ສາທາລະນະສຸກ ຮຽກຮ້ອງໃຫ້ສັງຄົມເອົາໃຈໃສ່ປ້ອງກັນ ພະຍາດໂຄວິດ-19 ຢ່າງເຂັ້ມງວ

21:07 | 04/01/2021

ເຖິງແມ່ນວ່າຕົວເລກສະສົມ ຜູ້ຕິດເຊື້ອພະຍາດໂຄວິດ-19 ຢູ່ ສປປ ລາວ ມີຈໍານວນ 41 ຄົນ ແລະ ມາຮອດ ວັນທີ 4 ມັງກອນ 2021 ຈະບໍ່ມີຜູ້ຕິດເຊື້ອພະຍາດ ດັ່ງກ່າວເພີ່ມກໍຕາມ, ແຕ່ກະຊວງສາທາລະນະສຸກ ກໍໄດ້ຮຽກຮ້ອງໃຫ້ ທຸກພາກສ່ວນໃນສັງຄົມ ສືບຕໍ່ເອົາໃຈໃສ່ ປະຕິບັດມາດຕະ ການປ້ອງກັນ ພະຍາດນີ້ຢ່າງເຂັ້ມງວດ, ພາຍຫລັງເຫັນວ່າໄລຍະນີ້ ສະພາບອາກາດ ແມ່ນເຢັນລົງຫລາຍ, ເຊິ່ງຈະພາໃຫ້ເຊື້ອພະຍາດດັ່ງກ່າວ ເກາະຕົວ ຢູ່ໄດ້ດົນ ແລະ ສາມາດແຜ່ລາມ ໄດ້ງ່າຍ ຖ້າບໍ່ມີມາດຕະການປ້ອງກັນທີ່ດີ.

ເພີ່ມທະວີການຮ່ວມມືດ້ານການຄ້າ, ການສົ່ງເສີມການລົງທືນ ແລະ ການຖ່າຍທອດເຕັກໂນໂລຢີລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ ເພີ່ມທະວີການຮ່ວມມືດ້ານການຄ້າ, ການສົ່ງເສີມການລົງທືນ ແລະ ການຖ່າຍທອດເຕັກໂນໂລຢີລະຫວ່າງຫວຽດນາມ ແລະ ສ.ເກົາຫຼີ
UKVFTA  ນຳມາເຊິ່ງກາລະໂອກາດ ໃຫ້ການ ສົ່ງອອກສິນຄ້າຂອງ ຫວຽດນາມ UKVFTA ນຳມາເຊິ່ງກາລະໂອກາດ ໃຫ້ການ ສົ່ງອອກສິນຄ້າຂອງ ຫວຽດນາມ
ສາທາລະນະສຸກ ຮຽກຮ້ອງໃຫ້ສັງຄົມເອົາໃຈໃສ່ປ້ອງກັນ ພະຍາດໂຄວິດ-19 ຢ່າງເຂັ້ມງວ
ພາບປະກອບ

ທ່ານ ນາງ ດຣ.ພອນປະເສີດ ໄຊຍະມຸງຄຸນ ຮອງຫົວໜ້າກົມ ຄວບຄຸມພະຍາດຕິດຕໍ່, ກະ ຊວງສາທາລະນະສຸກ ລາຍງານວ່າ: ສໍາລັບການເຝົ້າ ລະວັງພະຍາດ COVID-19 ຢູ່ ສປປ ລາວ ມາຮອດເວລາ 17:00 ໂມງຂອງວັນທີ 3 ມັງກອນ 2021 ນີ້, ທົ່ວປະເທດ ມີຜູ້ເດີນທາງເຂົ້າມາ ທັງໝົດ 1.399 ຄົນ, ໃນນັ້ນຜ່ານດ່ານລາວ-ໄທ ມີ 472 ຄົນ, ຜ່ານດ່ານລາວ-ຈີນ 27 ຄົນ, ດ່ານລາວ-ຫວຽດນາມ 868 ຄົນ ແລະ ຜ່ານສະໜາມບິນສາກົນວັດໄຕ 30 ຄົນ (ທັງໝົດແມ່ນຄົນຈີນ), ທຸກຄົນແມ່ນໄດ້ແທກ ອຸນຫະພູມຮ່າງກາຍ, ແຕ່ບໍ່ພົບຜູ້ມີອາການເປັນໄຂ້ ແລະ ໄດ້ເກັບຕົວຢ່າງທຸກໆຄົນມາກວດ ແລ້ວຈຶ່ງນຳສົ່ງ ໄປຫາສະຖານ ທີ່ຈຳກັດບໍລິເວນທີ່ກຳນົດ ໄວ້ຈົນກວ່າຈະຄົບກຳນົດ 14 ວັນ. ປັດ ຈຸບັນ, ທົ່ວປະເທດ ມີຜູ້ຖືກຈໍາກັດບໍລິເວນຈໍານວນ 2.376 ຄົນ ຢູ່ໃນ 32 ສູນ ແລະ ໄດ້ເກັບຕົວຢ່າງມາ ກວດວິເຄາະທັງໝົດ ແລະ ບໍ່ພົບຜູ້ຕິດເຊື້ອ, ໝາຍວ່າ ວັນທີ 3 ມັງກອນ 2021 ບໍ່ພົບຜູ້ຕິດເຊື້ອ ໃໝ່ ແລະ ຍັງມີຄົນເຈັບ ຕິດເຊື້ອພະຍາດ COVID-19 ຈຳນວນ 1 ຄົນ ທີ່ຍັງສືບຕໍ່ປິ່ນປົວຢູ່ໂຮງໝໍທີ່ຖືກກຳນົດໄວ້, ໂດຍມີອາການເບົາບາງ ແລະ ບໍ່ມີອາການສົນແຕ່ຢ່າງໃດ.

ມາຮອດວັນທີ 4 ມັງກອນ 2021, ທົ່ວໂລກມີການລາຍງານ ການລະບາດທັງໝົດ 218 ປະ ເທດ ແລະ ເຂດ, ເຊິ່ງມີຜູ້ຕິດເຊື້ອພະຍາດ COVID-19 ຫລາຍກວ່າ 85 ລ້ານຄົນ. ໃນນີ້ເສຍຊິວິດ 1,8 ລ້ານກວ່າຄົນ ແລະ ປີ່ນປົວຫາຍຫລາຍກວ່າ 60 ລ້ານຄົນ, ປະເທດທີ່ມີການລາຍງານ ການຕິດ ເຊື້ອ ແລະ ເສຍຊີວິດຫລາຍກວ່າໝູ່ ແມ່ນສະຫະລັດອາເມຣິກາ, ໂດຍມີຜູ້ຕິດເຊື້ອສະສົມ ຫລາຍກວ່າ 21 ລ້ານຄົນ, ເສຍຊີວິດຫລາຍກວ່າ 360 ພັນຄົນ ແລະ ຍັງມີການລະບາດຮອບໃໝ່ ເກີດຂຶ້ນໃນຫລາຍປະເທດ, ເຊິ່ງທ້າຍເດືອນທັນວາ 2020 ຜ່ານມາ ກໍມີການລະບາດຮອບໃໝ່ ໃນປະເທດໃກ້ຄຽງກັບ ສປປ ລາວ, ເຊິ່ງຈຸດເລີ້ມການລະບາດ ແມ່ນຢູ່ຕະຫລາດສົດ. ຕໍ່ສະພາບການດັ່ງກ່າວ, ພາຍໃຕ້ການຊີ້ນຳຂອງ ຄະນະສະເພາະກິດ ກະຊວງສາທາລະນະສຸກ ໂດຍສົມທົບ ກັບພາກ ສ່ວນກ່ຽວຂ້ອງ ກໍໄດ້ມີການລົງເກັບຕົວຢ່າງ ເພື່ອຊອກຫາເຊື້ອພະຍາດ ໂຄວິດ-19 ໃນກຸ່ມພະນັກງານ ຂອງບໍລິສັດນໍາເຂົ້າອາຫານສົດ ແລະ ແຊ່ແຂງ, ພ້ອມເກັບຕົວຢ່າງ ຈາກຜູ້ປະກອບການ ຂາຍອາຫານສົດ ແລະ ແຊ່ແຂງຢູ່ໃນ 10 ຕະຫລາດສົດ ຢູ່ນະຄອນຫລວງວຽງຈັນ. ຈໍານວນຜູ້ທີ່ ເກັບຕົວຢ່າງ ມີທັງໝົດແມ່ນ 138 ຄົນ ຜົນກວດແມ່ນ ເປັນຜົນລົບທັງໝົດ ແລະ ຈະໄດ້ສືບຕໍ່ຕິດຕາມເຝົ້າລະວັງ ແລະ ປະຕິບັດມາດຕະການ ປ້ອງກັນຢ່າງ ເຂັ້ມງວດ. ສະນັ້ນ, ເພື່ອເປັນການສະກັດກັ້ນ ແລະ ປ້ອງກັນ ບໍ່ໃຫ້ພະຍາດເກີດມີການຕິດເຊື້ອ ໃນປະເທດເປັນຮອບໃໝ່ໃນ ສປປ ລາວ, ຈຶ່ງຮຽກຮ້ອງ ມາຍັງພໍ່-ແມ່, ປະຊາຊົນບັນດາເຜົ່າ, ທຸກພາກສ່ວນໃນສັງຄົມ ພ້ອມໃຈກັນຍົກສູງສະຕິ ຄວາມຮັບຜິດຊອບ, ປະຕິບັດມາດຕະການຜ່ອນຜັນ ຕາມແຈ້ງການ ຂອງຫ້ອງວ່າ ການສຳນັກງານ ນາຍົກລັດຖະມົນຕີ ແລະ ຄຳແນະນຳຂອງຂະແໜງການ ກ່ຽວຂ້ອງວາງອອກຢ່າງເຂັ້ມງວດ. ເປັນຕົ້ນແມ່ນ ໃສ່ຜ້າອັດປາກ-ດັງ, ໝັ່ນລ້າງມືເລື້ອຍໆ ດ້ວຍນ້ຳສະອາດໃສ່ສະບູ ຫລື ເຈວລ້າງມື, ຮັກສາໄລຍະຫ່າງ 1-2 ແມັດຂຶ້ນໄປ, ຫລີກລ້ຽງການເດີນທາງ ໄປຍັງສະຖານທີ່ແອອັດ, ບໍ່ໃຊ້ເຄື່ອງຮ່ວມກັນ ເພື່ອຫລຸດຜ່ອນໂອກາດ ໃນການແຜ່ເຊື້ອ ແລະ ໃຫ້ໝັ່ນສັງ ເກດອາການຂອງຕົນເອງ ຖ້າມີອາການຜິດປົກກະຕິ ໃຫ້ຮີບຮ້ອນໄປ ພົບແພດທັນທີ ເພື່ອກວດສຸຂະ ພາບຕົນເອງ ຖ້າມີອາການເຂົ້າກັບນິຍາມ ພະຍາດໂຄວີດ-19 ກໍຈະໄດ້ເກັບຕົວຢ່າງ ກວດຊອກຫາເຊື້ອພະຍາດທັນທີ.

ມອບສົ່ງຫໍສະພາແຫ່ງຊາດລາວຫຼັງໃໝ່ - ຂອງຂວັນຂອງພັກ, ລັດ ແລະປະຊາຊົນຫວຽດນາມ  ໃຫ້ແກ່ລາວໃນທ້າຍໄຕມາດທີ I ປີ 2021 ມອບສົ່ງຫໍສະພາແຫ່ງຊາດລາວຫຼັງໃໝ່ - ຂອງຂວັນຂອງພັກ, ລັດ ແລະປະຊາຊົນຫວຽດນາມ ໃຫ້ແກ່ລາວໃນທ້າຍໄຕມາດທີ I ປີ 2021

ຍສໝ - ໃນຄໍ່າຄືນຕ້ອນຮັບປີໃໝ່, ສະຖານທີ່ກໍ່ສ້າງຫໍສະພາແຫ່ງຊາດລາວຫຼັງໃໝ່ - ຂອງຂວັນຂອງພັກ, ລັດ ແລະປະຊາຊົນຫວຽດນາມ ທີ່ມອບໃຫ້ພັກ, ລັດ ແລະປະຊາຊົນລາວ, ວິສະວະກອນ, ກໍາມະກອນນັບຮ້ອຍຄົນ ຍັງເຮັດວຽກຢູ່ສະຖານທີ່ກໍ່ສ້າງ.

ນຳສົ່ງພົນລະເມືອງຫວຽດນາມເກືອບ 280 ຄົນທີ່ມາຈາກ 30 ກວ່າປະເທດໃນເອີຣົບ, ອາຟຼິກກາ ແລະ ອາເມລິກາໃຕ້ ນຳສົ່ງພົນລະເມືອງຫວຽດນາມເກືອບ 280 ຄົນທີ່ມາຈາກ 30 ກວ່າປະເທດໃນເອີຣົບ, ອາຟຼິກກາ ແລະ ອາເມລິກາໃຕ້

ຍສໝ - ບັນດາອົງການຕາງໜ້າຫວຽດນາມຢູ່ເອີຣົບ, ອາຟຼິກກາ ແລະ ອາເມລິກາໃຕ້, ບັນດາອົງການທີ່ມີໜ້າທີ່ພາຍໃນປະເທດ, ສາຍການບິນແຫ່ງຊາດຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງ ໄດ້ຈັດຕັ້ງການບິນ ເພື່ອນຳເອົາພົນລະເມືອງເກືອບ 280 ຄົນຫວຽດນາມຈາກ 30 ກວ່າປະເທດໃນຂົງເຂດທີ່ກ່າວມາຂ້າງເທິງໄດ້ກັບບ້ານຢ່າງປອດໄພ.

ແນະນໍາກ່ຽວກັບສະພາບການລົງທຶນ ກໍ່ຄື ກາລະໂອກາດດໍາເນີນທຸລະກິດຢູ່ຫວຽດນາມ ແນະນໍາກ່ຽວກັບສະພາບການລົງທຶນ ກໍ່ຄື ກາລະໂອກາດດໍາເນີນທຸລະກິດຢູ່ຫວຽດນາມ

ຍສໝ - ເນື່ອງໃນໂອກາດງານວາງສະແດງສາກົນຜ່ານລະບົບທາງໄກ ໄດ້ຈັດຂຶ້ນຢູ່ນະຄອນຫຼວງອານເຊລີ, ຫ້ອງການຄ້າຫວຽດນາມ ຢູ່ ອານເຊລີ ໄດ້ແນະນໍາກ່ຽວກັບສະພາບເສດຖະກິດ, ການຄ້າ, ການລົງທຶນຂອງຫວຽດນາມ, ການພົວພັນການຄ້າລະຫວ່າງຫວຽດນາມ-ອານເຊລີ ກໍ່ຄືກາລະໂອກາດດໍາເນີນທຸລະກິດຢູ່ຫວຽດນາມ.

kpl.gov.la

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.