UKVFTA ນຳມາເຊິ່ງກາລະໂອກາດ ໃຫ້ການ ສົ່ງອອກສິນຄ້າຂອງ ຫວຽດນາມ

16:12 | 04/01/2021

ຍ​ສ​ໝ - ປັດ​ຈຸ​ບັນ, ອັງ​ກິດ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ທາງ​ຄ້າ​ໃຫຍ່​ອັນ​ດັບ​ທີ 3 ຂອງ ຫວຽດ​ນາມ ຢູ່​ເອີ​ລົບ, ດັ່ງ​ນັ້ນການ​ລົງ​ນາມ​ສັນ​ຍາ​ການ​ຄ້າ ເສ​ລີ ສອງ​ຝ່າຍ​ລະ​ຫວ່າງ ຫວຽດ​ນາມ - ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ​ຈ​ະ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ປະ​ຕິ​ຮູບ, ເປີດ​ປະ​ຕູ​ຕະຫຼາດ ແລະ ຫັນ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ເປັນ​ສະ​ດວກ​ກ່​ວາ ບົນ​ພື້ນ​ຖານ​ບັນ​ດາ​ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ​ຢ່າງ​ຕັ້ງ​ໜ້າ​ທີ່​ມີ​ມາ​ກ່ອນ.

ukvfta ນຳມາເຊ ງກາລະໂອກາດ ໃຫ ການ ສ ງອອກສ ນຄ າຂອງ ຫວຽດນາມ ສັນຍາ UKVFTA ຈະໄດ້ຮັບການປະຕິບັດໂດຍຊົ່ວຄາວ
ukvfta ນຳມາເຊ ງກາລະໂອກາດ ໃຫ ການ ສ ງອອກສ ນຄ າຂອງ ຫວຽດນາມ ສັນຍາ UKVFTA ເປີດອະນາຄົດທີ່ສົດໃສໃນສາຍພົວພັນອັງກິດ - ຫວຽດນາມ
ukvfta ນຳມາເຊ ງກາລະໂອກາດ ໃຫ ການ ສ ງອອກສ ນຄ າຂອງ ຫວຽດນາມ
ພາບ​ປະ​ກອບ: TTXVN

ໃນ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຍັງ​ມີ​ການ​ຜັນ​ແປ​ຢ່າງ​ສັບ​ສົນ​ຢູ່ຫຼາຍ​ປະ​ເທດ​ໃນ​ໂລກ, ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ລາ​ຊະ​ອາ​ນາ​ຈັກ ອັງ​ກິດ (UKVFTA) ຫາ​ກໍ່​ໄດ້ຮັບ​ການ​ລົງ​ນາມ ແລະ ມີ​ຜົນ​ສັກ​ສິດ​ຢ່າງ​ທັນ​ທີ ​ນັບ​ແຕ່​ວັນ​ທີ 1 ມັງ​ກອນ ປີ 2021 ເປັນ​ຕົ້ນ​ໄປ ເຊິ່ງ​ໄດ້​ຮັບ​ການ​ຕີ​ລາ​ຄາ​ວ່າ ຈະ​ສ້າງ​ກຳ​ລັງ​ໜູນ​ໃນ​ກາ​ນ​ຊຸກ​ຍູ້​ພື້ນ​ຖານ​ເສດ​ຖະ​ກິດ ຫວຽດ​ນາມ ບຸ​ກ​ທະ​ລຸ​ຢ່າງ​ແຮງ ແລະ ມີ​ບັນ​ດາ​ບາດ​ກ້າວ​ສຳ​ຄັນ​ໃນ​ເສັ້ນ​ທາງ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ.

ທ່ານ Kenneth Atkinson ປະ​ທາ​ນ ສະ​ຫະ​ສະ​ມາ​ຄົມ​ວິ​ສາ​ຫະ​ກິດ ອັງ​ກິດ ປະ​ຈຳ ຫວຽດ​ນາມ (Britcham), ໃຫ້​ຂໍ້​ສັງ​ເກດ​ວ່າ UKVFTA ຈະ​ນຳມາ​ໃຫ້​ກາ​ລະ​ໂອ​ກາດ​ໃນ​ການ​ເຕີບ​ໂຕ​ດ້ານ​ການ​ຄ້າ ແລະ ການ​ໜູນ​ຊ່ວຍ​ດ້ານ​ວຽກ​ເຮັດ​ງານ​ທຳ, ກໍ່​ຄື​ການ​ຊຸກ​ຍູ້​ການ​ເຕີບ​ໂຕ​ໃຫ້​ແກ່​ທັງ 2 ປະ​ເທດ ຫວຽດ​ນາມ ແລະ ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ. UKVFTA ຈະ​ຊ່ວຍ​ຮັບ​ປະ​ກັນ​ປະ​ຕິ​ບັດ​ບັນ​ດາ​ລະ​ບຽບ​ການ ແລະ ຄຳ​ໝັ້ນ​ສັນ​ຍາ ເຊິ່ງໄດ້​ຮັບ​ການ​ຕົກ​ລົງ ຈາກ ວິ​ສາ​ຫະ​ກິດ ກໍ່​ຄື ​ລັດ​ຖະ​ບານ​ສອງ​ປະ​ເທດ ແຕ່​ກ່ອນ​ມາ​ຮອດ​ປັດ​ຈຸ​ບັນ.

ຕາມ​ການ​ຕີ​ລາ​ຄາ​ຂອງ​ບັນ​ດາ​ນັກ​ຊ່ຽວ​ຊ​ານ, ປັດ​ຈຸ​ບັນ ບັນ​ດາ​ສິນ​ຄ້າ ສົ່ງ​ອອກ​ຂອງ ຫວຽດ​ນາມ ໄປ​ຍັງ ອັງ​ກິດ​ບໍ່​ກວມ​ເອົາ 1% ຍອດ​ຜະ​ລິດ​ຕະ​ພັນ​ສົ່ງ​ອອກ​ໃນ​ແຕ່​ລະ​ປີ ຂອງ ອັງ​ກິດ. ໃນ​ຂະ​ນະ​ນັ້ນ, ຫວຽດ​ນາມ​ພວມ​ມີ​ທ່າ​ແຮງ​ໃນ​ການ​ສົ່ງ​ອອກບາງ​ຜະ​ລິດ​ຕະ​ພັນ​ໄປ​ຍັງ​ຕະຫຼາດນີ້ຄື: ໂທ​ລະ​ສັບ, ເຄື່ອງ​ອາ​ໄຫຼ່, ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫຍິ​ບ, ເກີບ​ໜັງ, ສິນ​ໃນ​ນ້ຳ, ເຄື່ອງ​ປາ​ຂອງ​ດົງ ແລະ ບັນ​ດາ​ຜະ​ລິດ​ຕະ​ພັນ​ຈາກ​ໄມ້… ດັ່ງ​ນັ້ນ, ອາດ​ຈະ​ເຫັນ​ໄດ້​ວ່າ ຄວາມ​ສາ​ມາ​ດ​ບົ່ມ​ຊ້ອນ​ໃນ​ການ​ສົ່ງ​ອອກ ຂອງ​ບັນ​ດາ​ຜະ​ລິດ​ຕະ​ພັນສິນ​ຄ້າ ຫວຽດ​ນາມ ໄປ​ຍັງ​ຕະຫຼາດ​ອັງ​ກິດ​ຍັງ​ໃຫຍ່ຫຼວງ ແລະ ມີ​ແງ່​ຫວັງ​ເພື່ອ​ເຕີ​ບ​ໂຕ​ການ​ສົ່ງ​ອອກ.

ທ່ານ ຮ່​ວາງກ​ວາງ​ຟ່ອງ, ຮອງ​ປະ​ທານ​ຫ້ອງ​ການ​ການ​ຄ້າ ແລະ ອຸດ​ສາ​ຫະ​ກຳ ຫວຽດ​ນາມ​ໃຫ້​ຮູ້​ວ່າ ຂໍ້​ສັງ​ເກດ​ກ່ຽວ​ກັບ​ບັນ​ດາ​ຜົນ​ກະ​ທົບ​ຢ່າງ​ຕັ້ງ​ໜ້າ​ເມື່ອ UKVFTA ມີ​ຜົນ​ສັກ​ສິດວ່າ: ປັດ​ຈຸ​ບັນ, ອັງ​ກິດ​ແມ່ນ​ຄູ່​ຮ່ວມ​ມື​ດ້ານ​ທາງ​ຄ້າ​ໃຫຍ່​ອັນ​ດັບ​ທີ 3 ຂອງ ຫວຽດ​ນາມ ຢູ່​ເອີ​ລົບ, ດັ່ງ​ນັ້ນການ​ລົງ​ນາມ​ສັນ​ຍາ​ການ​ຄ້າ ເສ​ລີ ສອງ​ຝ່າຍ​ລະ​ຫວ່າງ ຫວຽດ​ນາມ - ລາ​ຊະ​ອາ​ນາ​ຈັກ​ອັງ​ກິດ​ຈ​ະ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ປະ​ຕິ​ຮູບ, ເປີດ​ປະ​ຕູ​ຕະຫຼາດ ແລະ ຫັນ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ເປັນ​ສະ​ດວກ​ກ່​ວາ ບົນ​ພື້ນ​ຖານ​ບັນ​ດາ​ໝາກ​ຜົນ​ຂອງ​ການ​ເຈ​ລະ​ຈາ​ຢ່າງ​ຕັ້ງ​ໜ້າ​ທີ່​ມີ​ມາ​ກ່ອນ. ສັນ​ຍາ UKVFTA ບໍ່​ພຽງ​ແຕ່​ຫັນ​ການ​ຄ້າ​ສິນ​ຄ້າ ແລະ ການ​ບໍ​ລິ​ການ ເປັນ​ເສ​ລີເທົ່​າ​ນັ້ນ ຫາກ​ຍັງ​ປະ​ສົມ​ຫຼາຍ​ປັດ​ໄຈ​ສຳ​ຄັນ​ຕ່າງໆ, ໃນ​ນັ້ນ​ມີຫຼາຍ​ເນື້ອ​ໃນ​ມຸ່ງ​ໄປ​ເຖິງ​ການ​ຮັບ​ປະ​ກັນ​ການ​ເຕີບ​ໂຕ​ຂຽວ ແລະ ພັດ​ທະ​ນາ​ແບບ​ຍືນ​ຍົງ​ໃນ​ການ​ພົວ​ພັນ​ຮ່ວມ​ມື​ລະ​ຫວ່າງ ສອງ​ປະ​ເທດ.

ukvfta ນຳມາເຊ ງກາລະໂອກາດ ໃຫ ການ ສ ງອອກສ ນຄ າຂອງ ຫວຽດນາມ ສັນຍາ UKVFTA ຈະໄດ້ຮັບການປະຕິບັດໂດຍຊົ່ວຄາວ

ຍ​ສ​ໝ - ໃນ​ເວ​ລາ​ຈະ​ມາ​ເຖິງ, ໄປ​ຄຽງ​ຄູ່​ກັບ​ການ​ສຳ​ເລັດ​ບັນ​ດາ​ລະ​ບຽບ​ການ​ພາຍ​ໃນ​ປະ​ເທດ​ເພື່ອ​ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍາ UKVFTA, ກະ​ຊວງ​ອຸດ​ສາ​ຫະ​ກຳ ແລະ ການ​ຄ້າ​ຈະ​ສົມ​ທົບ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ເພື່​ອ​ປະ​ກາດ​ໃຊ້​ບັນ​ດາ​ເອ​ກະ​ສານ​ແນະ​ນຳ​ຢ່າງ​ລະ​ອຽດ​ເພື່ອ​ນຳ​ໃຊ້​ສັນ​ຍາ​ໂດຍ​ຊົ່​ວ​ຄາ​ວ.

ukvfta ນຳມາເຊ ງກາລະໂອກາດ ໃຫ ການ ສ ງອອກສ ນຄ າຂອງ ຫວຽດນາມ ສັນຍາ UKVFTA ເປີດອະນາຄົດທີ່ສົດໃສໃນສາຍພົວພັນອັງກິດ - ຫວຽດນາມ

ຍສໝ - ຕາມສະຖານທູດຫວຽດນາມ ປະຈຳອັງກິດແລ້ວ, ການປະຕິບັດສັນຍາການຄ້າເສລີຫວຽດນາມ - ອັງກິດ (UKVFTA) ຈະປະກອບສ່ວນສ້າງກຳລັງໜູນໃໝ່ ໃນການຟື້ນຟູເສດຖະກິດຂອງຫວຽດນາມ ໃນສະພາບການໂລກລະບາດຂອງ COVID-19. ກ່ຽວກັບຄວາມໝາຍຍຸດທະສາດ, ສັນຍາດັ່ງກ່າວ ໄດ້ປະກອບສ່ວນເຂົ້າໃນການຈັດຕັ້ງປະຕິບັດນະໂຍບາຍການຕ່າງປະເທດຫຼາຍຝ່າຍ, ການຫັນປ່ຽນຫຼາຍຮູບຫຼາຍແບບ, ຕັ້ງໜ້າ ແລະ ເປັນເຈົ້າການ ໃນການເຊື່ອມໂຍງສາກົນຢ່າງມີປະສິດທິຜົນ.

ukvfta ນຳມາເຊ ງກາລະໂອກາດ ໃຫ ການ ສ ງອອກສ ນຄ າຂອງ ຫວຽດນາມ ສັນຍາ UKVFTA ນຳມາເຊິ່ງຜົນປະໂຫຍດມາໃຫ້ ຂະແໜງຕ່ຳແຜ່ນຕັດຫຍິບ ແລະ ເກີບໜັງ ຫວຽດນາມ

ຍ​ສ​ໝ - ດ້ວຍ​ບັນ​ດາ​ຄຳ​ໝັ້ນ​ສັນ​ຍາ​ກ່ຽວ​ກັບ​ວັດ​ສະ​ດຸ​ຊີ້ນ​ຈາກ​ສ.ເກົາຫຼີ ແລະ EU ຈະ​ຊ່ວຍ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຕ່ຳ​ແຜ່ນ​ຕັດ​ຫຍິບ​ເພື່ອ​ຊຸກ​ຍູ້​ການ​ເປີດ​ກ້​ວາງ​ແຫຼ່ງ​ສະ​ໜອງວັດ​ສະ​ດຸ​ໃນ​ຂະ​ແໜງ ເພື່ອ​ຍາດ​ແຍ້ງ​ໄດ້​ບຸ​ລິ​ມະ​ສິດ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.