນ ຈາກປະເທດ ຄູເວດ, ກາຕາ ແລະ ອີຢີບ ກັບຄືນປະເທດຢ່າງປອດໄພ

ຍສໝ - ເມື່ອບໍ່ດົນມານີ້, ຖ້ຽວບິນຫວຽດນາມ Bamboo Airway ໄດ້ນຳສົ່ງພົນລະເມືອງ ຈຳນວນ 266 ຄົນ ກັບຄືນປະເທດຢ່າງປອດໄພ.

ຊາຍແດນລາວ ຫວຽດນາມ ເສ ນຊາຍແດນແຫ ງສ ນຕ ພາບ ມ ດຕະພາບ ການຮ ວມມ ແລະ ການພ ດທະນາ ຮອງເອກອັກຄະລັດຖະທູດອິດສະຣາແອນ: ຂ້າພະເຈົ້າໂຊກດີທີ່ໄດ້ຢູ່ປະເທດຫວຽດນາມໃນເວລາເກີດໂລກລະບາດ ໂຄວິດ - 19

ຍສໝ - ປະຊາຊົນຫວຽດນາມ ໄດ້ສະແດງຄວາມຮັບຜິດຊອບສູງ, ປະຕິບັດຕາມຄຳສັ່ງແນະນຳ ກ່ຽວກັບການແຍກຫ່າງໃນສັງຄົມຢ່າງເຂັ້ມງວດ ແລະ ປະຕິບັດກົດລະບຽບໃນການໃສ່ຜ້າອັດປາກ.

ຊາຍແດນລາວ ຫວຽດນາມ ເສ ນຊາຍແດນແຫ ງສ ນຕ ພາບ ມ ດຕະພາບ ການຮ ວມມ ແລະ ການພ ດທະນາ ສະຖານທູດຫວຽດນາມປະຈຳ ສະວິດເຊີແລນ ໄດ້ມອບຜ້າອັດປາກ ເພື່ອສະໜັບສະໜູນ AVIES ແລະ AVYS ໃນການປ້ອງກັນ ແລະ ຄວບຄຸມ ພະຍາດ COVID-19

ຍສໝ - ບັນດາຄວາມມານະພະຍາຍາມໃນການສະໜັບສະໜູນ ຊຸມຊົນ ແລະ ປົກປ້ອງພົນລະເມືອງຂອງອົງການຜູ້ຕາງໜ້າດ້ານການທູດຫວຽດນາມຢູ່ສະວິດເຊີແລນ ໄດ້ເພີ່ມທະວີຄວາມສາມັກຄີ ແລະ ສົ່ງເສີມປະຊາຄົມຊາວຫວຽດນາມ ເພື່ອໃຫ້ມີການປະກອບສ່ວນຫຼາຍກວ່າເກົ່າໃນການພັດທະນາປະເທດຊາດ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.