ຫວຽດນາມ ປະຕິບັດສໍາເລັດບັນດາເປົ້າໝາຍການພົວພັນຕ່າງປະເທດວາງອອກຢ່າງດີເລີດ, ສ້າງຫຼາຍຂີດໝາຍອັນດີງາມກັບເພື່ອນມິດສາກົນ

11:24 | 03/01/2021

ຍສໝ - ເມື່ອຫວນຄືນປີ 2020, ເຊິ່ງເປັນປີທີ່ປະສົບກັບສິ່ງທ້າທາຍ, ຫວຽດນາມ ສາມາດເອກອ້າງທະນົງໃຈດ້ວຍຜົນງານທີ່ບັນລຸໄດ້. ສາມາດເຫັນໄດ້ວ່າ, ຍິ່ງມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍເທົ່າໃດ, ຈິດໃຈຫວຽດນາມ ຍິ່ງໄດ້ຮັບການທະວີຄູນ ແລະແຜ່ຂະຫຍາຍ, ຢັ້ງຢືນຖານະບົດບາດຂອງປະເທດທີ່ກໍາລັງພັດທະນາ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນໃນການແກ້ໄຂສິ່ງທ້າທາຍລວມທີ່ມີລັກສະນະທົ່ວໂລກ.

ຫວຽດນາມ ປະຕ ບ ດສ າເລ ດບ ນດາເປ າໝາຍການພ ວພ ນຕ າງປະເທດວາງອອກຢ າງດ ເລ ດ ສ າງຫ າຍຂ ດໝາຍອ ນດ ງາມກ ບເພ ອນມ ດສາກ ນ ສິນຄ້າສົ່ງອອກຈາກຫວຽດນາມ ໄປຍັງອັງກິດ ໄດ້ຊົມໃຊ້ພາສີບູລິມະສິດ GSP
ຫວຽດນາມ ປະຕ ບ ດສ າເລ ດບ ນດາເປ າໝາຍການພ ວພ ນຕ າງປະເທດວາງອອກຢ າງດ ເລ ດ ສ າງຫ າຍຂ ດໝາຍອ ນດ ງາມກ ບເພ ອນມ ດສາກ ນ ລາວປ່ຽນຕະຫຼາດນຳເຂົ້າ, ກາລະໂອກາດໃຫ້ແກ່ສິນທະເລ ຫວຽດນາມ
ຫວຽດນາມ ປະຕ ບ ດສ າເລ ດບ ນດາເປ າໝາຍການພ ວພ ນຕ າງປະເທດວາງອອກຢ າງດ ເລ ດ ສ າງຫ າຍຂ ດໝາຍອ ນດ ງາມກ ບເພ ອນມ ດສາກ ນ
ພາບປະກອບ

ຈຸດພົ້ນເດັ່ນກ່ວາໝູ່ໃນປີ 2020 ຂອງຫວຽດນາມ, ນັ້ນແມ່ນ ສ້າງເສດຖະກິດ ສັງຄົມປະເທດຊາດໃຫ້ເປັນປົກກະຕິ ໃນສະພາບການເກີດໂລກລະບາດ, ທັງຮັກສາການເຕີບໂຕເປັນບວກ, ຍົກສູງຄວາມໄວ້ເນື້ອເຊື່ອໃຈ ຂອງປະຊາຊົນທີ່ມີຕໍ່ພັກ, ລັດ. ລະດັບການເຕີບໂຕເສດຖະກິດທັງປີຂອງທົ່ວປະເທດ ຄາດວ່າບັນລຸກ່ວາ 2%, ຊື່ງແມ່ນລະດັບການເຕີບໂຕທີ່ຕັ້ງໜ້າ ເມື່ອທຽບກັບຫຼາຍປະເທດໃນໂລກ ແລະ ພາກພື້ນ. ໃນປີ 2020, ເມື່ອໂລກລະບາດໂຄວິດ 19 ເກີດຂຶ້ນ, ຫວຽດນາມ ໄດ້ຮັບມືຢ່າງໄວວາ ດ້ວຍບັນດາລັດຖະນະໂຍບາຍທີ່ຖືກຕ້ອງ: ທັງຕ້ານໂລກລະບາດ, ທັງພັດທະນາເສດຖະກິດ. ລັດຖະບານໄດ້ດັດປັບບັນດາມາດຕະການປ້ອງກັນ, ຕ້ານໂລກລະບາດຢ່າງທັນການ, ສອດຄ່ອງກັບສະພາບການ.

ທ່ານນາງ Lianys Torres Rivera ອະດີດເອກອັກຄະລັດຖະທູດກູບາ ປະຈໍາ ຫວຽດນາມ ໄດ້ແບ່ງປັນວ່າ: “ຂ້າພະເຈົ້າມີຄວາມປະທັບໃຈຕໍ່ ວິທີການແກ້ໄຂພະຍາດໂຄວິດ-19 ຂອງຫວຽດນາມ. ຂ້າພະເຈົ້າຖືວ່າ ຫວຽດນາມ ແມ່ນຕົວຢ່າງໃຫ້ປະເທດຕ່າງໆໃນໂລກ ແລະວິທີທີ່ຫວຽດນາມ ຮັບມືກັບໂລກລະບາດ, ຕໍ່ສູ້ກັບພະຍາດໂຄວິດ-19 ຄືດັ່ງສັດຕູໂຕໜຶ່ງ ແລະໄດ້ມານະພະຍາຍາມປົກປ້ອງຊີວິດ ແລະສຸຂະພາບຂອງປະຊາຊົນ. ຂ້າພະເຈົ້າຄິດວ່າພວກຂ້າພະເຈົ້າຕ້ອງຂອບໃຈຫວຽດນາມ ຫຼາຍໆຍ້ອນພວກຂ້າພະເຈົ້າກໍາລັງມີຊີວິດ ແລະເຮັດວຽກຢູ່ປະເທດທີ່ປອດໄພ”.

ດ້ວຍຈິດໃຈ “ຕ້ານໂລກລະບາດຄືຕ້ານສັດຕູ” ນັ້ນ ໄດ້ແຜ່ຂະຫຍາຍໄປທົ່ວພາກພື້ນ ອາຊຽນ ເມື່ອ ຫວຽດນາມຮັບບົດບາດເປັນປະທານ ອາຊຽນ. ດ້ວຍເຈດຈຳນົງທີ່ອົງອາດກ້າແກ່ນ, ຄວາມຕັດສິນໃຈສູງ ແລະ ກະທຳຢ່າງແຮງຂອງທົ່ວສັງຄົມ, ການຮ່ວມມືທີ່ມີປະສິດທິຜົນຂອງບັນດາຄູ່ຮ່ວມມື ແລະ ການນຳພາຢ່າງໝັ້ນແກ່ນຂອງປະທານ ອາຊຽນ ຫວຽດນາມ, ປີປະທານ ອາຊຽນ 2020 ໄດ້ປະສົບຜົນສຳເລັດຢ່າງຮອບດ້ານ, ແທດຈິງ, ພິເສດແມ່ນໃນວຽກງານປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ -19.

ໃນຕໍາແໜ່ງສະມາຊິກບໍ່ຖາວອນສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ກໍ່ໄດ້ຮັບການຕີລາຄາວ່າແມ່ນຄູ່ຮ່ວມມືຢ່າງແຮງຂອງ ສປຊ ຄືດັ່ງຄໍາສັງເກດຂອງທ່ານ Atonio Guterres ເລຂາທິການໃຫຍ່ ສປຊ ທີ່ວ່າ: “ຫວຽດນາມ ຍາມໃດກໍ່ແມ່ນຄູ່ຮ່ວມມືທີ່ແຂງແຮງທີ່ສຸດຂອງ ສປຊ ນັບແຕ່ເມື່ອເຂົ້າເປັນສະມາຊິກໃນປີ 1977. ກໍາລັງກອງທັບຂອງຫວຽດນາມ ໄດ້ເຂົ້າຮ່ວມໜ້າທີ່ຮັກສາສັນຕິພາບຂອງ ສປຊ ແລະບົດບາດນໍາໜ້າຂອງຫວຽດນາມ ໃນການບັນລຸໄດ້ບັນດາເປົ້າໝາຍພັດທະນາສະຫັດສະວັດແມ່ນພື້ນຖານໜັກແໜ້ນຊ່ວຍໃຫ້ຫວຽດນາມ ຜັນຂະຫຍາຍໂຄງການພັດທະນາແບບຍືນຍົງ 2030. ດ້ວຍຖານະບົດບາດແມ່ນສະມາຊິກບໍ່ຖາວອນຂອງສະພາຄວາມໝັ້ນຄົງ ສປຊ, ຫວຽດນາມ ໄດ້ ແລະກໍາລັງມີປະກອບສ່ວນສໍາຄັນໃນການສະໜັບສະໜູນສັນຕິພາບແບບຍືນຍົງ”.

ເມື່ອຫວນຄືນປີ 2020, ເຊິ່ງເປັນປີທີ່ປະສົບກັບສິ່ງທ້າທາຍ, ຫວຽດນາມ ສາມາດເອກອ້າງທະນົງໃຈດ້ວຍຜົນງານທີ່ບັນລຸໄດ້. ສາມາດເຫັນໄດ້ວ່າ, ຍິ່ງມີຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍເທົ່າໃດ, ຈິດໃຈຫວຽດນາມ ຍິ່ງໄດ້ຮັບການທະວີຄູນ ແລະແຜ່ຂະຫຍາຍ, ຢັ້ງຢືນຖານະບົດບາດຂອງປະເທດທີ່ກໍາລັງພັດທະນາ, ແມ່ນສະມາຊິກທີ່ມີຄວາມຮັບຜິດຊອບຂອງປະຊາຄົມສາກົນໃນການແກ້ໄຂສິ່ງທ້າທາຍລວມທີ່ມີລັກສະນະທົ່ວໂລກ.

ຫວຽດນາມ ປະຕ ບ ດສ າເລ ດບ ນດາເປ າໝາຍການພ ວພ ນຕ າງປະເທດວາງອອກຢ າງດ ເລ ດ ສ າງຫ າຍຂ ດໝາຍອ ນດ ງາມກ ບເພ ອນມ ດສາກ ນ ຜົນສຳເລັດຂອງ ຫວຽດນາມ ໃນປີ 2020 ອາດຖືວ່າແມ່ນ “ປະກົດການ”

ຍສໝ - ນັ້ນແມ່ນຂໍ້ສັງເກດ ຂອງທ່ານສາດສະດາຈານ Vladimir Mazyrin, ການນຳສູນຄົ້ນຄວ້າ ຫວຽດນາມ ແລະ ອາຊຽນຂອງສະຖາບັນຕາເວັນອອກໄກຂຶ້ນກັບສະພາມະຫາບັນດິດວິທະຍາສາດລັດເຊຍ.

ຫວຽດນາມ ປະຕ ບ ດສ າເລ ດບ ນດາເປ າໝາຍການພ ວພ ນຕ າງປະເທດວາງອອກຢ າງດ ເລ ດ ສ າງຫ າຍຂ ດໝາຍອ ນດ ງາມກ ບເພ ອນມ ດສາກ ນ ກອງບັນຊາການທະຫານຊາຍແດນແຂວງຢາລາຍ ສສ.ຫວຽດນາມ ມອບອຸປະກອນການແພດໃຫ້ກໍາລັງປ້ອງກັນຊາຍແດນກຳປູເຈຍ

ຍສໝ - ວັນທີ 31 ທັນວາ, ທີ່ດ່ານສາກົນເລະແທງ ແຂວງຢາລາຍ ສສ.ຫວຽດນາມ, ກອງບັນຊາການທະຫານຊາຍແດນແຂວງຢາລາຍ ສສ.ຫວຽດນາມ ມອບໃຫ້ກໍາລັງປ້ອງກັນຊາຍແດນກຳປູເຈຍ ເຂົ້າສານ 1,4 ໂຕນ, ນ້ຳຕານ 1,1 ໂຕນ ແລະອຸປະກອນການແພດ ເພື່ອປ້ອງກັນ ແລະຕ້ານພະຍາດໂຄວິດ-19, ດ້ວຍມູນຄ່າກ່ວາ 200 ລ້ານດົ່ງ.

ຫວຽດນາມ ປະຕ ບ ດສ າເລ ດບ ນດາເປ າໝາຍການພ ວພ ນຕ າງປະເທດວາງອອກຢ າງດ ເລ ດ ສ າງຫ າຍຂ ດໝາຍອ ນດ ງາມກ ບເພ ອນມ ດສາກ ນ ບັນດາການນໍາພັກ, ລັດຫວຽດນາມ ໄດ້ສົ່ງສານອວຍພອນວັນຊາດແຫ່ງ ສາທາລະນະລັດ ກູບາ ຄົບຮອບ 62 ປີ

ຍສໝ - ວັນທີ 31 ທັນວາ, ບັນດາການນໍາພັກ, ລັດຫວຽດນາມ ໄດ້ສົ່ງສານອວຍພອນເຖິງບັນດາສະຫາຍການນໍາກູບາ ເນື່ອງໃນໂອກາດສະເຫຼີມສະຫຼອງວັນຊາດແຫ່ງ ສາທາລະນະລັດ ກູບາ ຄົບຮອບ 62 ປີ (1-1-1959 / 1-1-2021).

ໄຊພອນ

ເຫດການ
302 Found

Found

The document has moved here.