ພະຍາດ COVID-19: ນຳສົ່ງພົນລະເມືອງຫວຽດນາມເກືອບ 360 ຄົນ ມາຈາກສະຫະລັດອາເມລິກາ ກັບຄືນປະເທດຢ່າງປອດໄພ | |
ນຳສົ່ງພົນລະເມືອງຫວຽດນາມເກືອບ 350 ຄົນຈາກ UAE ແລະ ອິນເດຍ ໄດ້ກັບຄືນປະເທດຢ່າງປອດໄພ |
ຜູ້ໂດຍສານໃນຖ້ຽວບິນທີ່ຖືກຕິດຄ້າງຍ້ອນການລະບາດຂອງພະຍາດ COVID-19 ແລະ ກໍລະນີທີ່ປະສົບຄວາມຫຍຸ້ງຍາກໂດຍສະເພາະ, ເຊັ່ນ: ແມ່ຍິງຖືພາ, ເດັກນ້ອຍອາຍຸຕໍ່າກວ່າ 18 ປີ, ຄົນເຈັບປ່ວຍໜັກ, ແລະ ຜູ້ອອກແຮງງານໝົດກຳນົດວີຊາ ຫຼື ສັນຍາແຮງງານ, ນັກຮຽນທີ່ບໍ່ມີບ່ອນຢູ່ອາໄສ ຍ້ອນຫໍພັກອັດປະຕູ.
![]() |
ນຳສົ່ງພົນລະເມືອງຫວຽດນາມເກືອບ 280 ຄົນທີ່ມາຈາກ 30 ກວ່າປະເທດໃນເອີຣົບ, ອາຟຼິກກາ ແລະ ອາເມລິກາໃຕ້. (ພາບ: hanoimoi) |
ຫວຽດນາມ ຈະສືບຕໍ່ປະຕິບັດບັນດາຖ້ຽວບິນເພື່ອນຳສົ່ງພົນລະເມືອງກັບຄືນປະເທດ, ໂດຍອີງໃສ່ການຜັນແປຂອງພະຍາດໃນປະເທດ ແລະ ທົ່ວໂລກ, ຄວາມປາຖະໜາຂອງພົນລະເມືອງ ແລະ ຄວາມສາມາດໃນການແຍກຫ່າງຂອງທ້ອງຖິ່ນ. ດ້ວຍເປົ້າໝາຍຮັບປະກັນດ້ານສຸຂະພາບຂອງພົນລະເມືອງ, ປ້ອງກັນການແຜ່ລະບາດຂອງພະຍາດ COVID-19, ບໍລິສັດການບິນແຫ່ງຊາດຫວຽດນາມ Vietnam Airlines ໄດ້ປະຕິບັດມາດຕະການຕ່າງໆກ່ຽວກັບຄວາມປອດໄພ, ຄວາມໝັ້ນຄົງ, ປ້ອງກັນ ແລະ ຕ້ານພະຍາດລະບາດ ໃນຕະຫຼອດການບິນ.
ທັນທີຫຼັງຈາກເຮືອບິນລົງຈອດຢູ່ສະໜາມບິນສາກົນ ໂນຍບາຍ, ຜູ້ໂດຍສານທຸກຄົນ ໄດ້ກວດສອບທາງການແພດ ແລະ ປະຕິບັດການແຍກຫ່າງ ຕາມລະບຽບການທີ່ໄດ້ກຳນົດໄວ້. ສະຖານທູດຫວຽດນາມ ປະຈຳຢູ່ມຽນມາ ແລະ ອັງໂກລາ ໄດ້ສົ່ງພະນັກງານໂດຍກົງປະຕິບັດປະສານງານ ກັບບໍລິສັດການບິນແຫ່ງຊາດຫວຽດນາມ Vietnam Airlines ຢູ່ສະໜາມບິນ ເພື່ອແນະນຳພົນລະເມືອງໃນຂັ້ນຕອນລະບຽບການຂຶ້ນບິນ.
![]() | ນຳສົ່ງພົນລະເມືອງຫວຽດນາມເກືອບ 500 ຄົນ ຈາກຍີ່ປຸ່ນ ແລະ ສ.ເກົາຫຼີ ກັບຄືນບ້ານຢ່າງປອດໄພ ຍສໝ - ເມື່ອບໍ່ດົນມານີ້, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ອົງການຕາງໜ້າຫວຽດນາມ ປະຈຳຍີ່ປຸ່ນ, ສ.ເກົາຫຼີ ແລະ ສາຍການບິນຕ່າງໆ ໄດ້ສົມທົບກັບບັນດາອົງການທີ່ມີໜ້າທີ່ທ້ອງຖິ່ນ ປະຕິບັດ 3 ຖ້ຽວບິນ ເພື່ອນຳສົ່ງພົນລະເມືອງເກືອບ 500 ຄົນຫວຽດນາມ ກັບຄືນປະເທດຫວຽດນາມ ຢ່າງປອດໄພ. |
![]() | ຫວຽດນາມ ໄດ້ມອບຜ້າບັງປາກຈຳນວນ 30.000 ແຜ່ນ ເພື່ອສະໜັບສະໜູນ ປະເທດລາວ ປ້ອງກັນ ແລະ ຕ້ານ COVID-19 ຍສໝ - ຕອນບ່າຍວັນທີ 6 ພະຈິກ, ຢູ່ສຳນັກງານໃຫຍ່ ຄະນະກຳມະການພົວພັນຕ່າງປະເທດສູນກາງພັກກອມມູນິດລາວ ນະຄອນຫຼວງວຽງຈັນ, ຕາງໜ້າຄະນະພົວພັນຕ່າງປະເທດສູນກາງພັກກອມມູນິດຫວຽດນາມ, ທ່ານ ຫງວຽນບາຮຸ່ງ - ເອກອັກຄະລັດຖະທູດຫວຽດນາມ ປະຈຳລາວ ໄດ້ມອບ 30.000 ແຜ່ນຜ້າບັງປາກທາງການແພດ ໃຫ້ແກ່ທ່ານນາງ ສູນທອນ ໄຊຍະຈັກ - ຫົວໜ້າຄະນະການພົວພັນຕ່າງປະເທດສູນກາງພັກ ສປປ.ລາວ. |
![]() | ພົນລະເມືອງຫວຽດນາມຫຼາຍກວ່າ 340 ຄົນຈາກເອີຣົບ, ອາຟຼິກກາ ແລະ ອາເມລິກາໃຕ້ ໄດ້ກັບຄືນປະເທດຢ່າງປອດໄພ ຍສໝ - ໃນລະຫວ່າງແຕ່ວັນທີ 24-25 ກັນຍາ, ບັນດາອົງການທີ່ມີໜ້າທີ່ຫວຽດນາມ, ສຳນັກງານຜູ້ຕາງໜ້າຫວຽດນາມ, ສະຖານທູດຫວຽດນາມ ປະຈຳ ພາກພື້ນເອີຣົບ, ອາຟຼິກກາ ແລະ ອາເມລິກາໃຕ້, ບໍລິສັດການບິນແຫ່ງຊາດຫວຽດນາມ ແລະ ບັນດາອົງການທີ່ກ່ຽວຂ້ອງຂອງປະເທດປະຈໍາຖິ່ນ ໄດ້ຈັດຕັ້ງຖ້ຽວບິນເພື່ອນຳສົ່ງພົນລະເມືອງຫວຽດນາມຫຼາຍກວ່າ 340 ຄົນຈາກ 30 ກວ່າປະເທດໃນພາພື້ນດັ່ງກ່າວ ໄດ້ກັບຄືນປະເທດຢ່າງປອດໄພ. |
ຄຳຮຸ່ງ