ສະມາຄົມມິດຕະພາບອີຕາລີ ແລະ ລາວ ໄດ້ສົ່ງ​ໂທ​ລະ​ເລກ​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ ທ່ານ ​ເລ​ຂາ​ຟຽວ ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ເຖິງ​ແກ່​ມໍ​ລະ​ນະ​ກຳ

12:46 | 20/08/2020

ຍສໝ - ໂດຍໄດ້ຮັບຂ່າວກ່ຽວກັບການເຖິງແກ່ກຳ ຂອງ ທ່ານເລຂາຟຽວ - ອະດີດເລຂາທິການໃຫຍ່ພັກກອມມູນິດຫວຽດນາມ, ສະມາຄົມມິດຕະພາບອີຕາລີ - ຫວຽດນາມ ຂອງເຂດ Veneto ແລະ ສະມາຄົມສູນກາງມິດຕະພາບລາວ - ຫວຽດນາມ ໄດ້ສົ່ງຈົດໝາຍ ແລະ ໂທລະເລກສະແດງຄວາມເສົ້າສະຫຼົດໃຈ ເຖິງຄອບຄົວຂອງທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ ແລະ ປະຊາຊົນຫວຽດນາມ.

ສະມາຄ ມມ ດຕະພາບອ ຕາລ ແລະ ລາວ ໄດ ສ ງ ໂທ ລະ ເລກ ສະ ແດງ ຄວາມ ເສ າ ສະຫ ດ ໃຈ ຕ ທ ານ ເລ ຂາ ຟຽວ ອະ ດ ດ ເລ ຂາ ທ ການ ໃຫຍ ເຖ ງ ແກ ມ ລະ ນະ ກຳ ທ່ານອະດີດເອກອັກຄະລັດຖະທູດລາວ ປະຈຳ ຫວຽດນາມ: ທ່ານ ເລຂາຟຽວ ອະດີດເລຂາທິການໃຫຍ່ ແມ່ນຄົນລຽບງ່າຍ, ນ້ຳໃສໃຈຈິງ, ສ້າງຄວາມດຶງດູດຄົນອື່ນຜ່ານການຈັບມື
ສະມາຄ ມມ ດຕະພາບອ ຕາລ ແລະ ລາວ ໄດ ສ ງ ໂທ ລະ ເລກ ສະ ແດງ ຄວາມ ເສ າ ສະຫ ດ ໃຈ ຕ ທ ານ ເລ ຂາ ຟຽວ ອະ ດ ດ ເລ ຂາ ທ ການ ໃຫຍ ເຖ ງ ແກ ມ ລະ ນະ ກຳ ທ່ານ ນາຍົກລັດຖະມົນຕີແຫ່ງ ສປປ ລາວ ທອງລຸນ ສີສຸລິດເດີນທາງມາຮ່ວມພິທີໄວ້ອາໄລສະຫາຍ ເລຂາຟຽວ, ອະດີດເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ

ເມື່ອໄດ້ຮັບຂ່າວວ່າ ທ່ານ ເລຂາຟຽວ - ອະດີດເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ເຖິງ​ແກ່​ມໍ​ລະ​ນະ​ກຳແລ້ວ, ສະມາຄົມມິດຕະພາບອີຕາລີ - ຫວຽດນາມຢູ່ເຂດ Veneto ໄດ້ສົ່ງຈົດໝາຍໄດ້ສະແດງຄວາມໂສກເສົ້າເສຍດາຍຢ່າງສຸດຊື້ງມາຍັງສະພາແຫ່ງຊາດ, ລັດຖະບານ, ປະຊາຊົນຫວຽດນາມ ພ້ອມດ້ວຍຄອບຄົວຍາດຕິພີ່ນ້ອງ ທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ

ໃນຈົດໝາຍສະແດງຄວາມເສົ້າສະຫຼົດໃຈ ໄດ້ກ່າວວ່າ: “ການເຖິງແກ່ກຳຂອງສະຫາຍ ເລຂາຟຽວ ໄດ້ເຮັດໃຫ້ພວກເຮົາທໍລະມານໃຈຫຼາຍ. ພວກເຮົາຈະບໍ່ເຄີຍລືມການປະກອບສ່ວນອັນໃຫຍ່ຫຼວງ ຂອງ ທ່ານເລຂາຟຽວ ໃນການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະ ຫຼັງຈາກນັ້ນແມ່ນ ຈັກກະພັດອາເມລິກາ ເພື່ອພາລະກິດການປົດປ່ອຍ ແລະ ເຕົ້າໂຮມປະເທດຊາດເປັນເອກະພາບ".

ສະມາຄ ມມ ດຕະພາບອ ຕາລ ແລະ ລາວ ໄດ ສ ງ ໂທ ລະ ເລກ ສະ ແດງ ຄວາມ ເສ າ ສະຫ ດ ໃຈ ຕ ທ ານ ເລ ຂາ ຟຽວ ອະ ດ ດ ເລ ຂາ ທ ການ ໃຫຍ ເຖ ງ ແກ ມ ລະ ນະ ກຳ
ທ່ານເລຂາຟຽວ - ອະດີດເລຂາທິການໃຫຍ່ພັກກອມມູນິດຫວຽດນາມ. (ພາບ: TTXVN)

ທ່ານ Renato Darsiè - ປະທານສະມາຄົມມິດຕະພາບອີຕາລີ - ຫວຽດນາມຢູ່ເຂດ Veneto ໃຫ້ຮູ້ວ່າ, ປະຈຸບັນ ຫວຽດນາມແມ່ນປະເທດທີ່ມີເສລີພາບ ແລະ ຈະເລີນຮຸ່ງເຮືອງ, ມີການພົວພັນມິດຕະພາບ ແລະ ຄວາມສາມັກຄີເພື່ອຜົນປະໂຫຍດລວມ ເຊິ່ງພາຍໃຕ້ການນໍາພາໂດຍພັກກອມມູນິດຫວຽດນາມ. ຜ່ານການຕໍ່ສູ້ເພື່ອສັນຕິພາບ ແລະ ຄວາມສາມັກຄີສາກົນ, ຫວຽດນາມ ໄດ້ນຳເອົາພາບພົດອັນດີງາມຂອງບົດບາດຄອມມູນິດ ແລະ ສ້າງຜົນປະໂຫຍດໃຫ້ໃນການຕໍ່ສູ້ເພື່ອປະຊາທິປະໄຕ ແລະ ຊົນຊັ້ນກຳມະກອນໃນເອີຣົບ.

ໂດຍໄດ້ຮັບຂ່າວ ທ່ານເລຂາຟຽວ - ອະດີດເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ເຖິງ​ແກ່​ມໍ​ລະ​ນະ​ກຳ, ສະມາຄົມສູນກາງມິດຕະພາບລາວ - ຫວຽດນາມ ກໍ່ໄດ້ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ຄອບ​ຄົວ​ຂອງ​ທ່ານ​ອະ​ດີດ​ເລ​ຂາ​ທິ​ການ​ໃຫ່​ຍ​ ແລະ ປະ​ຊາ​ຊົນ ຫວຽດ​ນາມ.

ທ່ານ ຄຳໄຟ ດຳລັດ - ປະທານສະມາຄົມສູນກາງມິດຕະພາບລາວ - ຫວຽດນາມ ໄດ້ຢືນຢັນວ່າ: “ການເຖິງແກ່ມໍລະນະກຳຂອງສະຫາຍ ເລຂາຟຽວ ເຮັດໃຫ້ພັກ, ລັດ ແລະ ປະຊາຊົນຫວຽດນາມໄດ້ສູນເສຍຜູ້ນຳຢ່າງດີເລີດ ແລະ ເຄົາລົບຮັກແພງ, ພວກເຮົາສູນເສຍເພື່ອນໃກ້ຊິດ ແລະ ສະໜິດສະໜົມ”.

ສະມາຄ ມມ ດຕະພາບອ ຕາລ ແລະ ລາວ ໄດ ສ ງ ໂທ ລະ ເລກ ສະ ແດງ ຄວາມ ເສ າ ສະຫ ດ ໃຈ ຕ ທ ານ ເລ ຂາ ຟຽວ ອະ ດ ດ ເລ ຂາ ທ ການ ໃຫຍ ເຖ ງ ແກ ມ ລະ ນະ ກຳ ສະຖານທູດ​ຫວຽດນາມ ປະ​ຈໍາ​ປະ​ເທດ​ຕ່າງໆ ຈັດ​ຕັ້ງ​ພິທີ​ໄວ້ອາ​ໄລ​ທ່ານ​ອະ​ດີດ​ເລຂາທິການ​ໃຫຍ່ ​ເລຂາຟຽວ

ຍສໝ - ສະຖານທູດຫວຽດນາມ ປະຈຳຝະລັ່ງ, ອີຕາລີ ແລະ ສ.ເກົາຫຼີ ໄດ້ຈັດຕັ້ງພິທີໄວ້ອາໄລ ແລະ ເປີດປື້ມໄວ້ອາໄລ ທ່ານອະດີດເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ເລຂາຟຽວ ຂຶ້ນຢ່າງສົມກຽດ.

ສະມາຄ ມມ ດຕະພາບອ ຕາລ ແລະ ລາວ ໄດ ສ ງ ໂທ ລະ ເລກ ສະ ແດງ ຄວາມ ເສ າ ສະຫ ດ ໃຈ ຕ ທ ານ ເລ ຂາ ຟຽວ ອະ ດ ດ ເລ ຂາ ທ ການ ໃຫຍ ເຖ ງ ແກ ມ ລະ ນະ ກຳ ການ​ນຳຂັ້ນສູງພັກ, ລັດຫຼາຍ​ປະ​ເທດ ໄວ້ອາໄລ ອະດີດ ເລຂາທິການໃຫຍ່ ພັກກອມມູນິດຫວຽດນາມ

ຍ​ສ​ໝ - ການ​ຈາກ​ໄປ​ຂອງ ສະ​ຫາຍ ເລ​ຂາ​ຟຽວ ​ເປັນ​ການ​ສູນ​ເສຍອັນ​ໃຫຍ່ຫລວງຂອງ​ພັກ, ລັດ ແລະ ປະ​ຊາ​ຊົນ​ຫວຽດ​ນາມ; ຕະຫລອດ​ໄລ​ຍະຫລາຍ​ທົດ​ສະ​ວັດ​ທີ່​ຜ່ານ​ມາ, ສະ​ຫາຍ ເລຂາຟຽວໄດ້​ມີ​ການ​ປະ​ກອບ​ສ່ວນ​ຢ່າງ​ໃຫຍ່ຫລວງເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາພັດ​ທະ​ນາ ແລະ ປົກ​ປັກ​ຮັກ​ສາ​ປະ​ເທດ​ຊາດ​ຫວຽດ​ນາມ ເຮັດ​ໃຫ້​ປະ​ທ​ດ​ຊາດ​ຫວຽດ​ນາມ ມີ​ການ​ພັດ​ທະ​ນາຢ່າງ​ບໍ່​ຢຸດຢັ້ງ.

ສະມາຄ ມມ ດຕະພາບອ ຕາລ ແລະ ລາວ ໄດ ສ ງ ໂທ ລະ ເລກ ສະ ແດງ ຄວາມ ເສ າ ສະຫ ດ ໃຈ ຕ ທ ານ ເລ ຂາ ຟຽວ ອະ ດ ດ ເລ ຂາ ທ ການ ໃຫຍ ເຖ ງ ແກ ມ ລະ ນະ ກຳ ອະດີດການນຳລາວແບ່ງປັນຄວາມຊົງຈຳກ່ຽວກັບທ່ານອະດີດເລຂາທິການໃຫຍ່ ເລຂາຟຽວ

ຍ​ສ​ໝ - ຕາມ​ທ່ານ ຈຸມ​ມາ​ລີ ໄຊ​ຍະ​ສອນ​ແລ້ວ, ທ່ານ​ອະ​ດີດ​ເລ​ຂາ​ທິ​ການ​ໃຫຍ່ ເລ​ຂາ​ຟຽວ ແມ່ນ​ນັກ​ຮົບ​ທີ່​ກ້າ​ແກ່ນ, ແມ່ນ​ພະ​ນັກ​ງານ​ທີ່​ສະຫຼາດ​ສະຫຼຽວ. ແມ່ນ ພະ​ນັກ​ງານ​ທີ່​ໄດ້​ຜ່ານ​ຜ່າ​ຄວາມ​ທຸກ​ບາກ​ລຳ​ບາກ ແລະ ປະ​ຕິ​ບັດ​ຫຼາຍ​ບົດ​ບາດ​ຕຳ​ແໜ່ງ, ແຕ່​ວ່າ​ຢູ່​ຕຳ​ແໜ່ງ​ໃດ​ ທ່ານ​ກໍ່​ລ້ວນ​ແຕ່​ປະ​ຕິ​ບັດ​ສຳ​ເລັດ​ໜ້າ​ທີ່​ຢ່າງ​ດີ​ເດັ່ນ.

ຄຳຮຸ່ງ

302 Found

Found

The document has moved here.